Posts Tagged ‘WiFi’

ໃຊ້ສັນຍານ Wi-Fi ເພື່ອເບິ່ງທະລຸກຳແພງ!

Joey Wilson ແລະ Neal Patwari ນັກວິທະຍາສາດຈາກມະຫາວິທະຍາໂລ Utah ສະຫະລັດອາເມລິກາໄດ້ຄົ້ນພົບວິທີທີ່ຈະໃຊ້ປະໂຫຍດຈາກສັນຍານ Wi-Fi ໃນການເບິ່ງທະລຸກຳແພງໄດ້! ກຸ່ມນັກວິໄຈດັ່ງກ່າວລະບຸວ່າ ຄວາມປ່ຽນແປງຂອງຂອງສັນຍານວິທະຍຸໃນເຄືອຂ່າຍເຊື່ອມຕໍ່ໄຣ້ສາຍນັ້ນ ສາມາດຈະສະແດງໃຫ້ເຫັນການເຄື່ອນໄຫວຂອງຄົນ ທີ່ຢູ່ໃກ້ປະຕູ ຫຼືໃນບາງຄັ້ງຢູ່ຄົນລະຝາກຂອງກຳແພງໄດ້. ວິທີການກໍຄື ການນຳໃຊ້ທິດສະດີ variance-based radio tomographic imaging ໂດຍການວັດແທກສິ່ງລົບກວນທີ່ຢູ່ລະຫວ່າງຈຸດຮັບສັນຍານ ແລະຈຸດທີ່ໃຊ້ສົ່ງສັນຍານ, ເມື່ອມີຄົນຍ່າງຜ່ານບໍລິເວນດັ່ງກ່າວ ກໍຈະຖືກບັນທຶກຄວາມປ່ຽນແປງຂອງສັນຍານ ແລະສົ່ງຂໍ້ມູນກັບມາປະມວນຜົນ. ຢ່າງໃດກໍຕາມໃນງານວິໄຈຕອນນີ້ ສາມາດກວດສອບໄດ້ພຽງ 0.9 ແມັດເທົ່ານັ້ນ ແລະຍັງບໍ່ສາມາດສ້າງເປັນພາບສົມຈິງໄດ້ເທື່ອ ເຊິ່ງອາດເປັນໄປໄດ້ໃນອະນາຄົດອັນໃກ້ ເມື່ອມີການພັດທະນາຢ່າງຕໍ່ເນື່ອງ. ສຳລັບຄຸນປະໂຫຍດຂອງມັນນັ້ນ ກໍສາມາດນຳໄປໃຊ້ໄດ້ໃນພາລະກິດສຸກເສີນຕ່າງໆ ໄດ້ ເຊັ່ນການຊອກຫາຜູ່ລອດຊີວິດເປັນຕົ້ນ. ທີ່ມາ – Telegraph.co.uk

More »

ເຊື່ອມຕໍ່ເຄືອຂ່າຍໄຣ້ສາຍ WPA ໃນ Windows XP SP1

ດ້ວຍຄວາມບັງເອີນອັນເຈດຕະນາໄວ້ແລ້ວ ມີແຂກມາພັກຢູ່ຫ້ອງ ແລະເຂົາມີ Notebook ທີ່ໃຊ້ Windows XP SP1 ເຊິ່ງໂດຍທົ່ວໄປແລ້ວ ຈະບໍ່ຮອງຮັບການເຂົ້າລະຫັດແບບ WPA ຈະໃຊ້ໄດ້ສະເພາະ WEP ເທົ່ານັ້ນ ແຕ່ວ່າຢູ່ທີ່ຮ້ານພັດໃຊ້ລະບົບຮັກສາຄວາມປອດໄພເປັນ WPA-PSK (Wi-Fi Protected Access Pre-Shared Key) ຫາກໃຊ້ Windows XP SP1 ເຊື່ອມຕໍ່ຫາ Access Point ທີ່ເປີດລະບົບ WPA-PSK ແລ້ວ ກໍ່ຈະບໍ່ສາມາດເຊື່ອມຕໍ່ໄດ້ ລະບົບຈະສະແດງຂໍ້ຄວາມວ່າ ລະຫັດຜ່ານບໍ່ຖືກຕ້ອງ ເນື່ອງຈາກມັນເຂົ້າໃຈວ່າກຳລັງເຊື່ອມຕໍ່ໄປທີ່ Access Point ທີ່ໃຊ້ WEP ການແກ້ໄຂບັນຫານີ້ໃນເບື້ອງຕົ້ນກໍ່ຄິດວ່າ ຄົງຈະຕ້ອງໄດ້ອັບເກຣດໄປໃຊ້ Service Pack 2 ແຕ່ວ່າ ກໍ່ເປັນໄປໄດ້ຍາກ ເນື່ອງຈາກເປັນຄອມຂອງລູກຄ້າຫ້ອງພັກ ມັນກໍ່ເບິ່ງຄືຈະເປັນການຂີ່ຊ້າງຈັບຕັກກະແຕນເກີນໄປ ກໍ່ເລີຍຕ້ອງ Googling ຊອກຫາ Workaround ດ່ວນ ແລະໄດ້ຄວາມວ່າ ຕ້ອງລົງ [...]

More »