Posts Tagged ‘WLM’

Frag’s Emoticon Loader

ເຄີຍເປັນກັນບໍ່ ລົງ Windows ໃໝ່ແລ້ວຄ້ານເພີ່ມ Emoticon ໃນ WLM ບາງຄົນອາດຈະໃຊ້ວິທີກັອບໂຟນເດີໃນ Applications Data ເອົາ ແຕ່ບາງຄົນກໍບໍ່ທັນ ແຕ່ຈະເປັນແນວໃດກໍວ່າກັນໄປ ມື້ນີ້ມີໂປຣແກຣມມານຳສະເໜີເພື່ອແກ້ໄຂບັນຫາດັ່ງກ່າວ. ໂປຣແກຣມທີ່ວ່ານີ້ມີຊື່ວ່າ Frag’s Emoticon Loader ເປັນ freeware ຂະໜາດນ້ອຍ ໆ ທີ່ຊ່ວຍໃຫ້ເຮົາສາມາດ add ເອົາຮູບພາບຕ່າງ ໆ ມາເປັນ emoticon ໃນໂປຣແກຣມ WLM ໄດ້.
ໃຊ້ໄດ້ກັບ Windows 2000/XP/Vista ແລະຕ້ອງເປັນ WLM ເທົ່ານັ້ນ.
ດາວໂຫຼດ – Emoticon Loader

More »

ຕິດຕັ້ງ WLM ແບບເບົາ ໆ

ຂຽນໄວ້ກັນລືມ .. ໄດ້ຂໍ້ມູນຈາກ @Defago ວິທີຕິດຕັ້ງ Windows Live Messenger (a.k.a. WLM) ແບບເບົາ ໆ ເພາະໂດຍປົກກະຕິແລ້ວ ເວີຊັນຫຼັງ ໆ ຂອງ WLM ຈະມີຂະໜາດໄຟລ໌ໃຫຍ່ເຖິງ 130MB+ ເຮັດໃຫ້ຄົນເນັດຊ້າເກືອບຈະໂຫຼດກັນບໍ່ໄດ້ເລີຍ ເພາະມັນຍັດສາລະພັດຢ່າງມາໃຫ້ໃນ package ການຕິດຕັ້ງແທນທີ່ຈະມີພຽງ WLM ຢ່າງດຽວຄືແຕ່ກ່ອນ.
ວິທີການຕິດຕັ້ງແບບເບົາ ໆ ແມ່ນດາວໂຫຼດໄຟລ໌ຂອງ WLM ເວີຊັນທີ່ຕ້ອງການມາຈາກ Pank.org IM ເຊິ່ງໃນຕອນນີ້ເວີຊັນຫຼ້າສຸດແມ່ນ 14.0.8064.206 ກໍ່ເລືອກໂຫຼດ Windows Live Messenger 14.0.8064.206 (English) ມາ ມີຂະໜາດໄຟລ໌ພຽງ 24.9MB ເທົ່ານັ້ນ.
ຫຼັງຈາກໂຫຼດມາຮຽບຮ້ອຍແລ້ວ ຫາກວ່າໃນຄອມພິວເຕີຂອງທ່ານຜູ້ອ່ານມີ WLM ເວີຊັນເກົ່າຢູ່ກ່ອນແລ້ວບໍ່ວ່າຈະເປັນເວີຊັນໃດ ໆ ກໍ່ຕາມ ໃຫ້ Uninstall ແປວ່າຖອນການຕິດຕັ້ງອອກກ່ອນ ກໍ່ເຮັດໄດ້ຫຼາຍວິທີເຊັ່ນ ໄປທີ່ Control panel [...]

More »

Windows Live Messenger 2009

ອອກ final version ມາແລ້ວສຳລັບ Windows Live Messenger 2009 ໃນເວີຊັນນີ້ເລກ build ແມ່ນ 14.0.8050.1202 ຂະໜາດໄຟລ໌ສຳລັບການຕິດຕັ້ງແບບ offline ຖ້ວມ 134MB ອີກເຊັ່ນເຄີຍ
ດາວໂຫຼດ ແບບຕິດຕັ້ງ Online | ແບບຕິດຕັ້ງ Off-line
ລົງຂ່າວຊ້າເພາະເມົາໄປແປງເວັບອີກເວັບ (ອ່ານໃນ *real me)

More »

Windows Live Messenger 2009 Build 14.0.5027.908 Beta

ອອກເວີຊັນເບຕ້າໃໝ່ມາແລ້ວສຳລັບ Windows Live Messenger ໂປຣແກຣມ Instant Messenger ອັນເປັນທີ່ນິຍົມກັນໃນກຸ່ມຄົນໃຊ້ເນັດ ໃນເວີຊັນນີ້ສິ່ງທີ່ປ່ຽນແປງໄປຢ່າງເຫັນໄດ້ຊັດກໍ່ຄືໜ້າຕາ UI ຂອງໂປຣແກຣມ ຈະປ່ຽນແປງໄປຫຼາຍ ແລະຮອງຮັບ Animated avatar ນຳ.

