Posts Tagged ‘Windows 7’

Windows 7 RTM ເປີດໃຫ້ໂຫຼດສຳລັບ MSDN & TechNet ແລ້ວ

Microsoft ເປີດໃຫ້ດາວໂຫຼດ Windows 7 RTM ຢ່າງເປັນທາງການແລ້ວສຳລັບຜູ່ທີ່ຈ່າຍເງິນເປັນສະມາຊິກຂອງ MSDN ແລະ TechNet ເຊິ່ງໃນງວດທຳອິດນີ້ຈະມີໃຫ້ໂຫຼດສະເພາະເວີຊັນພາສາອັງກິດຢ່າງດຽວ ສ່ວນພາສາອື່ນ ໆ ຈະຕາມມາໃນວັນທີ 1 ຕຸລາ. ສຳລັບຕົວເລກ Build ທີ່ແນ່ນອນຂອງ RTM ນີ້ ຍັງບໍ່ຖືກເປີດເຜີຍເທື່ອ ແຕ່ຄາດວ່າເປັນໂຕດຽວກັບທີ່ມີປ່ອຍອອກມາໃຫ້ໂຫຼດກັນຜ່ານ BitTorrent ກ່ອນໜ້ານີ້ໄລຍະນຶ່ງ.
ທີ່ມາ – windowsteamblog.com

More »

ລາຄາ Windows 7

ຫຼັງຈາກທີ່ມີການຢືນຢັນຈາກ Microsoft ວ່າ Windows 7 ຈະມີກຳນົດການອອກພາຍໃນປີນີ້ນັ້ນ ຫຼ້າສຸດກໍມີລາຍລະອຽດຂອງລາຄາ Windows 7 ອອກມາແລ້ວ ເຊິ່ງມີທັງແບບ Upgrade ແລະ Retail.
ສຳລັບລາຄາ Retail ຫຼືລາຄາຂາຍທົ່ວໄປນັ້ນແບ່ງອອກເປັນ 3 ເວີຊັນຄື Home Premium ລາຄາ $199.99, Professional ລາຄາ $299.99 ແລະລຸ້ນ Ultimate ໃນລາຄາ $319.99. ໂດຍລາຄາເຫຼົ່ານີ້ ຖືກກວ່າຕອນທີ່ Microsoft ອອກ Windows Vista ໃໝ່ ໆ ອີກນຳ ສົງໄສຈະເປັນແຜນການຕະຫຼາດເພື່ອໃຫ້ຄົນອັບເກຣດໄປໃຊ້ 7 ຫຼາຍ ໆ.
ໃນສ່ວນຂອງການອັບເກຣດນັ້ນ ຈະສາມາດອັບເກຣດຈາກ Vista ໄປ 7 ເທົ່ານັ້ນ ຫາກທ່ານໃຊ້ XP ແລະຫວັງຈະອັບເກຣດໄປໃຊ້ Windows 7 ຈະຕ້ອງລົງໃໝ່ ຫຼືອັບເກຣດເປັນ Vista [...]

More »

Windows 7 RC ມາແລ້ວ

ຫຼັງຈາກທີ່ອອກ Beta 1 ແລະ 2 ໄປໄດ້ໄລຍະນຶ່ງ ທາງ Microsoft ກໍອອກລຸ້ນ RC ຫຼື Release Candidate ຂອງ Windows 7 ມາໃຫ້ດາວໂຫຼດກັນແລ້ວ. ໃນເບື້ອງຕົ້ນນັ້ນ ຜູ່ທີ່ຈະສາມາດດາວໂຫຼດໄປທົດລອງໄດ້ ຕ້ອງເປັນ partner ທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ສ່ວນບຸກຄົນທົ່ວໄປ ຈະສາມາດດາວໂຫຼດມາທົດລອງໃຊ້ໄດ້ ແມ່ນພາຍໃນວັນທີ 5 ພຶດສະພາທີ່ໃກ້ຈະເຖິງນີ້.
ແຫຼ່ງຂ່າວຄາດການວ່າ ຫຼັງຈາກທີ່ເປີດໃຫ້ດາວໂຫຼດບໍ່ດົນ Windows 7 RC ນີ້ຈະຖືກປ່ອຍໃຫ້ໂຫຼດຕາມເວັບໄຊ BitTorrent ຕ່າງ ໆ ອີກເຊັ່ນເຄີຍ.
ທີ່ມາ – Ghacks.net, Windows7News.com

More »

