Posts Tagged ‘youtube’

YouTube 4K

ເວັບໄຊຜູ່ໃຫ້ບໍລິການວິດີໂອອອນໄລ ລາຍໃຫຍ່ທີ່ສຸດຂອງໂລກ YouTube.com ໄດ້ປະກາດຜ່ານງານ VidCon 2010 ວ່າ ເວັບໄຊຂອງຕົນ ຈະຮອງຮັບວິດີໂອຄວາມລະອຽດ ລະດັບ 4K ໃນອະນາຄົດອັນໃກ້ນີ້. 4K ເປັນຄວາມລະອຽດຂອງວິດີໂອ ທີ່ສູງເຖິງ 4096 x 3072 ຫຼືປະມານ 4 ເທົ່າຂອງ 1080p ໃນປັດຈຸບັນທີ່ຮອງຮັບຢູ່ ໂດຍຄາດວ່າ ຈະສາມາດເປີດໂຕໃຫ້ໃຊ້ກັນໄດ້ທົ່ວໄປໃນໄວໆ ນີ້ ເຊິ່ງຕອນນີ້ກໍມີ playlist ຕົວຢ່າງ ສຳລັບວິດີໂອຄວາມລະອຽດ 4K ໃຫ້ລອງເບິ່ງກັນແລ້ວ ສຳລັບໃຜທີ່ມີຄອມແຮງໆ ແລະອິນເຕີເນັດໂຄດແຮງ ກໍໄປຮັບຊົມກັນໄດ້ທີ່ http://www.youtube.com/view_play_list?p=5BF9E09ECEC8F88F (ເລືອກຄວາມລະອຽດເປັນ Original) ທີ່ມາ – YouTube blog

More »

YouTube ປັບໜ້າເວັບໃໝ່

ເວັບໄຊວິດີໂອຍອດນິຍົມ YouTube ໄດ້ປັບປ່ຽນໜ້າເວັບຂອງຕົນໃໝ່ຫຼັງຈາກທົດສອບ Beta ມາໄລຍະນຶ່ງ. ການປັບແຕ່ງຄັ້ງນີ້ ກໍນັບວ່າເປັນການປ່ຽນແປງຄັ້ງໃຫຍ່ ມີການຕັດລະບົບ Rating ເປັນດາວອອກ ແລ້ວແທນທີ່ດ້ວຍໂຕເລືອກ Like ຫຼື Dislike ແທນ. ໃນດ້ານວິດີໂອ ກໍມີການຈັດຮວມເຂົ້າກັນເປັນກຸ່ມແທນ ແລະເມນູຕ່າງໆ ໂດຍສະເພາະໃນສ່ວນຂອງຄຳເຫັນ ກໍຖືກປັບປ່ຽນໃໝ່ເຊັ່ນກັນ. ເຊີນຊົມໜ້າເວັບໃໝ່ YouTube ໄດ້ເລີຍທີ່ youtube.com

More »

Youtube Feather Beta

“Feather” ເປັນເທັກນິກທີ່ YouTube ໃຊ້ເພື່ອເພີ່ມປະສິດທິພາບໃນການດາວໂຫລດໜ້າເວັບໄຊຂອງ YouTube ເອງ ເພື່ອເຮັດໃຫ້ຄົນທີໃຊ້ເນັດຊ້ານັ້ນ ສາມາດຮັບຊົມວິດີໂອໄດ້ໄວຂຶ້ນ. ວິທີການກໍຄື ຫຼຸດສ່ວນປະກອບຂອງໜ້າຫຼາຍໆ ສ່ວນອອກໄປ ບໍ່ວ່າຈະເປັນສ່ວນຂອງຄຳເຫັນຕ່າງໆ ຫຼືຟອມສຳລັບ embed ວິດີໂອນຳ. ໃນຕອນນີ້ “Feather” ຍັງຢູ່ໃນຂັ້ນຕອນທົດສອບການນຳໃຊ້ ຫຼືໃນຊ່ວງ beta ຢູ່ ຫາກໃຜສົນໃຈຈະທົດສອບກໍເຂົ້າໄປລອງກັນໄດ້ທີໜ້າ Feather beta ຂອງ YouTube ໄດ້ເລີຍ. ທີ່ມາ – Ghacks.net

