Archive for the ‘Uncategorized’ Category

ເມື່ອ Firefox ຢາກລົງ Guinness World Record

ເນື່ອງໃນໂອກາດທີ່ Firefox 3 ກຳລັງຈະຖືກປ່ອຍອອກມາໃນໄວ ໆ ນີ້ ທາງ Mozilla ເຈົ້າຂອງ Firefox ກໍ່ໄດ້ເປີດກິດຈະກຳ Firefox 3 Download Day 2008 ເຊີນຊວນໃຫ້ຜູ້ໃຊ້ງານ Firefox (ແລະທີ່ບໍ່ໃຊ້ກໍ່ໄດ້) ມາຮ່ວມດາວໂຫລດ Firefox ເພື່ອສ້າງສະຖິຕິ “Software ທີ່ຖືກດາວໂຫລດຫລາຍທີ່ສຸດພາຍໃນ ໒໔ ຊົ່ວໂມງ” ການເຂົ້າຮ່ວມກິດຈະກຳນີ້ກໍ່ງ່າຍ ໆ ພຽງເຂົ້າໄປທີ່ຫນ້າ Firefox 3 Download Day 2008 ແລ້ວຄລິກທີ່ Pledge Now ຈາກນັ້ນເລືອກປະເທດ ແລະໃສ່ອີເມລຂອງເຮົາ ກໍ່ເປັນອັນຈົບພິທີ ເຫລືອແຕ່ວ່າ ຖ້າໃຫ້ຮອດມື້ເປີດໃຫ້ດາວໂຫລດມາແລ້ວ ຈະມີອີເມລສົ່ງມາແຈ້ງໃຫ້ເຮົາໄປຮ່ວມສ້າງສະຖິຕິອັນຍິ່ງໃຫຍ່ນີ້ ແຟນຄລັບ Firefox ຢ່າພາດເດັດຂາດ! (ຂະນະທີ່ກຳລັງຂຽນຂ່າວນີ້ ປະເທດລາວມີຜູ້ເຂົ້າຮ່ວມແລ້ວ ໗ ຄົນ) ທີ່ມາ – Mozilla Blog [via [...]

More »

HostMonster Affiliate

ເລົ່າໃຫ້ຟັງສັ້ນ ໆ ເພາະມັນບໍ່ມີຫຍັງຫລາຍ ເພາະວ່າຖ້າອວດຊື່ ໆ ພາສາໄທເອີ້ນວ່າ “ໂຊພາວ” ວ່າຊັ້ນ ດັ່ງນັ້ນເຮົາບໍ່ຢາກໂຊພາວ ຈຶ່ງຂໍເລົ່າຫນ້ອຍຫນຶ່ງ ເລື່ອງມັນມີຢູ່ວ່າ ປະມານຊ່ວງປາຍປີ ໒໐໐໗ ຕອນນັ້ນຫາທາງໃຫມ່ ໆ ໃນການຫາເງິນ ຊ່ວງນັ້ນກໍ່ມີເຮັດ AdSense ແດ່ ແລ້ວກໍ່ຫາເງິນຈາກພວກ Affiliate ຕ່າງ ໆ ເຊິ່ງຫນຶ່ງໃນນັ້ນຄື HostMonster ຜູ້ໃຫ້ບໍລິການ Hosting ລາຍໃຫຍ່ລາຍຫນຶ່ງຂອງໂລກ ໃຊ້ເວລາປະມານເດືອນປາຍກໍ່ສາມາດລໍ້ລວງເອົາຄົນມາສະຫມັກຕໍ່ຈາກ Affiliate link ຂອງເຮົາໄປໄດ້ ຫນຶ່ງໃນນັ້ນຄື xEKx ນັ້ນເອງ…

More »

ທາງການໄທຢຸດຕິການ block ເວບ YouTube.com ແລ້ວ

ຫລັງຈາກທີ່ທາງການໄທໄດ້ທຳການ block ການເຂົ້າເຖິງເວບໄຊຕ໌ YouTube.com ເຊິ່ງເປັນເວບໄຊຕ໌ວີດິໂອລາຍໃຫຍ່ທີ່ສຸດໃນໂລກຕອນນີ້; ຜ່ານມາເປັນເວລາຫລາຍເດືອນ ໃນທີ່ສຸດກະຊວງ ICT ຂອງປະເທດໄທກໍ່ໄດ້ຍົກເລີກການສະກັດກັ້ນການເຂົ້າເຖິງ YouTube.com ໂດຍໄດ້ມີຂໍ້ຕົກລົງກັບທາງ YouTube.com ວ່າ ທາງ YouTube.com ຈະຕ້ອງກັນ IP ຈາກປະເທດໄທບໍ່ໃຫ້ສາມາດເບິ່ງຄລິບວີດິໂອທີ່ລະເມີດກົດຫມາຍຂອງປະເທດໄທໄດ້. ການຍົກເລີກການ block ເວບ YouTube.com ຢ່າງເປັນທາງການໃນຄັ້ງນີ້ ສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມສາມາດເຂົ້າໃຊ້ງານ YouTube.com ໄດ້ຕາມປົກກະຕິແລ້ວ ເພາະວ່າ Gateway ຂອງລາວໂທລະຄົມນັ້ນແລ່ນຜ່ານປະເທດໄທ. ຫາກປະເທດໄທ block ເວບໄຊຕ໌ໃດ ໆ ກໍ່ຕາມ, ກໍ່ຈະສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມ ບໍ່ສາມາດເຂົ້າເວບໄຊຕ໌ນັ້ນ ໆ ໄດ້ນຳ. ທີ່ມາ – The Nation [via Blognone]

More »