Archive for the ‘Web 2.0’ Category

Ning.com ກຽມຍົກເລີກບໍລິການຟຣີ ເນັ້ນແບບເສຍເງິນຢ່າງດຽວ

Ning.com ຜູ່ໃຫ້ບໍລິການສ້າງເວັບໄຊ Social Networking ທີ່ເປີດມາຫຼາຍປີ ໃນທີ່ສຸດກໍພົບວິກິດໜັກ ແລະປ່ຽນແປງທິດທາງຂອງບໍລິສັດ ຫຼັງຈາກທີ່ CEO ຄົນໃໝ່ Jason Rosenthal ຂຶ້ນບໍລິຫານໄດ້ 30 ມື້. Jason Rosenthal ໃຫ້ສຳພາດກັບແຫຼ່ງຂ່າວວ່າ ຕົນໄດ້ພິຈາລະນາສະຖານະການຂອງ Ning.com ຕັ້ງແຕ່ທີ່ໄດ້ຂຶ້ນເປັນ CEO ແລ້ວເຫັນວ່າ ທາງບໍລິສັດຈະມີແຜນການໃຫຍ່ໃນອະນາຄົດອັນໃກ້ນີ້ສອງຢ່າງຄື ປົດພະນັກງານອອກ 40% (68 ຄົນຈາກທັງໝົດ 167 ຄົນ) ແລະຍົກເລີກການບໍລິການຟຣີ ເຊິ່ງຜູ່ໃຊ້ຟຣີນັ້ນ ຈະໄດ້ຮັບເງື່ອນໄຂໃຫ້ຍ້າຍໄປໃຊ້ບໍລິການແບບເສຍເງິນ ຫຼືບໍ່ດັ່ງນັ້ນກໍຕ້ອງຍົກເລີກການໃຊ້ Ning.com ໄປແທນ. ນອກຈາກນັ້ນ CEO ຂອງ Ning ຍັງກ່າວວ່າ ຕໍ່ໄປຈະເນັ້ນໄປທີ່ລະບົບ Premium ໃຫ້ຫຼາຍຂຶ້ນ ເຊິ່ງໃນປັດຈຸບັນນີ້ ມີຜູ່ໃຊ້ແບບ Premium ທີ່ມີ pageview ຫຼາຍກວ່າ 75% ຂອງຜູ່ຊົມເວັບໄຊໃນອາເມລິກາ ແລະເຊື່ອວ່ານີ້ຈະເປັນຫົນທາງທີ່ດີທີ່ສຸດຂອງ Ning.com ທີ່ມາ [...]

More »

Twitter Japan ກຽມເກັບເງິນຄ່າອ່ານ tweet

ໃນຂະນະທີ່ກະແສ Twitter ໃນລາວກຳລັງຢູ່ໃນຊ່ວງຂາຂຶ້ນເທື່ອລະໜ້ອຍນີ້ ບັນດາປະເທດອື່ນໆ ທີ່ນິຍົມໃນ Twitter ໂດຍສະເພາະຍີ່ປຸ່ນທີ່ນິຍົມ Twitter ຂະໜາດວ່າມີ Twitter ພາສາຍີ່ປຸ່ນນັ້ນ ຕອນນີ້ກໍກ້າວໄປໄກຂັ້ນທີ່ວ່າ ມີການເກັບເງິນໃນການອ່ານຂໍ້ຄວາມ Twitter ແລ້ວ. ITmedia ລາຍງານຂ່າວຄວາມເຄື່ອນໄຫວນີ້ໂດຍລະບຸວ່າ ທາງ Twitter Japan ຈະເພີ່ມຕົວເລືອກສຳລັບເຈົ້າຂອງບັນຊີ Twitter ໃນການເກັບເງິນຈາກຜູ່ຕິດຕາມອ່ານຂໍ້ຄວາມຂອງຕົນເອງ ໂດຍຈະເປັນການເກັບເງິນແບບລາຍເດືອນ ເຊິ່ງຈະໃຊ້ບັດ Credit card ຈ່າຍ ຫຼືໃຊ້ບັດຕື່ມເງິນກໍໄດ້ (ຄ້າຍໆ ຮັບ SMS ແລ້ວເສຍເງິນຢູ່ບ້ານເຮົາ). ບໍລິການດັ່ງກ່າວນີ້ຈະເລີ່ມເປີດໃຊ້ໃນເດືອນມັງກອນຕົ້ນປີໜ້າ ເຊິ່ງກຸ່ມທີ່ເໝາະສົມແມ່ນບັນດານັກ tweet ທີ່ໃຫ້ຂໍ້ມູນເລື່ອງຂ່າວສານທັນດ່ວນ, ການສຶກສາ, ຮູບພາບ ຮວມເຖິງວິດີໂອ ແລະຄລິບສຽງເປັນຕົ້ນ. ໃນດ້ານຂອງຄ່າບໍລິການນັ້ນ ອາດຈະມີຕັ້ງແຕ່ 100 ເຢນໄປຈົນຮອດ 1000 ເຢນ ເຊິ່ງທາງ Twitter ຈະຫັກ 30% ເປັນຄ່າທຳນຽມອອກ. ທີ່ມາ – media.asia, [...]

