Posts Tagged ‘Weblog’

WordPress Mu 2.6

ກ່ອນຫນ້ານີ້ທາງທີມງານພັດທະນາ Mu ໄດ້ອອກເວີຊັນ RC1 ມາໃຫ້ທົດລອງໃຊ້ໄດ້ປະມານ ໒ ອາທິດ ຈາກນັ້ນກໍ່ຕາມດ້ວຍ WordPress Mu 2.6 ຢ່າງເປັນທາງການໃນມື້ນີ້ເອງ ເຊິ່ງໂດຍຫລັກແລ້ວ ເວີຊັນນີ້ຈະເປັນການປັບປຸງແບບຂ້າມເລກເວີຊັນ ຈາກເດີມທີ່ນັບມາເປັນ 1.3.3 ກໍ່ຂ້າມມາເປັນ 2.6 ເລີຍ
ນອກຈາກຈະອັບເດດຄວາມສາມາດຕ່າງ ໆ ໃຫ້ເທົ່າກັບ WordPress 2.6 ແລ້ວ ກໍ່ຍັງປັບປຸງດ້ານຄວາມປອດໄພຂຶ້ນອີກ ເຊິ່ງເປັນອີກກ້າວສຳຄັນຂອງ WordPress Mu
ຖ້າຢາກທົດລອງໃຊ້ບລັອກທີ່ສ້າງຈາກ Mu ຢ່າລືມ LaoBlogger.com ບໍລິການຟຣີບລັອກສຳຫລັບຄົນລາວ! (ມາໂຄສະນານຳ)
ທີ່ມາ – ocaoimh.ie [via] WPMUTutorial

More »

WordPress 2.6

ເວັ້ນໄລຍະຫ່າງຈາກເວີຊັນ 2.5 ບໍ່ດົນ 2.6 ກໍ່ອອກມາແລ້ວ ໃນ WordPress 2.6 ຈະເປັນການເຕີມເຕັມຄຸນນະສົມບັດຕ່າງ ໆ ຂອງ WordPress ໃຫ້ເພີ່ມຂຶ້ນມາຈາກເວີຊັນກ່ອນຫນ້ານີ້ຢ່າງຊັດເຈນ ຫລາຍ ໆ ຢ່າງຖືກແກ້ໄຂ ແລະປັບປຸງໃຫ້ດີຂຶ້ນຫລາຍປະການ ໂດຍໃນ WordPress 2.6 ນີ້ທາງທີມພັດທະນາໃຫ້ລະຫັດວ່າ “Tyner” ເຊິ່ງເປັນຊື່ຂອງນັກເປຍໂນ McCoy Tyner
ໂດຍຫລັກແລ້ວໃນ WordPress 2.6 ມີຄວາມສາມາດທີ່ເພີ່ມຂຶ້ນມາຄື

Post Revisions – ປຽບທຽບລະຫວ່າງການແກ້ໄຂໃນແຕ່ລະຄັ້ງ (ຄ້າຍ ໆ ໃນ Wikipedia)
Press This! – Bookmarklet ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດຂຽນບລັອກໄດ້ໄວຂຶ້ນຫລາຍເທົ່າ
Gears – ໃຊ້ເທັກໂນໂລຢີຈາກ Google Gears ເກັບໄຟລ໌ JavaScript ແລະ CSS ທີ່ໃຊ້ເລື້ອຍ ໆ ໄວ້ໃນເຄື່ອງເຮົາເອງ ເຮັດໃຫ້ການເຂົ້າເຖິງ WordPress ໄວຂຶ້ນ
Theme Preview – [...]

More »