Posts Tagged ‘Yahoo’

Yahoo! Messenger 10

Yahoo! ອອກອັບເດດເວີຊັນໃໝ່ສຳລັບໂປຣແກຣມສົນທະນາ Yahoo! Messenger 10 ເຊິ່ງຮອງຮັບທັງ Windows ແລະ Mac ຮວມເຖິງລະບົບມືຖືຕ່າງໆ ອີກນຳ.
ໃນເວີຊັນໃໝ່ຂອງ Y! Messenger 10 ກໍມີຄຸນສົມບັດໃໝ່ໆ ທີ່ຖືກເພີ່ມເຂົ້າມາຫຼາຍຢ່າງເຊັ່ນ ຮອງຮັບ UI ຫຼາຍສາມາດເລືອກພາສາໄດ້ຈາກໜ້າທຳອິດເລີຍ ໂດຍບໍ່ຕ້ອງປິດເປີດໂປຣແກຣມຄືນໃໝ່ ແລະຍັງຮອງຮັບລະບົບ Video call ເຕັມຮູບແບບທັງພາບທັງສຽງ (ບໍ່ແນ່ໃຈວ່າເວີຊັນ 9 ມີຫຼືຍັງ ສ່ວນຕົວບໍ່ໄດ້ໃຊ້) ພ້ອມທັງລະບົບອັບເດດເຫດການໃໝ່ຂອງໝູ່ໃນ flickr, Yahoo! Music, ແລະອື່ນໆ ໃນເຄືອຂ່າຍຂອງ Yahoo! ໄດ້ພ້ອມ.
ຄວາມສາມາດໃໝ່ໆ ອື່ນກໍມີເຊັ່ນ:

ສົນທະນາແບບຄົນດຽວ ຫຼືຫຼາຍຄົນ
ລະບົບແຈ້ງອັບເດດ Yahoo! Mail, ຂ່າວ, ສະພາບອາກາດ, ຊອກຫາ, ແລະອື່ນໆ
ສາມາດສົ່ງ SMS ເຂົ້າມືຖືໄດ້
media player ເປີດໜັງເປີດເພງໄດ້ໃນໂປຣແກຣມ Y! Messenger

ສາມາດດາວໂຫລດໄດ້ຈາກເວັບໄຊຂອງ Yahoo! Messenger ເລີຍທີ່ http://messenger.yahoo.com/
ທີ່ມາ – [...]

More »

Yahoo! Messenger 9.0.0.2034 Final

ດົນແລ້ວບໍ່ໄດ້ຂຽນຂ່າວ ເພາະວ່າເອົາເວລາໄປເຮັດພັນລາວເວີຊັນ໒ ບໍ່ແລ້ວຈັກເທື່ອ ມື້ນີ້ພໍດີເຫັນ YIM ອອກໃໝ່ ເລີຍມາຂຽນ.
Yahoo! Instant Messenger ເປັນໂປຣແກຣມສົນທະນາຈາກ Yahoo! ເຊິ່ງມີລັກສະນະຄ້າຍ ໆ WLM ແລະ Google Talk ທີ່ທຸກຄົນຄຸ້ນເຄີຍກັນດີ ຕອນນີ້ອອກເວີຊັນໃໝ່ ໂດຍຫຼັກແລ້ວແມ່ນການຮອງຮັບການໃຊ້ງານກັບ Windows Vista ສ່ວນ changelog ນັ້ນບໍ່ມີ (ຫາບໍ່ພົບ)

ດາວໂຫຼດສຳລັບ Windows

More »

ຄຳທີ່ມີຄົນສະກົດຜິດຫລາຍທີ່ສຸດໃນ Yahoo!

Yahoo! ເວບຜູ້ໃຫ້ບໍລິການຄົ້ນຫາລາຍໃຫຍ່ແຫ່ງໜຶ່ງຂອງໂລກ ໄດ້ລາຍງານເຖິງຄຳຄົ້ນຫາທີ່ມີການສະກົດຜິດ ຫຼືທີ່ເອີ້ນວ່າ “Misspelled” ອອກມາ ເຊິ່ງ 20 ອັນດັບທີ່ມີຜູ້ສະກົດຜິດຫລາຍທີ່ສຸດໄດ້ແກ່…

Wallmart (Wal-Mart)
Rachel Ray (Rachael Ray)
Amtrack (Amtrak)
Hillary Duff (Hilary Duff)
Katherine McPhee (Katharine McPhee)
Britany Spears (Britney Spears)
Geneology (Genealogy)
Jaime Pressley (Jaime Pressly)
Volkswagon (Volkswagen)
Wikepedia (Wikipedia)
William Sonoma (Williams-Sonoma)
Tatoo (Tattoo)
Travelosity (Travelocity)
Elliot Yamin (Elliott Yamin)
Kiera Knightley (Keira Knightley)
Kelly Pickler (Kellie Pickler)
Brittney Spears (Britney Spears)
Avril Lavinge (Avril Lavigne)
Rianna (Rihanna)
Jordan Sparks (Jordin Sparks)

ທີ່ມາ – Yahoo! [...]

More »

ເນື້ອທີ່ອີເມລບໍ່ຈຳກັດຈາກ Yahoo!