More »

Facebook Lite

ເວັບໄຊ Social Networking ລາຍໃຫຍ່ອັນດັບສອງຂອງໂລກ Facebook.com ເປີດທົດລອງໃຫ້ບໍລິການ Facebook Lite ຢ່າງບໍ່ເປັນທາງການ. Facebook Lite ນັ້ນເປັນເວີຊັນພິເສດຂອງ Facebook ເຊິ່ງອອກແບບມາເພື່ອໃຫ້ສາມາດໃຊ້ງານເວັບໄຊຂອງຕົນໄດ້ໃນແບບງ່າຍຂຶ້ນ ແລະໄວຂຶ້ນ ໂດຍຕັດທອນຄວາມສາມາດບາງຢ່າງອອກໄປ ຈົ່ງໄວ້ພຽງຢ່າງຫຼັກ ໆ ເຊັ່ນ ການສະແດງຄຳເຫັນ, ຮັບໝູ່, ຂຽນູຄຳເຫັນໃນ wall ຂອງຄົນອື່ນ, ເບິ່ງຮູບ ຮວມເຖິງການອັບເດດ status ອີກນຳ. ແຫຼ່ງຂ່າວລະບຸ ຂະນະນີ້ກຳລັງມີການທົດສອບ Facebook Lite ໃນອິນເດຍຢູ່ ແລະໃນອະນາຄົດອັນໃກ້ຈະເປັນຣັດເຊຍ ແລະ ຈີນ. ພາບປະກອບ ສາມາດເບິ່ງໄດ້ຈາກທີ່ມາ. ທີ່ມາ – TechCrunch 1, 2

More »

YouTube ເປີດໃຫ້ເບິ່ງແບບ Offline

ຫຼັງຈາກທີ່ມີການປ່ຽນແປງຕ່າງ ໆ ໄປກ່ອນໜ້ານີ້ເຊັ່ນ ວິດີໂອຄວາມລະອຽດສູງຂຶ້ນ (ລະດັບ HD) ແລະປ່ຽນເປັນ Widescreen ນັ້ນ ຫຼ້າສຸດແມ່ນການທີ່ລິ້ງສຳລັບດາວໂຫຼດວິດີໂອປະກົດຂຶ້ນມາໃຫ້ເຫັນ (ຂ່າວເກົ່າ) ຕອນນີ້ທາງ YouTube ກໍ່ມີປະກາດອອກມາຢ່າງເປັນທາງການແລ້ວ ວ່າຈະຮອງຮັບການຮັບຊົມແບບ Offline ຄືບໍ່ຕ້ອງຕໍ່ເນັດກໍ່ເບິ່ງກັນໄດ້ ໃນ blog ຂອງ YouTube ຂຽນລະບຸໄວ້ວ່າ ກຳລັງທົດສອບລະບົບໃໝ່ເຊິ່ງຈະອະນຸຍາດໃຫ້ຜູ້ອັບໂຫຼດເລືອກໄດ້ວ່າ ຈະຍອມຮັບສະແດງລິ້ງສຳລັບດາວໂຫຼດວິດີໂອນັ້ນ ໆ ຫຼືບໍ່ ແລະຍິ່ງໄປກວ່ານັ້ນຄື ສາມາດເລືອກໃຫ້ໂຫຼດໄດ້ຟຣີ ຫຼືເສຍເງິນໄດ້ນຳ (ຈ່າຍເງິນຜ່ານທາງ Google Checkout). ສຳລັບວິດີໂອທີ່ໃຫ້ໂຫຼດຟຣີໄດ້ຕອນນີ້ສ່ວນຫຼາຍຈະເປັນ lecture ຈາກມະຫາວິທະຍາໄລຕ່າງ ໆ ເຊັ່ນ Stanford, Duke, UC Berkeley ແລະ UCLA ເປັນຕົ້ນ ທີ່ມາ – YouTube blog

More »

