Archive for the ‘Google’ Category

Google Chrome 4

ມາແບບງົງໆ ປານຕອນເປີດໂຕໃໝ່ໆ ເພາະ Google Chrome 4.0 ເວີຊັນ Stable ບໍ່ແມ່ນ Beta ນັ້ນອອກມາຮຽບຮ້ອຍແລ້ວ! ຈຸດພິເສດສຳຄັນໃນ Google Chrome 4 ກໍຄືຮອງຮັບລະບົບ Extension ຫຼືທີ່ Firefox ເອີ້ນວ່າ Addon ນັ້ນເອງ ເຊິ່ງນອກຈາກລະບົບ Extension ທີ່ຜູ່ໃຊ້ສາມາດດາວໂຫລດມາເພີ່ມເຕີມໄດ້ຢ່າງຫຼວງຫຼາຍແລ້ວ ກໍຍັງມີ Bookmark Sync ເຊິ່ງກໍຄ້າຍໆ ແບບ Xmarks ແຕ່ເປັນຂອງ Google ເອງ ແລະເຊື່ອມຕໍ່ກັບ account ຂອງ Google ອີກນຳ. ດ້ານຄວາມໄວນັ້ນ Chrome 4 ທົດສອບໂດຍການໃຊ້ Dromaeo DOM Core ປາກົດວ່າ ໄວກວ່າ Chrome ເວີຊັນທຳອິດທີ່ອອກມາຕັ້ງແຕ່ປີກາຍນີ້ເຖິງ 400% ແຕ່ມັນຈະໄວແທ້ຫຼືບໍ່ນັ້ນ ເຊີນມາຮ່ວມພິສູດກັນໄດ້ເລີຍ; ທ່ານສາມາດດາວໂຫລດ Google [...]

More »

Nexus One ມືຖືຈາກ Google

ໃນທີ່ສຸດ Google ກໍເປີດເຜີຍຂໍ້ມູນ Nexus One ມືຖືທີ່ Google ເຮັດອອກມາຂາຍເອງ ເຊິ່ງກໍສອງປີນັບຈາກທີ່ Google ເປີດໂຕ Android. ໂດຍຈຸດເດັ່ນຂອງມັນຄື ໜ້າຈໍໃຫຍ່ລະດັບ 3.7 ນິ້ວ ແບບ Widescreen ໃຊ້ເທັກໂນໂລຢີ OLED ໃຫ້ຄວາມສະຫວ່າງໃນອັດຕາສ່ວນເຖິງ 100,000:1 ເຊິ່ງເຮັດໃຫ້ສາມາດເບິ່ງເຫັນໄດ້ໃນບ່ອນທີ່ມີແສງແດດໄດ້ສະບາຍໆ ອີກທັງມີອັດຕາການຕອບສະໜອງທີ່ຕ່ຳພຽງ 1ms (ຕ່ຳກວ່າໜ້າຈໍ LCD ບາງລຸ້ນອີກ). Nexus One ຍັງມາພ້ອມກ້ອງ 5 ລ້ານ pixel ໃຊ້ LED flash ພ້ອມຖ່າຍວິດີໂອໄດ້ທີ່ຄວາມລະອຽດ 720×480 ທີ່ 20fps ຫຼືສູງກວ່ານັ້ນຫາກມີແສງພຽງພໍ. ລະບົບທີ່ຮອງຮັບກໍມີຕັ້ງແຕ່ GSM 850/900/1800/1900 ໄປຈົນຮອດ UMTS 2100/AWS/900 ແລະແນ່ນອນ Wi-Fi 802.11b/g/n ພ້ອມທັງ Bluetooth. ອີກຄວາມໂດດເດັ່ນຂອງ Nexus [...]

More »

Youtube Feather Beta

“Feather” ເປັນເທັກນິກທີ່ YouTube ໃຊ້ເພື່ອເພີ່ມປະສິດທິພາບໃນການດາວໂຫລດໜ້າເວັບໄຊຂອງ YouTube ເອງ ເພື່ອເຮັດໃຫ້ຄົນທີໃຊ້ເນັດຊ້ານັ້ນ ສາມາດຮັບຊົມວິດີໂອໄດ້ໄວຂຶ້ນ. ວິທີການກໍຄື ຫຼຸດສ່ວນປະກອບຂອງໜ້າຫຼາຍໆ ສ່ວນອອກໄປ ບໍ່ວ່າຈະເປັນສ່ວນຂອງຄຳເຫັນຕ່າງໆ ຫຼືຟອມສຳລັບ embed ວິດີໂອນຳ. ໃນຕອນນີ້ “Feather” ຍັງຢູ່ໃນຂັ້ນຕອນທົດສອບການນຳໃຊ້ ຫຼືໃນຊ່ວງ beta ຢູ່ ຫາກໃຜສົນໃຈຈະທົດສອບກໍເຂົ້າໄປລອງກັນໄດ້ທີໜ້າ Feather beta ຂອງ YouTube ໄດ້ເລີຍ. ທີ່ມາ – Ghacks.net