ບໍລິສັດ Yahoo Inc. ກຽມຂະຫຍາຍພື້ນທີ່ການໃຊ້ງານອີເມລຂອງຕົນໃຫ້ເປັນແບບບໍ່ຈຳກັດ ໂດຍໄດ້ມີປະກາດແຈ້ງການອອກມາວ່າ ຈະເຮີ່ມຂະຫຍາຍເນື້ອທີ່ຂອງເມລ ພາຍໃນເດືອນພຶດສະພານີ້
ປະຈຸບັນນີ້ ບໍລິການຟຣີອີເມລຂອງ Yahoo ແມ່ນໃຫ້ເນື້ອທີ່ການໃຊ້ງານພຽງ 1GB, ສ່ວນ Gmail ບໍລິການຟຣີອີເມລຈາກ Google ແມ່ນ 2.8GB ໃນຂະນະທີ່ Microsoft ໃຫ້ເນື້ອທີ່ໃຊ້ງານ 2GB
ທີ່ມາ – Yahoo News [via]
ອືມ… ກໍ່ຫວັງວ່າ Gmail ຊິເຮັດແບບດຽວກັນ

More »

ເສດຖີຈາກ Yahoo! ບໍລິຈາກ $75 ລ້ານໃຫ້ກັບມະຫາວິທະຍາໄລສແຕນດ໌ຟອຣ໌ດ

ເຈີຣີ່ ຢາງ ໃນຖານະຜູ້ຮ່ວມກໍ່ຕັ້ງເວັບ Yahoo.com ຕັດສິນໃຈຈະບໍລິຈາກເງິນກ້ອນໃຫຍ່ ເປັນຈຳນວນເຖິງ $75 ລ້ານ ໃຫ້ກັບມະຫາວິທະຍາໄລສະແຕນດ໌ຟອຣ໌ດ –ມະຫາວິທະຍາໄລທີ່ລາວຈົບການສຶກສາມາ ໂດຍທາງມະຫາວິທະຍາໄລດັ່ງກ່າວ ຈະໄດ້ນຳເງິນມາແບ່ງເປັນສາມສ່ວນ ຄື

$50 ລ້ານທຳອິດ ຈະນຳມາສ້າງສູນວິໄຈກ່ຽວກັບສະພາບແວດລ້ອມ ເຊິ່ງຄາດວ່າຈະແລ້ວເສັດພາຍໃນທ້າຍປີນີ
$5 ລ້ານຕໍ່ມາ ຈະໃຊ້ສ້າງສູນເຝິກອົບຮົມນັກສຶກສາແພດ ມີພື້ນທີ່ການກໍ່ສ້າງເຖິງ 120,000 ຕາລາງຟຸດ
ແລະສຳຫລັບ $20 ລ້ານທີ່ເຫລືອນັ້ນ ຍັງບໍ່ເປັນທີ່ແນ່ຊັດ ວ່າຈະເອົາໄປໃຊ້ໃນສ່ວນໃດ

ເຈີຣີ່ ຢາງ ເປັນຫນຸ່ມໄຕ້ຫວັນ-ອາເມລິກາ ເກີດໃນປີ 1968 ເປັນຫນຶ່ງໃນຜູ້ຮ່ວມກໍ່ຕັ້ງ Yahoo! Inc. ເວັບຄົ້ນຫາອັນດັບຕົ້ນໆ ຂອງໂລກ ມີສັບສິນໃນຄອບຄອງເຖິງ $2.4 ພັນລ້ານໃນປີ 2006 ແລະເປັນບຸກຄົນທີ່ລວຍເປັນອັນດັບທີ່ 317 ຂອງໂລກ
ທີ່ມາ – MSNBC [via Neowin.net]
ຖ້າລວຍໆ ແບບນັ້ນ ກໍ່ຊິບໍລິຈາກຄືກັນ

More »

ຈະເກີດຫຍັງຂຶ້ນເມື່ອທີມອອກແບບຂອງ Yahoo! ມາອອກແບບ Google…

ເປັນ Joke ຕະຫລົກໆ ທີ່ GoogleWatch ເຮັດອອກມາໃຫ້ເບິ່ງກັນ ມັນຈະເປັນແນວໃດຫາກວ່າ ທີມງານຝ່າຍອອກແບບຂອງບໍລິສັດ Yahoo! ຕ້ອງມາອອກແບບໃຫ້ກັບ Google ມາເບິ່ງເລຍດີກວ່າ…

ແລະຫາກຕ້ອງການຈະຮູ້ວ່າ Yahoo! ເມື່ອເອົາແມ່ນຫຍັງຕ່າງໆ ອອກຈົນເຫລືອນ້ອຍທີ່ສຸດແລ້ວເປັນແນວໃດ ຕ້ອງໄປເບິ່ງ search.yahoo.com (ເຂົາອາດຈະເຮັດດີທີ່ສຸດແລ້ວ… ເຖິງຈະຍັງຮົກໆ ຕາຢູ່ກໍ່ຕາມ )
ສະຫລຸບແລ້ວ ເປັນຕົວຂອງຕົວເອງຫນ້າຈະດີທີ່ສຸດ lol
ທີ່ມາ: TechCrunch

More »