Firmware v40 ສຳລັບ Nokia 5800 ມາແລ້ວ
ມີຂ່າວມາດົນແລ້ວວ່າ Nokia ຈະອອກ Firmware ລຸ້ນ 40 ສຳລັບມືຖື Nokia 5800 ແຕ່ກໍບໍ່ອອກຈັກເທື່ອ ຖ້າແລ້ວຖ້າອີກ ຈົນໃນທີ່ສຸດ ມັນກໍມາແທ້ໆ. Firmware ໂຕໃໝ່ນີ້ ລຸ້ນເຕັມໆ ແມ່ນ v40.0.005 ເຊິ່ງມາພ້ອມກັບອັບເດດທີ່ໜ້າສົນໃຈ (ແຕ່ຄົນອື່ນມີກ່ອນແລ້ວ) ເຊັ່ນການເລື່ອນແບບ Kinetic (ແບບໃນ iPhone) ແລະໜ້າຈໍ Home screen ແບບໃໝ່ (ແຕ່ໃຊ້ໃນ 5530 ດົນແລ້ວ) .. ເວົ້າໄປແລ້ວກໍມີແຕ່ອັບເດດໃໝ່ທີ່ບໍ່ໃໝ່ປານໃດ ແຕ່ກໍດີກວ່າບໍ່ມີ ນອກຈາກສອງຢ່າງທາງເທິງແລ້ວ ກໍຍັງມີຄວາມສາມາດໃນການ rotate ອັດຕະໂນມັດຂອງແປ້ນພິມ, ແກ້ໄຂ bugs ຕ່າງໆ ແລະປັບປຸງປະສິດທິພາບໂດຍຮວມໃຫ້ດີຂຶ້ນ. ມີການຍ້າຍເອົາໂປຣແກຣມ Download ແລະ Update Application ອອກໄປແລ້ວແທນທີ່ດ້ວຍ Ovi Store ແລະ SW Update ແທນ. ໂປຣແກຣມ [...]
More »


