Posts Tagged ‘Windows Vista’

ພາສາລາວສຳລັບ Windows Vista ແລະ Office 2007

ພໍດີມີກະທູ້ສົນທະນາເລື່ອງ ພາສາລາວໃນຄອມພິວເຕີ ຢູ່ເວັບບອດຂອງສະມາຄົມລາວ ກໍເລີຍໄປຮ່ວມສົນທະນານຳ ແລະໄດ້ໄປຊອກໃນເວັບໄຊຂອງ Microsoft ຈຶ່ງພົບວ່າ ມີການອັບໂຫລດພາສາລາວສຳລັບ Windows Vista ພ້ອມດ້ວຍ Office 2007 ແຕ່ປີກາຍແລ້ວ ເຊິ່ງອັນທີ່ຈິງໂຄງການແປພາສາລາວໃນ Windows Vista ນັ້ນ ມີມາດົນແລ້ວ ຂ້າພະເຈົ້າໄດ້ຍິນເລື່ອງນີ້ຄັ້ງທຳອິດກໍເກືອບສອງປີກ່ອນ ແຕ່ກໍງຽບຫາຍໄປ ໄດ້ມາຮູ້ອີກຄັ້ງນຶ່ງ ຈຶ່ງດາວໂຫລດມາທົດສອບການໃຊ້ວຽກພ້ອມ ແຕ່ໃນຄັ້ງນີ້ເປັນການທົດສອບ Microsoft Office 2007 ເນື່ອງຈາກບໍ່ມີ Windows Vista ຕິດຕັ້ງຢູ່ແຖວນີ້. ຫຼັງຈາກດາວໂຫລດໄຟລ໌ພາສາລາວຂອງ Office 2007 ມາແລ້ວກໍຈັດການຕິດຕັ້ງຮຽບຮ້ອຍ ແລ້ວກໍໄປເລືອກພາສາລາວໃນ Microsoft Office Tools -> Microsoft Office 2007 Language Settings ເລືອກເປັນພາສາລາວ ແລ້ວກໍເຂົ້າໂປຣແກຣມ Word 2007 ເບິ່ງ. ກໍຈະເຫັນວ່າ ເມນູຕ່າງໆ ພາຍໃນໂປຣແກຣມນັ້ນ ເປັນພາສາລາວຮຽບຮ້ອຍແລ້ວ ເຊິ່ງຫາກລົງ [...]

More »

Yahoo! Messenger 9.0.0.2034 Final

ດົນແລ້ວບໍ່ໄດ້ຂຽນຂ່າວ ເພາະວ່າເອົາເວລາໄປເຮັດພັນລາວເວີຊັນ໒ ບໍ່ແລ້ວຈັກເທື່ອ ມື້ນີ້ພໍດີເຫັນ YIM ອອກໃໝ່ ເລີຍມາຂຽນ. Yahoo! Instant Messenger ເປັນໂປຣແກຣມສົນທະນາຈາກ Yahoo! ເຊິ່ງມີລັກສະນະຄ້າຍ ໆ WLM ແລະ Google Talk ທີ່ທຸກຄົນຄຸ້ນເຄີຍກັນດີ ຕອນນີ້ອອກເວີຊັນໃໝ່ ໂດຍຫຼັກແລ້ວແມ່ນການຮອງຮັບການໃຊ້ງານກັບ Windows Vista ສ່ວນ changelog ນັ້ນບໍ່ມີ (ຫາບໍ່ພົບ) ດາວໂຫຼດສຳລັບ Windows

More »

Windows Vista Service Pack 2 Beta ກຳລັງຈະມາ

ຫຼັງຈາກທີ່ອອກ Service Pack 1 ສຳລັບ Windows Vista ມາກ່ອນໜ້ານີ້ເປັນເວລາດົນພໍສົມຄວນ ຕອນນີ້ທາງ Microsoft ກໍ່ກຳລັງພັດທະນາ Service Pack 2 ຢູ່ ແລະຈະສົ່ງໃຫ້ກັບກຸ່ມຜູ້ໃຊ້ຈຳນວນໜຶ່ງເພື່ອທົດສອບການໃຊ້ງານກ່ອນ. Windows Vista SP2 Beta ນີ້ຈະຖືກສົ່ງທົດສອບປະມານວັນທີ່ 29 ເດືອນຕຸລານີ້ເອງ ສ່ວນສຳລັບ Final release ນັ້ນຍັງບໍ່ມີກຳນົດການເທື່ອ ຈົນກວ່າ SP2 ຂອງ Vista ຈະຖືກຮອງຮັບສະຖານະພ້ອມເສຍກ່ອນ. ລາຍລະອຽດສຳຄັນຂອງ SP2 ແມ່ນຈະເນັ້ນໃສ່ການເພີ່ມປະສິດທິພາບ ແລະຄວາມເຂົ້າກັນໄດ້ຂອງລະບົບໃຫ້ຫຼາຍຂຶ້ນ. ນອກຈາກນັ້ນ Mike Nash ຜູ້ບໍລິຫານລະດັບສູງຂອງ Microsoft ຍັງໄດ້ໃຫ້ຂໍ້ມູນອີກວ່າ Windows Vista SP2 ນັ້ນຈະມີສິ່ງທີ່ເພີ່ມເຂົ້າມາເຊັ່ນ: Windows Search 4.0 Bluetooth 2.1 Feature Pack Natively Blu-ray [...]