ໂຫລດແບບເຕັມ ໆ ຕິດຕັ້ງໄດ້ Offline ແມ່ນໃຊ້ link http://g.live.com/1rebeta3/en/wlsetup-all.exe ເຊິ່ງມີຂະໜາດໄຟລ໌ກວ່າ 134.7 MB ເຊິ່ງຈະມີໂປຣແກຣມອື່ນ ໆ ໃນຊຸດ Live ແຖມມານຳ.
ຖ້າຈະໂຫລດສະເພາະ WLM ແມ່ນໃຊ້ link http://g.live.com/1rebeta3/en/wlsetup-web.exe ຈະເປັນ Web installer ເລືອກໂຫລດໄດ້ວ່າຊິໂຫລດຫຍັງມາຕິດຕັ້ງແດ່.
ອີກຂໍ້ສັງເກດຄື ມັນສາມາດສະແດງຜົນພາສາລາວໄດ້ໂດຍບໍ່ຕ້ອງກຳນົດຟອນແລ້ວ ໂດຍສະເພາະຢ່າງຍິ່ງໃນ status

More »

Messenger Plus! Live 4.22.274

ອອກເວີຊັນໃຫມ່ອອກມາເພື່ອຮອງຮັບ Windows Live! Messenger v8.5.0517 public beta ໂດຍສະເພາະ ແລະກໍ່ມີການແກ້ໄຂບັ໊ກອີກສາມຈຸດ ເຊິ່ງທາງຜູ້ພັດທະນາວາງແຜນວ່າຈະຄ່ອຍ ໆ ປັບແກ້ໃຫ້ມີຫນ້າຕາແບບດຽວກັບ Windows Live! Messenger v8.5

ດາວໂຫລດ
ເວບໄຊຕ໌ຜູ້ພັດທະນາ

More »

Windows Live Messenger Custom Emoticon Migration Tool v1.2

ເປັນໂປຣແກຣມນ້ອຍໆ ແຕ່ຫນ້າໃຊ້ງານ ໃຊ້ສຳຫລັບຍ້າຍ Emoticon ທີ່ເຮົາເພີ່ມໃນພາຍຫລັງ ໃນ Windows Live Messenger ໄປໄວ້ເຄື່ອງໃຫມ່ ທີ່ຈິງໂປຣແກຣມນີ້ເຄີຍຫາມາໃຊ້ ແຕ່ວ່າຊອກບໍ່ເຫັນ ຕອນນັ້ນເລີຍຕ້ອງໄດ້ Add ເຂົ້າໃຫມ່ເທື່ອລະອັນ ມາເຫັນໂຕນີ້ຍັງງ່າຍແດ່ ສະບາຍເລີຍບາດນີ້ ^o^
ຕົວໂປຣແກຣມມີຂະຫນາດພຽງ 44KB ສາມາດດາວໂຫລດໄດ້ຈາກລິ້ງຄ໌

ດາວໂຫລດ
ເວັບໄຊທ໌ຜູ້ພັດທະນາໂປຣແກຣມ

ປລ. ລະວັງຈະຕົກໃຈເມື່ອເຫັນໄອຄອນໂປຣແກຣມນີ້ LOL

More »

Messenger Plus! Live ສຳຫລັບ Vista ທ້າຍເດືອນນີ້

ໂປຣແກຣມສຳຫລັບເພີ່ມລູກຫລິ້ນຕ່າງໆ ໃຫ້ກັບ Windows Live Messenger (ຊື່ເກົ່າແມ່ນ MSN Messenger) ຕຽມອອກເວີຊັ່ນສຳຫລັບ Windows Vista ໃນທ້າຍເດືອນກຸມພານີ້ ໂດຍໃນເວັບໄຊທ໌ຂອງ ຜູ້ພັດທະນາໄດ້ໃຫ້ລາຍລະອຽດວ່າ ຫາກບໍ່ມີຫຍັງຜິດພາດ ກໍ່ຈະປ່ອຍ Messenger Plus! Live v4.20 ອອກມາ ໃນຊ່ວງທ້າຍເດືອນ ແລະກ່ອນຫນ້ານັ້ນ ກໍ່ຈະເປີດ Beta ໃຫ້ໄດ້ທົດສອບກັນກ່ອນ. ສຳຫລັບໃນເວີຊັນໃຫມ່ກໍ່ຈະມີ Scripts ທີ່ຊະນະການແຂ່ງຂັນໃນທ້າຍປີກາຍລວມຢູ່ນຳ ແລະມີການປັບປຸງສ່ວນຕ່າງໆ ເພື່ອໃຫ້ແນ່ໃຈໄດ້ວ່າ ຈະບໍ່ມີບັນຫາກັບ Windows Vista
Source – Messenger Plus! Live [via Neowin]

More »

Windows Live Messenger 8.1 Final ອອກແລ້ວ

ຫລັງຈາກທີ່ອອກ WLM 8.1 Beta ມາຕັ້ງແຕ່ຊ່ວງເດືອນກັນຍາປີກາຍ ຈົນຮອດຕອນນີ້ ມີ beta testers ສົ່ງບັກ 1010 ຈຸດ ແລະຄຳແນະນຳໄປໃຫ້ອີກ 456 ຄັ້ງ ແລະໃນທີ່ສຸດ Microsoft ກໍ່ໄດ້ປ່ອຍ Windows Live Messenger 8.1 Final ອອກມາໃຫ້ໃຊ້ງານແລ້ວ ໂດຍມີລະຫັດ Build ເປັນ 8.1.0178.00 ທີ່ສຳຄັນ ອອກມື້ດຽວກັບການເປີດຕົວຢ່າງເປັນທາງການຂອງ Windows Vista
ສຳຫລັບ changelog ຍັງບໍ່ມີອອກມາ ແຕ່ທີ່ແນ່ນອນກໍ່ຄື beta tag ຫາຍໄປແລ້ວ
ສາມາດດາວໂຫລດໄດ້ຈາກ ທີ່ນີ້
ແລະສຳຫລັບ Multi-lang ver. (ມີພາສາໄທແລ້ວ) ສາມາດດາວໂຫລດໄດ້ຈາກ ທີ່ນີ້
Source – Mess.be [via Neowin.net]

More »