Archive for the ‘Apple’ Category

Mac OS X 10.6.6 ມາພ້ອມ Mac App Store

Apple ປ່ອຍອັບເດດ Mac OS X 10.6.6 ເຊິ່ງມາພ້ອມກັບໂປຣແກຣມ Mac App Store ຊ່ວຍເພີ່ມທາງເລືອກການຕິດຕັ້ງໂປຣແກຣມໃນ Mac ໃຫ້ງ່າຍຂຶ້ນ. ໂດຍປົກກະຕິແລ້ວນັ້ນ ໂປຣແກຣມຂອງ Mac ຈະສາມາດດາວໂຫລດແລະຕິດຕັ້ງໄດ້ເອງຢູ່ແແລ້ວ ບໍ່ຄືກັບຢູ່ໃນ iPod/iPhone ທີ່ຕ້ອງຕິດຕັ້ງຜ່ານ App Store (ຫຼື Cydia ໃນກໍະລນີທີ່ Jailbreak ແລ້ວ) ແຕ່ໃນເວີຊັນຫຼ້າສຸດຂອງ Mac OS X ນັ້ນ ທາງ Apple ໄດ້ເພີ່ມ Mac App Store ເຂົ້າໄປອີກ ນອກຈາກນັ້ນກໍຍັງມີອັບເດດດ້ານຄວາມປອດໄພ ແລະຄວາມສາມາດອື່ນໆ ອີກເລັກນ້ອຍ. ສຳລັບໃຜທີ່ໃຊ້ Mac OS X 10.6.5 ຫຼືເກົ່າກວ່ານັ້ນ ກໍສາມາດຄລິກເຂົ້າ Software Update ເພື່ອອັບເດດໄດ້ຟຣີ.

More »

Safari 4.0

ອອກ Final ແລ້ວສຳລັບ Safari ສຳລັບ Windows ຕົວເລກ build ແມ່ນ 4.0.530.17 ຫຼາຍຄົນຍ້ອງວ່າໄວຂຶ້ນກວ່າເວີຊັນກ່ອນໜ້ານີ້ຫຼາຍ ຜູ່ຂຽນລອງໃຊ້ແລ້ວ ໃນລຸ້ນນີ້ມີການປັບປ່ຽນ UI ຂອງໂປຣແກຣມຢູ່ເລັກນ້ອຍ ເຊັ່ນເວລາໂຫຼດໜ້າຕ່າງ ໆ ແລະໃນສ່ວນຂອງ tab ຈະມີຄວາມສວຍງາມຂຶ້ນເລັກນ້ອຍເຖິງປານກາງ. ເຊັ່ນເຄີຍ Safari (ໜ້າຈະຮວມເຖິງ web browser ອື່ນ ໆ ທີ່ີໃຊ້ Webkit ມີ Google Chrome ເປັນຕົ້ນ) ຍັງບໍ່ສາມາດປັບ font ສຳລັບພາສາໃດພາສານຶ່ງໄດ້ຄືກັບ Firefox ຫຼື IE ເທື່ອ. ດາວໂຫຼດ – Safari 4.0 for Windows

More »

ຂ່າວລື iPhone ລາຄາ $99 ໄວ ໆ ນີ້

ມີຂ່າວອອກມາວ່າ Apple ຈະເລີ່ມຂາຍ iPhone ລຸ້ນທີ່ມີລາຄາຖືກລົງໃນຊ່ວງລະດູຮ້ອນທີ່ໃກ້ຈະມາຮອດນີ້ ເຊິ່ງແຫຼ່ງຂ່າວລະບຸວ່າ ຈະຫຼຸດຕົ້ນທຶນໂດຍການຫຼຸດຄວາມສາມາດຕ່າງ ໆ ລົງ ເຊັ່ນ ຄວາມລະອຽດກ້ອງທີ່ນ້ອຍລົງ, ບໍ່ມີລະບົບ 3G ຫຼື GPS ແລະໃຊ້ບໍລິການລາຍເດືອນທີ່ຖືກລົງ ຢ່າງໃດກໍ່ຕາມກໍ່ຍັງບໍ່ເປັນທີ່ຢືນຢັນເທື່ອ ຈົນກວ່າຈະມີຄວາມຊັດເຈນຫຼາຍກວ່ານີ້ ທີ່ມາ – The Business Insider

More »

