Posts Tagged ‘Zip’

ແກະລະຫັດໄຟລ໌ .ZIP ໂດຍໃຊ້ PicoZip Recovery Tool

PicoZip Recovery Tool ເປັນໂປຣແກຣມຟຣີສຳລັບແກະລະຫັດໄຟລ໌ປະເພດ .zip ທີ່ຖືກໃສ່ລະຫັດໄວ້ ໂດຍມັນຈະຖອດລະຫັດໂດຍໃຊ້ ໒ ວິທີຄື Dictionary (ຊອກຫາລະຫັດຈາກລາຍການ) ແລະ Brute Force (ສ້າງລະຫັດຕາມທີ່ກຳນົດ). ຄຸນສົມບັດຂອງໂປຣແກຣມຄື: UI ໃຊ້ງ່າຍ ສະບາຍຕາ ຮອງຮັບທັງໄຟລ໌ Zip ທຳມະດາແລະແບself-extract ເລືອກໄດ້ວ່າຈະໃຊ້ວິທີ Brute Force ຫຼື Dictionary ສາມາດຄ້າງໄວ້ໄດ້ເພື່ອເຮັດຕໍ່ໃນເທື່ອໜ້າ ຮອງຮັບ Windows 95 ຈົນຮອດ XP ຢ່າງໃດກໍ່ຕາມສຳລັບໄຟລ໌ Zip ທີ່ເຂົ້າລະຫັດແບບ AES ນັ້ນ ໂປຣແກຣມນີ້ຍັງຖອດບໍ່ໄດ້. ດາວໂຫຼດ – PicoZip.com | ທີ່ມາ – Ghacks.net

More »

WobZIP

WobZIP ເປັນເວັບໄຊໃຫ້ບໍລິການອັບໂຫລດໄຟລ໌ zip ຈາກເຄື່ອງເຮົາແລ້ວແຕກໄຟລ໌ໃຫ້ໃນ Server ຂອງ WobZIP ໃຫ້ເຮົາເລືອກໂຫລດໄດ້ວ່າຢາກໂຫລດໄຟລ໌ໃດ ຕອນນີ້ຮອງຮັບທັງ 7z, ZIP, GZIP, BZIP2, TAR, RAR, CAB, ISO, ARJ, LZHCHM, Z, CPIO, RPM, DEB ແລະ NSIS ຂະຫນາດໄຟລ໌ສູງສຸດທີ່ອັບໂຫລດໄດ້ແມ່ນ 100MB ຂໍ້ດີກໍ່ຄື ອັບໂຫລດໃນ Server ເຮັດໃຫ້ຫລຸດຄວາມສ່ຽງຈາກໄວຣັດ ແລ້ວກໍ່ເລືອກໄຟລ໌ໄດ້ ແລະທີ່ສຳຄັນ ບາງຄັ້ງເຮົາບໍ່ມີໂປຣແກຣມແຕກໄຟລ໌ (ເຊັ່ນ CPIO) ກໍ່ສາມາດໃຊ້ WobZIP ໄດ້ WobZIP.com

More »