More »

YouTube 3D

YouTube ນຳສະເໜີຮູບແບບໃໝ່ຂອງວິດີໂອອອນໄລ (ທີ່ມີໃຊ້ກັນມາດົນແລ້ວ) ຜູ່ຊົມສາມາດເລືອກເບິ່ງວິດີໂອເປັນແບບສາມມິຕິໄດ້ ໂດຍອາໄສແວ່ນຕາສາມມິຕິ. ໂຕເລືອກສຳລັບການເບິ່ງວິດີໂອແບບສາມມິຕິນັ້ນ ມີຫຼາຍແບບໃຫ້ທົດລອງກັນ ເຊັ່ນແຍກສີ ຫຼືແຍກຈໍພາບ ເປັນຕົ້ນ. ຫາກໃຜມີແວ່ນຕາສາມມິຕິ ກໍສາມາດທົດລອງເບິ່ງກັນໄດ້ໃນ http://youtube.com/watch?v=9j-uRTsHC9k ຫຼືຖ້າຫາກບໍ່ມີແວ່ນຕາສາມມິຕິກໍລອງໃຊ້ໂຕເລືອກແບບ Focus Thru ເຮັດຕາແບບເວລາເບິ່ງພາບສາມມິຕິໃນປື້ມກໍໄດ້ຜົນເລັກນ້ອຍເຊັ່ນກັນ (ແຕ່ລະວັງຈະເຈັບຕາໄປກ່ອນ). ທີ່ມາ – googlesystem.blogspot.com

More »

YouTube ເປີດໃຫ້ເບິ່ງແບບ Offline

ຫຼັງຈາກທີ່ມີການປ່ຽນແປງຕ່າງ ໆ ໄປກ່ອນໜ້ານີ້ເຊັ່ນ ວິດີໂອຄວາມລະອຽດສູງຂຶ້ນ (ລະດັບ HD) ແລະປ່ຽນເປັນ Widescreen ນັ້ນ ຫຼ້າສຸດແມ່ນການທີ່ລິ້ງສຳລັບດາວໂຫຼດວິດີໂອປະກົດຂຶ້ນມາໃຫ້ເຫັນ (ຂ່າວເກົ່າ) ຕອນນີ້ທາງ YouTube ກໍ່ມີປະກາດອອກມາຢ່າງເປັນທາງການແລ້ວ ວ່າຈະຮອງຮັບການຮັບຊົມແບບ Offline ຄືບໍ່ຕ້ອງຕໍ່ເນັດກໍ່ເບິ່ງກັນໄດ້ ໃນ blog ຂອງ YouTube ຂຽນລະບຸໄວ້ວ່າ ກຳລັງທົດສອບລະບົບໃໝ່ເຊິ່ງຈະອະນຸຍາດໃຫ້ຜູ້ອັບໂຫຼດເລືອກໄດ້ວ່າ ຈະຍອມຮັບສະແດງລິ້ງສຳລັບດາວໂຫຼດວິດີໂອນັ້ນ ໆ ຫຼືບໍ່ ແລະຍິ່ງໄປກວ່ານັ້ນຄື ສາມາດເລືອກໃຫ້ໂຫຼດໄດ້ຟຣີ ຫຼືເສຍເງິນໄດ້ນຳ (ຈ່າຍເງິນຜ່ານທາງ Google Checkout). ສຳລັບວິດີໂອທີ່ໃຫ້ໂຫຼດຟຣີໄດ້ຕອນນີ້ສ່ວນຫຼາຍຈະເປັນ lecture ຈາກມະຫາວິທະຍາໄລຕ່າງ ໆ ເຊັ່ນ Stanford, Duke, UC Berkeley ແລະ UCLA ເປັນຕົ້ນ ທີ່ມາ – YouTube blog

More »

