Archive for the ‘Laos’ Category

IT Festa 2011

ໂຄງການພັດທະນາຊັບພະຍາກອນມະນຸດ ເພື່ອອຸດສາຫະກໍາການບໍລິການໄອທີ ຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ (ໂຄງການ ITSD) ພາຍໃຕ້ການຊ່ວຍເຫລືອ ຈາກອົງການຮ່ວມມືສາກົນຢີ່ປຸ່ນ (JICA), ຈະໄດ້ຈັດງານມະຫາກໍາທາງດ້ານໄອທີຂຶ້ນ ທີ່ພາກວິຊາວິສະວະກຳຄອມພິວເຕີ ແລະເທັກໂນໂລຢີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດ (ວິທະຍາເຂດໂສກປ່າຫລວງ) ມະຫາວິທະຍາໄລແຫ່ງຊາດລາວ ໃນວັນທີ 11-12 ເດືອນມີນາ ປີ 2011. ຈຸດປະສົງຫລັກ ຂອງງານຄັ້ງນີ້ ແມ່ນເພື່ອເປີດໂອກາດ ໃຫ້ເຍົາວະຊົນ-ຊາວໜຸ່ມໃຫ້ມີຄວາມຮູ້, ສ້າງໃຫ້ມີຄວາມສົນໃຈໃນການ ໃຊ້ໄອທີ ເຊິ່ງ ກໍາລັງເຂົ້າມາມີບົດບາດຫລາຍໆດ້ານ ໃນຊີວິດປະຈຳວັນ. ນັກຮຽນ-ນັກສຶກສາ ກໍຄືເຍົາວະຊົນ-ຊາວໜຸ່ມ ສາມາດ ເຂົ້າຮ່ວມການປະຊຸມສົນທະນາ, ຮັບຟັງການສຳມະນາ ແລະ ເບິ່ງການວາງສະແດງທາງດ້ານໄອທີ ແລະ ເທັກໂນໂລຢີທີ່ທັນສະໄໝ, ໂດຍການເຂົ້າຮ່ວມຟັງ ແລະ ເຂົ້າຮ່ວມ ສໍາມະນາ ແລະກິດຈະກໍາຕ່າງໆໄດ້ ໂດຍບໍ່ເສຍຄ່າເຂົ້າງານ. ລາຍລະອຽດເພີ່ມເຕີມຂອງງານ ສາມາດເບິ່ງໄດ້ຈາກ http://itsd.edu.la/IT_Festa/

More »

ພາສາລາວສຳລັບ Windows Vista ແລະ Office 2007

ພໍດີມີກະທູ້ສົນທະນາເລື່ອງ ພາສາລາວໃນຄອມພິວເຕີ ຢູ່ເວັບບອດຂອງສະມາຄົມລາວ ກໍເລີຍໄປຮ່ວມສົນທະນານຳ ແລະໄດ້ໄປຊອກໃນເວັບໄຊຂອງ Microsoft ຈຶ່ງພົບວ່າ ມີການອັບໂຫລດພາສາລາວສຳລັບ Windows Vista ພ້ອມດ້ວຍ Office 2007 ແຕ່ປີກາຍແລ້ວ ເຊິ່ງອັນທີ່ຈິງໂຄງການແປພາສາລາວໃນ Windows Vista ນັ້ນ ມີມາດົນແລ້ວ ຂ້າພະເຈົ້າໄດ້ຍິນເລື່ອງນີ້ຄັ້ງທຳອິດກໍເກືອບສອງປີກ່ອນ ແຕ່ກໍງຽບຫາຍໄປ ໄດ້ມາຮູ້ອີກຄັ້ງນຶ່ງ ຈຶ່ງດາວໂຫລດມາທົດສອບການໃຊ້ວຽກພ້ອມ ແຕ່ໃນຄັ້ງນີ້ເປັນການທົດສອບ Microsoft Office 2007 ເນື່ອງຈາກບໍ່ມີ Windows Vista ຕິດຕັ້ງຢູ່ແຖວນີ້. ຫຼັງຈາກດາວໂຫລດໄຟລ໌ພາສາລາວຂອງ Office 2007 ມາແລ້ວກໍຈັດການຕິດຕັ້ງຮຽບຮ້ອຍ ແລ້ວກໍໄປເລືອກພາສາລາວໃນ Microsoft Office Tools -> Microsoft Office 2007 Language Settings ເລືອກເປັນພາສາລາວ ແລ້ວກໍເຂົ້າໂປຣແກຣມ Word 2007 ເບິ່ງ. ກໍຈະເຫັນວ່າ ເມນູຕ່າງໆ ພາຍໃນໂປຣແກຣມນັ້ນ ເປັນພາສາລາວຮຽບຮ້ອຍແລ້ວ ເຊິ່ງຫາກລົງ [...]

