ຕອນນີ້ 2.5.1 ອອກມາຮຽບຮ້ອຍແລ້ວ ເວີຊັນນີ້ເນັ້ນທີ່ແກ້ໄຂບັ໊ກຕ່າງ ໆ ກວ່າ ໗໐ ຈຸດ ແລະຍັງມີການປັບປຸງຄວາມໄວໃນການໃຊ້ງານນຳອີກ ທີ່ສຳຄັນທີ່ສຸດຄື ເວີຊັນນີ້ແກ້ໄຂລະບົບຄວາມປອດໄພສຳຄັນພ້ອມ ຄວນອັບເດດດ່ວນ ໆ
- ໃນຫນ້າ Dashboard, Write post ແລະ Edit comments ຕອນນີ້ໄວຂຶ້ນກວ່າເກົ່າ
- ສຳຫລັບຄົນທີ່ມີຫມວດຫມູ່ຫລາຍ ໆ ຕອນນີ້ສັງເກດເບິ່ງຈະເຫັນຄວາມໄວທີ່ເພີ່ມຂຶ້ນ
- ລະບົບອັບໂຫລດດີຂຶ້ນ
- ແກ້ໄຂສ່ວນຂອງ Widget
- ແລະອື່ນ ໆ ອີກຫລາຍຢ່າງ ອ່ານໄດ້ໃນ trac
ດາວໂຫລດ
ຂຽນໂດຍ au8ust |
2 ຄວາມຄິດເຫັນ »
ພໍດີຜ່ານໄປເຫັນບົດຄວາມຫນ້າສົນໃຈທີ່ບລັອກແຫ່ງຫນຶ່ງ ມີອະທິບາຍຄວາມແຕກຕ່າງຂອງ WordPress ກັບ WordPress Mu ຫນ້າສົນໃຈດີ ມີການປຽບທຽບ features ເດັ່ນ ໆ ທີ່ແຕກຕ່າງກັນພ້ອມ ຄົງຈະເປັນປະໂຫຍດສຳຫລັບທ່ານທີ່ສົງໄສວ່າ ນອກຈາກ WordPress ແລ້ວນັ້ນ ຍັງມີ WordPress Mu ນຳ ແຕ່ວ່າ ມັນຕ່າງກັນແນວໃດ?
ໃນລາວ ຕອນນີ້ຮູ້ສຶກວ່າ ຈະມີ LaoBlogger.com ທີ່ເປັນລາຍທຳອິດທີ່ໃຊ້ WordPress Mu
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »

ຫລັງຈາກການພັດທະນາຕໍ່ເນື່ອງຍາວນານກວ່າເຄິ່ງປີ ໃນທີ່ສຸດ WordPress 2.5 ກໍ່ອອກມາຢ່າງເປັນທາງການແລ້ວ ມີລະບົບໃຫມ່ ໆ ຢ່າງເຊັ່ນວ່າ ອັບໂຫລດຫລາຍ ໆ ໄຟລ໌ພ້ອມກັນ, ລະບົບ Gallery, one-click plugin upgrades ແລະຫນ້າ dashboard ທີ່ສາມາດປັບປ່ຽນໄດ້ຕາມໃຈມັກເປັນຕົ້ນ
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ຜ່ານໄປເຫັນມາ ເລີຍເກັບມາຝາກ ເປັນຫນ້າຕາ Login ຂອງ WordPress ມີຫລາຍສີໃຫ້ເລືອກໃຊ້

ທີ່ມາ - InfectedFX
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
- Flexible Upload
ປລັກອິນຕົວນີ້ຊ່ວຍໃຫ້ສາມາດຈັດການອັບໂຫລດໄຟລ໌ໃສ່ໃນໂພສຕ໌ໄດ້ງ່າຍຂຶ້ນ ມີລະບົບຫຍໍ້/ຂະຫຍາຍພາບ, ລະບົບພາບຕົວຢ່າງ, ລະບົບພິມລາຍນ້ຳ, ຮອງຮັບ Lightbox, ຮອງຮັບການອັບໂຫລດຫລາຍ ໆ ໄຟລ໌ໃນຄາວດຽວ, ຮອງຮັບຫລາຍພາສາ, ຯລຯ
- Google XML Sitemaps
ປລັກອິນສຳຫລັບສ້າງ Sitemaps ໃຫ້ກັບ blog ຂອງເຮົາ ເຊິ່ງຕົວນີ້ຮອງຮັບທັງ Google, MSN, Yahoo! ແລະ Ask.com
- WP-OpenID+
ປລັກອິນທີ່ເຮັດໃຫ້ບລັອກຂອງເຮົາສາມາດຮອງຮັບການໃຊ້ງານລະບົບ OpenID ໄດ້
ຄລິກຊື່ປລັກອິນເພື່ອໄປຫນ້າດາວໂຫລດ
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »