ຮູ້ສຶກວ່າຈະບໍ່ຄ່ອຍຂຽນຂ່າວແລ້ວ ຊ່ວງນີ້ຂຽນແຕ່ເລື່ອງກ່ຽວກັບໂປຣແກຣມຕ່າງ ໆ ແທນ ມື້ນີ້ມີໂປຣແກຣມນ້ອຍ ໆ ມານຳສະເຫນີອີກລະ ຊື່ໂປຣແກຣມວ່າ One Click App Killer ຄວາມສາມາດກໍ່ແບບດຽວກັບຊື່ເລີຍ ໃຊ້ໄວ້ປິດໂປຣແກຣມທີ່ບໍ່ຕ້ອງການ ອັນທີ່ຈິງຫາກວ່າຮູ້ວ່າມັນຣັນຈາກໄຟລ໌ໃດກໍ່ສາມາດສັ່ງ End task ໄດ້ໃນ Task Manager ເລີຍ ແຕ່ວ່າ ໃນກໍລະນີທີ່ບໍ່ຮູ້ ກໍ່ສາມາດໃຊ້ໂປຣແກຣມນີ້ລະ ຈັດການ Kill ໃຫ້ຈົບ ໆ ໄປໂດຍບໍ່ຕ້ອງເປີດ Task Manager ແລ້ວຊອກ Process ຂອງໂປຣແກຣມທີ່ມັນຄ້າງ ຫຼືທີ່ຕ້ອງການປິດ
ວິທີໃຊ້ກໍ່ງ່າຍ ໆ ພຽງເປີດໂປຣແກຣມມັນຂຶ້ນມາ ແລ້ວ cursor ຂອງເມົ້າກໍ່ຈະກາຍເປັນຮູບເປົ້າແທນ ກໍ່ຄລິກໃສ່ຫນ້າຕ່າງໂປຣແກຣມທີ່ຕ້ອງການຈະປິດ ແລ້ວມັນກໍ່ຈະປິດຂອງມັນເອງ
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ຊ່ວງນີ້ມີເວລາອ່ານ Feed ຫລາຍ ກໍ່ເລີຍໄດ້ພົບໂປຣແກຣມໃຫມ່ ໆ ຢູ່ຕະຫລອດ ແລະຫາເວລາຂຽນກ່ຽວກັບໂປຣແກຣມເຫລົ່ານັ້ນ ເຜື່ອຈະເປັນປະໂຫຍດຕໍ່ຜູ້ອ່ານ au8ust.org ທຸກຄົນ
ມື້ນີ້ມີໂປຣແກຣມ ສຳຫລັບການສ້າງລະຫັດຜ່ານ ມາແນະນຳ ໂດຍທົ່ວໄປແລ້ວ ການຕັ້ງລະຫັດຜ່ານນັ້ນ ບໍ່ຄວນໃຊ້ລະຫັດ ທີ່ມັນສາມາດຮູ້ໄດ້ໂດຍການ ຄາດຄະເນ ເຊັ່ນລະຫັດທີ່ເປັນ ຊື່ຕົວເອງ, ຊື່ແຟນ, ເບີໂທລະສັບ, ວັນເດືອນປີເກີດ ຫຼືເລກທະບຽນລົດ ເປັນຕົ້ນ ເພາະຈະສ່ຽງຕໍ່ການ ຖືກບຸກຄົນຜູ້ມີຄວາມຮູ້ ແຕ່ບໍ່ປະສົງດີນັ້ນ ກະທຳການ ອັນເປັນການ ລະເມີດໄດ້ ໃນກໍລະນີທີ່ສາມາດຮູ້ລະຫັດຜ່ານຂອງເຮົາ
ເມື່ອຮູ້ວ່າການຕັ້ງລະຫັດຜ່ານ ເປັນເລື່ອງທີ່ສຳຄັນແລ້ວ ຈະເຮັດແນວໃດ ທີ່ຈະເລືອກລະຫັດຜ່ານ ທີ່ດີໄດ້? ຄຳຖາມນີ້ເປັນທີ່ມີຂອງໂປຣແກຣມນີ້
xyzzy (ຊື່ໂປຣແກຣມ) ເປັນໂປຣແກຣມທີ່ ໄວ້ສ້າງລະຫັດໃຫ້ເຮົາເລືອກໃຊ້ໄດ້ ໃນກໍລະນີທີ່ຄິດບໍ່ອອກວ່າ ຈະຕັ້ງລະຫັດແນວໃດດີ ເຊິ່ງຕົວໂປຣແກຣມເອງກໍ່ສາມາດ ກຳຫນົດໄດ້ວ່າ ຈະໃຫ້ລະຫັດມີຄວາມຍາວເທົ່າໃດ ເລືອກໄດ້ຕັ້ງແຕ່ ໖ ເຖິງ ໒໘ ຕົວ ຫຼືຈະກຳຫນົດ Random ເອົາກໍ່ໄດ້ ຫຼືຈະໃຫ້ມີຕົວເລກນຳກໍ່ໄດ້ຄືກັນອີກ
ຄວາມພິເສດຂອງ xyzzy ກໍ່ຄື ລະຫັດຜ່ານທີ່ generated ອອກມານັ້ນ ສາມາດອ່ານອອກສຽງໄດ້ ກໍ່ເພື່ອຄວາມງ່າຍ ໃນການຈົດຈຳລະຫັດຜ່ານນັ້ນເອງ ໂປຣແກຣມນີ້ເປັນ freeware ສາມາດດາວໂຫລດໄປໃຊ້ໄດ້ຟຣີ
ທີ່ມາ - Hongkiat
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »

