ບໍ່ໄດ້ອັບເດດອີກດົນ
ຊ່ວງນີ້ມີພາລະກິດຫລາຍ ຄົງຈະບໍ່ໄດ້ເຂົ້າມາປານໃດ ຈຶ່ງແຈ້ງໃຫ້ຊາບໂດຍທົ່ວເຖິງກັນ
More »ຊ່ວງນີ້ມີພາລະກິດຫລາຍ ຄົງຈະບໍ່ໄດ້ເຂົ້າມາປານໃດ ຈຶ່ງແຈ້ງໃຫ້ຊາບໂດຍທົ່ວເຖິງກັນ
More »ໂພສຕ໌ສັ້ນ ໆ ແຈ້ງໃຫ້ຮັບຊາບກັນໂດຍທົ່ວເຖິງວ່າ ຕອນນີ້ au8ust.org ປ່ຽນເປັນການເຂົ້າແບບບໍ່ໃສ່ www ນຳຫນ້າແລ້ວ ຫາກວ່າທ່ານໄດ້ລິງກ໌ມາທີ່ບລັອກນີ້ເປັນ http://www.au8ust.org/ ກໍ່ຂໍຄວາມຮ່ວມມືໃຫ້ປ່ຽນເປັນ http://au8ust.org/ ກໍ່ຄື ບໍ່ໃສ່ www ນັ້ນເອງ
ຫາກເຂົ້າທາງ www.au8ust.org ແລ້ວກໍ່ຈະຖືກ redirect ມາທີ່ au8ust.org ໂດຍອັດຕະໂນມັດ
ອ່ານລາຍລະອຽດເພີ່ມເຕີມກ່ຽວກັບ no-www ໄດ້ຈາກ no-www.org
ຫລັງຈາກທີ່ປະກາດຢ່າງເປັນທາງການສະບັບທີ່ ໑ ແລະ ໒ ຖືກສົ່ງອອກໄປແລ້ວນັ້ນ ກໍ່ເປັນເວລາກວ່າຫນຶ່ງເດືອນຜ່ານມາແລ້ວ ກໍ່ປະກົດວ່າ ບລັອກຊ່າງມາງຽບເຫງົາສົມຄວາມຄາດຫມາຍ
ຈຶ່ງຢາກຈະສອບຖາມບັນດາທ່ານທີ່ເຂົ້າມາຢ້ຽມຊົມບລັອກແຫ່ງນີ້ວ່າ ຕ້ອງການໃຫ້ມີການຂຽນຂ່າວກ່ຽວກັບຄອມພິວເຕີ ແລະເທັກໂນໂລຢີໃຫ້ອ່ານກັນຕໍ່ໄປບໍ່? ຫຼືຢາກຈະໃຫ້ອອກມາເປັນໄປໃນລັກສະນະໃດ?
ເຊິ່ງຄັ້ງນີ້ຖືວ່າ ເປັນການຮ່ວມສະແດງຄວາມຄິດເຫັນຢ່າງເປັນທາງການອີກຄັ້ງຫນຶ່ງ ແລະຢາກໃຫ້ຫມູ່ເພື່ອນ ອ້າຍນ້ອງ ທີ່ຮັກແພງທັງຫລາຍ ຮ່ວມສະແດງຄວາມຄິດເຫັນກັນເຂົ້າມາ ເພື່ອກຳຫນົດເສັ້ນທາງຂອງບລັອກແຫ່ງນີ້ຕໍ່ໄປ…!