YouTube ເລີ່ມສະແດງລິ້ງສຳລັບດາວໂຫຼດ

ປົກກະຕິການຈະດາວໂຫຼດວິດີໂອຈາກ YouTube ຄົນມັກຈະໃຊ້ໂປຣແກຣມເສີມ ຫຼືເວັບທີ່ໃຫ້ບໍລິການດາວໂຫຼດຢ່າງ keepvid.com ເປັນຕົ້ນ ແຕ່ຫຼ້າສຸດທາງ YouTube ໄດ້ສະແດງລິ້ງສຳລັບດາວໂຫຼດໄຟລ໌ວິດີໂອໃນໜ້າວິດີໂອແລ້ວ ຄາດວ່າຈະເລີ່ມເປີດໃຊ້ທັງໝົດໃນໄວ ໆ ນີ້ ທີ່ມາ – Lessig.org ແບບນີ້ກໍ່ສະບາຍ ບໍ່ຕ້ອງເຂົ້າຫຼາຍຂັ້ນຕອນ : ) ແຕ່ວ່າສັງເກດເວລາຄລິກດາວໂຫຼດ ຈະໂຫຼດຈາກ GoogleVideo

More »

Widescreen YouTube

YouTube ຜູ້ໃຫ້ບໍລິການອັບໂຫຼດວິດີໂອລາຍໃຫຍ່ທີ່ສຸດໃນໂລກໄດ້ປະກາດເພີ່ມຂະໜາດ ຂອງວິດີໂອໃຫ້ສູງຂຶ້ນ ແລະນຳໃຊ້ອັດຕາສ່ວນພາບແບບກວ້າງຂຶ້ນເທົ່າລະດັບ WideScreen. ຄວາມລະອຽດໃໝ່ທີ່ຮອງຮັບນັ້ນສູງເຖິງ 960px ແລະສາມາດໃຊ້ອັດຕາສ່ວນພາບແບບ Widescreen ໄດ້ພ້ອມ. ສ່ວນຫາງສຽງທີ່ຕິດຕາມມານັ້ນກໍ່ເປັນໄປຕາມຄວາມຄາດໝາຍ — ເມື່ອມີສິ່ງໃໝ່ເກີດຂຶ້ນ ຈະມີການຕໍ່ຕ້ານຂຶ້ນມາ ອ່ານຕໍ່ໄດ້ໃນ YouTube Blog

More »

ທາງການໄທຢຸດຕິການ block ເວບ YouTube.com ແລ້ວ

ຫລັງຈາກທີ່ທາງການໄທໄດ້ທຳການ block ການເຂົ້າເຖິງເວບໄຊຕ໌ YouTube.com ເຊິ່ງເປັນເວບໄຊຕ໌ວີດິໂອລາຍໃຫຍ່ທີ່ສຸດໃນໂລກຕອນນີ້; ຜ່ານມາເປັນເວລາຫລາຍເດືອນ ໃນທີ່ສຸດກະຊວງ ICT ຂອງປະເທດໄທກໍ່ໄດ້ຍົກເລີກການສະກັດກັ້ນການເຂົ້າເຖິງ YouTube.com ໂດຍໄດ້ມີຂໍ້ຕົກລົງກັບທາງ YouTube.com ວ່າ ທາງ YouTube.com ຈະຕ້ອງກັນ IP ຈາກປະເທດໄທບໍ່ໃຫ້ສາມາດເບິ່ງຄລິບວີດິໂອທີ່ລະເມີດກົດຫມາຍຂອງປະເທດໄທໄດ້. ການຍົກເລີກການ block ເວບ YouTube.com ຢ່າງເປັນທາງການໃນຄັ້ງນີ້ ສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມສາມາດເຂົ້າໃຊ້ງານ YouTube.com ໄດ້ຕາມປົກກະຕິແລ້ວ ເພາະວ່າ Gateway ຂອງລາວໂທລະຄົມນັ້ນແລ່ນຜ່ານປະເທດໄທ. ຫາກປະເທດໄທ block ເວບໄຊຕ໌ໃດ ໆ ກໍ່ຕາມ, ກໍ່ຈະສົ່ງຜົນໃຫ້ຜູ້ໃຊ້ບໍລິການອິນເຕີເນັດຂອງລາວໂທລະຄົມ ບໍ່ສາມາດເຂົ້າເວບໄຊຕ໌ນັ້ນ ໆ ໄດ້ນຳ. ທີ່ມາ – The Nation [via Blognone]

More »

Google ຢືນຢັນ YouTube ບໍ່ຜິດ!