ຄົນເຂົ້າ Facebook ເພີ່ມຂຶ້ນເກືອບສອງເທົ່າຂອງ MySpace ແລ້ວ

ຕົວເລກຫຼ້າສຸດຈາກ ComScore ເປີດເຜີຍຂໍ້ມູນຈຳນວນຜູ້ຊົມ Facebook ເພີ່ມຫຼາຍຂຶ້ນເກືອບເທົ່າຕົວເມື່ອທຽບກັບ MySpace ໂດຍ Facebook ນັ້ນມີຈຳນວນຜູ້ເຂົ້າຊົມສູງເຖິງ 222 ລ້ານຄົນ (80 ພັນລ້ານ pageview) ໃນເດືອນທັນວາທີ່ຜ່ານມາ ປຽບທຽບກັບຕົວເລກພຽງ 125 ລ້ານຄົນ (43 ພັນລ້ານ pageview) ຂອງ MySpace ໃນເດືອນດຽວກັນ. ຄາດການວ່າຖ້າຍັງຮັກສາສະຖິຕິຕອນນີ້ໄດ້ ພາຍໃນປີໜ້າ Facebook ຈະສາມາດ overtake MySpace ໄດ້ໃນທີ່ສຸດ. ທີ່ມາ – TechCrunch [via C|NET]

More »

YouTube ເລີ່ມສະແດງລິ້ງສຳລັບດາວໂຫຼດ

ປົກກະຕິການຈະດາວໂຫຼດວິດີໂອຈາກ YouTube ຄົນມັກຈະໃຊ້ໂປຣແກຣມເສີມ ຫຼືເວັບທີ່ໃຫ້ບໍລິການດາວໂຫຼດຢ່າງ keepvid.com ເປັນຕົ້ນ ແຕ່ຫຼ້າສຸດທາງ YouTube ໄດ້ສະແດງລິ້ງສຳລັບດາວໂຫຼດໄຟລ໌ວິດີໂອໃນໜ້າວິດີໂອແລ້ວ ຄາດວ່າຈະເລີ່ມເປີດໃຊ້ທັງໝົດໃນໄວ ໆ ນີ້ ທີ່ມາ – Lessig.org ແບບນີ້ກໍ່ສະບາຍ ບໍ່ຕ້ອງເຂົ້າຫຼາຍຂັ້ນຕອນ : ) ແຕ່ວ່າສັງເກດເວລາຄລິກດາວໂຫຼດ ຈະໂຫຼດຈາກ GoogleVideo

More »

SixApart ຊື້ Pownce

ຜູ້ໃຫ້ບໍລິການ microblogging (ແບບ twitter) Pownce ກຳລັງຂາຍກິດຈະການໃຫ້ກັບ Six Apart ແລະປະກາດວ່າ ຈະໃຫ້ເວລາຈົນຮອດປາຍປີນີ້ສຳລັບຜູ້ໃຊ້ ເພື່ອເກັບຂໍ້ມູນຂອງຕົນໃນ Pownce. ການເຂົ້າຊື້ກິດຈະການຂອງ Pownce ໃນຄັ້ງນີ້ ຍັງຮວມໄປເຖິງການຊື້ຕົວ Leah Culver ແລະຜູ້ຮ່ວມກໍ່ຕັ້ງ Mike Malone ເພື່ອໃຫ້ໄປເຮັດວຽກກັບທາງ Six Apart ອີກນຳ ໂດຍທາງ Leah Culver ໄດ້ເປີດເຜີຍຂໍ້ມູນວ່າ ຈະກັບມາອີກຄັ້ງກັບບາງຢ່າງທີ່ໃໝ່ ໆ ແລະດີກວ່າຫຼາຍໃນຊ່ວງປີໜ້ານີ້. Six Apart ເປັນບໍລິສັດທີ່ເຄີຍພັດທະນາ MovableType ແລະເປັນຜູ້ໃຫ້ບໍລິການ Typepad.com ທີ່ມາ – The Pownce Blog [via BN]

More »

WobZIP

WobZIP ເປັນເວັບໄຊໃຫ້ບໍລິການອັບໂຫລດໄຟລ໌ zip ຈາກເຄື່ອງເຮົາແລ້ວແຕກໄຟລ໌ໃຫ້ໃນ Server ຂອງ WobZIP ໃຫ້ເຮົາເລືອກໂຫລດໄດ້ວ່າຢາກໂຫລດໄຟລ໌ໃດ ຕອນນີ້ຮອງຮັບທັງ 7z, ZIP, GZIP, BZIP2, TAR, RAR, CAB, ISO, ARJ, LZHCHM, Z, CPIO, RPM, DEB ແລະ NSIS ຂະຫນາດໄຟລ໌ສູງສຸດທີ່ອັບໂຫລດໄດ້ແມ່ນ 100MB ຂໍ້ດີກໍ່ຄື ອັບໂຫລດໃນ Server ເຮັດໃຫ້ຫລຸດຄວາມສ່ຽງຈາກໄວຣັດ ແລ້ວກໍ່ເລືອກໄຟລ໌ໄດ້ ແລະທີ່ສຳຄັນ ບາງຄັ້ງເຮົາບໍ່ມີໂປຣແກຣມແຕກໄຟລ໌ (ເຊັ່ນ CPIO) ກໍ່ສາມາດໃຊ້ WobZIP ໄດ້ WobZIP.com

More »