Archive for the ‘OpenSource’ Category

Firefox 3.0.7

ອອກເວີຊັນໃໝ່ແກ້ໄຂ bugs ແລະລະບົບຄວາມປອດໄພຕໍ່ຈາກເວີຊັນກ່ອນໜ້ານີ້ ຮວມເຖິງແກ້ບັນຫາສຽງໃນເວີຊັນສຳລັບ Mac OS X ທີ່ລົງ Flashblock ອີກນຳ. ຂໍ້ມູນເພີ່ມເຕີມແບບລະອຽດ ສາມາດເບິ່ງໄດ້ຈາກ Bugzilla ແລ້ວກໍ່ອີກຢ່າງນຶ່ງ ເວີຊັນນີ້ມີ Localization build ເພີ່ມໃໝ່ ໓ ພາສາຄື Estonian, Kannada, ແລະ Telugu ສ່ວນພາສາລາວ .. ຍັງບໍ່ມີໃຜແປ -_-).. ຫາກມີ Firefox ຢູ່ແລ້ວ ສາມາດອັບເດດໂດຍການໄປທີ່ເມນູ Help > Update ຫຼືໂຫຼດມາໃໝ່ຈາກເວັບໄຊຂອງ Firefox

More »

Skype 2.0.0.72 ພາສາລາວ

ທຳອິດຂຽນໄວ້ໃນ *realme ແຕ່ຄຶດອອກວ່າທາງນອກນີ້ຮ້າງເຫລືອເກີນ ກໍ່ເລີຍກັອບມານຳ -*- ແປ SMF ຍັງບໍ່ທັນແລ້ວ ເກີດຢາກມາລອງແປ Skype ເວີຊັນ Linux ລອງເບິ່ງ ປະກົດໄດ້ດັ່ງພາບ .. ມີບັນຫາຢູ່ກໍ່ຄື Skype ບໍ່ຮອງຮັບພາສາລາວໂດຍກົງ ໜາຍຄວາມວ່າເຖິງຈະແປໄດ້ ແຕ່ກໍ່ຕ້ອງອາໄສອ້າງອິງຊື່ພາສາອື່ນ ເຊິ່ງໃນກໍລະນີນີ້ຄື Latvian ນັ້ນເອງ ອັນເປັນສາເຫດມາຈາກໂປຣແກຣມ Skype ເອງ ເຊິ່ງມີຄົນ (ເຂົ້າໃຈວ່າແມ່ນທີມງານ) ອະທິບາຍໄວ້ໃນນີ້ ການແປແມ່ນໃຊ້ Qt Linguist ໂດຍເອົາໄຟລ໌ພາສາຢູ່ໃນ /usr/share/skype/lang ມາແປ update: ໃຜຢາກລອງໃຊ້ກໍ່ໂຫລດ skype_20017_lao.zip ໄປລອງໄດ້ເລີຍ ວິທີຕິດຕັ້ງແມ່ນໂຫລດໄປແລ້ວແຕກໄຟລ໌ ຈາກນັ້ນຈະໄດ້ສອງໄຟລ໌ ໃຫ້ເອົາໄປທັບໄຟລ໌ເກົ່າໃນ /usr/share/skype/lang/ (ອາດຈະຕ້ອງໃຊ້ root) ແລ້ວກໍ່ເລືອກພາສາໃນ skype ຈາກນັ້ນ restart skype ກໍ່ເປັນອັນສິ້ນສຸດ

More »

DriverBackup!

DriverBackup! ເປັນໂປຣແກຣມສຳລັບສຳຮອງຂໍ້ມູນ Drivers ເພື່ອ restore ໄດ້ໃນພາຍຫຼັງໃນກໍລະນີທີ່ລົງ Windows ໃໝ່. ສາມາດເກັບຂໍ້ມູນ backup ໄວ້ໃນ CD ຫຼື DVD ກໍ່ໄດ້ ທີ່ສຳຄັນເປັນ OpenSource ສາມາດນຳໄປໃຊ້ໄດ້ຟຣີ ອ່ານລາຍລະອຽດເພີ່ມເຕີມແລະດາວໂຫລດໄດ້ທີ່ DriverBackup! Project Page

More »

CrossOver ແຈກຟຣີມື້ອື່ນມື້ດຽວເທົ່ານັ້ນ!

