English-Lao-English Dictionary to Google Translate
ໂຄງການດີໆ ທີ່ຢາກໃຫ້ທຸກຄົນມີສ່ວນຮ່ວມ ເພື່ອປະໂຫຍດຂອງຄົນລາວເຮົານຳກັນໃນອະນາຄົດ =) ລາຍລະອຽດເພີ່ມເຕີມ ອ່ານໄດ້ໃນ https://sites.google.com/site/eng2lao/
More »ໂຄງການດີໆ ທີ່ຢາກໃຫ້ທຸກຄົນມີສ່ວນຮ່ວມ ເພື່ອປະໂຫຍດຂອງຄົນລາວເຮົານຳກັນໃນອະນາຄົດ =) ລາຍລະອຽດເພີ່ມເຕີມ ອ່ານໄດ້ໃນ https://sites.google.com/site/eng2lao/
More »ເວັບໄຊວິດີໂອຍອດນິຍົມ YouTube ໄດ້ປັບປ່ຽນໜ້າເວັບຂອງຕົນໃໝ່ຫຼັງຈາກທົດສອບ Beta ມາໄລຍະນຶ່ງ. ການປັບແຕ່ງຄັ້ງນີ້ ກໍນັບວ່າເປັນການປ່ຽນແປງຄັ້ງໃຫຍ່ ມີການຕັດລະບົບ Rating ເປັນດາວອອກ ແລ້ວແທນທີ່ດ້ວຍໂຕເລືອກ Like ຫຼື Dislike ແທນ. ໃນດ້ານວິດີໂອ ກໍມີການຈັດຮວມເຂົ້າກັນເປັນກຸ່ມແທນ ແລະເມນູຕ່າງໆ ໂດຍສະເພາະໃນສ່ວນຂອງຄຳເຫັນ ກໍຖືກປັບປ່ຽນໃໝ່ເຊັ່ນກັນ. ເຊີນຊົມໜ້າເວັບໃໝ່ YouTube ໄດ້ເລີຍທີ່ youtube.com
More »Yahoo! ອອກອັບເດດເວີຊັນໃໝ່ສຳລັບໂປຣແກຣມສົນທະນາ Yahoo! Messenger 10 ເຊິ່ງຮອງຮັບທັງ Windows ແລະ Mac ຮວມເຖິງລະບົບມືຖືຕ່າງໆ ອີກນຳ. ໃນເວີຊັນໃໝ່ຂອງ Y! Messenger 10 ກໍມີຄຸນສົມບັດໃໝ່ໆ ທີ່ຖືກເພີ່ມເຂົ້າມາຫຼາຍຢ່າງເຊັ່ນ ຮອງຮັບ UI ຫຼາຍສາມາດເລືອກພາສາໄດ້ຈາກໜ້າທຳອິດເລີຍ ໂດຍບໍ່ຕ້ອງປິດເປີດໂປຣແກຣມຄືນໃໝ່ ແລະຍັງຮອງຮັບລະບົບ Video call ເຕັມຮູບແບບທັງພາບທັງສຽງ (ບໍ່ແນ່ໃຈວ່າເວີຊັນ 9 ມີຫຼືຍັງ ສ່ວນຕົວບໍ່ໄດ້ໃຊ້) ພ້ອມທັງລະບົບອັບເດດເຫດການໃໝ່ຂອງໝູ່ໃນ flickr, Yahoo! Music, ແລະອື່ນໆ ໃນເຄືອຂ່າຍຂອງ Yahoo! ໄດ້ພ້ອມ. ຄວາມສາມາດໃໝ່ໆ ອື່ນກໍມີເຊັ່ນ: ສົນທະນາແບບຄົນດຽວ ຫຼືຫຼາຍຄົນ ລະບົບແຈ້ງອັບເດດ Yahoo! Mail, ຂ່າວ, ສະພາບອາກາດ, ຊອກຫາ, ແລະອື່ນໆ ສາມາດສົ່ງ SMS ເຂົ້າມືຖືໄດ້ media player ເປີດໜັງເປີດເພງໄດ້ໃນໂປຣແກຣມ Y! [...]