More »

ຜູ້ໃຊ້ສາມາດດາວເກຣດຈາກ Vista ໄປເປັນ XP ໄດ້ຫາກຕ້ອງການ

ເຖິງວ່າຈະໃກ້ຫມົດອາຍຸການ support ຂອງ Windows XP ເຊິ່ງມີກຳຫນົດແມ່ນວັນທີ່ 30 ຂອງເດືອນນີ້ແລ້ວ ແຕ່ທາງ Steve Ballmer ຜູ້ເປັນ CEO ຂອງບໍລິສັດ Microsoft ກໍ່ໄດ້ອອກມາກ່າວວ່າ ລູກຄ້າທີ່ບໍ່ພໍໃຈໃນ Windows Vista ນັ້ນສາມາດດາວເກຣດກັບໄປໃຊ້ Windows XP ໄດ້ຫາກວ່າຕ້ອງການ ໃນຂະນະທີ່ຜູ້ຜະລິດຄອມພິວເຕີບາງລາຍເຊັ່ນ Dell ກໍ່ໄດ້ມີຕົວເລືອກທີ່ເອີ້ນວ່າ “pre-downgraded” ຈາກ Vista ເປັນ XP ແລ້ວ ໃນເດືອນເມສາທີ່ຜ່ານມາ ຝ່າຍຂາຍຂອງ Microsoft ອ້າງວ່າສາມາດຂາຍລິກຂະສິດ Windows Vista ໄປໄດ້ເປັນຈຳນວນກວ່າ 140 ລ້ານຊຸດຕັ້ງແຕ່ມີການເປີດຕົວມາ ແຕ່ເຖິງຢ່າງໃດກໍ່ຕາມບໍ່ມີງານວ່າມີຈຳນວນຈັກເປີເຊັນທີ່ກັບໄປໃຊ້ Windows XP. ທາງດ້ານບໍລິສັດ ຫ້າງຮ້ານ ແລະອົງກອນຕ່າງ ໆ ໄດ້ສະແດງຄຳເຫັນວ່າ ອາດຈະຕ້ອງຂ້າມ Vista ໄປແລ້ວຄ່ອຍຖ້າອັບເກຣດຈາກ Windows XP ໄປ [...]

More »

Clear Water Vista Style 1.0

Visual Style ສຳຫລັບຄົນໃຊ້ Windows Vista ເປັນແບບໃສກວ່າທີ່ມານຳ Windows Vista ໂດຍມີລາຍລະອຽດດັ່ງນີ້: Glass Adress Bar Glass Search Bar Transparent start pannel Glass when windows are maximazed Transparent close button (instead of original red) Transparent start button Blue progress Bar Greyed out Progress bar when stalled Blue flashing taskbar notifcations (instead of origanal ornange) Glass balloon tips (external app [...]

More »

