Archive for the ‘OpenSource’ Category

ຕິດຕັ້ງ Font ໃນ Windows ຢ່າງເທບ

ທຳມະດາແລ້ວໃນລະບົບປະຕິບັດການ Windows ນັ້ນ ການຈະ ຕິດຕັ້ງຟອນ ຈະຕ້ອງໄດ້ເຂົ້າໄປໃນ Folder ຂອງ Fonts ແລ້ວກໍ່ຈັດການຕິດຕັ້ງຜ່ານຫນ້າຕ່າງນັ້ນ ແລະຫລາຍ ໆ ຄັ້ງມັນກໍ່ເປັນເລື່ອງທີ່ຫຍຸ້ງຍາກຫລາຍທີ່ຈະເຮັດຊ້ຳ ໆ ເມື່ອຕ້ອງການຕິດຕັ້ງຟອນໃນໂອກາດຫນຶ່ງ ມື້ນີ້ເລີຍມີໂປຣແກຣມນ້ອຍ ໆ ແຕ່ມີປະໂຫຍດຫລາຍມາແນະນຳ ClickFont ເປັນໂປຣແກຣມຊ່ວຍຕິດຕັ້ງຟອນໃນ Windows ແບບງ່າຍ ໆ ນອກຈາກມັນຈະສົ່ງໄຟລ໌ຟອນໄປຫາ C:\Windows\Fonts\ ແລ້ວ ກໍ່ຍັງຈັດການຂຽນຄ່າລົງໃນ Registry ເພື່ອຢືນຢັນການຕິດຕັ້ງໃຫ້ພ້ອມ ໂປຣແກຣມນີ້ເປັນ OpenSource ສາມາດໃຊ້ງານໄດ້ຟຣີ ຫຼືຈະດາວໂຫລດ Source code ໄປສຶກສາກໍ່ໄດ້ ດາວໂຫລດ

More »

FileZilla 3.1.0

ຫລັງຈາກທີ່ FileZilla ອອກເວີຊັນ 3.0.x ມາຫລາຍເດືອນ ຕອນນີ້ສາຍການພັດທະນາໃນເວີຊັນ 3.1.x ກໍ່ອອກມາແລ້ວ ເຊິ່ງໃນເວີຊັນນີ້ກໍ່ຍັງຄົງສືບຕໍ່ແກ້ໄຂຂໍ້ຜິດພາດຕ່າງ ໆ ຈາກເວີຊັນກ່ອນໃຫ້ດີຂຶ້ນ ສຳຫລັບທ່ານທີ່ຍັງບໍ່ຮູ້ FileZilla ເປັນໂປຣແກຣມປະເພດ FTP Client ທີ່ເປັນ OpenSource ທີ່ມີຄວາມສາມາດຮອບດ້ານ ຮອງຮັບທັງ FTP, FTPS ແລະ SFTP ມີໃຫ້ໃຊ້ທັງໃນ Windows ແລະ Linux OS ດາວໂຫລດ

More »

Firefox 3.0.1

ອອກ Firefox 3 ມາບໍ່ດົນ ກໍ່ມີ update ຕາມມາແລ້ວ ເນື່ອງດ້ວຍບັນຫາຈາກຄວາມປອດໄພໃຫຍ່ ໓ ຢ່າງ ທີ່ຈະເຮັດໃຫ້ Firefox ມີບັນຫາຫນັກ ຮວມເທິງໄດ້ແກ້ໄຂບັນຫາເລັກນ້ອຍຕ່າງ ໆ ທີ່ເວີຊັນເກົ່າອີກ ໙ ຢ່າງ ອ່ານລາຍລະອຽດໄດ້ໃນ Release notes ຜູ້ໃຊ້ Firefox 3 ຈະສາມາອັບເດດເປັນ 3.0.1 ໄດ້ຜ່ານເມນູ Help > Check for Updates ສ່ວນຜູ້ໃຊ້ທີ່ຍັງບໍ່ມີ Firefox ໃນລະບົບເທື່ອກໍ່ສາມາດດາວໂຫລດມາຕິດຕັ້ງໄດ້ຈາກ Link ດາວໂຫລດດ້ານລຸ່ມ ດາວໂຫລດ Firefox 3.0.1

