Posts Tagged ‘Virus’

AVG 9 Free Edition

ຫຼັງຈາກທີ່ກ່ອນໜ້ານີ້ AVG ໄດ້ອອກ AVG Anti-Virus Professional 9.0 ມາແລ້ວ ກໍຕາມມາດ້ວຍ AVG Anti-Virus Free Edition 9.0 ຕິດໆ ກັນ. AVG Free Edition 9 ນີ້ສາມາດໃຊ້ໄດ້ກັບທັງ Windows XP, Vista ແລະ 7 ໂດຍປະກອບມີຫຼາຍໆ ສ່ວນເຊັ່ນ antivirus, spyware, rootkit protection, email protection, phishing protection ແລະ Linkscanner. ຜູ່ໃຊ້ສາມາດເລືອກໄດ້ວ່າຈະຕິດຕັ້ງ module ໃດຫຼືບໍ່ຕິດຕັ້ງ module ໃດຕາມໃຈ. ທ່ານສາມາດດາວໂຫຼດ AVG Free Edition 9 ໄດ້ຈາກ http://free.avg.com/ww-en/download?prd=afg#tba2 ມີແບບ web installer ແລະ offline [...]

More »

ກວດສອບການຕິດໜອນໄວຣັດ Conficker

Conficker ເປັນໜອນໄວຣັດທີ່ຖືກກວດພົບໃນຊ່ວງປາຍປີ 2008 ເຊິ່ງເປົ້າໝາຍການໂຈມຕີຂອງ Conficker ແມ່ນລະບົບຄອມພິວເຕີທີ່ໃຊ້ Windows 2000, XP, Vista, Server 2003 ແລະ Server 2008 ຮວມເຖິງ Windows 7 beta ກໍຖືກຄຸກຄາມເຊັ່ນກັນ. ໜອນໄວຣັດ Conficker ອາໄສຄວາມຜິດພາດທີ່ມີໃນ network stack ຂອງລະບົບປະຕິບັດການ ດັ່ງທີ່ກ່າວມາຂ້າງຕົ້ນ ໃນການແຜ່ຕົວເອງເຂົ້າໄປໃນລະບົບ ເຊິ່ງພາຍຫຼັງການກວດພົບ Conficker ໄດ້ນຶ່ງເດືອນ ກໍມີການຄົ້ນພົບຄວາມຜິດພາດໃນ network stack ຂ້າງຕົ້ນ ແລະນຳໄປສູ່ການແກ້ໄຂໃນພາຍຫຼັງ. ແຕ່ຢ່າງໃດກໍຕາມ, ຈົນຮອດຕອນນີ້ມີລາຍງານວ່າ ຄອມພິວເຕີທີ່ຕິດເຊື້ອໜອນໄວຣັດດັ່ງກ່າວ ມີຈຳນວນສູງເຖິງ 15 ລ້ານເຄື່ອງທົ່ວໂລກ. ທ່ານສາມາດກວດສອບສະຖານະລະບົບຄອມພິວເຕີຂອງທ່ານໄດ້ໂດຍການເຂົ້າໄປທີ່ http://www.confickerworkinggroup.org/infection_test/cfeyechart.html ແລ້ວສັງເກດຮູບໃນໜ້າເວັບດັ່ງກ່າວ ຈະພົບວ່າມີຮູບພາບຈຳນວນ 6 ຮູບສະແດງຢູ່ ຫາກທ່ານບໍ່ເຫັນຮູບພາບດັ່ງກ່າວ ຫຼືເຫັນບໍ່ຄົບ ຈະຕີຄວາມໄດ້ດັ່ງລຸ່ມນີ້: ຮູບທີ່ປາກົດ ຄວາມໝາຍ ສະພາວະປົກກະຕິບໍ່ຕິດໜອນໄວຣັດ Conficker [...]

More »

Mac OS X ເລີ່ມເປັນທີ່ດຶງດູດຂອງ Trojan

ມີລາຍງານວ່າ ໄດ້ມີການກວດພົບ Trojan ໃໝ່ ໒ ສາຍພັນທີ່ກຳລັງຄຸກຄາມຜູ້ໃຊ້ Mac OS X ໂດຍທັງສອງນັ້ນເນັ້ນທີ່ໄປການ ເຂົ້າໄປແອບແຝງໃນລະບົບຂອງເປົ້າໝາຍ. Trojan ໂຕທຳອິດຊື່ວ່າ “OSX.RSPlug.D” ເປັນ Trojan ທີ່ພັດທະນາຕໍ່ມາຈາກສາຍພັນທີ່ມາກ່ອນໜ້ານີ້ ທີ່ມີການກວດພົບໃນປາຍປີ ໒໐໐໗ ໂດຍໜ້າທີ່ຂອງມັນແມ່ນປ່ຽນ DNS ຂອງລະບົບໃຫ້ເປັນ DNS ທີ່ຜູ້ລົງມືຕ້ອງການ ເພື່ອທີ່ຈະດັກຂໍ້ມູນ ຫຼືບັງຄັບໃຫ້ສະແດງໂຄສະນາເມື່ອເຂົ້າຊົມເວັບໄຊຕ່າງ ໆ ອີກນຳ. ແຫຼ່ງຂ່າວລະບຸວ່າ ຜູ້ໃຊ້ Mac OS X ມັກຈະໄດ້ຮັບ OSX.RSPlug.D ມັກຈະມາຈາກການດາວໂຫຼດ codec ທີ່ໃຊ້ເພື່ອເບິ່ງວີດິໂອໃນເວັບຜູ້ໃຫຍ່. ອີກໂຕໜຶ່ງແມ່ນ OSX.TrojanKit.Malez ຫຼືອີກຊື່ແມ່ນ OSX.Lamzev.A ໜ້າທີ່ຂອງມັນແມ່ນເປັນ Backdoor ສຳລັບເປີດທາງໃຫ້ຜູ້ປະສົງຮ້າຍເຂົ້າໄປໃນລະບົບຂອງເຫຍື່ອໄດ້ ແຕ່ຢ່າງໃດກໍ່ຕາມ ນັກວິເຄາະໃຫ້ຄຳເຫັນວ່າການແຜ່ກະຈາຍຂອງມັນນັ້ນ ຍັງບໍ່ຮ້າຍແຮງ ເພາະຜູ້ລົງມືຕ້ອງສາມາດເຂົ້າເຖິງເຄື່ອງ Mac OS X ໄດ້ກ່ອນຈຶ່ງຈະສາມາດຕິດຕັ້ງ backdoor ດັ່ງກ່າວໄດ້. [...]

More »