BitDefender 10 ກັບ Windows Vista

ກະແສການໃຊ້ງານ Windows Vista​ ໃນບ້ານເຮົານັ້ນ ເຖິງຈະຍັງບໍ່ທັນເປັນທີ່ແຜ່ຫລາຍ ແຕ່ກໍ່ມີການໃຊ້ງານ Theme ລວມເຖິງ Icons ແລະຮູບລັກສະນະຂອງ Windows Vista ໃຫ້ເຫັນຫລາຍພໍສົມຄວນບໍ່ວ່າຈະເປັນຕາມຮ້ານອິນເຕີເນັດ ຫຼືແຜ່ນຕິດຕັ້ງ Windows XP ແບບໃຫມ່ ໆ ທີ່ຫລັງຈາກຕິດຕັ້ງແລ້ວຈະມີຮູບຮ່າງຫນ້າຕາ “ຄ້າຍ ໆ ” Windows Vista ເລີຍ (ມີຮອດ Sidebar ຢ່າງດີ) ບັນຫາຫລັກໃຫຍ່ທີ່ເປັນທີ່ໂຈດຂານກັນໃນອັນດັບຕົ້ນ ໆ ກໍ່ຄື Hardware compatibility ຄືຄວາມເຂົ້າກັນໄດ້ກັບອຸປະກອນຕ່າງ ໆ ທີ່ມີຢູ່ແລ້ວ ບາງຄົນອາດຈະພົບວ່າ ອຸປະກອນບາງຢ່າງໃນເຄື່ອງຄອມພິວເຕີນັ້ນບໍ່ສາມາດໃຊ້ງານໄດ້ເພາະຂາດ Driver ແລະບາງທ່ານອາດຈະພົບວ່າໂປຣແກຣມຯ ທີ່ຕົນຕ້ອງໃຊ້ງານນັ້ນ ບໍ່ສາມາດໃຊ້ຮ່ວມກັນໄດ້ກັບ Windows Vista ເລີຍ ເຊິ່ງໃນຂໍ້ຫລັງນີ້ກໍ່ສ້າງບັນຫາປວດຫົວພໍສົມຄວນ ລວມເຖິງບັນດາໂປຣແກຣມ Antivirus ຕ່າງ ໆ ນຳພ້ອມ / ທ່ານຮູ້ຫຼືບໍ່ວ່າ BitDefender 10 [...]

More »

ບັນຫາໃນການຕິດຕັ້ງ​ Safari 3.0 ໃນ Windows Vista

ການຕິດຕັ້ງ Safari 3.0 ໃນ Microsoft Windows Vista ຈະມີບັນຫາຕອນຕິດຕັ້ງ ມັນຈະຂຶ້ນ Error ລະຫັດ 2738 ຂຶ້ນມາ ເຊິ່ງຈະເຮັດໃຫ້ບໍ່ສາມາດດຳເນີນການຕິດຕັ້ງຕໍ່ໄປໄດ້ ເຊິ່ງວິທີແກ້ໄຂນັ້ນ ໃຫ້ໄປທີ່ Start > Run… ຫຼືກົດ Windows Key + R ເພື່ອເປີດຫນ້າຕ່າງ Run​ ຂຶ້ນມາ ແລ້ວພິມວ່າ: regsvr32 vbscript.dll ຈາກນັ້ນຄລິກ OK ກໍ່ເປັນອັນຮຽບຮ້ອຍ ຂັ້ນຕໍ່ໄປກໍ່ພຽງຕິດຕັ້ງ Safari ຕາມປົກກະຕິກໍ່ຈະຜ່ານໄປເອງ

More »

Icons ສຳຫລັບ Vista

ພໍດີຜ່ານໄປເຫັນ ເລີຍນຳມາແນະນຳກັນສຳຫລັບຄົນທີ່ມັກຄວາມແປກໃຫມ່ຢູ່ສະເຫມີ ;P ສາມາດດາວໂຫລດໄດ້ຈາກ VistaIcons.com ທີ່ມາ – WindowsVistaTweaks.net

More »

VistaGlazz 1.0

VistaGlazz 1.0 ເປັນໂປຣແກຣມນ້ອຍ ໆ ທີ່ໃຊ້ໄວ້ patch ໄຟລ໌ລະບົບຂອງ Windows Vista ເພື່ອໃຫ້ສາມາດໃຊ້ custom styles ແລະ themes ໄດ້ (ກໍ່ຄື themes ທີ່ໂຫລດມາຕ່າງຫາກ) ແລະທີ່ສຳຄັນ ຍັງມີຕົວເລືອກເພື່ອໃຫ້ສະແດງຜົນ Title bar ເປັນແບບໂປ່ງໃສອີກນຳ (ທຳມະດາຈະເປັນສີດຳ ໆ) ໂປຣແກຣມນີ້ສາມາດໃຊ້ໄດ້ທັງເວີຊັນ 32Bit ແລະ 64Bit ຂອງ Windows Vista ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ [via Neowin.net]

More »

Capture ຢູ່ຮ້ານມາ…

ພໍດີໄປຮ້ານມາ ເລີຍໄປ capture ມາໄວ້ເບິ່ງ ປົກກະຕິໃຊ້ Windows XP SP2 ແຕ່ເຄື່ອງນີ້ທົດລອງ Windows Vista ເບິ່ງ ຢາກຮູ້ວ່າ ໃຊ້ຫຼິ້ນເກມມັນຊິເປັນແນວໃດ ;P  

More »