Internet Explorer 8 Beta 2
ຫາກໍ່ເຫັນຂ່າວວ່າມັນອອກແລ້ວ… ດາວໂຫລດ
More »ຫາກໍ່ເຫັນຂ່າວວ່າມັນອອກແລ້ວ… ດາວໂຫລດ
More »ຫຼັງຈາກທີ່ທາງ Google ໄດ້ປ່ອຍເວີຊັນ BETA ໃຫ້ທົດລອງກັນດົນພໍສົມຄວນ (ເວີຊັນ BETA ອອກມາທັງໝົດປະມານ ໑໕ ຄັ້ງ ບໍ່ນັບ Nightly build) ແລະໃນມື້ນີ້ ທາງທີມງານ Chrome ກໍ່ໄດ້ປະກາດຢ່າງເປັນທາງການເຖິງການເປີດຕົວ Google Chrome ລຸ້ນ Stable ເວີຊັນ 1.0 ອອກມາເປັນທີ່ຮຽບຮ້ອຍແລ້ວ (ເລກ Build ແມ່ນ 1.0.154.36) ໃນເວີຊັນນີ້ ແນ່ນອນວ່າ Chrome ຖືກປັບປຸງໄປໄກຫຼາຍແລ້ວນັບຕັ້ງແຕ່ອອກ BETA ທຳອິດມາໃນວັນທີ່ ໑ ເດືອນກັນຍາທີ່ຜ່ານມາ. ກ່າວໂດຍລວມແລ້ວ ປລັກອິນຕ່າງ ໆ ທີ່ໃຊ້ໃນ Chrome ຕອນນີ້ດີຂຶ້ນຫຼາຍ ໂດຍສະເພາະແມ່ນກ່ຽວກັບວິດີໂອ ສາມາດເບິ່ງໄດ້ຢ່າງຫຼື່ນໄຫຼບໍ່ສະດູດດັ່ງວັນວານ; V8 JavaScript engine ກໍ່ໄວຂຶ້ນຫຼາຍ; ລະບົບ Bookmarking ແລະ Privacy ທີ່ໄດ້ຮັບການປັບປຸງໃໝ່ ແລະອື່ນ ໆ. ໃນອະນາຄົດອັນໃກ້ນີ້ ທາງທີມງານໄດ້ມີແຜນຈະຮອງຮັບລະບົບພື້ນຖານອື່ນ [...]
More »Firefox 3.1 Alpha 2 ຫຼືທີ່ເອີ້ນກັນໃນລະຫັດການພັດທະນາວ່າ “Shiretoko Alpha 2” ນັ້ນຖືກປ່ອຍອອກມາໃຫ້ດາວໂຫລດ ໄປທົດລອງໃຊ້ກັນແລ້ວ ໂດຍໃຊ້ Gecko 1.9.1 ແລະຮອງຮັບຄວາມສາມາດໃໝ່ ໆ ເຊັ່ນ: HTML 5 <video> element web worker threads drag n drop ຂ້າມໜ້າຕ່າງ Aero “Glass” ໃນ XUL CSS 2.1 properties: ::before and ::after, and white-space:pre-line CSS 3 properties: -moz-border-image, word-wrap: break-word, text-shadow, box-shadow and column-rule ອ່ານເພີ່ມເຕີມ ຫຼືດາວໂຫລດໄດ້ຈາກເວັບໄຊຂອງ Mozilla
More »ມື້ວານນີ້ຂຽນຂ່າວປະໄວ້ ວ່າ Google ຈະອອກ Web Browser ຂອງຕົວເອງໃນມື້ນີ້ ແລະກໍ່ເປັນໄປຕາມນັ້ນ ບໍ່ຖືກພະຍາດເລື່ອນເຂົ້າແຊກແຊງຕ່າງຢ່າໃດ ເມື່ອເວລາປະມານ ໒ ໂມງເຊົ້າຂອງວັນທີ່ ໓ ກັນຍາ ໒໕໕໑ ທາງ Google ກໍ່ເປີດໜ້າດາວໂຫລດຂອງ Google Chrome ໃຫ້ຄົນທົ່ວໄປໄດ້ດາວໂຫລດໄປທົດລອງໃຊ້ໄດ້. ການທົດລອງໃຊ້ເບິ່ງກໍ່ພົບວ່າ ມີບັນຫາຢູ່ເລັກນ້ອຍ ແລະທົ່ວໄປ ເພາະວ່າ Chrome ໃຊ້ WebKit ເປັນ rendering engine ເລີຍເຮັດໃຫ້ບໍ່ລຶ້ງເຄີຍປານໃດ ເຖິງແມ່ນວ່າມັນຈະໄວກໍ່ຕາມ ຫາກແຕ່ພົບວ່າມີບັນຫາໃນການໃຊ້ພາສາລາວຢູ່ ເຊັ່ນ ເວລາພິມຄຳວ່າ “ເລີກ” ແລ້ວກົດ Backspace ເພື່ອລຶບນັ້ນ ເມື່ອລຶບ ກ ອອກໄປແລ້ວ ກົດ Backspace ອີກຄັ້ງໜຶ່ງເພື່ອລຶບສະຫຼະອີ ຈະພົບວ່າມັນຫາຍໄປໝົດເລີຍທັງຄຳ (ໝາຍຄວາມວ່າ ບໍ່ໄດ້ລຶບສະເພາະສະຫຼະອີ ແຕ່ລຶບໝົດ) ບໍ່ຄືໃນ Firefox ຫຼື IE ທີ່ສາມາດລຶບໄດ້ເທື່ອລະໂຕ [...]
