Tag: Wordpress
WordPress Login Skins
ການສ້າງ Theme ຂອງ WordPress
ຜ່ານໄປເຫັນໃນບລັອກຂອງ NDesign Studio ມາ ບລັອກນີ້ມີຜົນການສ້າງ Themes ຂອງ WordPress ມາແລ້ວສອງແບບ ແບບຫລ້າສຸດຄື iTheme ທີ່ເປັນທີ່ນິຍົມກັນພໍສົມຄວນ ພໍດີມີບົດຄວາມແນະນຳສຳຫລັບຜູ້ທີ່ຢາກອອກແບບສ້າງ Theme ຂອງ WordPress ມາໃຫ້ອ່ານ ສາມາດຕິດຕາມໄດ້ທີ່ WordPress Theme Hacks ໃນບົດຄວາມກໍ່ຈະມີ tags ຕ່າງ ໆ ທີ່ຈຳເປັນຕ້ອງໃຊ້ໃນການສ້າງ Theme ໃຫ້ໄດ້ສຶກສາກັນ
ທີ່ມາ – WebDesignerWall.com [via NDesign Studio]
ປລັກອິນ WordPress ປະຈຳວັນທີ່ 6 ຕຸລາ 2007
- Flexible Upload
ປລັກອິນຕົວນີ້ຊ່ວຍໃຫ້ສາມາດຈັດການອັບໂຫລດໄຟລ໌ໃສ່ໃນໂພສຕ໌ໄດ້ງ່າຍຂຶ້ນ ມີລະບົບຫຍໍ້/ຂະຫຍາຍພາບ, ລະບົບພາບຕົວຢ່າງ, ລະບົບພິມລາຍນ້ຳ, ຮອງຮັບ Lightbox, ຮອງຮັບການອັບໂຫລດຫລາຍ ໆ ໄຟລ໌ໃນຄາວດຽວ, ຮອງຮັບຫລາຍພາສາ, ຯລຯ - Google XML Sitemaps
ປລັກອິນສຳຫລັບສ້າງ Sitemaps ໃຫ້ກັບ blog ຂອງເຮົາ ເຊິ່ງຕົວນີ້ຮອງຮັບທັງ Google, MSN, Yahoo! ແລະ Ask.com - WP-OpenID+
ປລັກອິນທີ່ເຮັດໃຫ້ບລັອກຂອງເຮົາສາມາດຮອງຮັບການໃຊ້ງານລະບົບ OpenID ໄດ້
ຄລິກຊື່ປລັກອິນເພື່ອໄປຫນ້າດາວໂຫລດ
ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໓ (ຈົບ)
ມາຕໍ່ກັນເລີຍດີກວ່າ ຕອນນີ້ເປັນຕອນສຸດທ້າຍແລ້ວ ທ່ານໃດທີ່ຍັງບໍ່ທັນໄດ້ອ່ານຕອນກ່ອນຫນ້ານີ້ ກໍ່ສາມາດກັບໄປອ່ານໄດ້ໃນ ຕອນທີ່ ໑ ແລະ ຕອນທີ່ ໒
ແທບ Blogroll ນັ້ນສາມາດໃຊ້ຈັດການກັບລິງກ໌ຕ່າງ ໆ ຂອງເຮົາໄດ້ ເຊັ່ນວ່າ ເຮົາຕ້ອງການສ້າງລິງກ໌ໄປຫາບລັອກຄົນຮູ້ຈັກ ຫຼືອາດຈະເປັນເວບໄຊຕ໌ຂອງຄົນຮູ້ຈັກກໍ່ໄດ້ ເຊິ່ງ Blogroll ນັ້ນ ສາມາດທີ່ຈະກຳຫນົດຫມວດຫມູ່ໃຫ້ໄດ້ເຊັ່ນດຽວກັໂພສຕ໌
ໃນ Blogroll ນີ້ຈະມີແທບຍ່ອຍລົງໄປອີກສອງອັນຄື Add link (ເພີ່ມລິງກ໌ຄັ້ງລະອັນ) ແລະ Import Links (ໃຊ້ໄວ້ສຳຫລັບນຳລິງກ໌ເຂົ້າມາຈຳນວນຫລາຍ ໆ ໃນຄາວດຽວ)
Continue reading ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໓ (ຈົບ)
ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໒
Post slug ເປັນສ່ວນທີ່ມີຄວາມສຳຄັນຫລາຍສຳຫລັບການຂຽນບລັອກເປັນພາສາລາວ ເພາະວ່າຫາກເຮົາໃຊ້ Pretty Permalink ແລ້ວ ການໃຊ້ Post slug ຈະເປັນການຕັ້ງຊື່ URL ຂອງໂພສຕ໌ນັ້ນ ໆ ນຳ ຕົວຢ່າງວ່າ ເຮົາຕັ້ງຊື່ໂພສຕ໌ໃຫມ່ວ່າ “ການຕິດຕັ້ງ Wireless Connection ໃນ Windows Vista” ຖ້າເຮົາບໍ່ແກ້ໄຂ Post slug ກ່ອນ ພາສາລາວໃນ URL ຈະກາຍເປັນລະຫັດ UTF-8 ເຊິ່ງອ່ານບໍ່ໄດ້ ແລະບາງຄັ້ງຈະເຮັດໃຫ້ບໍ່ສາມາດເຂົ້າໄປຫນ້ານັ້ນ ໆ ໄດ້
Continue reading ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໒
ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໑
ເວບຜູ້ໃຫ້ບໍລິການກ່ຽວກັບການຂຽນບລັອກນັ້ນ ມີຢູ່ຫລາກຫລາຍແຫ່ງ ອາທິເຊັ່ນ WordPress.com, Blogger.com ແລະ Live Spaces ເປັນຕົ້ນ ແຕ່ວ່າໃນມື້ນີ້ ເຮົາຈະມາຮູ້ຈັກກັບ WordPress.com ກັນກ່ອນ
WordPress.com ເປັນເວບໃຫ້ບໍລິການຟຣີບລັອກທີ່ໃຊ້ລະບົບ Blog ຂອງ WordPress ເຊິ່ງມີຮູບແບບການໃຊ້ງານທີ່ງ່າຍ ບໍ່ຊັບຊ້ອນ ແຕ່ໃນຂະນະດຽວກັນກໍ່ມີຂໍ້ຈຳກັດຫລາຍ ໆ ຢ່າງເຊັ່ນວ່າ
- ບໍ່ສາມາດໃຊ້ JavaScript ໄດ້
- ບໍ່ສາມາດປັບແຕ່ງ Theme ໄດ້ຢ່າງອິດສະລະ
- ໃສ່ AdSense ບໍ່ໄດ້
- ຯລຯ
ເຫລົ່ານີ້ກໍ່ອາດເປັນບັນຫາສຳຫລັບບາງຄົນໄດ້ເຊັ່ນກັນ
ແຕ່ເຖິງຢ່າງໃດກໍ່ຕາມ WordPress.com ກໍ່ຖືວ່າເປັນບໍລິການຟຣີບລັອກທີ່ຫນ້າໃຊ້ງານອີກແຫ່ງໜຶ່ງ ເພາະວ່າ
- ໃຊ້ງານງ່າຍ ມີຕົວເລືອກບໍ່ຫຍຸ້ງຍາກຊັບຊ້ອນ
- ມີການແບ່ງບລັອກເປັນຫມວດຫມູ່ຂອງພາສາ ເຊັ່ນພາສາລາວ
- ມີ Akismet ໄວ້ປ້ອງກັນ Spam
- ມີຊຸມຊົນ Bloggers ທີ່ຫລາກຫລາຍ (ແຕ່ຕອນນີ້ພາສາລາວຍັງມີໜ້ອຍຢູ່)
- ສາມາດໃຊ້ Contact form, Slide show, YouTube Video, Guest Book, ຯລຯ ໄດ້ຢ່າງງ່າຍດາຍ
ແລະເພື່ອບໍ່ໃຫ້ເປັນການເສຍເວລາ ເຮົາມາເລີ່ມລົງທະບຽນກັບ WordPress.com ກັນເລີຍ 🙂
Continue reading ການລົງທະບຽນແລະໃຊ້ງານບລັອກກັບ WordPress.com ຕອນທີ່ ໑
WordPress 2.2 ເລື່ອນ!