More »

Google DNS

ອອກມາໄດ້ໄລຍະນຶ່ງແລ້ວສຳລັບບໍລິການ Public DNS ຈາກ Google ເຊິ່ງຫາກໃຜເຄີຍໃຊ້ OpenDNS (ອ່ານໄດ້ໃນໂພສເກົ່າ) ກໍຈະພໍລຶ້ງເຄີຍກັນແດ່. Google Public DNS ເປັນບໍລິການຟຣີ DNS ສຳລັບຜູ່ຊົມໃຊ້ອິນເຕີເນັດທົ່ວໄປ ທີ່ທາງ Google ອ້າງວ່າຈະຊ່ວຍເພີ່ມຄວາມໄວໃນການດາວໂຫລດໜ້າເວັບຕ່າງໆ ໄດ້ເປັນຢ່າງດີ ເນື່ອງຈາກ Google ໂດຍປົກກະຕິຈະສົ່ງ spider bot ໄປເລາະຕາມເວັບໄຊຕ່າງໆ ຢູ່ແລ້ວ ຈຶ່ງມີລາຍລະອຽດຂອງ DNS ແລະ cache ຢູ່ເປັນຈຳນວນຫຼາຍ ເຮັດໃຫ້ສາມາດເອີ້ນມາໃຊ້ໄດ້ໄວຂຶ້ນ. ຢ່າງໃດກໍຕາມ Google DNS ຈະເກັບຂໍ້ມູນການເຂົ້າໃຊ້ເວັບໄຊຕ່າງໆ ຂອງຜູ່ຊົມໃຊ້ໄວ້ ແລະຈະລຶບ IP ທີ່ບັນທຶກໄວ້ນັ້ນອອກພາຍໃນ 48 ຊົ່ວໂມງ ເພື່ອເປັນການຮັກສາຄວາມເປັນສ່ວນຕົວຂອງທ່ານ. ຂໍ້ມູນທີ່ເກັບໄປນັ້ນ ໃຊ້ເພື່ອສ້າງສະຖິຕິຄວາມສົນໃຈໃນເວັບໄຊທີ່ຜູ່ໃຊ້ນິຍົມເຂົ້າເລື້ອຍໆ. ຂໍ້ແຕກຕ່າງຂອງ Google DNS ແລະ OpenDNS ໂດຍຫຼັກໆ ກໍຄື Google DNS ຈະມີເລກ [...]

More »

Google ຂາຍ ebooks

Google ກຽມແຜນເປີດຮ້ານຂາຍປື້ມອອນໄລ ເນັ້ນການຂາຍສົ່ງແລະຂາຍຍ່ອຍ ຢືນຢັນບໍ່ໄດ້ຄຶດເຮັດ ebook reader (ໃນຕອນນີ້) ເທື່ອ. Google ຜູ່ໃຫ້ບໍລິການຊອກຫາລາຍໃຫຍ່ອັນດັບນຶ່ງຂອງໂລກ ເປີດເຜີຍຂໍ້ມູນຫຼ້າສຸູດໃນການເປີດຂາຍ ebooks ໂດຍຮ່ວມມືກັບຜູ່ຈັດພິມລາຍຕ່າງ ເພື່ອຂາຍປື້ມແບບເອເລັກໂທຣນິກໃນສະບັບ Google Edition ເຊິ່ງລູກຄ້າທີ່ສົນໃຈ ສາມາດຊື້ ebooks ດັ່ງກ່າວນີ້ໄດ້ຜ່ານທາງ Amazon, Barnes & Noble ຫຼືເວັບໄຊອື່ນໆ ທີ່ສົນໃຈເຂົ້າຮ່ວມ. ທາງ Google ຍັງໄດ້ລະບຸວ່າ ຂໍ້ມູນຂອງ ebook ນັ້ນ ຕົນຈະເປັນຜູ່ host ແລະສາມາດຊອກຫາໄດ້ຜ່ານ Google. Tom Turvey ຕົວແທນຈາກ Google ໃຫ້ຂໍ້ມູນເພີ່ມເຕີມອີກວ່າ ຈະແບ່ງເປີເຊັນໃຫ້ສຳນັກພິມ 63% ແລະທີ່ເຫຼືອຈະເປັນຂອງ Google ໃນກໍລະນີຂາຍຍ່ອຍ ແຕ່ຫາກເປັນການຂາຍສົ່ງໃຫ້ກັບເວັບໄຊຕ່າງໆ ເພື່ອໄປຂາຍຕໍ່ເອງນັ້ນ ສຳນັກພິມຈະໄດ້ 45% ສ່ວນທີ່ເຫຼືອແມ່ນແບ່ງກັນລະຫວ່າງ Google ແລະເວັບໄຊທີ່ນຳປື້ມໄປຂາຍ. ຢ່າງໃດກໍຕາມຈະບໍ່ມີການຜະລິດອຸປະກອນ ebook [...]