More »ອາດມີບາງຄັ້ງທີ່ຕ້ອງໃຊ້ເວີຊັນເກົ່າຂອງໂປຣແກຣມບາງໂຕ ຫາກມີເກັບໄວ້ກໍດີໄປ ຖ້າບໍ່ມີກໍຕ້ອງມາຊອກກັນວຸ້ນວາຍເລີຍ ແຕ່ນັ້ນຈະບໍ່ເປັນບັນຫາອີກຕໍ່ໄປແລ້ວ ເມື່ອໄດ້ພົບກັບ OldVersion.com ເວັບໄຊທີ່ຮວບຮວມບັນດາເວີຊັນຕ່າງໆຂອງໂປຣແກຣມທີ່ມີຄົນນິຍົມໄວ້ ເຊັ່ນວ່າ MSN Messenger, Winamp, Win MX, RealPlayer ແລະ Skype ເປັນຕົ້ນ. ສຳລັບໝວດໝູ່ຂອງໂປຣແກຣມກໍຄອບຄຸມເປັນຢ່າງດີ ມີຕັ້ງແຕ່ ໂປຣແກຣມໃນໝວດ Communication, Graphic, Multimedia, Internet ແລະ Utilities. ການດາວໂຫຼດກໍສາມາດໂຫຼດໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍແຕ່ຢ່າງໃດ ຮູ້ແບບນີ້ແລ້ວ ຢ່າລືມ bookmark ໄວ້
More »Simple Machines ປ່ອຍລຸ້ນອັບເດດສຳລັບລະບົບເວັບບອດຍອດນິຍົມ SMF ອອກມາທັງໃນສາຍຂອງ 1.1.x ແລະ 2.0.x ເຊິ່ງການອັບເດດຄັ້ງນີ້ ເປັນການແກ້ໄຂລະບົບຄວາມປອດໄພ ທາງທີມງານພັດທະນາໄດ້ແນະນຳໃຫ້ທຸກຄົນທີ່ໃຊ້ SMF ອັບເດດໄປເວີຊັນຫຼ້າສຸດ ລາຍລະອຽດເພີ່ມເຕີມແລະວິທີອັບເດດ ພ້ອມ link ສຳລັບດາວໂຫຼດ ສາມາດເບິ່ງໄດ້ຈາກ http://www.simplemachines.org/
More »ຫຼາຍຄົນແຖວນີ້ອາດຈະຄຸ້ນຊື່ SMF ຫຼື Simple Machine Forums ກັນມາແລ້ວ ມັນຄືລະບົບເວັບບອດ ຫຼືກະດານສົນທະນາທີ່ໄດ້ຄວາມນິຍົມເປັນອັນດັບຕົ້ນ ໆ ຂອງໂລກ ເຊິ່ງຫຼ້າສຸດໄດ້ມີປະກາດກ່ຽວກັບ Theme ຫຼືຮູບແບບໜ້າຕາໃໝ່ ເຊິ່ງຈະມາພ້ອມກັບເວີຊັນ 2.0 RC2 (ຕອນນີ້ອອກມາຫຼ້າສຸດແມ່ນ 2.0 RC1) ໃນໄວ ໆ ນີ້ ໃຫ້ຊື່ວ່າ “Curve”. ໂດຍຫຼັກແລ້ວ Curve ຈະຖືກປັບແຕ່ງອອກແບບມາເບິ່ງສະບາຍຕາກວ່າເກົ່າ, ປ່ຽນໄປໃຊ້ລະບົບເມນູແບບແຖບ drop-down ແທນ, ປັບປຸງການອອກແບບໂດຍ XHTML ແລະເພີ່ມການນຳໃຊ້ CSS ໃຫ້ຫຼາຍແລະເໝາະສົມຂຶ້ນ. ຢ່າງໃດກໍ່ຕາມ SMF 2.0 RC2 ກໍ່ຍັງບໍ່ມີກຳນົດການເທື່ອວ່າຈະອອກມາມື້ໃດ. ຂໍ້ມູນເພີ່ມເຕີມແລະຮູບປະກອບສາມາດເບິ່ງໄດ້ຈາກແຫຼ່ງຂ່າວ. ທີ່ມາ – SMF Community ສຳລັບໃຜທີ່ສົນໃຈຮ່ວມແປ SMF ໃຫ້ເປັນພາສາລາວ ຂໍເຊີນເຂົ້າຮ່ວມໄດ້ທີ່ LaoSMF.com ເດີ້ ຕອນນີ້ແປໄດ້ເກືອບ 50% ແລ້ວ