Find and Mount ເປັນໂປຣແກຣມກູ້ຂໍ້ມູນທີ່ສູນຫາຍໃນ Partition ຂອງ Harddisk ສາມາດໃຊ້ໄດ້ກັບ Windows 2000, XP ແລະ Windows Server 2003 ແຕ່ວ່າໂປຣແກຣມນີ້ມີແບບຟຣີ ກັບແບບເສຍເງິນ ແລະແນ່ນອນຖ້າເປັນແບບນີ້ກໍ່ຫມາຍຄວາມວ່າ ແບບຟຣີຕ້ອງມີຂໍ້ຈຳກັດບາງຢ່າງແນ່ນອນ ຢ່າງໃດກໍ່ຕາມສາມາດທົດລອງໂຫລດໄປໃຊ້ໄດ້ ເຜື່ອຊິກູ້ໄຟລ໌ຮູບພາບລັບທີ່ຫລົງລຶບໄປໄດ້
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »

Windows Se7en TransformationPack :
- Windows Se7en Visual Style
- Windows Se7en Start Menu
- Windows Se7en Styler TB
- Windows Se7en Pie Dock
- Windows Se7en Wallpapers
ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
ມື້ນີ້ມາແນະນຳໂປຣແກຣມນ້ອຍ ໆ ທີ່ມີປະໂຫຍດຫລາຍ ຊື່ວ່າໂປຣແກຣມ Dup Detector ຫນ້າທີ່ຂອງມັນຄື ຊອກຫາຮູບພາບຕ່າງ ໆ ໃນເຄື່ອງເຮົາທີ່ມັນຊ້ຳກັນ (ຮູບດຽວກັນແຕ່ຢູ່ຫລາຍບ່ອນ) ໂປຣແກຣມນີ້ ເຂົາ ແຈກຟຣີ

