Archive for the ‘Google’ Category

Widescreen YouTube

YouTube ຜູ້ໃຫ້ບໍລິການອັບໂຫຼດວິດີໂອລາຍໃຫຍ່ທີ່ສຸດໃນໂລກໄດ້ປະກາດເພີ່ມຂະໜາດ ຂອງວິດີໂອໃຫ້ສູງຂຶ້ນ ແລະນຳໃຊ້ອັດຕາສ່ວນພາບແບບກວ້າງຂຶ້ນເທົ່າລະດັບ WideScreen. ຄວາມລະອຽດໃໝ່ທີ່ຮອງຮັບນັ້ນສູງເຖິງ 960px ແລະສາມາດໃຊ້ອັດຕາສ່ວນພາບແບບ Widescreen ໄດ້ພ້ອມ. ສ່ວນຫາງສຽງທີ່ຕິດຕາມມານັ້ນກໍ່ເປັນໄປຕາມຄວາມຄາດໝາຍ — ເມື່ອມີສິ່ງໃໝ່ເກີດຂຶ້ນ ຈະມີການຕໍ່ຕ້ານຂຶ້ນມາ ອ່ານຕໍ່ໄດ້ໃນ YouTube Blog

More »

Google ອອກ Themes ສຳລັບ Gmail

ຜູ້ໃຊ້ Gmail ໃນໄລຍະສອງສາມມື້ທີ່ຜ່ານມາອາດຈະພົບວ່າ ມີຄວາມສາມາດໃໝ່ທີ່ເພີ່ມເຂົ້າມາໃນ Gmail ນັ້ນກໍ່ຄື “Themes” ເຊິ່ງເປັນສີສັນໜ້າຕາຂອງໜ້າຈໍ Gmail ເຊິ່ງມີໃຫ້ເລືອກໄດ້ຫຼາຍເຖິງ ໓໑ ແບບໃນຂະນະທີ່ຂຽນຢູ່ນີ້. ນອກຈາກຈະປ່ຽນໜ້າຕາມປົກກະຕິແລ້ວ ຍັງສາມາດເລືອກໄດ້ວ່າ ຈະໃຫ້ປ່ຽນເອງໂອຍອັດຕະໂນມັດຂຶ້ນກັບສະຖານທີ່, ສະພາບອາກາດ ແລະເວລາອີກນຳ (ມີບ່ອນໃຫ້ເລືອກປະເທດ). Themes ສ່ວນຫຼາຍແມ່ນທີມງານຂອງ Google ເອງເປັນຝ່າຍອອກແບບ ນອກຈາກນັ້ນແມ່ນນັກອອກແບບພາຍນອກທີ່ຈ້າງມາຕ່າງຫາກ ເຊິ່ງໄດ້ເຂົ້າມາອອກແບບ Phantasea Renewal, Summer Ocean ແລະ Cherry Blossom. ທີ່ມາ – Gmail

More »

Google Earth for iPhone

ເຖິງວ່າ Google ຈະມີ Adriod ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າຈະຊັງນ້ຳໜ້າ Apple ຈົນເກີນໄປ ຫຼ້າສຸດນີ້ Google ອອກໂປຣແກຣມແຜນທີ່ສາມມິຕິ Google Earth ສຳລັບມືຖື iPhone ເປັນທີ່ຮຽບຮ້ອຍແລ້ວ. ລາຍລະອຽດສາລະສຳຄັນຂອງ Google Earth ເວີຊັນ iPhone ນັ້ນ ຂ້ອນຂ້າງຈະຄ້າຍກັບ Desktop ຢູ່ໂດຍທົ່ວໄປ ຍົກເວັ້ນການດຶງຄວາມສາມາດໃນສ່ວນຂອງ Multi-Touch ໃນ iPhone ມາເປັນປັດໃຈບວກໃຫ້ Navigation ຂອງໂປຣແກຣມ. ນອກຈາກນັ້ນ ຍັງມີການສະແດງຂໍ້ມູນຮູບພາບ ແລະລາຍລະອຽດຂອງສະຖານທີ່ໂດຍໃຊ້ Wikipedia ຮວມເຖິງຄວາມສາມາດໃນການູຊອກຫາຕຳແໜ່ງ ຜ່ານ GPS, ເຄືອຂ່າຍ WiFi ແລະຕຶກສົ່ງສັນຍານມືຖືຕ່າງ ໆ ອີກນຳ.

