Posts Tagged ‘Update’

Windows Vista SP1 RC

Windows Vista Service Pack 1 ເປັນສິ່ງທີ່ຜູ້ໃຊ້ Vista ຫລາຍ ໆ ຄົນລໍຄອຍມານານ ດ້ວຍເຫດອັນບໍ່ສົມປະກອບໃນ Windows Vista ທີ່ມີທັງບັນຫາຄວາມຊ້າໃນການສຳເນົາໄຟລ໌ເອກກະສານຕ່າງ ໆ ບໍ່ວ່າຈະເປັນແບບ Local ຫຼື Network ທີ່ຊ້າຈົນຮັບບໍ່ໄດ້ ແລະທັງລະບົບ UAC ທີ່ດີເກີນໄປຈົນສ້າງຄວາມລຳຄານໃຫ້ຜູ້ໃຊ້ສ່ວນໃຫຍ່ (ເຖິງຂະຫນາດຍອມສ່ຽງເພື່ອປິດມັນໄປ) ນອກຈາກນັ້ນກໍ່ຍັງມີບັນຫາຈຸກຈິກນານັບປະການ ຈົນເຮັດໃຫ້ Windows Vista SP1 ອອກມາຈົນໄດ້ ເຊິ່ງທາງ Microsoft ໄດ້ປ່ອຍໃຫ້ມີການດາວໂຫລດ RC1 ໄປທົດສອບການໃຊ້ງານເບິ່ງກ່ອນ ໂດຍໃນ Service Pack 1 ຂອງ Vista ນີ້ ໄດ້ມີການປັບປຸງຄວາມໄວໃນການສຳເນົາໄຟລ໌ຕ່າງ ໆ ໃຫ້ດີຂຶ້ນ ລວມເຖິງຫລຸດການສອບຖາມຂອງລະບົບ UAC ໃຫ້ເຫລືອນ້ອຍລົງ ນອກນັ້ນກໍ່ຍັງຮອງຮັບ IEEE 802.11n ສະບັບ Draft ອີກນຳ ສ່ວນ [...]

More »

Windows XP SP3 RC1

Microsoft ໄດ້ອອກ Service Pack 3 Release Candidate 1 ສຳຫລັບ Windows XP ມາແລ້ວ ເຊິ່ງຄາດວ່າ Final release ຄົງຈະຕາມມາໃນໄວ ໆ ນີ້ ລາຍລະອຽດສະບັບເຕັມກ່ຽວກັບ SP3 RC1 ນີ້ອ່ານໄດ້ຈາກ White Paper ໃນເວັບຂອງໄມໂຄຣຊອຟຕ໌ ດາວໂຫລດ

More »