ເຫັນລົງໃນ blognone
Category: Hi-Tech
Nokia Morph Concept
[youtube Zto6aTZM9t0]
ສຸດຍອດແຫ່ງນະວັດຕະກຳຍຸກອະນາຄົດ (ອັນແສນໄກ)
Cube World Fantasy
ນັກວິທະຍາສາດອິສລາເອວສ້າງຄຳພີ Bible ທີ່ນ້ອຍກວາປາຍເຂັມ
ນັກວິທະຍາສາດຈາກສະຖາບັນ Technion ໃນປະເທດອິສລາເອວໄດ້ປະກາດວ່າ ພວກເຂົາສາມາດບັນຈຸຄຳພີໄບເບີ້ນພາສາຮິບຣູ (Hebrew) ເຊິ່ງມີຈຳນວນທັງຫມົດ 308,428 ຄຳລົງໃນ Chip ເຊິ່ງມີຂະຫນາດນ້ອຍກວ່າປາຍເຂັມໄດ້ເປັນຜົນສຳເລັດ ໂດຍຜູ້ອຳນວຍການຂອງໂຄງການນີ້ອ້າງວ່າ ຄຳພີໄບເບີ້ນທີ່ນ້ອຍທີ່ສຸດໃນໂລກ The Guinness Book of World Records ນັ້ນ ຍັງໃຫຍ່ກວ່າໄບເບີ້ນຂອງພວກເຂົາເຖິງ 50 ເທົ່າ
ແລະໂຄງການຕໍ່ໄປຂອງນັກວິທະຍາສາດກຸ່ມນີ້ຄື ຖ່າຍພາບໄບເບີ້ນຂອງພວກເຂົາ ແລ້ວຂະຫຍາຍໃຫ້ໃຫຍ່ຂຶ້ນມາເປັນຂະຫນາດ 7×7 ແມັດ ເຊິ່ງຈະເຮັດໃຫ້ຄົນທົ່ວໄປສາມາດອ່ານໄບເບີ້ນໄດ້ທັງເຫຼັ້ມດ້ວຍຕາເປົ່າ!
Toshiba ກຽມວາງຕະຫລາດໂຮງງານໄຟຟ້າ Nuclear ຂະຫນາດນ້ອຍ
ໂຕຊິບາກຽມວາງຕະຫລາດໂຮງງານຜະລິດໄຟຟ້ານິເຄລຍ ທີ່ມີຂະຫນາດພຽງ 7×2 ແມັດເທົ່ານັ້ນ ໂດຍໂຮງງານໄຟຟ້ານີ້ຈະມີກຳລັງຜະລິດໄຟຟ້າປະມານ 200 ກິໂລວັດ ຫລາຍພໍສຳຫລັບຫມູ່ບ້ານຫ່າງໄກທັງຫມູ່ບ້ານ ທີ່ສຳຄັນຄືຕົ້ນທຶນຄ່າໄຟຟ້າຕໍ່ຫນ່ວຍນັ້ນຢູ່ທີ່ປະມານ 5 ເຊັນ ຫຼືປະມານ 550 ກີບເທົ່ານັ້ນ
ໂດຍໂຮງງານໄຟຟ້ານີ້ ອອກແບບມາຈາກຄວາມຮ່ວມມືລະຫວ່າງໂຕຊິບາ ແລະ ສະຖາບັນວິໄຈພະລັງງານໄຟຟ້າຂອງຍີ່ປຸ່ນ ຈະວາງຕະຫລາດໃນຊື່ Toshiba 4S (Super Safe, Small, and Simple)
ໂຮງງານໄຟຟ້າແບບໃຫມ່ນີ້ ບໍ່ຕ້ອງການແທ່ງຄວບຄຸມ ການເກີດປະຕິກິລິຍານິວເຄລຍ ສ່ວນສານຕັ້ງຕົ້ນນັ້ນແມ່ນ Lithium-6 ທີ່ສາມາດບັນຈຸໄວ້ ໃນໂຮງງານໄຟຟ້າ ເພື່ອຜະລິດໄຟຟ້າຢ່າງຕໍ່ເນື່ອງເຖິງ 40 ປີ
ທາງໂຕຊິບາມີແຜນ ຈະຕິດຕັ້ງໂຮງງານທຳອິດທີ່ໃຊ້ Toshiba S4 ນີ້ປະມານປີ 2008 ແລະເປັນໄປໄດ້ ທີ່ຈະເຂົ້າຕະຫລາດອະເມລິກາແລະຢູໂຣບໃນຊ່ວງປີ 2009
ທີ່ມາ – Blognone [lew], Next Energy News
Seam Carving for Content-Aware Image Resizing
ເປັນເທັກໂນໂລຢີໃນການຫຍໍ້-ຂະຫຍາຍພາບຕ່າງ ໆ ໂດຍຖືເອົາບໍລິບົດຂອງພາບນັ້ນ ໆ ເປັນສຳຄັນ ສ່ວນໃດທີ່ສຳຄັນຈະຖືກຄົງໄວ້ ແລະສ່ວນທີ່ບໍ່ສຳຄັນຈະຖືກຕັດອອກໄປ –ເບິ່ງວີດິໂອສາທິດແລ້ວຈະເຂົ້າໃຈ
[youtube vIFCV2spKtg]
[via Blognone]
iChair | ໂຊຟາສຳຫລັບຄົນຮັກສຽງເພງ
iChair ໂຊຟາສຳຫລັບນັ່ງພັກຜ່ອນ ຕິດລຳໂພງ ໒ ໂຕ ໃນລະບົບໃກ້ຫູ ພ້ອມລຳໂພງ Sub-woofer ທີ່ຢູ່ໃຕ້ທີ່ນັ່ງ, ທາງຂວາມືມີຊ່ອງສຳຫລັບໃສ່ເຄື່ອງຫລິ້ນເພງ iPod ພ້ອມແຜງຄວບຄຸມລະດັບສຽງ, ມີ Audio jack ໃຫ້ເຊື່ອມຕໍ່ກັບເຄື່ອງຫລິ້ນ Multimedia ອື່ນໆ. ໂຊຟານີ້ມີຂະຫນາດ ໓໔ x ໒໙ x ໔໐ ນິ້ວ ໂຄງສ້າງເຮັດຈາກໄມ້ຢ່າງດີ ມີຮູບຊົງທັນສະໄຫມ ມີໃຫ້ເລືອກ ໔ ສີ (ສີດຳ, ສີຂຽວ, ສີຟ້າອ່ອນ ແລະສີຟ້າເຂັ້ມ)
ລາຍລະອຽດເພີ່ມເຕີມ: PBteen Shop
ທີ່ມາ – Siamphone.com