ຂ່າວດີສຳລັບຄົນໃຊ້ Linux ເມື່ອ CodeWeavers ປະກາດແຈກຟຣີໂປຣແກຣມ CrossOver Office ແລະ CrossOver Games ສຳລັບມື້ອື່ນມື້ດຽວເທົ່ານັ້ນ ເຊິ່ງທ່ານທີ່ດາວໂຫລດມື້ອື່ນນັ້ນ ຈະໄດ້ຮັບທັງ CrossOver Office ແລະ CrossOver Games ຂອງແທ້ ພ້ອມບໍລິການຫຼັງການຂາຍຟຣີ. ສຳລັບຂໍ້ມູນເພີ່ມເຕີມແມ່ນສາມາດອ່ານໄດ້ຈາກ Press Release. ທີ່ມາ – Phoronix CrossWeaver ເປັນຜູ້ພັດທະນາໂປຣແກຣມ CrossOver Office ແລະ CrossOver Games ທີ່ຊ່ວຍໃຫ້ຜູ້ໃຊ້ Linux ສາມາດຕິດຕັ້ງແລະໃຊ້ງານ ໂປຣແກຣມ ຫຼືເກມທີ່ອອກແບບມາສຳລັບ Windows ໃນ Linux ໄດ້ (ເຊັ່ນບາງຄົນອາດຕ້ອງການໃຊ້ Microsoft Office ຫຼືຫຼິ້ນເກມ Half-Life 2 ໃນ Linux).

More »

Countdown for Intrepid Ibex

ໝາຍໄວ້ ກັນລືມ ອີກບໍ່ດົນແລ້ວ

More »

OpenOffice 3.0 ອອກແລ້ວ

ກ່ອນໜ້ານີ້ສອງສາມມື້ມີໄຟລ໌ຂອງ OpenOffice 3.0 ອອກມາຕາມ FTP Mirror ຕ່າງ ໆ ແລ້ວ ແຕ່ຍັງບໍ່ມີການປະກາດຢ່າງເປັນທາງການຈົນຮອດມື້ນີ້ເອງ ກໍ່ມີປະກາດເປີດຕົວ OpenOffice 3.0 Final ຢ່າງເປັນທາງການ ໂດຍໃຊ້ເວລາບໍ່ທັນຮອດ 24 ຊົ່ວໂມງຫຼັງການເປີດຕົວກໍ່ປະກົດວ່າ ເວັບໄຊຢ່າງເປັນທາງການກໍ່ຄື OpenOffice.org ນັ້ນ ເກີດລົ້ມໄປ ທາງທີມງານໃຫ້ເຫດຜົນວ່າ ເກີດມີການດາວໂຫລດເວີຊັນໃໝ່ກັນຢ່າງໜັກ ຈົນເຮັດໃຫ້ເກີດບັນຫາເວັບລົ້ມດັ່ງກ່າວ ແຕ່ຢ່າງໃດກໍ່ຕາມທີມງານ OO.o ກຳລັງແກ້ໄຂຢູ່. ໃນເວີຊັນໃໝ່ຫຼ້າສຸດນີ້ ໄດ້ມີການປັບປຸງຄັ້ງໃຫຍ່ດັ່ງນີ້: Mac OS X ທີ່ບໍ່ຈຳເປັນຕ້ອງໃຊ້ຜ່ານ X11 ອີກຕໍ່ໄປແລ້ວ ຮອງຮັບມາດຕະຖານ ODF 1.2 ເພີ່ມ Microsoft Office 2007 import filters ປັບປຸງລະບົບ chart ປັບປຸງລະບົບ XML ແລະອື່ນ ໆ ສຳລັບລາຍລະອຽດເຕັມ ໆ ສາມາດອ່ານໄດ້ຈາກ Release [...]