More »

Emoticons ໃໝ່ໃນ Gmail

ມາຕອນໃດບໍ່ຮູ້ ຮູ້ແຕ່ຕອນນີ້ໃນ Gmail ມີ Emoticons ແບບໃໝ່ໃຫ້ໃຊ້ແລ້ວ ງາມອີ່ຫຼີ

More »

ມາແລ້ວ! Google Chrome

ມື້ວານນີ້ຂຽນຂ່າວປະໄວ້ ວ່າ Google ຈະອອກ Web Browser ຂອງຕົວເອງໃນມື້ນີ້ ແລະກໍ່ເປັນໄປຕາມນັ້ນ ບໍ່ຖືກພະຍາດເລື່ອນເຂົ້າແຊກແຊງຕ່າງຢ່າໃດ ເມື່ອເວລາປະມານ ໒ ໂມງເຊົ້າຂອງວັນທີ່ ໓ ກັນຍາ ໒໕໕໑ ທາງ Google ກໍ່ເປີດໜ້າດາວໂຫລດຂອງ Google Chrome ໃຫ້ຄົນທົ່ວໄປໄດ້ດາວໂຫລດໄປທົດລອງໃຊ້ໄດ້. ການທົດລອງໃຊ້ເບິ່ງກໍ່ພົບວ່າ ມີບັນຫາຢູ່ເລັກນ້ອຍ ແລະທົ່ວໄປ ເພາະວ່າ Chrome ໃຊ້ WebKit ເປັນ rendering engine ເລີຍເຮັດໃຫ້ບໍ່ລຶ້ງເຄີຍປານໃດ ເຖິງແມ່ນວ່າມັນຈະໄວກໍ່ຕາມ ຫາກແຕ່ພົບວ່າມີບັນຫາໃນການໃຊ້ພາສາລາວຢູ່ ເຊັ່ນ ເວລາພິມຄຳວ່າ “ເລີກ” ແລ້ວກົດ Backspace ເພື່ອລຶບນັ້ນ ເມື່ອລຶບ ກ ອອກໄປແລ້ວ ກົດ Backspace ອີກຄັ້ງໜຶ່ງເພື່ອລຶບສະຫຼະອີ ຈະພົບວ່າມັນຫາຍໄປໝົດເລີຍທັງຄຳ (ໝາຍຄວາມວ່າ ບໍ່ໄດ້ລຶບສະເພາະສະຫຼະອີ ແຕ່ລຶບໝົດ) ບໍ່ຄືໃນ Firefox ຫຼື IE ທີ່ສາມາດລຶບໄດ້ເທື່ອລະໂຕ [...]

More »

Google Chrome — Web browser ຈາກ Google!

ຫຼັງຈາກທີ່ເປັນຂ່າວມາດົນວ່າ Google ຈະສ້າງ Web browser ຫຼືໂປຣແກຣມທ່ອງເວັບຂຶ້ນມາດ້ວຍຕົວເອງ ແຕ່ທີ່ຜ່ານມາກໍ່ບໍ່ໄດ້ມີຫຼັກຖານຫຍັງ ຈົນມາຮອດຕອນນີ້ ທາງ Google ໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ ກຳລັງພັດທະນາ Google Chrome ຢູ່ ໂດຍຫຼັກແລ້ວ Google Chrome ຖືກອອກແບບມາໃໝ່ ບໍ່ຄືດັ່ງທີ່ Web browser ໃນປັດຈຸບັນ ໂດຍສະເພາະແມ່ນເລື່ອງລະບົບ multi-process ທີ່ຖືກນຳມາໃຊ້ໃນ Chrome ນີ້. ການເປີດ Tab ນັ້ນ ຈະຖືກແບ່ງອອກເປັນ process ສະເພາະຂອງໃຜມັນ ເມື່ອແຖບໃດມີບັນຫາ ກໍ່ສາມາດປິດແຖບນັ້ນ ເພື່ອປ້ອງກັນບໍ່ໃຫ້ລະບົບລົ້ມທັງໝົດພ້ອມ ໆ ກັນ (ເຊັ່ນໃນ IE ຫຼື Firefox ມັກເປັນ). ໃນສ່ວນຂອງການສະແດງຜົນແລ້ວ Chrome ໃຊ້ Webkit ເປັນ rendering engine (ແບບດຽວກັບທີ່ໃຊ້ໃນ Safari –Web browser [...]

More »

PageRank Updated!