More »

Google ເລີ່ມໂຄສະນາໃນ iPhone Map

ມີລາຍງານຜູ່ພົບເຫັນໂຄສະນາໃນໂປຣແກຣມແຜນທີ່ຂອງ iPhone ແລ້ວ ເຊິ່ງໂປຣແກຣມ Map ໃນ iPhone ນັ້ນ ໃຊ້ແຜນທີ່ຈາກ Google ແລະແນ່ນອນວ່າ ບໍ່ຊ້າກໍໄວຕ້ອງມີໂຄສະນາແນ່ນອນ. ສຳລັບການໂຄສະນາໃນ iPhone Map ນັ້ນທາງ Google ຍັງບໍ່ໄດ້ຖະແຫຼງການຢ່າງເປັນທາງການເທື່ອ ແຕ່ເນື້ອຫາການໂຄສະນາຈະເປັນລັກສະນະຈຸດໃນແຜນທີ່ ເມື່ອເວລາທີ່ຜູ່ໃຊ້ຊອກຫາສະຖານທີ່ ກໍຈະມີໂຄສະນາຂອງສະຖານທີ່ໃກ້ຄຽງກັນນັ້ນຂຶ້ນມາພ້ອມ. ມີຫຼາຍຄົນຕັ້ງຂໍ້ສັງເກດວ່ານີ້ອາດສິ່ງທີ່ Google ຈະໄດ້ເຮັດກ່ອນທີ່ Apple ຈະໃຊ້ລະບົບແຜນທີ່ຂອງຕົນເອງ (ເຊິ່ງໄດ້ມາຈາກການເຂົ້າຊື້ PlaceBase ໃນເດືອນກໍລະກົດທີ່ຜ່ານມາ). ທີ່ມາ – searchengineland.com

More »

YouTube 3D

YouTube ນຳສະເໜີຮູບແບບໃໝ່ຂອງວິດີໂອອອນໄລ (ທີ່ມີໃຊ້ກັນມາດົນແລ້ວ) ຜູ່ຊົມສາມາດເລືອກເບິ່ງວິດີໂອເປັນແບບສາມມິຕິໄດ້ ໂດຍອາໄສແວ່ນຕາສາມມິຕິ. ໂຕເລືອກສຳລັບການເບິ່ງວິດີໂອແບບສາມມິຕິນັ້ນ ມີຫຼາຍແບບໃຫ້ທົດລອງກັນ ເຊັ່ນແຍກສີ ຫຼືແຍກຈໍພາບ ເປັນຕົ້ນ. ຫາກໃຜມີແວ່ນຕາສາມມິຕິ ກໍສາມາດທົດລອງເບິ່ງກັນໄດ້ໃນ http://youtube.com/watch?v=9j-uRTsHC9k ຫຼືຖ້າຫາກບໍ່ມີແວ່ນຕາສາມມິຕິກໍລອງໃຊ້ໂຕເລືອກແບບ Focus Thru ເຮັດຕາແບບເວລາເບິ່ງພາບສາມມິຕິໃນປື້ມກໍໄດ້ຜົນເລັກນ້ອຍເຊັ່ນກັນ (ແຕ່ລະວັງຈະເຈັບຕາໄປກ່ອນ). ທີ່ມາ – googlesystem.blogspot.com

More »

