Posts Tagged ‘Web 2.0’

Weebly | Online Website Creation Tool

ຂໍແນະນຳໃຫ້ຮູ້ຈັກກັບ Weebly ບໍລິການສ້າງ ເວັບໄຊທ໌ອອນໄລນ໌ສຳຫລັບຍຸກນີ້ ວິທີໃຊ້ກໍ່ງ່າຍໆ ບໍ່ຕ້ອງມີຄວາມຮູ້ເລື່ອງ HTML ກໍ່ໄດ້ ມີແຕ່ຈັບວາງຈັບວາງ ແລ້ວກໍ່ອອກມາເປັນເວັບ ໄດ້ຕາມວາດຕາມວາ ເຮັດແລ້ວແລ້ວກໍ່ສາມາດໃຊ້ງານໄດ້ເລີຍ ເຂົາມີ Host Service ໃຫ້ພ້ອມ ໃຫ້ໃຊ້ພ້ອມ ຫລືຖ້າບໍ່ຢາກໃຊ້ Web Host ທີ່ເຂົາຈັດໄວ້ໃຫ້ ກໍ່ມີແຕ່ໂຫລດໄຟລ໌ Zip ມາແລ້ວອັບໂຫລດຂຶ້ນໄປໄວ້ Host ທີ່ຕ້ອງການ ມີວິດີໂອສາທິດການໃຊ້ງານໃຫ້ເບິ່ງໃນ YouTube ລອງເຂົ້າໄປເບິ່ງ ເທົ່າທີ່ເບິ່ງຈາກວິດີໂອ ກໍ່ຮູ້ສຶກວ່າງ່າຍດີ ຢາກລອງໄປໃຊ້ຢູ່ ແຕ່ເນັດ 56K ມັນບໍ່ໄດ້ດັ່ງໃຈປານໃດ ເລີຍປະໄວ້ກ່ອນ ໃຜມີເນັດດີໆ ຢາກລອງໃຊ້ ກໍ່ເຂົ້າໄປທີ່ Weebly.com Features: Drag and Drop Interface (ລາກແລ້ວວາງ) Variety of Themes (ມີຮູບແບບຫນ້າຕາໃຫ້ເລືອກຫລາຍແບບ) Personalized Subdomains (ມີ Subdomain ໃຫ້ໃຊ້) [...]

More »

ນີ້ມັນຍຸກຂອງ Web 2.0 ແລ້ວ!

ຄົນໃຊ້ເນັດບ້ານເຮົາ ບໍ່ຄ່ອຍຈະສົນໃຈວ່າຍຸກໃດເປັນຍຸກໃດພໍປານໃດ ມີແນວໃດກໍ່ໃຊ້ແນວນັ້ນ ອັດຕາການເຕີບໂຕ ຂອງຜູ້ໃຊ້ງານອິນເຕີເນັດໃນບ້ານເຮົາ ກໍ່ເລີຍບໍ່ເພີ່ມຂຶ້ນຢ່າງໄວວາຄືປະເທດອື່ນໆ ໃນລະແວກດຽວກັນ ຂະຫນາດເມືອງນອກເຂົາເຂົ້າສູ່ຍຸກ Web 2.0 ແລ້ວ ບ້ານເຮົາຍັງຊິມາເຮັດເວັບບອຣ໌ດ ໃຫ້ຄົນເຂົ້າໄປຖາມຕອບກັນເອງຢູ່ (ບໍ່ມີເນື້ອຫາໃນເວັບໄຊທ໌ຫລັກ) ພວກທີ່ມີເວັບຫລັກເຂົາກໍ່ປ່ອຍໃຫ້ເວັບຕາຍດ້ານໄປເສີຍໆ ບໍ່ຫມັ່ນອັບເດທຂໍ້ມູນເລີຍ ກໍ່ມີຫລວງຫລາຍ ບໍ່ຮູ້ຕອນໃດມັນຊິເຂົ້າຮູບເຂົ້າຮອຍໄດ້ ເຂົ້າເລື່ອງເລີຍດີກວ່າ… ມື້ນີ້ມາແນະນຳກ່ຽວກັບເວັບໄຊທ໌ທີ່ເປັນ Web 2.0 ເຊິ່ງມີເປັນຮ້ອຍເປັນພັນແລ້ວໃນປະຈຸບັນ ບໍ່ຮູ້ຊິແນະນຳແນວໃດຫມົດ (ໂດຍສະເພາະຫາກ Web 2.0 ຍັງບໍ່ມີແນວທາງທີ່ຊັດເຈນ) ດັ່ງນັ້ນ ອາຫານພ້ອມເສີບມື້ນີ້ ກໍ່ຄື Web 2.0 Directory ເຊິ່ງກໍ່ມີຫລາກຫລາຍອັນ ຫລາກຫລາຍແນວໃຫ້ໃຊ້ ສາມາດເຂົ້າໄປເບີ່ງໄດ້ໃນ go2web2.netແຕ່ຫາກເຂົ້າໄປແລ້ວລາຍຕາບໍ່ຮູ້ລອງອັນໃດ ແນະນຳ –> NetVibes ແລ້ວຈະໄດ້ Feeling of Web 2.0 ທຳອິດວ່າຊິຂຽນບົດຄວາມ ໃນເຊີງເທັກນິກລອງເບິ່ງ ແຕ່ຂຽນໄປຂຽນມາແລ້ວລືມ ເລີຍຢ່າແຫລ່ະ 555 (ຂຽນບລັອກໄປ ເຮັດຮ່າງສັນຍາໄປ ສະມາທິຫົດຫາຍຫມົດ )

More »

Web Trend Map 2007

ທີ່ມາ: Ai Web Trends via Neowin Forums

More »