ຫຼັງຈາກທີ່ມີການຢືນຢັນຈາກ Microsoft ວ່າ Windows 7 ຈະມີກຳນົດການອອກພາຍໃນປີນີ້ນັ້ນ ຫຼ້າສຸດກໍມີລາຍລະອຽດຂອງລາຄາ Windows 7 ອອກມາແລ້ວ ເຊິ່ງມີທັງແບບ Upgrade ແລະ Retail.
ສຳລັບລາຄາ Retail ຫຼືລາຄາຂາຍທົ່ວໄປນັ້ນແບ່ງອອກເປັນ 3 ເວີຊັນຄື Home Premium ລາຄາ $199.99, Professional ລາຄາ $299.99 ແລະລຸ້ນ Ultimate ໃນລາຄາ $319.99. ໂດຍລາຄາເຫຼົ່ານີ້ ຖືກກວ່າຕອນທີ່ Microsoft ອອກ Windows Vista ໃໝ່ ໆ ອີກນຳ ສົງໄສຈະເປັນແຜນການຕະຫຼາດເພື່ອໃຫ້ຄົນອັບເກຣດໄປໃຊ້ 7 ຫຼາຍ ໆ.
ໃນສ່ວນຂອງການອັບເກຣດນັ້ນ ຈະສາມາດອັບເກຣດຈາກ Vista ໄປ 7 ເທົ່ານັ້ນ ຫາກທ່ານໃຊ້ XP ແລະຫວັງຈະອັບເກຣດໄປໃຊ້ Windows 7 ຈະຕ້ອງລົງໃໝ່ ຫຼືອັບເກຣດເປັນ Vista ກ່ອນທີ່ຈະອັບຕໍ່ໄປ 7.
ທີ່ມາ – Ars