Posts Tagged ‘Video’

Youtube Feather Beta

“Feather” ເປັນເທັກນິກທີ່ YouTube ໃຊ້ເພື່ອເພີ່ມປະສິດທິພາບໃນການດາວໂຫລດໜ້າເວັບໄຊຂອງ YouTube ເອງ ເພື່ອເຮັດໃຫ້ຄົນທີໃຊ້ເນັດຊ້ານັ້ນ ສາມາດຮັບຊົມວິດີໂອໄດ້ໄວຂຶ້ນ. ວິທີການກໍຄື ຫຼຸດສ່ວນປະກອບຂອງໜ້າຫຼາຍໆ ສ່ວນອອກໄປ ບໍ່ວ່າຈະເປັນສ່ວນຂອງຄຳເຫັນຕ່າງໆ ຫຼືຟອມສຳລັບ embed ວິດີໂອນຳ.
ໃນຕອນນີ້ “Feather” ຍັງຢູ່ໃນຂັ້ນຕອນທົດສອບການນຳໃຊ້ ຫຼືໃນຊ່ວງ beta ຢູ່ ຫາກໃຜສົນໃຈຈະທົດສອບກໍເຂົ້າໄປລອງກັນໄດ້ທີໜ້າ Feather beta ຂອງ YouTube ໄດ້ເລີຍ.
ທີ່ມາ – Ghacks.net

More »

YouTube ເລີ່ມສະແດງລິ້ງສຳລັບດາວໂຫຼດ

ປົກກະຕິການຈະດາວໂຫຼດວິດີໂອຈາກ YouTube ຄົນມັກຈະໃຊ້ໂປຣແກຣມເສີມ ຫຼືເວັບທີ່ໃຫ້ບໍລິການດາວໂຫຼດຢ່າງ keepvid.com ເປັນຕົ້ນ ແຕ່ຫຼ້າສຸດທາງ YouTube ໄດ້ສະແດງລິ້ງສຳລັບດາວໂຫຼດໄຟລ໌ວິດີໂອໃນໜ້າວິດີໂອແລ້ວ ຄາດວ່າຈະເລີ່ມເປີດໃຊ້ທັງໝົດໃນໄວ ໆ ນີ້
ທີ່ມາ – Lessig.org
ແບບນີ້ກໍ່ສະບາຍ ບໍ່ຕ້ອງເຂົ້າຫຼາຍຂັ້ນຕອນ : ) ແຕ່ວ່າສັງເກດເວລາຄລິກດາວໂຫຼດ ຈະໂຫຼດຈາກ GoogleVideo

More »

Widescreen YouTube

YouTube ຜູ້ໃຫ້ບໍລິການອັບໂຫຼດວິດີໂອລາຍໃຫຍ່ທີ່ສຸດໃນໂລກໄດ້ປະກາດເພີ່ມຂະໜາດ ຂອງວິດີໂອໃຫ້ສູງຂຶ້ນ ແລະນຳໃຊ້ອັດຕາສ່ວນພາບແບບກວ້າງຂຶ້ນເທົ່າລະດັບ WideScreen.
ຄວາມລະອຽດໃໝ່ທີ່ຮອງຮັບນັ້ນສູງເຖິງ 960px ແລະສາມາດໃຊ້ອັດຕາສ່ວນພາບແບບ Widescreen ໄດ້ພ້ອມ. ສ່ວນຫາງສຽງທີ່ຕິດຕາມມານັ້ນກໍ່ເປັນໄປຕາມຄວາມຄາດໝາຍ — ເມື່ອມີສິ່ງໃໝ່ເກີດຂຶ້ນ ຈະມີການຕໍ່ຕ້ານຂຶ້ນມາ ອ່ານຕໍ່ໄດ້ໃນ YouTube Blog

More »