ບລັອກແວຣ໌ຍອດນິຍົມຢ່າງ WordPress ທີ່ມີແຜນການຈະອອກເວີຊັນໃຫມ່ນັ້ນ ຖືກເລື່ອນໄປເປັນວັນທີ່ 23 ດ້ວຍເຫດວ່າ ທາງທີມງານ Automatic ໄດ້ພົບວ່າມີບັນຫາໃນໂຄ້ດຂອງເວີຊັນໃຫມ່ ແລະກຳລັງດຳເນີນການແກ້ໄຂຢູ່ ຈຶ່ງໄດ້ປະກາດເລື່ອນການເປີດຕົວເວີຊັນໃຫມ່ອອກໄປກ່ອນ ເພື່ອຈັດການກັບບັນຫາທີ່ພົບ
ໃນ WordPress 2.2 ນັ້ນ ມີຄວາມສາມາດໃຫມ່ ໆ ຫລາຍຢ່າງເພີ່ມເຕີມເຂົ້າມາ ບໍ່ວ່າຈະເປັນລະບົບ Tags, ຄວາມຄິດເຫັນ, feeds ແບບໃຫມ່, ມີ phpmailer ໃນຕົວເລີຍ ແລະລວມໄປເຖິງລະບົບ Plugin Sandboxing ທີ່ໃຊ້ສຳຫລັບທົດສອບວ່າປລັກອິນທີ່ຈະໃຊ້ນັ້ນມີບັນຫາບໍ່ ເປັນຕົ້ນ
ທີ່ມາ – Lorelle’s Blog
WordPress 2.1.3 ແລະ 2.0.10 ອອກແລ້ວ
ທາງທີມງານ WordPress ໄດ້ອອກເວີຊັນອັບເດທສຳຫລັບ WordPress ທັງ 2.x ແລະ 2.0.x ອອກມາແລ້ວ ໂດຍເປັນການແກ້ໄຂຂໍ້ບົກພ່ອງ ລວມເຖິງລະບົບຄວາມປອດໄພຕໍ່ຈາກເວີຊັນກ່ອນໜ້ານີ້ ເຊິ່ງທາງທີມງານພັດທະນາ ແນະນຳໃຫ້ຜູ້ໃຊ້ທຳການອັບເດທໂດຍດ່ວນທີ່ສຸດ
ທີ່ມາ – WordPress.org
WordPress ເປັນ CMS ສຳຫຼັບຈັດການກັບ Blog ໂດຍສະເພາະ ແລະເປັນ Blogware ທີ່ໄດ້ຮັບຄວາມນິຍົມສູງ ເພາະງ່າຍຕໍ່ການໃຊ້ງານ ມີປລັ໊ກອິນແລະຫນ້າຕາໃຫ້ເລືອກໃຊ້ຫລາກຫລາຍ ໃນ au8ust.org ກໍ່ໃຊ້ WordPress ເຊັ່ນກັນ ແລະກໍ່ຫວັງວ່າ ມື້ຫນຶ່ງຈະມີໂອກາດຂຽນບົດຄວາມກ່ຽມກັບ WordPress 🙂
WordPress v2.1.2 – An Emergency Update
ທາງ WordPress ໄດ້ອອກອັບເດທສຸກເສີນສຳຫລັບ ຜູ້ທີ່ ຕິດຕັ້ງ/ໃຊ້ງານ WordPress v2.1.1 ໃຫ້ຮີບທຳການອັບເດທໄປໃຊ້ v2.1.2 ດ່ວນ ເນື່ອງຈາກມີການຄົ້ນພົບ ຂໍ້ບົກພ່ອງທາງລະບົບຮັກສາຄວາມປອດໄພ ທີ່ມີໃນ v2.1.1 ເຊິ່ງເຮັດໃຫ້ ຜູ້ບໍ່ຫວັງດີນັ້ນ ສາມາດເຂົ້າໃຊ້ລະບົບໃນ user-level ໄດ້
ສຳຫລັບທ່ານໃດທີໃຊ້ WordPress v2.1.1 ໃຫ້ທຳການອັບເດທດ່ວນ ສ່ວນທ່ານໃດທີ່ຍັງໃຊ້ v2.1 ແມ່ນປອດໄພ ບໍ່ຈຳເປັນຕ້ອງອັບກໍ່ໄດ້
ທີ່ມາ – WordPress.org
ປະກົດວ່າ… au8ust.org is powered by WP v2.1 LOL