More »ຫຼັງຈາກທີ່ເປັນຂ່າວມາດົນວ່າ Google ຈະສ້າງ Web browser ຫຼືໂປຣແກຣມທ່ອງເວັບຂຶ້ນມາດ້ວຍຕົວເອງ ແຕ່ທີ່ຜ່ານມາກໍ່ບໍ່ໄດ້ມີຫຼັກຖານຫຍັງ ຈົນມາຮອດຕອນນີ້ ທາງ Google ໄດ້ອອກມາປະກາດຢ່າງເປັນທາງການແລ້ວວ່າ ກຳລັງພັດທະນາ Google Chrome ຢູ່ ໂດຍຫຼັກແລ້ວ Google Chrome ຖືກອອກແບບມາໃໝ່ ບໍ່ຄືດັ່ງທີ່ Web browser ໃນປັດຈຸບັນ ໂດຍສະເພາະແມ່ນເລື່ອງລະບົບ multi-process ທີ່ຖືກນຳມາໃຊ້ໃນ Chrome ນີ້. ການເປີດ Tab ນັ້ນ ຈະຖືກແບ່ງອອກເປັນ process ສະເພາະຂອງໃຜມັນ ເມື່ອແຖບໃດມີບັນຫາ ກໍ່ສາມາດປິດແຖບນັ້ນ ເພື່ອປ້ອງກັນບໍ່ໃຫ້ລະບົບລົ້ມທັງໝົດພ້ອມ ໆ ກັນ (ເຊັ່ນໃນ IE ຫຼື Firefox ມັກເປັນ). ໃນສ່ວນຂອງການສະແດງຜົນແລ້ວ Chrome ໃຊ້ Webkit ເປັນ rendering engine (ແບບດຽວກັບທີ່ໃຊ້ໃນ Safari –Web browser [...]
More »ອອກຫ່າງຈາກ Beta 1 ດົນພໍສົມຄວນ ແລະກໍ່ຕາມຫລັງ Firefox 3 ອີກຫລາຍກ້າວ ແຕ່ວ່າມື້ນີ້ທາງ Microsoft ກໍ່ປ່ອຍ IE8 Beta 2 ມາໃຫ້ດາວໂຫລດໄປໃຊ້ກັນແລ້ວ ໃນ Beta 2 ຈະມີສາລະພັດຄວາມສາມາດທີ່ເພີ່ມເຂົ້າມາເຊັ່ນ: Smart Address Bar ທີ່ຄ້າຍ ໆ Awsome bar ໃນ Firefox 3 ລະບົບ Search ສາມາດສະແດງຮູບພາບໄດ້ພ້ອມ Loosely-Coupled IE ແຍກການເຮັດວຽກຂອງລະບົບແຖບ ກັບລະບົບຫລັກອອກຈາກກັນເພື່ອບໍ່ໃຫ້ຄ້າງທັງລະບົບ Compatibility View ໃຊ້ Render ເວັບທີ່ອອກແບບມາສຳລັບ IE6 ໃຫ້ສະແດງຜົນໄດ້ InPrivate ປ້ອງກັນການເກັບຂໍ້ມູນໃນການທ່ອງເວັບໄວ້ ຄວາມສາມາດອື່ນ ໆ ທີ່ເພີ່ມເຂົ້າມາ ສາມາດອ່ານໄດ້ໃນ ໜ້າດາວໂຫລດ Internet Explorer 8 Beta 2
More »ອອກ Firefox 3 ມາບໍ່ດົນ ກໍ່ມີ update ຕາມມາແລ້ວ ເນື່ອງດ້ວຍບັນຫາຈາກຄວາມປອດໄພໃຫຍ່ ໓ ຢ່າງ ທີ່ຈະເຮັດໃຫ້ Firefox ມີບັນຫາຫນັກ ຮວມເທິງໄດ້ແກ້ໄຂບັນຫາເລັກນ້ອຍຕ່າງ ໆ ທີ່ເວີຊັນເກົ່າອີກ ໙ ຢ່າງ ອ່ານລາຍລະອຽດໄດ້ໃນ Release notes ຜູ້ໃຊ້ Firefox 3 ຈະສາມາອັບເດດເປັນ 3.0.1 ໄດ້ຜ່ານເມນູ Help > Check for Updates ສ່ວນຜູ້ໃຊ້ທີ່ຍັງບໍ່ມີ Firefox ໃນລະບົບເທື່ອກໍ່ສາມາດດາວໂຫລດມາຕິດຕັ້ງໄດ້ຈາກ Link ດາວໂຫລດດ້ານລຸ່ມ ດາວໂຫລດ Firefox 3.0.1