ຂຽນໂດຍ au8ust |
໑ ຄວາມຄິດເຫັນ »
ພໍດີຊ່ວງນີ້ຕ້ອງເຮັດເວັບໄຊໃຫ້ລູກຄ້າ ເຊິ່ງຕ້ອງເຮັດໃຫ້ຮອງຮັບ Cross Browser ຄືໃຊ້ໄດ້ໃນ Web Browser ສ່ວນໃຫຍ່ ກໍ່ຄື Firefox, Internet Explorer, Safari, Opera ເປັນຕົ້ນ ແຕ່ວ່າ ມັນກໍ່ມີຄວາມຫຍຸ້ງຍາກລຳບາກພໍສົມຄວນ ໂດຍສະເພາະແມ່ນ Internet Explorer (ຕໍ່ໄປນີ້ຈະຂຽນຫຍໍ້ວ່າ “IE”) ເພາະມັນມີຫລາຍເວີຊັນ ແລະໃນເວີຊັນເກົ່າກໍ່ມີ Bugs ຫລວງຫລາຍອີກ ກໍ່ເລີຍຕ້ອງໄປນຳແກ້ໄຂໃຫ້ແລ້ວ ເພາະວ່າຫຍັງ? ກໍ່ເພາະວ່າຄົນສ່ວນຫລາຍຍັງຄົງໃຊ້ IE ເວີຊັນເກົ່າ ເຊັ່ນ IE6 ເປັນຕົ້ນ
ໂດຍປົກກະຕິແລ້ວ ເຮົາຈະສາມາດໃຊ້ IE ໄດ້ພຽງເວີຊັນດຽວເທົ່ານັ້ນ ຫາກໃຊ້ IE6 ກໍ່ຈະມີແຕ່ IE6 ບໍ່ສາມາດໃຊ້ IE7 ໃນຂະນະທີ່ມີ IE6 ຫຼືເວີຊັນອື່ນ ໆ ນຳໄດ້ ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ມີຄົນພະຍາຍາມທີ່ຈະໃຫ້ IE ສາມາດຣັນໃນເວລາດຽວກັນໃນເຄື່ອງ ໆ ດຽວໄດ້ ເຊິ່ງຫນຶ່ງໃນຄວາມພະຍາຍາມເຫລົ່ານັ້ນກໍ່ມີ:
- IETester
- ໂປຣແກຣມນີ້ເປັນລະສະນະ Ribbon IE ແບບໃນ Office 2007 ສາມາດໃຊ້ໄດ້ຕັ້ງແຕ່ IE5.5, IE6, IE7 ແລະ IE8
- Multiple IE Installer - ໂຕນີ້ດີຫລາຍ ຕິດຕັ້ງແລ້ວສາມາດໃຊ້ໄດ້ຕັ້ງແຕ່ IE3.0 ຈົນຮອດ IE6 (ສ່ວນ IE7 ແລະສູງກວ່າແມ່ນຕິດຕັ້ງແຍກໄດ້ອງ)
ທີ່ “ໃຊ້ງ່າຍ” ທີ່ບອກວ່າໃຊ້ງ່າຍ ກໍ່ເພາະວ່າບໍ່ຕ້ອງໄດ້ໄປແກ້ໄຂໃນສ່ວນຂອງ Registry ຫຍັງຫລາຍ ມີແຕ່ຕິດຕັ້ງ ແລ້ວກໍ່ໃຊ້ໄດ້ເລີຍ ພຽງເທົ່ານີ້ ເຮົາກໍ່ສາມາດເປີດໃຊ້ງານ IE ຫລາຍ ໆ ເວີຊັນໃນເຄື່ອງດຽວໄດ້ແລ້ວ –ເຖິງແມ່ນວ່າບໍ່ອາດຈະໃຊ້ທຸກ features ໄດ້ກໍ່ຕາມ
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
Trillian™ ຍັງບໍ່ຕາຍ! (ຄິດວ່າຕາຍດົນແລ້ວ
) ຕອນນີ້ອອກເວີຊັນໃຫມ່ ເພີ່ມຄວາມໄວ ແກ້ໄຂບັ໊ກ ເພີ່ມລະບົບ Biography ເພີ່ມນັ້ນນີ້ຫລາຍຢ່າງ ຮອງຮັບ IRC ໄດ້ດີຂຶ້ນຫລາຍ ແລະເຜື່ອວ່າບາງຄົນອາດຈະບໍ່ຮູ້ຈັກ Trillian ເປັນໂປຣແກຣມ ສົນທະນາທີ່ຮອງຮັບທັງ AIM, ICQ, WLM, Yahoo! ແລະ IRC ແລ້ວກໍ່ ມີ skin ໃຫ້ໃຊ້ໄດ້ຫລາຍແບບ ສົນໃຈທົດລອງໃຊ້ ຄລິກລິງກ໌ລຸ່ມໂລດ
ດາວໂຫລດ
ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »
ພໍດີໃນ Twitter ມີຄົນແນະນຳມາ

Digsby ເປັນໂປຣແກຣມ IM ທີ່ລວມເອົາ IM + Email + Social Networking ສາມຢ່າງໄວ້ນຳກັນ ຄືມັນສາມາດເຊື່ອມຕໍ່ກັບ protocols ແບບ MSN, Yahoo!, Jabber, ICQ ແລະອື່ນ ໆ ເພື່ອລົມກັນໄດ້ຄ້າຍ ໆ Pidgin ແຕ່ວ່າມັນມີຈຸດເດັ່ນທີ່ຫນ້າຕາ ແລະການລວມເອົາໂຕກວດອີເມລ ກັບການເຊື່ອມຕໍ່ Social Network ມາໄວ້ນຳ (ຕອນນີ້ຮອງຮັບ Facebook, MySpace ແລະ Twitter)

ຂຽນໂດຍ au8ust |
ຍັງບໍ່ມີຜູ້ສະແດງຄວາມຄິດເຫັນ »