Posts Tagged ‘Windows’

CrossOver ແຈກຟຣີມື້ອື່ນມື້ດຽວເທົ່ານັ້ນ!

ຂ່າວດີສຳລັບຄົນໃຊ້ Linux ເມື່ອ CodeWeavers ປະກາດແຈກຟຣີໂປຣແກຣມ CrossOver Office ແລະ CrossOver Games ສຳລັບມື້ອື່ນມື້ດຽວເທົ່ານັ້ນ ເຊິ່ງທ່ານທີ່ດາວໂຫລດມື້ອື່ນນັ້ນ ຈະໄດ້ຮັບທັງ CrossOver Office ແລະ CrossOver Games ຂອງແທ້ ພ້ອມບໍລິການຫຼັງການຂາຍຟຣີ. ສຳລັບຂໍ້ມູນເພີ່ມເຕີມແມ່ນສາມາດອ່ານໄດ້ຈາກ Press Release. ທີ່ມາ – Phoronix CrossWeaver ເປັນຜູ້ພັດທະນາໂປຣແກຣມ CrossOver Office ແລະ CrossOver Games ທີ່ຊ່ວຍໃຫ້ຜູ້ໃຊ້ Linux ສາມາດຕິດຕັ້ງແລະໃຊ້ງານ ໂປຣແກຣມ ຫຼືເກມທີ່ອອກແບບມາສຳລັບ Windows ໃນ Linux ໄດ້ (ເຊັ່ນບາງຄົນອາດຕ້ອງການໃຊ້ Microsoft Office ຫຼືຫຼິ້ນເກມ Half-Life 2 ໃນ Linux).

More »

ເຊື່ອມຕໍ່ເຄືອຂ່າຍໄຣ້ສາຍ WPA ໃນ Windows XP SP1

ດ້ວຍຄວາມບັງເອີນອັນເຈດຕະນາໄວ້ແລ້ວ ມີແຂກມາພັກຢູ່ຫ້ອງ ແລະເຂົາມີ Notebook ທີ່ໃຊ້ Windows XP SP1 ເຊິ່ງໂດຍທົ່ວໄປແລ້ວ ຈະບໍ່ຮອງຮັບການເຂົ້າລະຫັດແບບ WPA ຈະໃຊ້ໄດ້ສະເພາະ WEP ເທົ່ານັ້ນ ແຕ່ວ່າຢູ່ທີ່ຮ້ານພັດໃຊ້ລະບົບຮັກສາຄວາມປອດໄພເປັນ WPA-PSK (Wi-Fi Protected Access Pre-Shared Key) ຫາກໃຊ້ Windows XP SP1 ເຊື່ອມຕໍ່ຫາ Access Point ທີ່ເປີດລະບົບ WPA-PSK ແລ້ວ ກໍ່ຈະບໍ່ສາມາດເຊື່ອມຕໍ່ໄດ້ ລະບົບຈະສະແດງຂໍ້ຄວາມວ່າ ລະຫັດຜ່ານບໍ່ຖືກຕ້ອງ ເນື່ອງຈາກມັນເຂົ້າໃຈວ່າກຳລັງເຊື່ອມຕໍ່ໄປທີ່ Access Point ທີ່ໃຊ້ WEP ການແກ້ໄຂບັນຫານີ້ໃນເບື້ອງຕົ້ນກໍ່ຄິດວ່າ ຄົງຈະຕ້ອງໄດ້ອັບເກຣດໄປໃຊ້ Service Pack 2 ແຕ່ວ່າ ກໍ່ເປັນໄປໄດ້ຍາກ ເນື່ອງຈາກເປັນຄອມຂອງລູກຄ້າຫ້ອງພັກ ມັນກໍ່ເບິ່ງຄືຈະເປັນການຂີ່ຊ້າງຈັບຕັກກະແຕນເກີນໄປ ກໍ່ເລີຍຕ້ອງ Googling ຊອກຫາ Workaround ດ່ວນ ແລະໄດ້ຄວາມວ່າ ຕ້ອງລົງ [...]

More »

Vienna Transformation Pack 2008

Windows Se7en TransformationPack : – Windows Se7en Visual Style – Windows Se7en Start Menu – Windows Se7en Styler TB – Windows Se7en Pie Dock – Windows Se7en Wallpapers ດາວໂຫລດ

More »

Windows Vista Service Pack 1

ອອກມາເປັນທາງການແລ້ວສຳຫລັບ Service Pack 1 ຂອງ Windows Vista​ ທີ່ຫລາຍ ໆ ຄົນຖ້າມາດົນນານ ໂຟກັສຂອງ SP1​ ເນັ້ນໄປທີ່ການແກ້ໄຂຄວາມໄວ ແລະ stability ໃນການໃຊ້ງານ ລວມເຖິງຮອງຮັບອຸປະກອນຕ່າງ ໆ ໄດ້ເພີ່ມເຕີມອີກຫລາຍຂຶ້ນ ໃນເວີຊັນ Wave0 ນີ້ຈະມີ 5 ພາສາ ຄື ພາສາອັງກິດ, ຝຣັ່ງ, ເຢຍລະມັນ, ຢີ່ປຸ່ນ ແລະສະເປນ ເຊິ່ງໃນເວີຊັນ Wave1​ ຈະມີເຖິງ 36 ພາສາ ແຕ່ມີກຳຫນົດການອອກແມ່ນເດືອນເມສາຫນ້ານີ້ ສ່ວນຕົວໄດ້ລອງໃຊ້ Vista SP1​ ຮຽບຮ້ອຍແລ້ວ ຮູ້ສຶກວ່າ ຫນ້າຈະໄວຂຶ້ນ (!?) ແຕ່ວ່າມີບັນຫາກັບ WLAN ພໍສົມຄວນ ບໍ່ແນ່ໃຈວ່າເປັນນຳ Driver​ ຫຼືບໍ່ ດາວໂຫລດ x86 | x64

More »