Posts Tagged ‘Web Browser’

Google Chrome 4

ມາແບບງົງໆ ປານຕອນເປີດໂຕໃໝ່ໆ ເພາະ Google Chrome 4.0 ເວີຊັນ Stable ບໍ່ແມ່ນ Beta ນັ້ນອອກມາຮຽບຮ້ອຍແລ້ວ! ຈຸດພິເສດສຳຄັນໃນ Google Chrome 4 ກໍຄືຮອງຮັບລະບົບ Extension ຫຼືທີ່ Firefox ເອີ້ນວ່າ Addon ນັ້ນເອງ ເຊິ່ງນອກຈາກລະບົບ Extension ທີ່ຜູ່ໃຊ້ສາມາດດາວໂຫລດມາເພີ່ມເຕີມໄດ້ຢ່າງຫຼວງຫຼາຍແລ້ວ ກໍຍັງມີ Bookmark Sync ເຊິ່ງກໍຄ້າຍໆ ແບບ Xmarks ແຕ່ເປັນຂອງ Google ເອງ ແລະເຊື່ອມຕໍ່ກັບ account ຂອງ Google ອີກນຳ.
ດ້ານຄວາມໄວນັ້ນ Chrome 4 ທົດສອບໂດຍການໃຊ້ Dromaeo DOM Core ປາກົດວ່າ ໄວກວ່າ Chrome ເວີຊັນທຳອິດທີ່ອອກມາຕັ້ງແຕ່ປີກາຍນີ້ເຖິງ 400%

ແຕ່ມັນຈະໄວແທ້ຫຼືບໍ່ນັ້ນ ເຊີນມາຮ່ວມພິສູດກັນໄດ້ເລີຍ; ທ່ານສາມາດດາວໂຫລດ Google Chrome 4 [...]

More »

Firefox 3.6

ອອກມາໄດ້ສອງມື້ແລ້ວສຳລັບ Mozilla Firefox 3.6 ເຊິ່ງເປັນໂປຣແກຣມທ່ອງເວັບລຸ້ນຫຼ້າສຸດຈາກ Mozilla ທີ່ຈະມາເພີ່ມປະສິດທິພາບ, ຄວາມສາມາດ ແລະຄວາມໄວໃນການທ່ອງເວັບຂອງທ່ານ.
ໃນ Firefox 3.6 ນັ້ນ ໄດ້ໃຊ້ Gecko 1.9.2 ເປັນ Rendering engine ແລະເປັນເວີຊັນທີ່ໄດ້ຮັບການພັດທະນາມາຕັ້ງແຕ່ຕົ້ນປີ 2009 ກໍຈະມີຄວາມສາມາດຫຼາຍໆ ຢ່າງເພີ່ມຂຶ້ນມາ; ນອກຈາກນັ້ນແລ້ວບັນດາ features ຕ່າງໆ ທີ່ຖືກອັບເດດເຂົ້າມາກໍມີຕັ້ງແຕ່ ລະບົບ theme ແບບໃຫມ່ ທີ່ເອີ້ນກັນວ່າ Personas ທີ່ທ່ານສາມາດເລືອກສີສັນຂອງ Firefox ໄດ້ຫຼາກຫຼາຍບໍ່ຊ້ຳກັນ ແຖມຍັງງ່າຍດາຍບໍ່ຕ້ອງ restart ໂປຣແກຣມອີກຕ່າງຫາກ! ຖັດມາກໍເປັນການຮອງຮັບການເປີດວິດີໂອແບບເຕັມຈໍ, ລະບົບແຈ້ງເຕືອນ plugin ທີ່ເວີຊັນເກົ່າເກີນໄປ, ຮອງຮັບລະບົບ font ແບບໃໝ່, ຮອງຮັບ CSS3 ເຊັ່ນ gradients ແລະ background sizing ເປັນຕົ້ນ ຮວມເຖິງ HTML5 ບາງຢ່າງອີກນຳ.
ດ້ານຄວາມໄວນັ້ນ [...]

More »

Firefox 3.6 ຮອດ Beta ແລ້ວ

ກຳນົດການເດີມແມ່ນຊ່ວງເດືອນກັນຍາ ແຕ່ປາກົດວ່າຫຼ້າຊ້າມາຮອດເດືອນຕຸລາ ໃນທີ່ສຸດ Firefox 3.6 ລຸ້ນ Beta RC1 ກໍອອກມາ ແລະຄວາມສາມາດໃໝ່ໆ ທີ່ເພີ່ມຂຶ້ນມາໃນລຸ້ນນີ້ມີສອງຢ່າງຄື control-tab previews (ຕົວຢ່າງ) ແລະ taskbar thumbnail previews ສຳລັບໃຊ້ໃນ Windows 7.
ສຳລັບທ່ານທີ່ສົນໃຈທົດລອງ ສາມາດດາວໂຫຼດໄດ້ຈາກເວັບໄຊຂອງ Mozilla ຫຼື Softpedia.
ທີ່ມາ – DownloadSquad

