WordPress 2.7 “Coltrane”
ມາແລ້ວ WordPress 2.7 ລະຫັດ “Coltrane” (ຕັ້ງຊື່ຕາມນັກດົນຕີແຈສ John Coltrane) ເຊິ່ງເປັນ Blogware ທີ່ໄດ້ຮັບຄວາມນິຍົມທີ່ສຸດໃນຕອນນີ້ ໄດ້ຖືກອອກແບບ User Interface ໃໝ່ ສາມາດລາກເພື່ອວາງໃນຈຸດທີ່ຕ້ອງການໄດ້ ຫຍໍ້ ຫຼືຂະຫຍາຍກໍ່ໄດ້ ໂຫຼດໄວຂຶ້ນຫຼາຍເທົ່າ ແລະອັນທີ່ໃໝ່ແລະເພີ່ມຄວາມສະດວກສະບາຍທີ່ສຸດແມ່ນ ການຕິດຕັ້ງ plugin ຕ່າງ ໆ ຜ່ານ Admin panel ໄດ້ທັນທີ ບໍ່ຕ້ອງດາວໂຫຼດໄຟລ໌ ແຕກໄຟລ໌ ແລະອັບໂຫຼດເອງອີກຕໍ່ໄປແລ້ວ ທາງທີມງານພັດທະນາຍັງໄດ້ລະບຸອີກວ່າ ນີ້ອາດຈະເປັນເວີຊັນສຸດທ້າຍທີ່ຜູ້ໃຊ້ຕ້ອງອັບເກຣດເອງ ເພາະຫຼັງຈາກນີ້ໄປ ໃນເວີຊັນຕໍ່ໜ້ານັ້ນ ຈະສາມາດອັບເກຣດ WordPress ໄດ້ຜ່ານ Admin panel ຢ່າງງ່າຍດາຍພຽງປາຍນິ້ວຄລິກ! ສາມາດດາວໂຫຼດໄດ້ຈາກ ເວັບໄຊຂອງ WordPress ທີ່ມາ – WordPress Blog
More »