OSX.Trojan.iServices.A ລະບາດ

ໄລຍະຫຼັງມານີ້ປະກົດວ່າມີຂ່າວໄວຣັດ ແລະ trojan ໃນ Mac OS X ເພີ່ມຂຶ້ນເລື້ອຍ ໆ ຫຼ້າສຸດແມ່ນກໍລະນີຂອງ trojan ທີ່ຊື່ OSX.Trojan.iServices.A ເຊິ່ງພົບເຫັນຈາກ Apple iWork 09 ເຖື່ອນທີ່ແຈກກັນໃນເວັບ BitTorrent. ຕາມລາຍງານຂອງ Intego ຜູ້ຜະລິດລະບົບຮັກສາຄວາມປອດໄພສຳລັບລະບົບປະຕິບັດການ Mac OS ໄດ້ໃຫ້ຂໍ້ມູນວ່າ trojan ດັ່ງກ່າວຈະເປີດຕົວເອງຂຶ້ນມາຫຼັງຈາກຕິດຕັ້ງ iWork ແລ້ວ ໆ ແລະຂໍລະຫັດຜ່ານ admin ເພື່ອຕິດຕັ້ງຕົວເອງລົງໄປໃນລະບົບຂອງເຫຍື່ອ ເຊິ່ງໃນພາຍຫຼັງຈະສົ່ງຂໍ້ມູນອອກໄປພາຍນອກ. ທາງ Intego ໃຫ້ຄຳແນະນຳວ່າ ບໍ່ຄວນໂຫຼດ iWork 09 ຈາກເວັບໄຊໂປຣແກຣມເຖື່ອນຕ່າງ ໆ ເພື່ອປ້ອງກັນການຕິດ OSX.Trojan.iServices.A ມາ. ທີ່ມາ – Intego

More »

Apple ອັບເດດສະເປັກ MacBook ແບບງຽບ ໆ

ປະມານສາມສີ່ມື້ທີ່ຜ່ານມາ ປະກົດວ່າມີຄົນພົບເຫັນຄວາປ່ຽນແປງໃນໜ້າເວັບຂອງ Apple ວ່າ MacBook ສີຂາວລຸ້ນລາຄາ $999 ນັ້ນໄດ້ມີການອັບເກຣດສະເປັກແລ້ວ ໂດຍຫຼັກແມ່ນປ່ຽນ CPU ເປັນ 2.0GHz ແລະເພີ່ມ RAM ເປັນ 2GB ທີ່ສຳຄັນໃຊ້ unibody ຮຽບຮ້ອຍ ນອກນັ້ນ Bluetooth ກໍ່ໄດ້ຮັບການອັບເກຣດໄປເປັນເວີຊັນ 2.1 ເຊັ່ນກັນ ແຕ່ລາຄາຍັງຄົງເດີມຄື $999 ທີ່ມາ – engadget ປົກກະຕິຖ້າຫຼຸດລາຄາແບບນີ້ ສະແດງວ່າຈະມີລຸ້ນໃໝ່ອອກມາ ; )

More »