ຈົບຂ່າວ
ປ.ລ. ຢ່າລືມແວະໄປທີ່ກະດານຖາມຕອບ
ນີ້ຄືປະກາດຢ່າງເປັນທາງການສະບັບທີ່ ໒ ຈາກເວບມາສເຕີ au8ust.org ຂໍແຈ້ງມາຍັງທ່ານຜູ້ອ່ານທຸກທ່ານໄດ້ຊາບທົ່ວເຖິງກັນວ່າ ຂະນະນີ້ທາງເວບໄດ້ເປີດທົດສອບຫມວດ Community ເຊິ່ງຈະເປັນກະດານຖາມຕອບສາລະພັດສາລະພັນບັນຫາຕ່າງ ໆ ຕັ້ງແຕ່ເລື່ອງຄອມພິວເຕີຕະຫລອດຮອດເລື່ອງທົ່ວ ໆ ໄປ ທ່ານສາມາດສອບຖາມບັນຫາຕ່າງ ໆ ກ່ຽວກັບຄອມພິວເຕີ, ເວບໄຊຕ໌, ໄວຣັດ, ອິນເຕີເນັດ, ການອອກແບບ, ປັບແຕ່ງຮູບພາບ, ຯລຯ
ສາມາດເຂົ້າໃຊ້ງານໄດ້ໂດຍການຄລິກທີ່ນີ້
ນີ້ຄືແຈ້ງການຈາກເວບມາສເຕີຂອງ au8ust.org ຂໍຮຽນໃຫ້ທ່ານທີ່ເຂົ້າມາຢ້ຽມຊົມໄດ້ຮູ້ທົ່ວເຖິງກັນວ່າ ດ້ວຍເຫດຜົນຫລາຍ ໆ ປະການທີ່ເກີດຂຶ້ນນັ້ນ ສົ່ງຜົນໃຫ້ ຂະນະນີ້ທາງເວບໄຊຕ໌/ບລັອກ ແຫ່ງນີ້ ໄດ້ປິດທຳການແລ້ວ ໂດຍບໍ່ມີກຳຫນົດການວ່າເມື່ອໃດຈະເປີດໃຫມ່ອີກຄັ້ງ
ເຖິງຢ່າງໃດກໍ່ຕາມ ທ່ານຍັງສາມາດອ່ານຂ່າວ, ບົດຄວາມ ຕ່າງ ໆ ທີ່ເຄີຍລົງໄວ້ໄດ້ຕະຫລອດເວລາ ລວມເຖິງໃນສ່ວນຂອງ Community ເຊິ່ງເປັນສະຖານທີ່ສຳຫລັບຖາມຕອບບັນຫາຕ່າງ ໆ ນັ້ນ ຍັງຄົງສາມາດນຳໃຊ້ໄດ້ປົກກະຕິ
ແຕ່່ຢ່າລືມວ່າ ທ່ານສາມາດຮ່ວມຂຽນຂ່າວເຂົ້າມາໄດ້ຫາກຕ້ອງການ
ຂໍຂອບໃຈ
ການຕິດຕັ້ງ Safari 3.0 ໃນ Microsoft Windows Vista ຈະມີບັນຫາຕອນຕິດຕັ້ງ ມັນຈະຂຶ້ນ Error ລະຫັດ 2738 ຂຶ້ນມາ ເຊິ່ງຈະເຮັດໃຫ້ບໍ່ສາມາດດຳເນີນການຕິດຕັ້ງຕໍ່ໄປໄດ້
ເຊິ່ງວິທີແກ້ໄຂນັ້ນ ໃຫ້ໄປທີ່ Start > Run… ຫຼືກົດ Windows Key + R ເພື່ອເປີດຫນ້າຕ່າງ Run ຂຶ້ນມາ ແລ້ວພິມວ່າ:
regsvr32 vbscript.dll
ຈາກນັ້ນຄລິກ OK ກໍ່ເປັນອັນຮຽບຮ້ອຍ
ຂັ້ນຕໍ່ໄປກໍ່ພຽງຕິດຕັ້ງ Safari ຕາມປົກກະຕິກໍ່ຈະຜ່ານໄປເອງ
Theme ຂອງ WordPress ສຳຫລັບຄົນທີ່ມີ Host ໃຊ້ເອງ ໂດຍ Theme ນີ້ຈະມີຈຸດພິເສດຢູ່ທີ່ ອອກແບບໃຫ້ມີລັກສະນະໄປທາງແນວ ໆ Web 2.0
ດາວໂຫລດ
ເວບໄຊຕ໌ຜູ້ພັດທະນາ
ເນື່ອງຈາກວ່າ Microsoft Office 2007 ນັ້ນໄດ້ມີຮູບແບບນາມສະກຸນໄຟລ໌ເປັນແບບໃຫມ່ ທີ່ເປັນເຫດໃຫ້ໂປຣແກຣມ Office ເວີຊັນເກົ່າບໍ່ສາມາດທີ່ຈະເປີດໄດ້ ເຊິ່ງສ້າງບັນຫາໃຫ້ກັບຜູ້ໃຊ້ເປັນອັນຍິ່ງ ຈົນສຸດທ້າຍທາງ Microsoft ກໍ່ໄດ້ອອກ Compatibility Pack ອອກມາໃຫ້ຜູ້ໃຊ້ Microsoft Office ທີ່ຕ່ຳກວ່າເວີຊັນ 2007 ນັ້ນ ສາມາດເປີດໄຟລ໌ທີ່ບັນທຶກມາຈາກ Microsoft Office 2007 ໄດ້
ໂດຍ Compatibility Pack ນີ້ຈະຮອງຮັບການເປີດ, ແກ້ໄຂ, ບັນທຶກ ໄຟລ໌ໃນໂປຣແກຣມ Word, Excel, ແລະ PowerPoint 2007
ດາວໂຫລດ
ທີ່ມາ – GHacks.net
More »ພໍດີຜ່ານໄປເຫັນ ເລີຍນຳມາແນະນຳກັນສຳຫລັບຄົນທີ່ມັກຄວາມແປກໃຫມ່ຢູ່ສະເຫມີ ;P
ສາມາດດາວໂຫລດໄດ້ຈາກ VistaIcons.com
ທີ່ມາ – WindowsVistaTweaks.net