More »

Firefox 3.5.2

ອັບເດດໃໝ່ສຳລັບ Firefox ເພື່ອແກ້ໄຂຊ່ອງຫວ່າງຄວາມປອດໄພ ແລະທີ່ສຳຄັນແມ່ນໃນເວີຊັນນີ້ ປັບປຸງລະບົບຮູບພາບກັບ ICC profiles ເຊິ່ງເຮັດໃຫ້ຮູບພາບຕ່າງ ໆ ສາມາດສະແດງສີສັນໄດ້ຖືກຕ້ອງ (ກ່ອນໜ້ານີ້ມີບັນຫາແມ່ນບາງຄົນພົບວ່າ ຮູບໃນ Firefox ສີເຂັ້ມຈາກຄວາມຈິງ).
ເພີ່ມເຕີມອ່ານໄດ້ຈາກ release notes. ດາວໂຫຼດໄດ້ທີ່ເວັບໄຊຂອງ Firefox ຫຼືຫາກໃຊ້ Firefox ຢູ່ແລ້ວ ຄລິກໄປທີ່ເມນູ Help > Check for Updates

More »

Firefox 3.5

ໃນທີ່ສຸດ Firefox 3.5 ກໍອອກມາຈົນໄດ້ ອອກແບບງຽບ ໆ ເຊິ່ງອັນທີ່ຈິງແລ້ວກ່ອນໜ້ານີ້ທີ່ມາ Firefox 3.5 RC3 ອອກມານັ້ນ ເປັນໂຕດຽວກັບ Firefox 3.5 ໂຕເຕັມທີ່ອອກມາມື້ນີ້ ມາເບິ່ງລາຍລະອຽດທົ່ວໄປກັນກ່ອນ.
ດ້ານຄວາມໄວນັ້ນ Firefox ລຸ້ນຫຼ້າສຸດ ທາງ Mozilla ອ້າງວ່າ ຈາກການທົດສອບພາຍໃນໂດຍໃຊ້ Windows XP ນັ້ນສະແດງໃຫ້ເຫັນວ່າ 3.5 ທີ່ມີ TraceMonkey (JavaScript engine ໂຕໃໝ່) ໄວກວ່າ 3.0 ເກືອບສອງເທົ່າເຄິ່ງ ແລະໄວກວ່າ 2.0 ເກືອບສິບສອງເທົ່າ. ໃນຄວາມເປັນຈິງແລ້ວ ຈາກການໃຊ້ງານກໍສັງເກດໄດ້ວ່າ ມັນໄວຂຶ້ນພໍສົມຄວນ ແລະທີ່ສຳຄັນ ປະລິມານການນຳໃຊ້ RAM ນັ້ນຫຼຸດລົງເກືອບເຄິ່ງ!
ນອກຈາກຄວາມໄວແລ້ວ ຈຸດເດັ່ນອື່ນ ໆ ໃນ Firefox 3.5 ກໍມີ..

Private Browsing ທ່ອງເວັບແບບສ່ວນຕົວ ບໍ່ເກັບຂໍ້ມູນໃດ ໆ ປະໄວ້ໃຫ້ເປັນຫຼັກຖານ
Forget [...]

More »

Safari 4.0

ອອກ Final ແລ້ວສຳລັບ Safari ສຳລັບ Windows ຕົວເລກ build ແມ່ນ 4.0.530.17 ຫຼາຍຄົນຍ້ອງວ່າໄວຂຶ້ນກວ່າເວີຊັນກ່ອນໜ້ານີ້ຫຼາຍ ຜູ່ຂຽນລອງໃຊ້ແລ້ວ ໃນລຸ້ນນີ້ມີການປັບປ່ຽນ UI ຂອງໂປຣແກຣມຢູ່ເລັກນ້ອຍ ເຊັ່ນເວລາໂຫຼດໜ້າຕ່າງ ໆ ແລະໃນສ່ວນຂອງ tab ຈະມີຄວາມສວຍງາມຂຶ້ນເລັກນ້ອຍເຖິງປານກາງ.
ເຊັ່ນເຄີຍ Safari (ໜ້າຈະຮວມເຖິງ web browser ອື່ນ ໆ ທີ່ີໃຊ້ Webkit ມີ Google Chrome ເປັນຕົ້ນ) ຍັງບໍ່ສາມາດປັບ font ສຳລັບພາສາໃດພາສານຶ່ງໄດ້ຄືກັບ Firefox ຫຼື IE ເທື່ອ.
ດາວໂຫຼດ – Safari 4.0 for Windows

More »

Firefox 3.0.9

ອັບເດດເວີຊັນໃໝ່ຂອງ Firefox ເຊິ່ງເລກເວີຊັນນີ້ແມ່ນ 3.0.9 ທີ່ນຳມາຂຽນຂ່າວເພາະມີການແກ້ໄຂລະບົບຄວາມປອດໄພ ແລະຈຸດສຳຄັນແມ່ນແກ້ໄຂ bugs ທີ່ສ້າງບັນຫາໃຫ້ກັບ cookie ເຮັດໃຫ້ຕ້ອງ login ໃໝ່ຕະຫຼອດ (ເປັນຕົ້ນວ່າໃນພັນລາວ)
ສຳລັບລາຍການຄວາມປ່ຽນແປງໃນເວີຊັນນີ້ແມ່ນ:

