Archive for the ‘Ubuntu’ Category

Ubuntu 10.04 Countdown

ຈື່ໄດ້ວ່າ ຫາກໍ countdown ໃຫ້ Ubuntu 9.10 ບໍ່ທັນເທົ່າໃດ ບາດນີ້ກໍ countdown ໃຫ້ Ubuntu 10.04 (codename ແມ່ນ Lucid Lynx) ກັນແລ້ວ ຍັງອີກພຽງ 21 ມື້ເທົ່ານັ້ນ (ນັບຈາກມື້ທີ່ໂພສນີ້) ກໍນັບໄດ້ວ່າເປັນບາດກ້າວໃໝ່ຂອງ Ubuntu ທີ່ເຂົ້າສູ່ເລກ 10 ແລ້ວ ອີກບໍ່ດົນເທົ່ານັ້ນ!! ແນ່ນອນວ່າ ທ່ານສາມາດດາວໂຫລດ Beta ຂອງ Ubuntu 10.04 ໄປທົດລອງໃຊ້ກ່ອນໂຕຈິງຈະອອກໄດ້ ໂດຍດາວໂຫລດໄດ້ຈາກ http://www.ubuntu.com/testing/lucid/beta1 ຫຼືຈະດາວໂຫລດ Ubuntu 9.10 ມາລອງໃຊ້ໄດ້ເຊັ່ນດຽວກັນທີ່ໜ້າດາວໂຫລດຂອງ Ubuntu.com

More »

Ubuntu 10.04 ມີ Theme ແລະ Logo ໃໝ່

ສຳລັບ Ubuntu 10.04 (ລະຫັດ Lucid Lynx) ທີ່ຈະມີກຳນົດການອອກມາໃນເດືອນໜ້ານັ້ນ ນອກຈາກຈະມີການປັບປຸງດ້ານຕ່າງໆ ບໍ່ວ່າຈະເປັນລະບົບຄວາມປອດໄພ ຫຼື ຄວາມສະຖຽນຂອງລະບົບແລ້ວ ກໍຍັງໄດ້ຮັບການອອກແບບ Logo, theme ແລະ boot splashໃໝ່ອີກນຳ. Logo ໃໝ່ GTK theme ໃໝ່ ສ່ວນ boot splash ແລະລາຍລະອຽດອື່ນໆ ນັ້ນ ສາມາດເບິ່ງໄດ້ຈາກເວັບໄຊ Wiki ຂອງ Ubuntu

More »

Ubuntu 9.10 “Karmic Koala”

ຮູ້ສຶກວ່າຈະອອກມາໄດ້ສອງມື້ແລ້ວ ຫາກໍມີເວລາມາຂຽນ .. Ubuntu 9.10 ຫຼືທີ່ຮູ້ກັນໃນລະຫັດ “Karmic Koala” ນັ້ນ ຕອນນີ້ກໍອອກມາໃຫ້ດາວໂຫຼດກັນເປັນທີ່ຮຽບຮ້ອຍແລ້ວ ສາມາດດາວໂຫຼດໄດ້ຜ່ານໜ້າດາວໂຫຼດຂອງ Ubuntu.com ເຊິ່ງກໍມີຄົບຊຸດທັງ Ubuntu, Kubuntu, etc.. ສຳລັບລາຍລະອຽດຂອງເວີຊັນໃໝ່ນີ້ ເບິ່ງໄດ້ໃນ http://www.ubuntu.com/products/whatisubuntu/910features ອີກຂ່າວນຶ່ງຄື ທາງ Canonical ເຊິ່ງເປັນຜູ່ພັດທະນາ Ubuntu ນັ້ນ ຕອນນີ້ປະກາດວ່າ ຕໍ່ໄປຈະບໍ່ມີ ShipIt ສຳລັບການຈັດສົ່ງແຜ່ນຊີດີ Ubuntu ຟຣີອີກຕໍ່ໄປແລ້ວ ເນື່ອງຈາກເສຍຄ່າໃຊ້ຈ່າຍເປັນຈຳນວນຫຼາຍໃນແຕ່ລະປີ. ຢ່າງໃດກໍຕາມ ທາງ Canonical ກໍຍັງຈະແຍກຊີດີຟຣີໃຫ້ກັບຜູ່ໃຊ້ໃໝ່ (ທີ່ມີ account ໃໝ່) ແລະທີມງານ LoCo ຢູ່. ທີ່ມາ – Ubuntu.com, Blognone

More »

Ubuntu 8.04.2 LTS

ເວັ້ນໄລຍະຫ່າງພໍສົມຄວນຈາກ 8.04 ຈົນມາຮອດ 8.04.2 ເຊິ່ງເປັນລຸ້ນ maintenance update ລຸ້ນທີ່ສອງຂອງ Ubuntu. ໃນເວີຊັນນີ້ຈະຮິບໂຮຍອັບເດດທັງໝົດທີ່ຜ່ານມາກວ່າ 200 ຈຸດ ໃນນັ້ນມີອັບເດດລະບົບຄວາມປອດໄພ ແລະ bugs ຮ້າຍແຮງນຳ ເພື່ອເພີ່ມປະສິດທິພາບໃຫ້ກັບ Ubuntu. ດາວໂຫຼດໃໝ່ໄດ້ຈາກເວບໄຊຂອງ Ubuntu ເອງ ຫຼືອັບເດດຜ່ານລະບົບທີ່ໃຊ້ຢູ່ ລາຍລະອຽດເພີ່ມເຕີມກ່ຽວກັບເວີຊັນນີ້ ຕິດຕາມໄດ້ໃນ mailing list

More »