Windows 7 Beta ຖືກປ່ອຍໃຫ້ດາວໂຫຼດຕາມເວັບ BitTorrent

Windows 7 ເປັນ Windows ລຸ້ນຕໍ່ໄປຂອງ Microsoft ເຊິ່ງຍັງບໍ່ມີກຳນົດການວາງຈຳໜ່າຍທີ່ແນ່ນອນ ຄາດການວ່າອາດຈະໃຊ້ເວລາ ໓ ປີໃນການພັດທະນາ ຢ່າງໃດກໍ່ຕາມຕອນນີ້ກໍ່ໄດ້ມີ Windows 7 ລຸ້ນ Beta ເຊິ່ງມີຕົວເລກ Build 7000 ຖືກນຳມາປ່ອຍໃຫ້ດາວໂຫຼດຕາມເວັບໄຊ BitTorrent ຕ່າງ ໆ ກັນແລ້ວ.
ແຫຼ່ງຂ່າວລະບຸວ່າ Build 7000 ນີ້ເປັນ M1 ເຊິ່ງມີການປັບປຸງໃຫ້ດີຂຶ້ນກ່ອນ Build ທີ່ອອກມາກ່ອນໜ້ານີ້ຫຼາຍພໍສົມຄວນ ບັນດາຄວາມສາມາດໃໝ່ ໆ ໃນ Windows 7 ກໍ່ຖືກເປີດໃຊ້ກັນແດ່ແລ້ວເຊັ່ນ iconized task bar ທີ່ຈະສະແດງຜົນລາຍການໂປຣແກຣມຕ່າງ ໆ ໃນ Taskbar ເປັນໄອຄອນ ແລະເມື່ອນຳເມົ້າໄປວາງ ກໍ່ຈະປະກົດລາຍລະອຽດເພີ່ມເຕີມຂຶ້ນມາ.
ສຳລັບຮູບພາບຂອງ Windows 7 Beta M1 Build 7000 ສາມາດເບິ່ງໄດ້ຈາກເວັບໄຊຂອງ Paul’s SuperSite
ທີ່ມາ [...]

More »

ເບິ່ງ Windows 7 pre-beta

ໃນງານ Professional Developers Conference ຫຼື PDC2008 ທີ່ຈັດຂຶ້ນໃນລະຫວ່າງວັນທີ່ 27 ເຖິງ 30 ຕຸລາ ປີ 2008 ນີ້ ທາງ Microsoft ໄດ້ນຳສະເໜີຮູບຫ່າງໜ້າຕາຂອງ Windows ເວີຊັນໜ້າທີ່ກຳລັງຢູ່ໃນລະຫວ່າງການພັດທະນາ. ໂດຍທົ່ວໄປແລ້ວ UI ຕ່າງ ໆ ຂອງ Windows 7 pre-beta ຍັງຄົງຮູບຮ່າງຄ້າຍ ໆ Windows Vista ຢູ່ ຍົກເວັ້ນໃນສ່ວນຂອງ Task bar ແລະ ຕາມຈຸດຕ່າງ ໆ ເຊັ່ນ Explorer ແລະ Control Panel ຂອງ Windows ທີ່ໄດ້ມີການປັບປຸງການເຂົ້າເຖິງ ໃຫ້ເປັນໄປໄດ້ງ່າຍຂຶ້ນ.
ສຳລັບໂປຣແກຣມຕ່າງ ໆ ທີ່ຢູ່ໃນ Windows ເຊັ່ນ Wordpad ແລະ Paint ກໍ່ໄດ້ມີການນຳລະບົບ [...]

More »

ຜູ້ໃຊ້ສາມາດດາວເກຣດຈາກ Vista ໄປເປັນ XP ໄດ້ຫາກຕ້ອງການ

ເຖິງວ່າຈະໃກ້ຫມົດອາຍຸການ support ຂອງ Windows XP ເຊິ່ງມີກຳຫນົດແມ່ນວັນທີ່ 30 ຂອງເດືອນນີ້ແລ້ວ ແຕ່ທາງ Steve Ballmer ຜູ້ເປັນ CEO ຂອງບໍລິສັດ Microsoft ກໍ່ໄດ້ອອກມາກ່າວວ່າ ລູກຄ້າທີ່ບໍ່ພໍໃຈໃນ Windows Vista ນັ້ນສາມາດດາວເກຣດກັບໄປໃຊ້ Windows XP ໄດ້ຫາກວ່າຕ້ອງການ ໃນຂະນະທີ່ຜູ້ຜະລິດຄອມພິວເຕີບາງລາຍເຊັ່ນ Dell ກໍ່ໄດ້ມີຕົວເລືອກທີ່ເອີ້ນວ່າ “pre-downgraded” ຈາກ Vista ເປັນ XP ແລ້ວ
ໃນເດືອນເມສາທີ່ຜ່ານມາ ຝ່າຍຂາຍຂອງ Microsoft ອ້າງວ່າສາມາດຂາຍລິກຂະສິດ Windows Vista ໄປໄດ້ເປັນຈຳນວນກວ່າ 140 ລ້ານຊຸດຕັ້ງແຕ່ມີການເປີດຕົວມາ ແຕ່ເຖິງຢ່າງໃດກໍ່ຕາມບໍ່ມີງານວ່າມີຈຳນວນຈັກເປີເຊັນທີ່ກັບໄປໃຊ້ Windows XP. ທາງດ້ານບໍລິສັດ ຫ້າງຮ້ານ ແລະອົງກອນຕ່າງ ໆ ໄດ້ສະແດງຄຳເຫັນວ່າ ອາດຈະຕ້ອງຂ້າມ Vista ໄປແລ້ວຄ່ອຍຖ້າອັບເກຣດຈາກ Windows XP ໄປ Windows [...]

More »