More »

WINE 1.0 ອອກແລ້ວ

໑໕ ປີຂອງການພັດທະນາຍາວນານຕໍ່ເນື່ອງມາຈົນຮອດມື້ນີ້ Wine 1.0.0 ກໍ່ອອກມາຈົນໄດ້ ເຖິງວ່າເວີຊັນນີ້ຈະຂາດຫລາຍ ໆ ຢ່າງທີ່ເຄີຍວາງແຜນໄວ້ຕອນຕົ້ນ ແຕ່ມັນກໍ່ເປັນ Stable release ທຳອິດເທົ່າທີ່ມີມາເລີຍ ໃນເວີຊັນຕໍ່ໄປຄື Wine 1.2.0 ນັ້ນຈະອອກຕາມມາໃນອີກສອງສາມເດືອນຕໍ່ຫນ້າ ສ່ວນທາງ CodeWeavers ກໍ່ປະກາດອອກມາວ່າ CrossOver Office 7.0 ທັງສຳຫລັບ Linux ແລະ Mac ນັ້ນ ອອກແລ້ວ ເຊິ່ງຮອງຮັບ Photoshop CS/CS2 ລວມໄປເຖິງ Microsoft Office 2007 ນຳ ອ່ານລາຍລະອຽດເພີ່ມເຕີມແລະດາວໂຫລດໄດ້ທີ່ Wine HQ ທີ່ມາ – Phoronix

More »

Firefox ໓

ໃນທີ່ສຸດ ມັນກໍ່ມາຈົນໄດ້ Firefox 3 ໂປຣແກຣມທ່ອງເວັບໃຫມ່ຫລ້າສຸດຈາກ Mozilla ແລະໃນເວັບໄຊຂອງ Firefox ເອງກໍ່ຍັງມີການອັບເດດຫນ້າເວັບເປັນແບບໃຫມ່ນຳ ນອກຈາກນັ້ນ Extensions ແລະ Addons ຕ່າງ ໆ ກໍ່ເລີ່ມມີການອັບເດດໃຫ້ຮອງຮັບເວີຊັນຫລ້າສຸດຂອງ Firefox 3 ກັນແລ້ວ ໃນຂະນະທີ່ຂຽນຢູ່ນີ້ ມີຄົນດາວໂຫລດ Firefox 3 ໄປແລ້ວ 6,085,765 ເທື່ອ ສຳຫລັບປະເທດລາວແມ່ນ 105 ເທື່ອ ເຊິ່ງທາງ Mozilla ພະຍາຍາມຈະສ້າງສະຖິຕິໂປຣແກຣມທີ່ມີຄົນດາວໂຫລດຫລາຍທີ່ສຸດພາຍໃນເວລາ 24 ຊົ່ວໂມງ (ຕາມບລັອກກ່ອນຫນ້ານີ້ທີ່ຂຽນໄວ້) ຄວາມສາມາດໃຫມ່ ໆ ທີ່ເປັນຈຸດເດັ່ນໃນ Firefox 3 ກໍ່ມີ Smart Location Bar – ເຂົ້າເຖິງເວັບໄຊຕ່າງ ໆ ໄດ້ງ່າຍຂຶ້ນໂດຍ Location Bar ທີ່ປັບປຸງມາໃຫມ່ອ່ຽມ One-Click Bookmarking – ພຽງຄລິກດຽວກໍ່ຈັດເກັບຫນ້າເວັບເປັນ [...]

More »

Firefox 3 RC2

ອອກ Release Candidate ທີ່ສອງແລ້ວໃນສາຍການຜະລິດ Firefox 3 ເຊິ່ງໃນເວີຊັນນີ້ຈະເນັ້ນແກ້ໄຂ bugs ໃນ RC1 ເພື່ອເລັ່ງເປີດຕົວ Firefox 3 ໃນໄວ ໆ ນີ້ ດາວໂຫລດ ຫລັງຈາກທົດລອງໃຊ້ແລ້ວ ປະກົດວ່າ Addons ຕ່າງ ໆ ນັ້ນສາມາດໃຊ້ຮ່ວມກັບ Firefox 3 RC2 ໄດ້ຫລາຍຂຶ້ນ ອາດຈະເປັນເພາະວ່າມັນໃກ້ອອກແລ້ວ ທາງຜູ້ພັດທະນາ Addons ກໍ່ເລີຍຈັດການອັບເດດກັນຖ້ວນຫນ້າ