More »ຂຽນໄວ້ກັນລືມ .. ໄດ້ຂໍ້ມູນຈາກ @Defago ວິທີຕິດຕັ້ງ Windows Live Messenger (a.k.a. WLM) ແບບເບົາ ໆ ເພາະໂດຍປົກກະຕິແລ້ວ ເວີຊັນຫຼັງ ໆ ຂອງ WLM ຈະມີຂະໜາດໄຟລ໌ໃຫຍ່ເຖິງ 130MB+ ເຮັດໃຫ້ຄົນເນັດຊ້າເກືອບຈະໂຫຼດກັນບໍ່ໄດ້ເລີຍ ເພາະມັນຍັດສາລະພັດຢ່າງມາໃຫ້ໃນ package ການຕິດຕັ້ງແທນທີ່ຈະມີພຽງ WLM ຢ່າງດຽວຄືແຕ່ກ່ອນ. ວິທີການຕິດຕັ້ງແບບເບົາ ໆ ແມ່ນດາວໂຫຼດໄຟລ໌ຂອງ WLM ເວີຊັນທີ່ຕ້ອງການມາຈາກ Pank.org IM ເຊິ່ງໃນຕອນນີ້ເວີຊັນຫຼ້າສຸດແມ່ນ 14.0.8064.206 ກໍ່ເລືອກໂຫຼດ Windows Live Messenger 14.0.8064.206 (English) ມາ ມີຂະໜາດໄຟລ໌ພຽງ 24.9MB ເທົ່ານັ້ນ. ຫຼັງຈາກໂຫຼດມາຮຽບຮ້ອຍແລ້ວ ຫາກວ່າໃນຄອມພິວເຕີຂອງທ່ານຜູ້ອ່ານມີ WLM ເວີຊັນເກົ່າຢູ່ກ່ອນແລ້ວບໍ່ວ່າຈະເປັນເວີຊັນໃດ ໆ ກໍ່ຕາມ ໃຫ້ Uninstall ແປວ່າຖອນການຕິດຕັ້ງອອກກ່ອນ ກໍ່ເຮັດໄດ້ຫຼາຍວິທີເຊັ່ນ ໄປທີ່ [...]
More »Foxmarks ອອກເວີຊັນໃໝ່ 2.7.2 ຄວາມເດັ່ນຂອງເວີຊັນນີ້ແມ່ນລະບົບ TurboTags ເຊິ່ງຈະແນະນຳໃຫ້ຜູ້ໃຊ້ໄດ້ວ່າ ໜ້ານັ້ນ ໆ ທີ່ຈະ bookmark ເກັບໄວ້ ມີ tag ຫຍັງທີ່ກ່ຽວຂ້ອງແດ່ ໂດຍຈະດຶງຂໍ້ມູນມາຈາກຖານຂໍ້ມູນຂອງ Foxmarks ເອງ ເຊັ່ນຖ້າຈະ bookmark ເວັບ simplemachines.org ມັນກໍ່ຈະແນະນຳ tag ທີ່ກ່ຽວຂ້ອງໃຫ້ເອງໂດຍອັດຕະໂນມັດ (ຮູບປະກອບດ້ານລຸ່ມ) ຢ່າງໃດກໍ່ຕາມ Foxmarks ກໍ່ຍັງບໍ່ສາມາດແນະນຳ tag ເວັບອື່ນ ໆ ທີ່ບໍ່ຄ່ອຍມີຂໍ້ມູນໄດ້ (ເຊັ່ນ au8ust.org ເປັນຕົ້ນ) ແຕ່ກໍ່ເປັນຄວາມກ້າວໜ້າທີ່ດີ ສຳລັບທ່ານທີ່ຍັງບໍ່ຮູ້ Foxmarks ເປັນ Addon ສຳລັບ Firefox ໃຊ້ສຳລັບບັນທຶກ bookmark ຕ່າງ ໆ ທີ່ມີຢູ່ ແລ້ວອັບໂຫລດໄປໄວ້ໃນ server ຂອງ Foxmarks ໂດຍອັດຕະໂນມັດ ຊ່ວຍໃຫ້ເວລາໄປຫຼິ້ນຄອມພິວເຕີບ່ອນອື່ນແລ້ວສາມາດ Sync ຂໍ້ມູນ [...]
