Archive for the ‘au8ust.org’ Category
ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໓ (ຈົບ)
ມາຕໍ່ກັນເລີຍດີກວ່າ ຕອນນີ້ເປັນຕອນສຸດທ້າຍແລ້ວ ທ່ານໃດທີ່ຍັງບໍ່ທັນໄດ້ອ່ານຕອນກ່ອນຫນ້ານີ້ ກໍ່ສາມາດກັບໄປອ່ານໄດ້ໃນ ຕອນທີ່ ໑ ແລະ ຕອນທີ່ ໒ ແທບ Blogroll ນັ້ນສາມາດໃຊ້ຈັດການກັບລິງກ໌ຕ່າງ ໆ ຂອງເຮົາໄດ້ ເຊັ່ນວ່າ ເຮົາຕ້ອງການສ້າງລິງກ໌ໄປຫາບລັອກຄົນຮູ້ຈັກ ຫຼືອາດຈະເປັນເວບໄຊຕ໌ຂອງຄົນຮູ້ຈັກກໍ່ໄດ້ ເຊິ່ງ Blogroll ນັ້ນ ສາມາດທີ່ຈະກຳຫນົດຫມວດຫມູ່ໃຫ້ໄດ້ເຊັ່ນດຽວກັໂພສຕ໌ ໃນ Blogroll ນີ້ຈະມີແທບຍ່ອຍລົງໄປອີກສອງອັນຄື Add link (ເພີ່ມລິງກ໌ຄັ້ງລະອັນ) ແລະ Import Links (ໃຊ້ໄວ້ສຳຫລັບນຳລິງກ໌ເຂົ້າມາຈຳນວນຫລາຍ ໆ ໃນຄາວດຽວ)
More »Safari on Windows!!
Steve Jobs ເປີດເຜີຍໃນງານ WWDC keynote ວ່າ Safari –ໂປຣແກຣມທ່ອງເວບຂອງ Mac OS X ນັ້ນ ຈະມີເປັນ Windows version ນຳ ແລະ Jobs ຍັງອ້າງວ່າ Safari ຈະໄວກວ່າ Internet Explorer ກັບ Firefox ອີກ ເຊິ່ງຕອນນີ້ກໍ່ສາມາດດາວໂຫລດ Public Beta ໄດ້ແລ້ວ ຕ້ອງລອງທົດສອບກັນເບິ່ງ ດາວໂຫລດ ເດໂມສາທິດການໃຊ້ງານ ເວບໄຊຕ໌ຜູ້ພັດທະນາ ທີ່ມາ – ZDNet Blog
More »ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໒
ຂຽນຕໍ່ຈາກຕອນທີ່ແລ້ວ Post slug ເປັນສ່ວນທີ່ມີຄວາມສຳຄັນຫລາຍສຳຫລັບການຂຽນບລັອກເປັນພາສາລາວ ເພາະວ່າຫາກເຮົາໃຊ້ Pretty Permalink ແລ້ວ ການໃຊ້ Post slug ຈະເປັນການຕັ້ງຊື່ URL ຂອງໂພສຕ໌ນັ້ນ ໆ ນຳ ຕົວຢ່າງວ່າ ເຮົາຕັ້ງຊື່ໂພສຕ໌ໃຫມ່ວ່າ “ການຕິດຕັ້ງ Wireless Connection ໃນ Windows Vista” ຖ້າເຮົາບໍ່ແກ້ໄຂ Post slug ກ່ອນ ພາສາລາວໃນ URL ຈະກາຍເປັນລະຫັດ UTF-8 ເຊິ່ງອ່ານບໍ່ໄດ້ ແລະບາງຄັ້ງຈະເຮັດໃຫ້ບໍ່ສາມາດເຂົ້າໄປຫນ້ານັ້ນ ໆ ໄດ້
More »Mozilla FireFox 3.0 Alpha 6 (PRE)
ຂ່າວສັ້ນ ໆ ຂໍລົງໄວ້ຂັ້ນເວລາ ຂະນະນີ້ Firefox 3.0 Alpha 6 Pre-release (Nightly build) ໄດ້ອອກມາແລ້ວ ໂດຍອອກຫ່າງຈາກ Gran Paradiso Alpha 5 ພຽງບໍ່ເທົ່າໃດມື້ ຫາກສົນໃຈກໍ່ລອງດາວໂຫລດໄປຫຼິ້ນເບິ່ງ ດາວໂຫລດ: Windows, Mac OS X, Linux
More »JkDefrag 3.14
ເຄີຍນຳສະເຫນີໄປແລ້ວຄັ້ງຫນຶ່ງ (ອ່ານຂ່າວເກົ່າ) ກັບໂປຣແກຣມຈັດຮຽງຂໍ້ມູນໃນ Harddisk ທີ່ມີຊື່ວ່າ JkDefrag ເຊິ່ງຕອນນີ້ກໍ່ໄດ້ອອກເວີຊັນໃຫມ່ມາໃຫ້ເຮົາໃຊ້ກັນແລ້ວ ໃນເວີຊັນ 3.14 ນີ້ຍັງຄົງເປັນການແກ້ໄຂບັ໊ກຕ່າງ ໆ ຈາກ 3.8 ບໍ່ໄດ້ມີຄວາມສາມາດເພີ່ມເຕີມໃດ ໆ ເຂົ້າມາໃຫມ່ເທື່ອ ສຳຫລັບຄວາມປ່ຽນແປງທັງຫມົດ ອ່ານໄດ້ຈາກ forum ຂອງຜູ້ພັດທະນາ ໂປຣແກຣມນີ້ເປັນ OpenSource software ມີລິກຂະສິດແບບ GNU ສາມາດນຳໃຊ້ໄດ້ຟຣີໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະຫາກທ່ານເປັນ Developer ທີ່ຕ້ອງການສຶກສາກ່ຽວກັບໂປຣແກຣມ Defragment ກໍ່ສາມາດດາວໂຫລດ Source code ມາສຶກສາໄດ້ຕາມລິງກ໌ລຸ່ມນີ້ ດາວໂຫລດ (64Bit ver.) ດາວໂຫລດ Source code ເວບໄຊຕ໌ຜູ້ພັດທະນາ
