Posts Tagged ‘Windows Vista’

ບັ໊ກກ່ຽວກັບ Animated Cursor ໃນ Windows Vista

ມີລາຍງານວ່າ Windows Vista ລະບົບປະຕິບັດການໃຫມ່ຫລ້າສຸດຈາກ Microsoft ນັ້ນ ຖືກຄົ້ນພົບວ່າ ມີຂໍ້ຜິດພາດອັນແປກປະຫລາດກ່ຽວກັບໄຟລ໌ນາມສະກຸນ *.ani ເຊິ່ງມີຜົນເຮັດໃຫ້ Explorer ຈະທຳການ Restart ຕົວເອງແບບບໍ່ຢຸດຢັ້ງ ໂດຍຄາດການວ່າທາງ Microsoft ຄົງຈະມີ patch ອອກມາໃຫ້ດາວໂຫລດໃນໄວ ໆ​ ນີ້ ທ່ານສາມາດເບິ່ງວີດິໂອສາທິດບັ໊ກດັ່ງກ່າວໄດ້ດ້ານລຸ່ມ [youtube hf0S0Vk7j6I] ທີ່ມາ – TechEBlog [via] ກ່ອນຫນ້ານີ້ກໍ່ມີເລື່ອງບັນຫາກ່ຽວກັບລະບົບຄວາມປອດໄພແປກ ໆ ຂອງວິສຕ້າອອກມາຄືເລື່ອງ ການສັ່ງງານດ້ວຍສຽງ ເຊິ່ງຫາກຜູ້ໃຊ້ວິສຕ້າເປີດໃຊ້ງານຄວາມສາມາດນີ້ ຈະເຮັດໃຫ້ເວບໄຊຕ໌ທີ່ບໍ່ຫວັງດີ ສາມາດຫລິ້ນໄຟລ໌ສຽງເພື່ອສັ່ງໃຫ້ວິສຕ້າທຳການປິດເຄື່ອງໄດ້ເປັນຕົ້ນ

More »

ຂ່າວລື: Leopard ເລື່ອນ?

ມີຂ່າວລືອອກມາວ່າ Leopard ອາດຈະຖືກເລື່ອນວັນວາງຈຳໜາຍໄປຊ່ວງເດືອນຕຸລາຄົມປີນີ້ ເຊິ່ງເປັນລາຍງານຈາກ DigiTimes ໂດຍໄດ້ມີລາຍລະອຽດໃນຂ່າວລືວ່າ ທາງ Apple ກຳລັງປັບປຸງໃຫ້ Boot Camp ໃນ Leopard ນັ້ນ ສາມາດຮອງຮັບ Windows Vista ຢ່າງເຕັມປະສິດທິພາບ ກ່ອນການອອກວາງຈຳໜ່າຍ ທີ່ມາ – TUAW ບ້ານເຮົາໜ້ອຍທີ່ສຸດທີ່ຈະມີຄົນໃຊ້ Mac ກໍ່ເລີຍວ່າ ຂ່າວນີ້ບາງຄົນອ່ານແລ້ວອາດຈະບໍ່ຮູ້ເລື່ອງ

More »

10 Vista tips and tutorials

lifehack.org ເຮັດລາຍຊື່ເວັບໄຊທ໌ທີ່ມີບົດຄວາມກ່ຽວກັບວິທີປັບແຕ່ງ Windows Vista ເຊິ່ງຫນ້າສົນໃຈດີ ເຫມາະສຳຫລັບຜູ້ໃຊ້ງານ Vista ແລະຜູ້ທີກຳລັງຈະໃຊ້ Vista ໃນບົດຄວາມທັງ 10 ນັ້ນມີ: Bypass Vista activation in 7 steps What to do when Windows defragment tool hangs or takes forever Get video wallpapers (Dreamscene Effect) without getting Vista Ultimate Create icons without text Disable useless services from a list of every Vista service that ever existed [...]

More »

Windows DreamScene ອອກ Content Pack ໃຫ້ລອງ

ຫລັງຈາກທີ່ອອກ Windows DreamScene Preview Release ມາໄດ້ໄລຍະຫນຶ່ງແລ້ວ ທາງ Microsoft ກໍ່ປ່ອຍ Content Pack ເຊິ່ງມີພື້ນຫລັງໃຫ້ເລືອກໃຊ້ 4 ແບບນຳກັນ ໂດຍ 3 ໃນ 4 ນັ້ນຈະເປັນພາບກ່ຽວກັບທຳມະຊາດ ເຊັ່ນດອກໄມ້, ແມງໄມ້ ແລະ ສາຍຝົນ ເປັນຕົ້ນ ອັນສຸດທ້າຍແມ່ນພາບທີ່ສ້າງຈາກຄອມພິວເຕີ ສຳຫລັບຜູ້ໃຊ້ Windows Vista ທີ່ຕ້ອງການທົດລອງໃຊ້ Windows DreamScene ກໍ່ສາມາດດາວໂຫລດມາໃຊ້ງານ ຜ່ານທາງ Windows Update ໄດ້ທັນທີ ນອກຈາກນັ້ນ ເມື່ອ DreamScene ຕົວເຕັມອອກມາ ກໍ່ຍັງຈະມີ Content Pack ທະຍອຍອອກມາໃຫ້ດາວໂຫລດກັນອີກເພີ່ມເຕີມ Windows DreamScene ເປັນຫນຶ່ງໃນ Ultimate Extra ທີ່ມີໃນ Windows Vista Ultimate Edition ໃຊ້ສຳຫລັບເອົາໄຟລ໌ວີດິໂອລະດັບ [...]

More »

Microsoft’s Digital Ice House

Video: Microsoft Canada’s Digital Ice House

More »

Messenger Plus! Live ສຳຫລັບ Vista ທ້າຍເດືອນນີ້

ໂປຣແກຣມສຳຫລັບເພີ່ມລູກຫລິ້ນຕ່າງໆ ໃຫ້ກັບ Windows Live Messenger (ຊື່ເກົ່າແມ່ນ MSN Messenger) ຕຽມອອກເວີຊັ່ນສຳຫລັບ Windows Vista ໃນທ້າຍເດືອນກຸມພານີ້ ໂດຍໃນເວັບໄຊທ໌ຂອງ ຜູ້ພັດທະນາໄດ້ໃຫ້ລາຍລະອຽດວ່າ ຫາກບໍ່ມີຫຍັງຜິດພາດ ກໍ່ຈະປ່ອຍ Messenger Plus! Live v4.20 ອອກມາ ໃນຊ່ວງທ້າຍເດືອນ ແລະກ່ອນຫນ້ານັ້ນ ກໍ່ຈະເປີດ Beta ໃຫ້ໄດ້ທົດສອບກັນກ່ອນ. ສຳຫລັບໃນເວີຊັນໃຫມ່ກໍ່ຈະມີ Scripts ທີ່ຊະນະການແຂ່ງຂັນໃນທ້າຍປີກາຍລວມຢູ່ນຳ ແລະມີການປັບປຸງສ່ວນຕ່າງໆ ເພື່ອໃຫ້ແນ່ໃຈໄດ້ວ່າ ຈະບໍ່ມີບັນຫາກັບ Windows Vista Source – Messenger Plus! Live [via Neowin]

More »

ບົດສຳພາດ Hamad Darwish –ເບື້ອງຫລັງ Wallpapers ໃນ Vista

ຜ່ານໄປເຫັນໃນ Digg ມາ ເປັນບົດສຳພາດ Hamad Darwish ຫນຸ່ມໄວ 24 ປີ ຜູ້ຢູ່ເບື້ອງຫລັງພາບ Wallpapers ໃນ Windows Vista ໃນຕອນຕົ້ນ Darwish ກໍ່ເປັນປະເພດພວກ ຖ່າຍຮູບຫລິ້ນໆ ແລ້ວເອົາໄປແປະໄວ້ໃນ Flickr ຕໍ່ມາທາງ Flickr ກໍ່ຕິດຕໍ່ມາວ່າຢາກຂາຍຜົນງານບາງສ່ວນຂອງຕົວເອງບໍ່, Darwish ຕອບຕົກລົງໄປ ຈາກນັ້ນ Microsoft’s MSX Design Group ກໍ່ຕິດຕໍ່ກັບມາ ແລ້ວເພິ່ນກໍ່ໄດ້ວຽກເຮັດ LOL Darwish ໃຊ້ເວລາ ປະມານ 10 ເຖິງ 12 ມື້ ຖ່າຍໄປກວ່າ 6000 ພາບ ແລ້ວກໍ່ຄັດອອກຈົນເຫລືອ 15 ພາບ ຈາກນັ້ນສົ່ງໄປໃຫ້ Microsoft, ທາງ M’ ເພິ່ນກໍ່ເລືອກໆ ແລ້ວຄັດເອົາໄປໃຊ້ໃນ Windows Vista ທັງຫມົດ [...]

More »

ຄວາມສຸດຍອດຂອງ Windows Vista –ສາມາດຫລິ້ນເກມ H ພ້ອມກັນໄດ້ເຖິງ 9 ເກມ!!!

ອ່ານຈາກ Gizmodo ມາ ບໍ່ຄ່ອຍເຂົ້າໃຈປະເດັນເຂົາ ແຕ່ເອົາປະເດັນເຮົາ ລະກັນ ຫນຶ່ງໃນຄວາມສາມາດອັນສຸດຍອດ ຂອງ Next-generation OS ຈາກ Microsft –Windows Vista ຄື… ມັນສາມາດຫລິ້ນເກມ H ໄດ້ສະບາຍໆ ເລີຍ ມີຄົນທົດສອບຫລິ້ນ 9 ເກມໃນເວລາດຽວກັນ ແລະເຖິງປານນັ້ນ ກໍ່ຍັງສາມາດໃຊ້ຄວາມສາມາດໃຫມ່ Flip 3D ໄດ້ອີກ!!! ແຖມຍັງສາມາດ ປັບສຽງ ຂອງແຕ່ລະເກມແຍກກັນໄດ້ພ້ອມ Source – Gizmodo

