Archive for the ‘au8ust.org’ Category

AMD Catalyst 7.5 & Nvidia ForceWare 158.45 Beta (Vista)

Driver ໃຫມ່ສຳຫລັບຄົນທີ່ໃຊ້ AMD’s ATI Radeon graphics cards ແລະ NVIDIA’s GeForce 8 ເຊິ່ງໃນເວີຊັນໃຫມ່ນີ້ ຍັງຄົງເປັນການປັບປຸງໃຫ້ສາມາດໃຊ້ງານກັບ Windows Vista ເຊັ່ນເຄີຍ ລວມເຖິງການຮອງຮັບ DirectX10 ນຳ ດາວໂຫລດ: Catalyst: Windows Vista x86 | Windows Vista x64 | Windows XP x86 | Windows XP Pro x64 GeForce 8:  Windows Vista x86 | Windows Vista x64 ທີ່ມາ – The Tech Report, Neowin.net

More »

Firefox 2.0.0.4

Mozilla ອອກເວີຊັນໃຫມ່ຂອງ Firefox ທີ່ໄດ້ຮັບການແກ້ໄຂເລື່ອງ ລະບົບຄວາມປອດໄພຈາກເວີຊັນກ່ອນຫນ້ານີ້ ແລະຮອງຮັບການໃຊ້ງານທີ່ດີຂຶ້ນກັບ Windows Vista ລວມເຖິງໄດ້ເພີ່ມພາສາເຂົ້າມາອີກສອງພາສາ ໂດຍຜູ້ໃຊ້ສາມາດດາວໂຫລດມາຕິດຕັ້ງໄດ້ ຫຼືອາດຈະໃຊ້ Software Update ໃນ Firefox ໂດຍໄປທີ່ Help > Check for Update… ກໍ່ໄດ້ເຊັ່ນກັນ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Windows Live Messenger 8.5 BETA

ສຳຫລັບຄົນຢາກລອງຂອງໃຫມ່ກ່ອນໃຜອືນ ກໍ່ສາມາດດາວໂຫລດມາລອງໃຊ້ງານໄດ້ເລີຍ ເມື່ອທຳການຕິດຕັ້ງແລ້ວ ກໍ່ໃຫ້ເອົາໄຟລ໌ DLL ສອງໄຟລ໌ໄປໄວ້ໃນ C:\Program Files\Windows Live\Messenger ກໍ່ເປັນອັນຈົບພິທີ ແຕ່ວ່າເທົ່າທີ່ລອງໃຊ້ເບິ່ງ ຮູ້ສຶກວ່າມັນຈະ Error ເລື້ອຍ ໆ ແລະກໍ່ບໍ່ເຫັນວ່າຈະມີຫຍັງໃຫມ່ເລີຍ ນອກຈາກຫນ້າຕາທີ່ໃກ້ຄຽງກັບ Windows Vista ແລະມີການຍ້າຍປຸ່ມຕ່າງ ໆ ເລັກນ້ອຍ ທ່ານໃດທີ່ສົນໃຈສາມາດດາວໂຫລດໄດ້ຈາກທີ່ນີ້ Edit: ຕອນນີ້ Microsoft ໄດ້ປ່ອຍ Windows Live Messenger 8.5 BETA ອອກມາໃຫ້ດາວໂຫລດຢ່າງເປັນທາງການແລ້ວ ສາມາດດາວໂຫລດໄດ້ຈາກເວບໄຊຕ໌ຂອງ Live.com

More »

eBay ຊື້ StumbleUpon.com

eBay ໄດ້ຖະແຫລງເຖິງການເຂົ້າຊື້ StumbleUpon.com ເວບຜູ້ໃຫ້ບໍລິການ Social Bookmarking site ທີ່ມີຜູ້ໃຊ້ງານກວ່າ 2.3 ລ້ານຄົນ ເວບໄຊຕ໌ StumbleUpon.com ກໍ່ຕັ້ງຂຶ້ນໃນປີ 2001 ຕອນນີ້ມີມູນຄ່າປະມານ $75 ລ້ານ ມີອັດຕາການຂະຫຍາຍຕົວ 150% ຕໍ່ປີ ໂດຍຫລັງຈາກທີ່ມີການປິດການຊື້ຂາຍແລ້ວ ທາງ StumbleUpon ຄາດວ່າ ຈະມີການພັດທະນາໃນຫລາຍ ໆ ດ້ານເພີ່ມຂຶ້ນອີກແນ່ນອນ [via Neowin.net]

More »

iPhone ຈະມີ 3rd party apps?