More »ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໑
ເວບຜູ້ໃຫ້ບໍລິການກ່ຽວກັບການຂຽນບລັອກນັ້ນ ມີຢູ່ຫລາກຫລາຍແຫ່ງ ອາທິເຊັ່ນ WordPress.com, Blogger.com ແລະ Live Spaces ເປັນຕົ້ນ ແຕ່ວ່າໃນມື້ນີ້ ເຮົາຈະມາຮູ້ຈັກກັບ WordPress.com ກັນກ່ອນ WordPress.com ເປັນເວບໃຫ້ບໍລິການຟຣີບລັອກທີ່ໃຊ້ລະບົບ Blog ຂອງ WordPress ເຊິ່ງມີຮູບແບບການໃຊ້ງານທີ່ງ່າຍ ບໍ່ຊັບຊ້ອນ ແຕ່ໃນຂະນະດຽວກັນກໍ່ມີຂໍ້ຈຳກັດຫລາຍ ໆ ຢ່າງເຊັ່ນວ່າ ບໍ່ສາມາດໃຊ້ JavaScript ໄດ້ ບໍ່ສາມາດປັບແຕ່ງ Theme ໄດ້ຢ່າງອິດສະລະ ໃສ່ AdSense ບໍ່ໄດ້ ຯລຯ ເຫລົ່ານີ້ກໍ່ອາດເປັນບັນຫາສຳຫລັບບາງຄົນໄດ້ເຊັ່ນກັນ ແຕ່ເຖິງຢ່າງໃດກໍ່ຕາມ WordPress.com ກໍ່ຖືວ່າເປັນບໍລິການຟຣີບລັອກທີ່ຫນ້າໃຊ້ງານອີກແຫ່ງໜຶ່ງ ເພາະວ່າ ໃຊ້ງານງ່າຍ ມີຕົວເລືອກບໍ່ຫຍຸ້ງຍາກຊັບຊ້ອນ ມີການແບ່ງບລັອກເປັນຫມວດຫມູ່ຂອງພາສາ ເຊັ່ນພາສາລາວ ມີ Akismet ໄວ້ປ້ອງກັນ Spam ມີຊຸມຊົນ Bloggers ທີ່ຫລາກຫລາຍ (ແຕ່ຕອນນີ້ພາສາລາວຍັງມີໜ້ອຍຢູ່) ສາມາດໃຊ້ Contact form, Slide show, [...]
More »Ubuntu 7.10 (Gutsy Gibbon) Tribe-1
Gutsy Gibbon ອອກມາແລ້ວ ເປັນ Alpha ຕົວທຳອິດເລີຍ ເຊິ່ງ Final release ຈະມີຂຶ້ນໃນຊ່ວງເດືອນຕຸລາປີນີ້ ເຊິ່ງໄດ້ຍິນວ່າຍັງບໍ່ມີຫຍັງປ່ຽນແປງຫລາຍ ຖ້າບໍ່ໃຈຮ້ອນກໍ່ລໍຖ້າຕົວເຕັມກ່ອນດີກວ່າ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ
More »Beryl ແລະ Compiz ກັບມາລວມກັນອີກຄັ້ງ
Beryl ແລະ Compiz ຕ່າງກໍ່ເປັນ Window Manager ແຕ່ໄດ້ແຍກຕົວອອກຈາກກັນກ່ອນຫນ້ານີ້ ດ້ວຍເຫດຜົນແນວທາງການພັດທະນາທີ່ບໍ່ກົງກັນ ແຕ່ຕໍ່ມາກໍ່ກັບມາລວມກັນອີກຄັ້ງ ເຊິ່ງມີແຈ້ງຈາກບລັອກຂອງ Beryl ຍັງບໍ່ມີຊື່ໃຫມ່ຢ່າງເປັນທາງການເທື່ອ ແລະຈະເປີດໃຫ້ຮ່ວມໂຫວດຊື່ໄດ້ ແລະໄດ້ເປີດເວບໄຊຕ໌ໃຫມ່ຄື opencompositing.org ອອກມາພ້ອມ ທີມງານ Beryl ຄາດວ່າອີກປະມານອາທິດຫນຶ່ງ ຄົງຈະມີລາຍລະອຽດ ກ່ຽວກັບການລວມກັນອອກມາອີກຄັ້ງ ທີ່ມາ – Beryl Blog
More »Messenger Plus! Live 4.22.274
ອອກເວີຊັນໃຫມ່ອອກມາເພື່ອຮອງຮັບ Windows Live! Messenger v8.5.0517 public beta ໂດຍສະເພາະ ແລະກໍ່ມີການແກ້ໄຂບັ໊ກອີກສາມຈຸດ ເຊິ່ງທາງຜູ້ພັດທະນາວາງແຜນວ່າຈະຄ່ອຍ ໆ ປັບແກ້ໃຫ້ມີຫນ້າຕາແບບດຽວກັບ Windows Live! Messenger v8.5 ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ
More »