ດົນແລ້ວທີ່ບໍ່ໄດ້ຂຽນກ່ຽວກັບ PageRank ຕັ້ງແຕ່ຮອບກ່ອນ ໆ ທີ່ມັນອັບເດດກໍ່ບໍ່ໄດ້ຂຽນອີກເລີຍ ແຕ່ວ່າ ເວັ້ນໄລຍະບໍ່ຮອດ 6 ເດືອນ ມັນກໍ່ອັບເດດອີກແລ້ວ ເຊິ່ງຖືວ່າໄວຫລາຍ ແລະອັນດັບຕ່າງ ໆ ກໍ່ມີການປ່ຽນແປງໂດຍສັງເຂບດັ່ງນີ້ ເບິ່ງເວັບໃນເຄືອກ່ອນ au8ust.org PR4 (0) ບໍ່ຫວັງວ່າມັນຈະຂຶ້ນໄວ ໆ ນີ້ ເພາະ PR5 ໄດ້ມາຍາກຫລາຍ *real me PR2 (-1) ອັນດັບຕົກ ອາດຈະເປັນຍ້ອນ Links ອອກຫລາຍເກີນ au8ust’s community PR3 (0) ຮັກສາອັນດັບໄດ້ເທົ່າເກົ່າ mydream PR0 (0) ບໍ່ຂຶ້ນຊ້ຳ ຫນ້າແປກ ສົງໄສໃຊ້ເວລາບໍ່ພໍ au8ust.spaces.live.com PR1 (-1) ອັນດັບຕົກ ເພາະ Link ເຂົ້າຫນ້ອຍລົງ au8ust.wordpress.com PR3 (0) ອານິສົງຈາກ WordPress.com [...]

More »

ເລື່ອງຂອງ Google AdWords

ທ່ານພະນົມສິນຖາມໃນ community ຂໍຍົກມາຕອບໃນຫນ້ານີ້ແທນ ເຜື່ອຈະເປັນປະໂຫຍດໃນກາລເບື້ອງໜ້າ ໃຜກໍ່ຕາມທີ່ໃສ່ google adsense ໄວ້ໃນເວັບໄຊຂອງຕົນ ເມື່ອມີຄົນ click ເຈົ້າຂອງເວັບ ຈະໄດ້ເງິນ ໃຜກໍ່ຕາມທີ່ລົງໂຄສະນາກັບ google adsense ໄວ້ໃນເວັບໄຊຂອງຜູ້ອຶ່ນ ເມື່ອມີຄົນ click ເຈົ້າໂຄສະນາ ຈະເສຍເງິນ ໄລຍະຫລັງນີ້ ໄດ້ເຫັນໂຄສະນາຂອງເວັບ ພັນລາວ ລົງໂຄສະນາກັບ google adsense ຈຶ່ງສົນໃຈຢາກຖາມ ວ່າ: 1 ລົງໂຄສະນາກັບ google adsense ເຮັດຄືແນວໃດ 2 ລົງໂຄສະນາກັບ google adsense ເສຍຄ່າ keyword ແນວໃດ 3 ມື້ຫນຶ່ງໆ ເສຍຄ່າ click ຫລາຍປານໃດ Quote ດ້ານເທິງມາຈາກກະທູ້ ເສຍຄ່າຄົນ click ໄປຫລາຍປານໃດ ຂອງທ່ານພະນົມສິນ ທີ່ສົນໃຈກ່ຽວກັບເລື່ອງ AdWords ບາດນີ້ເຮົາມາອ່ານຄຳຕອບກັນ

More »

Gmail Russian

[youtube WFDq95zHJIg] ທີ່ມາ -  (ລືມແລ້ວ ແຕ່ມາຈາກບລັອກຫນຶ່ງໃນ Exteen.com)

More »

Google Zeitgeist 2007

ເມື່ອຮອດທ້າຍປີໃດ Google ກໍ່ຈະມີສະຫລຸບສະຖິຕິການຄົ້ນຫາມາໃຫ້ເບິ່ງກັນໃນຊື່ Google Zeitgeist (ຄຳວ່າ Zeitgeist ມາຈາກພາສາເຢຍລະມັນແປວ່າ Spirit of Time ໃນພາສາອັງກິດ) ເຊິ່ງໃນປີນີ້ກໍ່ເຊັ່ນກັນ Google Zeitgeist 2007 ໄດ້ສະແດງສະຖິຕິຂອງ Keyword ຄຳຄົ້ນຫາຕ່າງ ໆ ທີ່ມີຜູ້ໃຊ້ງານກັນຫລາຍທີ່ສຸດດັ່ງນີ້ ຄຳຄົ້ນຫາທີ່ມີຄົນໃຊ້ຫລາຍທີ່ສຸດໃນອະເມລິການຣຽງຕາມໄຕຣມາດ 

More »