More »

Ophcrack Live CD Cracks Windows Passwords

ອັດເດດເປັນເວີຊັນ ໓ ແລ້ວ ເຮັດວຽກໄດ້ໄວຂຶ້ນ ປັບປຸງ UI ໃຫມ່ເລັກນ້ອຍ ແລະສາມາດໃຊ້ໄດ້ກັບ Windows Vista ທຸກເວີຊັນພ້ອມ ໂຫລດໄດ້ຈາກ Sourceforge ໄດ້ເລີຍ ດາວໂຫລດ

More »

phpBB 3.0.0 Gold ລະຫັດ Olympus ອອກແລ້ວ!

ຫລັງຈາກທີ່ມີ RC version ອອກມາຫລາຍຕໍ່ຫລາຍຄັ້ງ ຈົນມາຮອດ RC8 ນັ້ນ ກໍ່ນັບວ່າເປັນເວລາດົນພໍສົມຄວນ ແລະຈົນໃນທີ່ສຸດ ທາງທີມພັດທະນາກໍ່ໄດ້ອອກ phpBB3 ເວີຊັນສຸດທ້າຍອອກມາໃຫ້ໄດ້ໃຊ້ງານກັນແລ້ວ ໃນເວີຊັນນີ້ທາງຜູ້ພັດທະນາແນະນຳໃຫ້ຜູ້ໃຊ້ງານ phpBB ເວີຊັນເກົ່າທຳການອັບເກຣດໄປໃຊ້ phpBB3 ເນື່ອງຈາກມີການປັບປຸງຄວາມສາມາດລວມເຖິງຂໍ້ບົກພ່ອງດ້ານຄວາມປອດໄພໃຫຍ່ ໆ ຫລາຍຈຸດເຊັ່ນ [Fix] Cleaned usernames contain only single spaces, so “a_name” and “a__name” are treated as the same name (Bug #15634) [Fix] Check “able to disable word censor” option while applying word censor on text (Bug #15974) [Fix] [...]

More »

Android Demo

ມີດົນແລ້ວ ແຕ່ຫາກໍ່ເຄີຍເບິ່ງ 555 ເປັນວີດິໂອສາທິດຄວາມສາມາດຂອງ Android ເຊິ່ງເປັນທັງ OS ແລະເປັນທັງ Mobile platform ທີ່ພັດທະນາໂດຍ Google ເບິ່ງແລ້ວມີຄວາມສາມາດອັນລົ້ນເຫລືອເລີຍ ຕອນທ້າຍຂອງວີດິໂອເພິ່ນຍັງເຊີນຊວນໃຫ້ຮ່ວມກັນພັດທະນາ Application ເທິງລະບົບ Android ເພື່ອຊິງລາງວັນກວ່າ $10,000,000 ອີກນຳ! [youtube 1FJHYqE0RDg] ຕ້ອງຂໍຂອບໃຈທ່ານ S!aN ທີ່ແນະນຳມາ

More »

Mozilla Firefox v2.0.0.11

ປະມານສີ່ຫ້າມື້ກ່ອນອອກ 2.0.0.9 ເຊິ່ງເປັນການອັບເດດລະບົບຮັກສາຄວາມປອດໄພ​ 3 ຈຸດ ແລະຕອນນີ້ກໍ່ອອກເວີຊັນ 2.0.0.11 ເພື່ອແກ້ໄຂບັ໊ກບາງຢ່າງທີ່ເຮັດໃຫ້ extensions ແລະເວັບໄຊຕ໌ບາງເວັບບໍ່ສາມາດໃຊ້ງານໄດ້ໃນເວີຊັນກ່ອນຫນ້ານີ້ ທ່ານທີ່ໃຊ້ Firefox ຢູ່ແລ້ວສາມາດອັບເດດໄດ້ໂດຍໄປທີ່ເມນູ Help > Check for Updates… ດາວໂຫລດ Windows | Mac | Linux

More »