ເມື່ອ Google ສ້າງ OS ເອງ

ວ່າຈະບໍ່ຂຽນລະ ແຕ່ບໍ່ຢາກດອງບລັອກໄວ້ດົນ ດຽວຊິສົ້ມກ່ອນການອັນຄວນ Google ເລີ່ມສາຍແວວເລື້ອຍ ໆ ວ່າຕ້ອງການຈະຄອບຄອງທຸກຕະຫຼາດ ໂດຍສະເພາະໃນຕອນຫຼັງທີ່ສ້າງ Web browser ຂຶ້ນມາເອງໃນຊື່ Chrome ຕອນນີ້ກໍມີແນວໃໝ່ອອກມາອີກແລ້ວນັ້ນຄື Google OS ລະບົບປະຕິບັດການຂອງ Google ພາຍໃຕ້ຊື່ Google Chrome Operating System! GCOS ນີ້ເປັນລະບົບປະຕິບັດການທີ່ທາງ Google ພັດທະນາຂຶ້ນມາສຳລັບໃຊ້ໃນກຸ່ມຕະຫຼາດຄອມພິວເຕີຂະໜາດ netbook ເປັນເປົ້າໝາຍຫຼັກ ເຊິ່ງຈຸດເດັ່ນຂອງມັນກໍມີຕັ້ງແຕ່ ເປັນ OpenSource, ມີຂະໜາດນ້ອຍ, ສາມາຣັນໄດ້ທັງ x86 ແລະ ARM CPU ເປັນຕົ້ນ. ຂໍ້ມູນທີ່ມີອອກມານັ້ນ ລະບຸວ່າ Google ຈະພ້ອມປ່ອຍ OS ຂອງຕົນໃນໄລຍະເຄິ່ງປີທຳອິດຂອງປີ 2010 ແຕ່ source code ຈະມີການປ່ອຍອອກມາໃນທ້າຍປີນີ້. ທີ່ມາ – googlesystem.blogspot.com

More »

Google Chrome ຕົວຈິງ ອອກແລ້ວ!

ຫຼັງຈາກທີ່ທາງ Google ໄດ້ປ່ອຍເວີຊັນ BETA ໃຫ້ທົດລອງກັນດົນພໍສົມຄວນ (ເວີຊັນ BETA ອອກມາທັງໝົດປະມານ ໑໕ ຄັ້ງ ບໍ່ນັບ Nightly build) ແລະໃນມື້ນີ້ ທາງທີມງານ Chrome ກໍ່ໄດ້ປະກາດຢ່າງເປັນທາງການເຖິງການເປີດຕົວ Google Chrome ລຸ້ນ Stable ເວີຊັນ 1.0 ອອກມາເປັນທີ່ຮຽບຮ້ອຍແລ້ວ (ເລກ Build ແມ່ນ 1.0.154.36) ໃນເວີຊັນນີ້ ແນ່ນອນວ່າ Chrome ຖືກປັບປຸງໄປໄກຫຼາຍແລ້ວນັບຕັ້ງແຕ່ອອກ BETA ທຳອິດມາໃນວັນທີ່ ໑ ເດືອນກັນຍາທີ່ຜ່ານມາ. ກ່າວໂດຍລວມແລ້ວ ປລັກອິນຕ່າງ ໆ ທີ່ໃຊ້ໃນ Chrome ຕອນນີ້ດີຂຶ້ນຫຼາຍ ໂດຍສະເພາະແມ່ນກ່ຽວກັບວິດີໂອ ສາມາດເບິ່ງໄດ້ຢ່າງຫຼື່ນໄຫຼບໍ່ສະດູດດັ່ງວັນວານ; V8 JavaScript engine ກໍ່ໄວຂຶ້ນຫຼາຍ; ລະບົບ Bookmarking ແລະ Privacy ທີ່ໄດ້ຮັບການປັບປຸງໃໝ່ ແລະອື່ນ ໆ. ໃນອະນາຄົດອັນໃກ້ນີ້ ທາງທີມງານໄດ້ມີແຜນຈະຮອງຮັບລະບົບພື້ນຖານອື່ນ [...]

More »

Widescreen YouTube

YouTube ຜູ້ໃຫ້ບໍລິການອັບໂຫຼດວິດີໂອລາຍໃຫຍ່ທີ່ສຸດໃນໂລກໄດ້ປະກາດເພີ່ມຂະໜາດ ຂອງວິດີໂອໃຫ້ສູງຂຶ້ນ ແລະນຳໃຊ້ອັດຕາສ່ວນພາບແບບກວ້າງຂຶ້ນເທົ່າລະດັບ WideScreen. ຄວາມລະອຽດໃໝ່ທີ່ຮອງຮັບນັ້ນສູງເຖິງ 960px ແລະສາມາດໃຊ້ອັດຕາສ່ວນພາບແບບ Widescreen ໄດ້ພ້ອມ. ສ່ວນຫາງສຽງທີ່ຕິດຕາມມານັ້ນກໍ່ເປັນໄປຕາມຄວາມຄາດໝາຍ — ເມື່ອມີສິ່ງໃໝ່ເກີດຂຶ້ນ ຈະມີການຕໍ່ຕ້ານຂຶ້ນມາ ອ່ານຕໍ່ໄດ້ໃນ YouTube Blog

More »