Posts Tagged ‘Webboard’

SMF 1.1.9 ແລະ 2.0 RC1-1 ອອກແລ້ວ

Simple Machines ປ່ອຍລຸ້ນອັບເດດສຳລັບລະບົບເວັບບອດຍອດນິຍົມ SMF ອອກມາທັງໃນສາຍຂອງ 1.1.x ແລະ 2.0.x ເຊິ່ງການອັບເດດຄັ້ງນີ້ ເປັນການແກ້ໄຂລະບົບຄວາມປອດໄພ ທາງທີມງານພັດທະນາໄດ້ແນະນຳໃຫ້ທຸກຄົນທີ່ໃຊ້ SMF ອັບເດດໄປເວີຊັນຫຼ້າສຸດ ລາຍລະອຽດເພີ່ມເຕີມແລະວິທີອັບເດດ ພ້ອມ link ສຳລັບດາວໂຫຼດ ສາມາດເບິ່ງໄດ້ຈາກ http://www.simplemachines.org/

More »

SMF 2.0 ຈະພາມາພ້ອມ “Curve”

ຫຼາຍຄົນແຖວນີ້ອາດຈະຄຸ້ນຊື່ SMF ຫຼື Simple Machine Forums ກັນມາແລ້ວ ມັນຄືລະບົບເວັບບອດ ຫຼືກະດານສົນທະນາທີ່ໄດ້ຄວາມນິຍົມເປັນອັນດັບຕົ້ນ ໆ ຂອງໂລກ ເຊິ່ງຫຼ້າສຸດໄດ້ມີປະກາດກ່ຽວກັບ Theme ຫຼືຮູບແບບໜ້າຕາໃໝ່ ເຊິ່ງຈະມາພ້ອມກັບເວີຊັນ 2.0 RC2 (ຕອນນີ້ອອກມາຫຼ້າສຸດແມ່ນ 2.0 RC1) ໃນໄວ ໆ ນີ້ ໃຫ້ຊື່ວ່າ “Curve”. ໂດຍຫຼັກແລ້ວ Curve ຈະຖືກປັບແຕ່ງອອກແບບມາເບິ່ງສະບາຍຕາກວ່າເກົ່າ, ປ່ຽນໄປໃຊ້ລະບົບເມນູແບບແຖບ drop-down ແທນ, ປັບປຸງການອອກແບບໂດຍ XHTML ແລະເພີ່ມການນຳໃຊ້ CSS ໃຫ້ຫຼາຍແລະເໝາະສົມຂຶ້ນ. ຢ່າງໃດກໍ່ຕາມ SMF 2.0 RC2 ກໍ່ຍັງບໍ່ມີກຳນົດການເທື່ອວ່າຈະອອກມາມື້ໃດ. ຂໍ້ມູນເພີ່ມເຕີມແລະຮູບປະກອບສາມາດເບິ່ງໄດ້ຈາກແຫຼ່ງຂ່າວ. ທີ່ມາ – SMF Community ສຳລັບໃຜທີ່ສົນໃຈຮ່ວມແປ SMF ໃຫ້ເປັນພາສາລາວ ຂໍເຊີນເຂົ້າຮ່ວມໄດ້ທີ່ LaoSMF.com ເດີ້ ຕອນນີ້ແປໄດ້ເກືອບ 50% ແລ້ວ

More »

phpBB 3.0.0 Gold ລະຫັດ Olympus ອອກແລ້ວ!

ຫລັງຈາກທີ່ມີ RC version ອອກມາຫລາຍຕໍ່ຫລາຍຄັ້ງ ຈົນມາຮອດ RC8 ນັ້ນ ກໍ່ນັບວ່າເປັນເວລາດົນພໍສົມຄວນ ແລະຈົນໃນທີ່ສຸດ ທາງທີມພັດທະນາກໍ່ໄດ້ອອກ phpBB3 ເວີຊັນສຸດທ້າຍອອກມາໃຫ້ໄດ້ໃຊ້ງານກັນແລ້ວ ໃນເວີຊັນນີ້ທາງຜູ້ພັດທະນາແນະນຳໃຫ້ຜູ້ໃຊ້ງານ phpBB ເວີຊັນເກົ່າທຳການອັບເກຣດໄປໃຊ້ phpBB3 ເນື່ອງຈາກມີການປັບປຸງຄວາມສາມາດລວມເຖິງຂໍ້ບົກພ່ອງດ້ານຄວາມປອດໄພໃຫຍ່ ໆ ຫລາຍຈຸດເຊັ່ນ [Fix] Cleaned usernames contain only single spaces, so “a_name” and “a__name” are treated as the same name (Bug #15634) [Fix] Check “able to disable word censor” option while applying word censor on text (Bug #15974) [Fix] [...]

More »