More »

Windows Vista RTM Software Compatibility List

ຖ້າໃຜກຳລັງຄິດຈະ Upgrade ໄປໃຊ້ Vista ໃນໄວໆ ນີ້ ຫລືກຳລັງສົງໄສວ່າ ຫາກອັພໄປແລ້ວ ໂປຣແກຣມເກົ່າໆ ເຮົາ ຈະສາມາດໃຊ້ງານໄດ້ບໍ່ ກໍ່ລອງມາກວດສອບຈາກ ລາຍຊື່ຂອງບັນດາໂປຣແກຣມຕ່າງໆ ທີ່ສາມາດໃຊ້ງານໄດ້ໃນ Windows Vista ທີ່ກຳລັງຈະມາໃນອີກມື້ສອງມື້ນີ້ ໂດຍລາຍຊື່ພວກນີ້ຈະອ້າງອິງສຳຫລັບ Windows Vista RTM (Build 6000) ຂຶ້ນໄປ ມີການແບ່ງຫມວດຫມູ່ທີ່ຊັດເຈນ 3 ຫມວດໃຫຍ່ໆ ຄື ໂປຣແກຣມທີ່ໃຊ້ໄດ້ ໂປຣແກຣມທີ່ມີປັນຫາ ແຕ່ສາມາດແກ້ໄຂໄດ້ ໂປຣແກຣມທີ່ບໍ່ສາມາດໃຊ້ງານໄດ້ ແລະກໍ່ຍັງແບ່ງເປັນຫມວດຫມູ່ຂອງໂປຣແກຣມປະເພດຕ່າງໆ ໄວ້ອີກເຊັ່ນຫມວດ AntiSpam & AntiSpyware, Financial, Games, Graphics/Design, System applications Source – 9Down

More »

ລັດຖະບານເກົາຫລີໃຕ້ແນະນຳຢ່າຟ້າວໃຊ້ Vista ເທື່ອ

ວັນທີ່ 31 ຂອງເດືອນນີ້ Microsoft Windows Vista ກໍ່ຈະໄດ້ມີການວາງຈຳຫນ່າຍຢ່າງເປັນທາງການແລ້ວ ແຕ່ວ່າ ສຳຫລັບທາງເກົາຫລີໃຕ້ນັ້ນ ກະຊວງຕ່າງໆ ຂອງລັດຖະບານເກົາຫລີໃຕ້ໄດ້ອອກມາປະກາດໃນລັກສະນະ ໃຫ້ຄຳແນະນຳວ່າ ບໍ່ຄວນຈະຮີບຮ້ອນໄປໃຊ້ລະບົບປະຕິການຕົວໃຫມ່ຄື Windows Vista ນີ້ເທື່ອ ໂດຍໃຫ້ເຫດຜົນວ່າ ເວັບໄຊທ໌ຕ່າງໆ ສ່ວນໃຫຍ່ໃນປະເທດນັ້ນ ຕັ້ງແຕ່ເວັບ Portal, ເວັບເກມອອນໄລນ໌, ເວັບຫຸ້ນ, ເວັບ Shopping ນັບກັນໄປຈົນເຖິງພວກເວັບໄຊທ໌ທະນາຄານຕ່າງໆ ລ້ວນແລ້ວແຕ່ໃຊ້ ActiveX ກັນເກືອບຫມົດ ແລະບັນຫາກໍ່ຄື Windows Vista ບໍ່ສາມາດໃຊ້ງານ ActiveX ໄດ້ຄືກັບທີ່ຜ່ານໆ ມາແລ້ວ –MS ເຮັດເອງ– ດັ່ງນັ້ນ ການອັບເກຣດໄປໃຊ້ Windows Vista ໃນຕອນນີ້ຈະເກີດບັນຫາຕ່າງໆຕາມມາ ຈຶ່ງຂໍໃຫ້ຢ່າຟ້າວໄປອັບເກຣດເທື່ອ ຖ້າໃຫ້ເວັບໄຊທ໌ຕ່າງໆ ມີການປັບຕົວເພື່ອຮອງຮັບກັບ ຄວາມປ່ຽນແປງໃຫມ່ກ່ອນ ຈາກນັ້ນຊິໃຊ້ກໍ່ຄ່ອຍໃຊ້ ນອກຈາກນັ້ນ ທາງການເກົາຫລີ ຍັງແນະນຳໃຫ້ຄົນທີ່ຈະປ່ຽນໄປໃຊ້ Vista ລອງກວດສອບເບິ່ງເວັບໄຊທ໌ທີ່ຕົນ ຕ້ອງເຂົ້າໃຊ້ບໍລິການເປັນປະຈຳກ່ອນ ເຊັ່ນເວັບໄຊທ໌ຂອງ [...]

More »