More »ໃນທີ່ສຸດ ມັນກໍ່ມາຈົນໄດ້ Firefox 3 ໂປຣແກຣມທ່ອງເວັບໃຫມ່ຫລ້າສຸດຈາກ Mozilla ແລະໃນເວັບໄຊຂອງ Firefox ເອງກໍ່ຍັງມີການອັບເດດຫນ້າເວັບເປັນແບບໃຫມ່ນຳ ນອກຈາກນັ້ນ Extensions ແລະ Addons ຕ່າງ ໆ ກໍ່ເລີ່ມມີການອັບເດດໃຫ້ຮອງຮັບເວີຊັນຫລ້າສຸດຂອງ Firefox 3 ກັນແລ້ວ ໃນຂະນະທີ່ຂຽນຢູ່ນີ້ ມີຄົນດາວໂຫລດ Firefox 3 ໄປແລ້ວ 6,085,765 ເທື່ອ ສຳຫລັບປະເທດລາວແມ່ນ 105 ເທື່ອ ເຊິ່ງທາງ Mozilla ພະຍາຍາມຈະສ້າງສະຖິຕິໂປຣແກຣມທີ່ມີຄົນດາວໂຫລດຫລາຍທີ່ສຸດພາຍໃນເວລາ 24 ຊົ່ວໂມງ (ຕາມບລັອກກ່ອນຫນ້ານີ້ທີ່ຂຽນໄວ້) ຄວາມສາມາດໃຫມ່ ໆ ທີ່ເປັນຈຸດເດັ່ນໃນ Firefox 3 ກໍ່ມີ Smart Location Bar – ເຂົ້າເຖິງເວັບໄຊຕ່າງ ໆ ໄດ້ງ່າຍຂຶ້ນໂດຍ Location Bar ທີ່ປັບປຸງມາໃຫມ່ອ່ຽມ One-Click Bookmarking – ພຽງຄລິກດຽວກໍ່ຈັດເກັບຫນ້າເວັບເປັນ [...]
More »ອອກ Release Candidate ທີ່ສອງແລ້ວໃນສາຍການຜະລິດ Firefox 3 ເຊິ່ງໃນເວີຊັນນີ້ຈະເນັ້ນແກ້ໄຂ bugs ໃນ RC1 ເພື່ອເລັ່ງເປີດຕົວ Firefox 3 ໃນໄວ ໆ ນີ້ ດາວໂຫລດ ຫລັງຈາກທົດລອງໃຊ້ແລ້ວ ປະກົດວ່າ Addons ຕ່າງ ໆ ນັ້ນສາມາດໃຊ້ຮ່ວມກັບ Firefox 3 RC2 ໄດ້ຫລາຍຂຶ້ນ ອາດຈະເປັນເພາະວ່າມັນໃກ້ອອກແລ້ວ ທາງຜູ້ພັດທະນາ Addons ກໍ່ເລີຍຈັດການອັບເດດກັນຖ້ວນຫນ້າ
More »ພໍດີຊ່ວງນີ້ຕ້ອງເຮັດເວັບໄຊໃຫ້ລູກຄ້າ ເຊິ່ງຕ້ອງເຮັດໃຫ້ຮອງຮັບ Cross Browser ຄືໃຊ້ໄດ້ໃນ Web Browser ສ່ວນໃຫຍ່ ກໍ່ຄື Firefox, Internet Explorer, Safari, Opera ເປັນຕົ້ນ ແຕ່ວ່າ ມັນກໍ່ມີຄວາມຫຍຸ້ງຍາກລຳບາກພໍສົມຄວນ ໂດຍສະເພາະແມ່ນ Internet Explorer (ຕໍ່ໄປນີ້ຈະຂຽນຫຍໍ້ວ່າ “IE”) ເພາະມັນມີຫລາຍເວີຊັນ ແລະໃນເວີຊັນເກົ່າກໍ່ມີ Bugs ຫລວງຫລາຍອີກ ກໍ່ເລີຍຕ້ອງໄປນຳແກ້ໄຂໃຫ້ແລ້ວ ເພາະວ່າຫຍັງ? ກໍ່ເພາະວ່າຄົນສ່ວນຫລາຍຍັງຄົງໃຊ້ IE ເວີຊັນເກົ່າ ເຊັ່ນ IE6 ເປັນຕົ້ນ ໂດຍປົກກະຕິແລ້ວ ເຮົາຈະສາມາດໃຊ້ IE ໄດ້ພຽງເວີຊັນດຽວເທົ່ານັ້ນ ຫາກໃຊ້ IE6 ກໍ່ຈະມີແຕ່ IE6 ບໍ່ສາມາດໃຊ້ IE7 ໃນຂະນະທີ່ມີ IE6 ຫຼືເວີຊັນອື່ນ ໆ ນຳໄດ້ ແຕ່ເຖິງຢ່າງໃດກໍ່ຕາມ ກໍ່ມີຄົນພະຍາຍາມທີ່ຈະໃຫ້ IE ສາມາດຣັນໃນເວລາດຽວກັນໃນເຄື່ອງ ໆ ດຽວໄດ້ [...]
More »