Mac OS X ເລີ່ມເປັນທີ່ດຶງດູດຂອງ Trojan

ມີລາຍງານວ່າ ໄດ້ມີການກວດພົບ Trojan ໃໝ່ ໒ ສາຍພັນທີ່ກຳລັງຄຸກຄາມຜູ້ໃຊ້ Mac OS X ໂດຍທັງສອງນັ້ນເນັ້ນທີ່ໄປການ ເຂົ້າໄປແອບແຝງໃນລະບົບຂອງເປົ້າໝາຍ. Trojan ໂຕທຳອິດຊື່ວ່າ “OSX.RSPlug.D” ເປັນ Trojan ທີ່ພັດທະນາຕໍ່ມາຈາກສາຍພັນທີ່ມາກ່ອນໜ້ານີ້ ທີ່ມີການກວດພົບໃນປາຍປີ ໒໐໐໗ ໂດຍໜ້າທີ່ຂອງມັນແມ່ນປ່ຽນ DNS ຂອງລະບົບໃຫ້ເປັນ DNS ທີ່ຜູ້ລົງມືຕ້ອງການ ເພື່ອທີ່ຈະດັກຂໍ້ມູນ ຫຼືບັງຄັບໃຫ້ສະແດງໂຄສະນາເມື່ອເຂົ້າຊົມເວັບໄຊຕ່າງ ໆ ອີກນຳ. ແຫຼ່ງຂ່າວລະບຸວ່າ ຜູ້ໃຊ້ Mac OS X ມັກຈະໄດ້ຮັບ OSX.RSPlug.D ມັກຈະມາຈາກການດາວໂຫຼດ codec ທີ່ໃຊ້ເພື່ອເບິ່ງວີດິໂອໃນເວັບຜູ້ໃຫຍ່. ອີກໂຕໜຶ່ງແມ່ນ OSX.TrojanKit.Malez ຫຼືອີກຊື່ແມ່ນ OSX.Lamzev.A ໜ້າທີ່ຂອງມັນແມ່ນເປັນ Backdoor ສຳລັບເປີດທາງໃຫ້ຜູ້ປະສົງຮ້າຍເຂົ້າໄປໃນລະບົບຂອງເຫຍື່ອໄດ້ ແຕ່ຢ່າງໃດກໍ່ຕາມ ນັກວິເຄາະໃຫ້ຄຳເຫັນວ່າການແຜ່ກະຈາຍຂອງມັນນັ້ນ ຍັງບໍ່ຮ້າຍແຮງ ເພາະຜູ້ລົງມືຕ້ອງສາມາດເຂົ້າເຖິງເຄື່ອງ Mac OS X ໄດ້ກ່ອນຈຶ່ງຈະສາມາດຕິດຕັ້ງ backdoor ດັ່ງກ່າວໄດ້. [...]

More »

Safari 3.1​

ຮູ້ສຶກວ່າ ບໍ່ໄດ້ຂຽນບລັອກໃນ au8ust.org ມາດົນແລ້ວ ເກືອບລືມໄປເລີຍວ່າຍັງມີບລັອກນີ້ຢູ່ໃນໂລກ lol Apple ອອກ Safari ເວີຊັນໃຫມ່ 3.1 ເຊິ່ງຖອດ Beta ອອກເປັນທີ່ຮຽບຮ້ອຍແລ້ວ ແລະກໍ່ຍັງຄົງໂມ້ມາຕະຫລອດວ່າ Safari ໄວກວ່າ Web browser ຄູ່ແຂ່ງເຖິງ 1.9 ເທົ່າ ໄວທີ່ສຸດໃນບັນດາໂປຣແກຣມທ່ອງເວັບທີ່ມີໃນຕະຫລາດປະຈຸບັນ Safari ເປັນ Web Browser ຫຼືແປລາວວ່າໂປຣແກຣມທ່ອງເວັບ ທີ່ພັດທະນາໂດຍ Apple Inc. ແຕ່ກ່ອນມີໃຫ້ໃຊ້ແຕ່ສະເພາະ Mac OS ແຕ່ຕອນນີ້ຂະຫຍາຍຕະຫລາດມາ Microsoft Windows ນຳ ແລະເປັນ Web Browser ທີ່ໃຊ້ WebKit ເປັນໂຕ Render ຫນ້າເວັບ ດາວໂຫລດ

More »

ກອງທັບສະຫະລັດຊື້ Mac ເພີ່ມ ອ້າງເຮັດໃຫ້ປອດໄພກວ່າເກົ່າ

Forbes ລາຍງານວ່າກອງທັບສະຫະລັດກຳລັງດຳເນີນການ ນຳຄອມພິວເຕີຂອງ Apple ເຂົ້າໄປເສີມໃນະບົບ ເພື່ອທີ່ຈະເຮັດໃຫ້ການ Hack ເຂົ້າໄປໃນລະບົບນັ້ນ ຍາກກວ່າເກົ່າ ເມື່ອປີກາຍນີ້ ລະບົບຮັກສາຄວາມປອດໄພຂອງລະບົບຄອມພິວເຕີສະຫະລັດໄດ້ຖືກ Hack ໃນເດືອນມິຖຸນາ ສົ່ງຜົນໃຫ້ຄອມພິວເຕີເຄື່ອງຫນຶ່ງໃນ Pentagon ຖືກ hack ແລະເຮັດໃຫ້ອີເມລພາຍໃນບໍ່ຊາບຈຳນວນຖືກລັກອອກມາ ນອກຈາກນີ້ ຄູ່ສັນຍາກັບກອງທັບເຊັ່ນບໍລິສັດ Boeing, Lockheed Martin, Northrop, Grumman ແລະ Raytheon ກໍ່ຖືກເຈາະເຂົ້າລະບົບເຊັ່ນກັນ

More »