ຈາກການທີ່ Viacom ໄດ້ຟ້ອງຮ້ອງ Google ໄປໃນຄັ້ງກ່ອນ (ອ່ານຂ່າວເກົ່າ) ນັ້ນ ຕອນນີ້ທາງ Google ກໍໄດ້ອອກມາປະຕິເສດສຽງແຂງຕໍ່ການຮຽກຮ້ອງມູນຄ່າເສຍຫາຍກວ່າ $1,000,000,000 ຂອງ Viacom ແລ້ວ ໂດຍໄດ້ຍົກເອົາປະເດັນຕ່າງ ໆ ຂຶ້ນມາໂຕ້ແຍ້ງ ບໍ່ວ່າຈະເປັນສັນຍາ DMCA ລວມໄປເຖິງນະໂຍບາຍ ທີ່ໃຫ້ຜູ້ເປັນເຈົ້າຂອງລິຂະສິດ ສາມາດກວດສອບ ແລະຄົ້ນຫາໄຟລ໌ວີດິໂອທີ່ມີການລະເມີດ ລິຂະສິດໄດ້ ເປັນຕົ້ນ ສ່ວນທາງ Viacom ກໍ່ຄັດຄ້ານທີ່ Google ສະເຫນີວ່າ YouTube ນັ້ນໄດ້ຮັບການປົກປ້ອງຈາກສັນຍາ DMCA ແລະຊີ້ວ່າ Google ຫາກິນກັບການລະເມີດລິຂະສິດເຫຼົ່ານີ ແຕ່ຢ່າໃດກໍ່ຕາມ ຍັງຄົງບໍ່ມີຂໍ້ຢຸດຕິເທື່ອ ຕ້ອງຕິດຕໍ່ໄປ ຈົບຂ່າວ ທີ່ມາ – ZDNet

More »

Viacom ຢື່ນຟ້ອງ YouTube ຮຽກຮ້ອງຄ່າເສຍຫາຍກວ່າພັນລ້ານ!

Viacom ບໍລິສັດແມ່ຂອງ MTV ໄດ້ຢື່ນຟ້ອງ YouTube ແລະຮຽກຄ່າເສຍຫາຍເປັນເງິນຈຳນວນກວ່າ $1 ພັນລ້ານ ໂດຍໂຄສົກຂອງທາງ Viacom ອອກມາເວົ້າວ່າ ມີວີດິໂອຈາກເຄືອຂ່າຍໂທລະທັດຂອງ Viacom ຫລາຍກວ່າ 160,000 ລາຍການ ຖືກອັບໂຫລດໄປໄວ້ເທິງ YouTube ບໍ່ວ່າຈະເປັນຂອງລາຍການທີ່ມີຊື່ສຽງເຊັ່ນ Comedy Central, VH1 ແລະ Nickelodeon ເປັນຕົ້ນ ເຊິ່ງລາຍການເຫລົ່ານີ້ນັ້ນ ຖືກເປີດເບິ່ງຫລາຍກວ່າ 1.5 ພັນລ້ານຄັ້ງ! ນອກຈາກນັ້ນຕົວແທນຈາກ Viacom ຍັງບອກວ່າ ທາງບໍລິສັດເອງບໍ່ຄິດວ່າ YouTube ຈະມີນະໂຍບາຍອອກມາ ປາບປາມການເພີ່ມຂຶ້ນຂອງຄລິບວີດິໂອເຫລົ່ານີ້ແຕ່ຢ່າງໃດ ທີ່ມາ – MSNBC News [via] YouTube ເປັບເວັບໄຊທ໌ທີ່ໃຫ້ບໍລິການ video-sharing ທີ່ໄດ້ຮັບຄວາມນິຍົມສູງ ແລະຍັງເປັນເວັບໄຊທ໌ທີ່ມີອັດຕາການຂະຫຍາຍຕົວ ແລະມີຜູ້ຊົມຫລາຍທີ່ສຸດເທົ່າທີ່ເຄີຍມີມາ ໂດຍປະຈຸບັນຖືກຂາຍໄປໃຫ້ກັບ Google Inc. ເປັນທີ່ຮຽບຮ້ອຍແລ້ວ ອັນທີ່ຈິງ ເດືອນທີ່ຜ່ານມາ YouTube ກໍ່ເອົາວີດິໂອຄລິບຂອງ [...]

More »