ແກ້ໄຂລະບົບຄວາມປອດໄພ 9 ຈຸດ ອ່ານໄດ້ໃນ known vulnerabilities.
ບັນຫາກ່ຽວກັບຖານຂໍ້ມູນຜິດພາກ ເຮັດໃຫ້ Firefox ສູນເສຍຂໍ້ມູນທີ່ເກັບໄວ້ໃນ cookie. (bug 470578)
ແກ້ໄຂບັນຫາເວລາເປີດ Firefox 3.0.7 ແລ້ວຮູບພາບໃນເວັບໄຊບໍລິການອີເມລບາງແຫ່ງ (ເຊັ່ນ AOL  ເຊັ່ນ AIM) ບໍ່ສາມາດສະແດງຜົນໄດ້. (bug [...]

More »

Internet Explorer 8 Final

ເຄີຍຂຽນໄປກ່ອນໜ້ານີ້ແລ້ວກ່ຽວກັບ IE8 (ຂ່າວເກົ່າໃນ RC1 ແລະ Beta 2) ເຊິ່ງຕອນນີ້ Microsoft ປະກາດອອກແລ້ວ Final version ສຳລັບໂປຣແກຣມທ່ອງເວັບທີ່ມີສ່ວນແບ່ງຕະຫຼາດຫຼາຍທີ່ສຸດໃນປັດຈຸບັນ “Internet Explorer 8”
ໃນເວີຊັນ “Final” ກໍ່ຄ້າຍ ໆ ກັບທີ່ອອກມາກ່ອນໜ້ານີ້ ໂດຍຈະເປັນການແກ້ໄຂ bugs ຕ່າງ ໆ ທີ່ມີ ສ່ວນ feature ໃໝ່ນັ້ນ ກໍ່ຄືກັບທີ່ລາຍງານໄປກ່ອນໜ້າ ມີ private browsing mode, automatic crash recovery ແບບດຽວກັບໃນ Firefox, ການປ້ອງກັນ XSS, ແລະ SmartScreen filters. ນອກຈາກນັ້ນກໍ່ມີສ່ວນເສີມທີ່ເພີ່ມເຂົ້າມາໃໝ່ເຊັ່ນ Accelerators ທີ່ຊ່ວຍໃຫ້ສາມາດເຂົ້າເຖິງບໍລິການຕ່າງ ໆ ໄດ້ໄວຂຶ້ນ.
Internet Explorer 8 Final ມາພ້ອມກັບ 25 ພາສາໃຫ້ເລືອກດາວໂຫຼດ (ແນ່ນອນບໍ່ມີພາສາລາວເທື່ອ) [...]

More »

Firefox 3.0.7

ອອກເວີຊັນໃໝ່ແກ້ໄຂ bugs ແລະລະບົບຄວາມປອດໄພຕໍ່ຈາກເວີຊັນກ່ອນໜ້ານີ້ ຮວມເຖິງແກ້ບັນຫາສຽງໃນເວີຊັນສຳລັບ Mac OS X ທີ່ລົງ Flashblock ອີກນຳ. ຂໍ້ມູນເພີ່ມເຕີມແບບລະອຽດ ສາມາດເບິ່ງໄດ້ຈາກ Bugzilla
ແລ້ວກໍ່ອີກຢ່າງນຶ່ງ ເວີຊັນນີ້ມີ Localization build ເພີ່ມໃໝ່ ໓ ພາສາຄື Estonian, Kannada, ແລະ Telugu ສ່ວນພາສາລາວ .. ຍັງບໍ່ມີໃຜແປ -_-)..
ຫາກມີ Firefox ຢູ່ແລ້ວ ສາມາດອັບເດດໂດຍການໄປທີ່ເມນູ Help > Update ຫຼືໂຫຼດມາໃໝ່ຈາກເວັບໄຊຂອງ Firefox

More »

Internet Explorer 8 RC1

Microsoft ອອກລຸ້ນ Release Candidate 1 ຂອງ IE8 ແລ້ວ ແຕ່ຍັງບໍ່ມີ changelog ໃດ ໆ ໃຫ້ຕິດຕາມເທື່ອ ແຕ່ເລກ build ແມ່ນ 8.0.06001.18372 (ບາງແຫລ່ງຂ່າວລະບຸວ່າແມ່ນ 8.0.06001.18343 –ເຊິ່ງຕ່ຳກວ່າ build ຂອງ IE8 ໃນ Windows 7 Beta 1)
ດາວໂຫລດ…

Windows XP
Windows Vista 32Bit
Windows Vista 64Bit

ທີ່ມາ – Ghacks.net, Neowin.net

More »