More »ດ້ວຍຄວາມບັງເອີນອັນເຈດຕະນາໄວ້ແລ້ວ ມີແຂກມາພັກຢູ່ຫ້ອງ ແລະເຂົາມີ Notebook ທີ່ໃຊ້ Windows XP SP1 ເຊິ່ງໂດຍທົ່ວໄປແລ້ວ ຈະບໍ່ຮອງຮັບການເຂົ້າລະຫັດແບບ WPA ຈະໃຊ້ໄດ້ສະເພາະ WEP ເທົ່ານັ້ນ ແຕ່ວ່າຢູ່ທີ່ຮ້ານພັດໃຊ້ລະບົບຮັກສາຄວາມປອດໄພເປັນ WPA-PSK (Wi-Fi Protected Access Pre-Shared Key) ຫາກໃຊ້ Windows XP SP1 ເຊື່ອມຕໍ່ຫາ Access Point ທີ່ເປີດລະບົບ WPA-PSK ແລ້ວ ກໍ່ຈະບໍ່ສາມາດເຊື່ອມຕໍ່ໄດ້ ລະບົບຈະສະແດງຂໍ້ຄວາມວ່າ ລະຫັດຜ່ານບໍ່ຖືກຕ້ອງ ເນື່ອງຈາກມັນເຂົ້າໃຈວ່າກຳລັງເຊື່ອມຕໍ່ໄປທີ່ Access Point ທີ່ໃຊ້ WEP ການແກ້ໄຂບັນຫານີ້ໃນເບື້ອງຕົ້ນກໍ່ຄິດວ່າ ຄົງຈະຕ້ອງໄດ້ອັບເກຣດໄປໃຊ້ Service Pack 2 ແຕ່ວ່າ ກໍ່ເປັນໄປໄດ້ຍາກ ເນື່ອງຈາກເປັນຄອມຂອງລູກຄ້າຫ້ອງພັກ ມັນກໍ່ເບິ່ງຄືຈະເປັນການຂີ່ຊ້າງຈັບຕັກກະແຕນເກີນໄປ ກໍ່ເລີຍຕ້ອງ Googling ຊອກຫາ Workaround ດ່ວນ ແລະໄດ້ຄວາມວ່າ ຕ້ອງລົງ [...]
More »Big Buck Bunny ເປັນຫນັງໃນໂຄງການ Open Movie ຂອງ Blender foundation ເຊິ່ງເປັນຜູ້ພັດທະນາ Blender — ໂປຣແກຣມສ້າງ 3D Model ຍອດນິຍົມໃນ Linux. ຫນັງດັງກ່າວນີ້ເປັນຄວາມຮ່ວມມືລະຫວ່າງທີມງານພັດທະນາໂປຣແກຣມ ແລະທີມງານອອກແບບມາເຮັດວຽກຮ່ວມກັນ ແລະ Big Buck Bunny ກໍ່ຍັງເປັນຜົນທີ່ສອງຮອງຈາກ Elephants dream ທີ່ສ້າງມາກ່ອນຫນ້ານີ້ ຫນັງສາມມິຕິ Big Buck Bunny ສາມາດດາວໂຫລດມາເບິ່ງໄດ້ຟຣີຈາກ ເວັບໄຊຂອງ Big Buck Bunny ທີ່ມາ – Ubuntuclub
More »