Jun
6th

ຜູ້ໃຊ້ສາມາດດາວເກຣດຈາກ Vista ໄປເປັນ XP ໄດ້ຫາກຕ້ອງການ

ໃນໝວດ Windows | ສະແດງຄວາມຄິດເຫັນ | ຄົນອ່ານ 188 ຄັ້ງ

ເຖິງວ່າຈະໃກ້ຫມົດອາຍຸການ support ຂອງ Windows XP ເຊິ່ງມີກຳຫນົດແມ່ນວັນທີ່ 30 ຂອງເດືອນນີ້ແລ້ວ ແຕ່ທາງ Steve Ballmer ຜູ້ເປັນ CEO ຂອງບໍລິສັດ Microsoft ກໍ່ໄດ້ອອກມາກ່າວວ່າ ລູກຄ້າທີ່ບໍ່ພໍໃຈໃນ Windows Vista ນັ້ນສາມາດດາວເກຣດກັບໄປໃຊ້ Windows XP ໄດ້ຫາກວ່າຕ້ອງການ ໃນຂະນະທີ່ຜູ້ຜະລິດຄອມພິວເຕີບາງລາຍເຊັ່ນ Dell ກໍ່ໄດ້ມີຕົວເລືອກທີ່ເອີ້ນວ່າ “pre-downgraded” ຈາກ Vista ເປັນ XP ແລ້ວ

ໃນເດືອນເມສາທີ່ຜ່ານມາ ຝ່າຍຂາຍຂອງ Microsoft ອ້າງວ່າສາມາດຂາຍລິກຂະສິດ Windows Vista ໄປໄດ້ເປັນຈຳນວນກວ່າ 140 ລ້ານຊຸດຕັ້ງແຕ່ມີການເປີດຕົວມາ ແຕ່ເຖິງຢ່າງໃດກໍ່ຕາມບໍ່ມີງານວ່າມີຈຳນວນຈັກເປີເຊັນທີ່ກັບໄປໃຊ້ Windows XP. ທາງດ້ານບໍລິສັດ ຫ້າງຮ້ານ ແລະອົງກອນຕ່າງ ໆ ໄດ້ສະແດງຄຳເຫັນວ່າ ອາດຈະຕ້ອງຂ້າມ Vista ໄປແລ້ວຄ່ອຍຖ້າອັບເກຣດຈາກ Windows XP ໄປ Windows 7 ເຊິ່ງເປັນລະບົບປະຕິບັດການໃຫມ່ທີ່ມີກຳຫນົດການອອກໃນຊ່ວງປາຍປີ 2009 ຫຼືຕົ້ນປີ 2010

ທີ່ມາ - InformationWeek

*ບົດຄວາມນີ້ທົດລອງໃຊ້ permalink ເປັນພາສາລາວ

Mar
25th

ສັ່ງງົດ Vista SP1 ຈົນກວ່າມັນຈະພ້ອມກວ່າເກົ່າ

ໃນໝວດ Windows | ສະແດງຄວາມຄິດເຫັນ | ຄົນອ່ານ 374 ຄັ້ງ

ແຈ້ງການຈາກຄະນະ Information Systems & Computing ຂອງມະຫາວິທະຍາໄລເພັນຊີວາເນຍ (Pennsylvania) ແນະອາຈານແລະນັກສຶກສາ ລະງັບການອັບເກຣດໄປໃຊ້ Service Pack 1 ສຳຫລັບ Windows Vista ໄວ້ຊົ່ວຄາວ ຈົນກວ່າມັນຈະໄດ້ຮັບການແກ້ໄຂ ໃຫ້ພ້ອມໃຊ້ງານຫລາຍຂຶ້ນກວ່າທີ່ເປັນ

ເຫດສືບເນື່ອງມາຈາກວ່າມີຜູ້ດາວໂຫລດແລະຕິດຕັ້ງ Service Pack 1 ຂອງ Windows Vista​ ແລ້ວພົບບັນຫາຈໍຟ້າແຫ່ງຄວາມຫາຍະນະ ລວມເຖິງການໃຊ້ຊັບພະຍາກອນທີ່ຫລາຍຂຶ້ນໃນ Service Pack​ ດັ່ງກ່າວ ທີ່ຜູ້ໃຊ້ຕ້ອງມີຄອມພິວເຕີທີ່ມີຫນ່ວຍປະມວນຜົນ ຄວາມໄວຫລາຍກວ່າ 1GHz ແລະມີຫນ່ວມຄວາມຈຳຢ່າງຫນ້ອຍ 1GB​ ຂຶ້ນໄປ

ທີ່ມາ - Pantip News