ໃນງານ D Conference ທີ່ຜ່ານມາ Steve Jobs ໄດ້ກ່າວເຖິງຄວາມເປັນໄປໄດ້ທີ່ iPhone –ໂທລະສັບລະບົບຫນ້າຈໍສຳຜັດລາຄາກວ່າ $600 ຂອງ Apple ຈະສາມາດຕິດຕັ້ງແລະໃຊ້ງານ Applications ຕ່າງ ໆ ຈາກ 3rd party ໄດ້ ແຕ່ Jobs ກໍ່ໄດ້ສະແດງຄວາມກັງວົນໃຈວ່າ ຈະເປັນເຫດໃຫ້ເກີດບັນຫາດ້ານຄວາມປອດໄພ ເຊິ່ງລາວບໍ່ຢາກເຫັນ iPhone ຄ້າງເມື່ອໃຊ້ງານ ທີ່ມາ – CrunchGear ຮູ້ສຶກວ່າ iPhone ໃກ້ ໆ ຈະອອກແລ້ວ ປະມານປີຫນ້າ ຄົງຈະມີເຂົ້າມາຂາຍຢ່າງເປັນທາງການ ໃນແທບບ້ານເຮົາ ບໍ່ຮູ້ວ່າຈະລາຄາລົງບໍ່ – -”

More »

ການປ້ອງກັນບໍ່ໃຫ້ສາມາດດາວໂຫລດໄຟລ໌ SWF ໃນໜ້າເວບ

ພໍດີຜ່ານໄປເຫັນມາອີກແລ້ວໃນ Infosec ຂຽນລິງກ໌ຂອງວິທີການປ້ອງກັນ ເພື່ອບໍ່ໃຫ້ຜູ້ຊົມເວບ ສາມາດທີ່ຈະດາວໂຫລດໄຟລ໌ SWF ຂອງເຮົາໄປໄດ້ ໂດຍຈະເປັນການໃຊ້ PHP ຄູ່ກັບຕັ້ງຄ່າຂອງ Apache ເຊິ່ງລາຍລະອຽດສາມາດອ່ານໄດ້ຈາກເວບນີ້

More »

Toshiba ຈະຂາຍ Notebook ທີ່ໃຊ້ AMD

Toshiba Corp. –ບໍລິສັດຜະລິດຄອມພິວເຕີ Notebook ອັນດັບ 4 ຂອງໂລກ ໄດ້ປະກາດຈະເລີ່ມນຳໃຊ້ CPU ຈາກ AMD ມາໃຊ້ໃນສາຍການຜະລິດ Notebook ຂອງຕົນ ໂດຍຕັ້ງເປົ້າໄວ້ວ່າ ຈະໃຊ້ AMD ປະມານ 20% ຂອງຈຳນວນເຄື່ອງທີ່ຈະວາງຂາຍໃນອາເມລິກາ ແລະຢູໂຣບ ການປ່ຽນມາໃຊ້ CPU ຂອງ AMD ໃນຄັ້ງນີ້ ຄາດການກັນວ່າຈະຊ່ວຍໃຫ້ລາຄາຜະລິດຕະພັນຖືກລົງປະມານ $80 ໂດຍຈະເລີ່ມອອກວາງຂາຍໃນຊ່ວງລະດູຮ້ອນປີນີ້ ທີ່ມາ – Yahoo! News [via Engadget] ຈະໄດ້ເຫັນ Notebook ຮ້ອນ ໆ ຈາກ Toshiba ແລ້ວ *-*

More »

WinRAR v3.70 Final

ຫລັງຈາກທີ່ອອກເບຕ້າມາຫລາຍເວີຊັນ ໃນທີ່ສຸດ RarLab ກໍ່ໄດ້ປ່ອຍ WinRAR 3.70 Final ອອກມາແລ້ວ ແລະຄວາມປ່ຽນແປງຫລັກ ໆ ໃນເວີຊັນນີ້ກໍ່ຈະເປັນການຮອງຮັບການໃຊ້ງານໃນ Windows Vista, ຮອງຮັບ ISO 13346 (UDF) file format, ຮອງຮັບ Unicode ໃນໄຟລ໌ ISO 9660 ລວມໄປເຖິງຫນ້າຕ່າງ archiving ແລະ extraction ທີ່ໄດ້ຮັບການອອກແບບໃຫມ່ ແລະເພີ່ມ command line switches ອີກຈຳນວນໜຶ່ງ ນອກຈາກນັ້ນກໍ່ຍັງມີການປັບປຸງຄວາມປອດໄພອີກເລັກນ້ອຍ ເຊິ່ງລາຍລະອຽດທັງຫມົດຂອງ change log ສາມາດອ່ານໄດ້ຈາກເວບໄຊຕ໌ຂອງຜູ້ພັດທະນາ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Tomb Raider: Anniversary Edition Demo

Eidos ໄດ້ອອກເດໂມເກມ Adventure ຍອດນິຍົມ (ໃນອະດີດ) Tomb Raider ໃນຊື່ພາກ Anniversary Edition ອອກມາແລ້ວ ເຊິ່ງພາກນີ້ຈະເປັນການປະຈົນໄພຂອງສາວລາລ່າໃນເປຣູ ເພື່ອແກ້ໄຂປິດສະໜາອັນລີ້ລັບທີ່ລໍຄອຍໃຫ້ທ່ານໄດ້ຄົ້ນຫາ… (-_-)” ຕົວເດໂມມີຂະໜາດໄຟລ໌ 257MB ແລະຕົວເກມເຕັມຈະອອກວາງຈຳໜ່າຍໃນເດືອນໜ້ານີ້ ສຳຫລັບລາຍລະອຽດອື່ນ ໆ ສາມາດອ່ານໄດ້ໃນເວບໄຊຕ໌ຂອງເກມ ດາວໂຫລດ ວິດີໂອຕົວຢ່າງ ເວບໄຊຕ໌ຂອງເກມ ທີ່ມາ – Neowin.net

More »