More »

Lao ICT Expo 2010

ລາຍລະເອຽດເພີ່ມເຕີມ ອ່ານໄດ້ຈາກ http://lica.laopdr.org/ictexpo2010/

More »

ພັນລາວ.ຄອມ | Punlao.com

ຫລັງຈາກທີ່ກ່ອນຫນ້ານີ້ໄດ້ຂຽນກ່ຽວກັບໄວໄວນີ້ນັ້ນ ຕອນນີ້ກໍ່ມີຄວາມຄືບຫນ້າໄປແດ່ແລ້ວ ໂດຍມີການເປີດໂຕ ຢ່າງບໍ່ເປັນທາງການໄປໃນ ຊ່ວງຕົ້ນເດືອນທີ່ຜ່ານມາ ເຊິ່ງອັນທີ່ຈິງແລ້ວໂຄງການນີ້ ວາງແຜນມາຕັ້ງແຕ່ຕົ້ນປີ ຈົດໂດເມນປະໄວ້ ເຊົ່າ host ໄວ້ຖ້າ ແຕ່ຫາກໍ່ມີເວລາມາ ຈັດການໃຫ້ແລ້ວຫວ່າງຫລັງນີ້ ພັນລາວ.ຄອມ ເປັນເວັບໄຊຕ໌ຊຸມຊົນທີ່ເປີດໃຫ້ຜູ້ໃຊ້ງານ ສາມາດຮູ້ຈັກກັນຜ່ານທາງ “ໂປຣໄຟລ໌” ຂອງກັນແລະກັນໄດ້ ໂດຍເມື່ອເປັນສະມາຊິກແລ້ວ ຈະສາມາດຂຽນກ່ຽວກັບຕົວເອງ ເຊັ່ນ ຊື່, ອາຍຸ, ເພດ, ທີ່ຢູ່, ບ້ານເກີດ, ໂຮງຮຽນ, ຯລຯ ເປັນຕົ້ນ ເພື່ອສ້າງ Connection ເຊື່ອມຕໍ່ຫາກັນໄດ້ໂດຍມີຫົວຂໍ້ທີ່ໃກ້ຄຽງກັນ (ເຊັ່ນຕ້ອງການຈະຮູ້ຈັກກັບຄົນທີ່ຢູ່ແຂວງດຽວກັນ ຫຼືໂຮງຮຽນດຽວກັນ ຫຼືເກີດປີດຽວກັນ) ຈະວ່າໄປແລ້ວກໍ່ຄ້າຍ ໆ Facebook, Hi5, MySpace ແລະ Social Network ອື່ນ ໆ ທີ່ກຳລັງເປັນທີ່ນິຍົມໃນຂະນະນີ້ ຫາກແຕ່ວ່າ ພັນລາວ.ຄອມ ຈະມີຄົນລາວເກືອບທັງຫມົດ! ທ່ານສະບາຍໃຈໄດ້ວ່າ ສັງຄົມໃນພັນລາວ.ຄອມນັ້ນ ຈະມີແຕ່ຄົນບ້ານເກີດເມືອງນອນດຽວກັນເປັນສ່ວນໃຫຍ່ ກໍ່ຈະມີຄວາມຮູ້ສຶກສະບາຍໃຈກວ່າ ຄືເຮົາຢູ່ປະເທດຂອງເຮົາເອງ : [...]

More »

IT COM LAO 2007 #2

IT COM LAO Show 2007 ຄັ້ງທີ່ 1 ໄດ້ຈັດຂຶ້ນໃນໄລຍະວັນທີ 4-8 ເມສາ 2007 ທີ່ຜ່ານມາ ທີ່ ດອນຈັນ ພາເລດ ສ່ວນຄັ້ງທີ 2 ນັ້ນຈະໄດ້ຈັດຂຶ້ນໃນວັນທີ 14-18 ພະຈິກ 2007 ( 5 ວັນ ) ຕັ້ງແຕ່ເວລາ 10.00-21.00 ( 11 ຊົ່ວໂມງ ). ສະຖານທີ່: International Cooperation and Training Center ( Vientiane, Lao PDR ) ( ສະໂມສອນ ຫລັກ 5 ບ້ານໂພນພະເນົາ ວຽງຈັນ ) ຮ່ວມສະໜັບສະໜູນໂດຍ ກະຊວງວິທະຍາສາດ ເທັກໂນໂລຢີ ແລະ ສິ່ງແວດລ້ອມ ສປປ [...]

More »