More »

GIMP 2.6 ມາແລ້ວ

GIMP (GNU Image Manipulation Program) ໂປຣແກຣມແຕ່ງພາບແບບ Open Source ອອກເວີຊັນໃໝ່ຮຽບຮ້ອຍແລ້ວ UI ຫຼັກບໍ່ປ່ຽນແປງໄປຫຼາຍປານໃດ ແຕ່ພາຍໃນມີການປ່ຽນແປງພໍສົມຄວນ ທີ່ເດັ່ນ ໆ ກໍ່ຄືໃຊ້ Cairo ໃນການແຕ້ມເສັ້ນຕ່າງ ໆ ໄດ້ເຮັດໃຫ້ພາບອອກມານຽນຂຶ້ນຫຼາຍກວ່າເກົ່າ ແລະມີ Free Select ພ້ອມ Brush ມາໃນເວີຊັນ 2.6 ນີ້ແລ້ວ ທີ່ສຳຄັນໃນ GIMP ເວີຊັນ 2.6 ໄດ້ໃຊ້ GEGL ເຊິ່ງເປັນ graph based image processing framework ທີ່ຊ່ວຍໃຫ້ພາບອອກມາດີກວ່າເກົ່າຫຼາຍ ສຳລັບຜູ້ໃຊ້ Linux ສາມາດຖ້າໂຫລດເອົາຈາກ package ໄດ້ ສ່ວນຜູ້ໃຊ້ Windows ສາມາດໂຫລດໄດ້ຈາກ link ນີ້ເລີຍ ລາຍລະອຽດເພີ່ມເຕີມ

More »

OpenOffice 3.0 RC1

ໃຊ້ເວລາດົນພໍສົມຄວນກວ່າຈະອອກ Release Candidate version ມາໃຫ້ທົດລອງໃຊ້ ເຊິ່ງກໍ່ມີການພັດທະນາໄປຫຼາຍພໍສົມຄວນເມື່ອ ທຽບກັບສາຍການພັດທະນາໃນເວີຊັນ 2.x ແຕ່ຢ່າງໃດກໍ່ຕາມ OpenOffice 3.0 Final ນັ້ນ ຍັງບໍ່ໄດ້ມີກຳນົດການແລ້ວເສັດເທື່ອ ອາດຈະໃຊ້ເວລາໄປຈົນຮອດຕົ້ນປີໜ້າກໍ່ເປັນໄດ້. ສຳລັບທ່ານທີ່ສົນໃຈທົດລອງ RC1 ສາມາດເລືອກດາວໂຫລດໄດ້ຕາມຕ້ອງການ.

More »

Firefox 3.1 Alpha 2

Firefox 3.1 Alpha 2 ຫຼືທີ່ເອີ້ນກັນໃນລະຫັດການພັດທະນາວ່າ “Shiretoko Alpha 2” ນັ້ນຖືກປ່ອຍອອກມາໃຫ້ດາວໂຫລດ ໄປທົດລອງໃຊ້ກັນແລ້ວ ໂດຍໃຊ້ Gecko 1.9.1 ແລະຮອງຮັບຄວາມສາມາດໃໝ່ ໆ ເຊັ່ນ: HTML 5 <video> element web worker threads drag n drop ຂ້າມໜ້າຕ່າງ Aero “Glass” ໃນ XUL CSS 2.1 properties: ::before and ::after, and white-space:pre-line CSS 3 properties: -moz-border-image, word-wrap: break-word, text-shadow, box-shadow and column-rule ອ່ານເພີ່ມເຕີມ ຫຼືດາວໂຫລດໄດ້ຈາກເວັບໄຊຂອງ Mozilla

More »

Joomla.org hacked

ວັນທີ່ ໑໔ ສິງຫາ ໒໕໕໑ ເວລາປະມານ ໙ ໂມງ ໕໕ ນາທີ ມີຂ່າວວ່າ Joomla.org ຖືກ Hack ເປັນທີ່ຮຽບຮ້ອຍ… ແລະອີກປະມານ ໓໕ ນາທີຕໍ່ມາ ກໍ່ກັບມາພ້ອມຫນ້າເວັບໃຫມ່ ເຊິ່ງໃນລະຫວ່າງນັ້ນກໍ່ຂຶ້ນຂໍ້ຄວາມ “be right back.” ມາໃຫ້ເບິ່ງແທນ

More »