Archive

Posts Tagged ‘Update’

WordPress 2.6.5

November 26th, 2008

ອັບເດດອີກຮອບສຳລັບ WordPress ໃນງວດນີ້ແກ້ໄຂບັນຫາລະບົບຄວາມປອດໄພທີ່ມີໃນລຸ້ນກ່ອນໜ້ານີ້ ທີ່ສາມາດເຮັດໃຫ້ມີໂອກາດຖືກເຈາະລະບົບຜ່ານທາງ XSS ໄດ້ ແລະຫາກສັງເກດໃຫ້ດີຈະພົບວ່າ ບໍ່ມີ WordPress 2.6.4 ຈະເປັນການຂ້າມເລກເວີຊັນຈາກ WordPress 2.6.3 ມາເປັນ WordPress 2.6.5 ເລີຍ ເນື່ອງຈາກທາງທີມງານພັດທະນາຕ້ອງການປ້ອງກັນ ບໍ່ໃຫ້ມີຄວາມສັບສົນເກີດຂຶ້ນ ເພາະກ່ອນໜ້ານີ້ມີເວີຊັນ 2.6.4 ປອມອອກມາ

ລາຍລະອຽດເພີ່ມເຕີມອ່ານໄດ້ຈາກ ບລັອກຂອງ Westi

Wordpress , , , ,

Windows Vista Service Pack 2 Beta ກຳລັງຈະມາ

October 25th, 2008

ຫຼັງຈາກທີ່ອອກ Service Pack 1 ສຳລັບ Windows Vista ມາກ່ອນໜ້ານີ້ເປັນເວລາດົນພໍສົມຄວນ ຕອນນີ້ທາງ Microsoft ກໍ່ກຳລັງພັດທະນາ Service Pack 2 ຢູ່ ແລະຈະສົ່ງໃຫ້ກັບກຸ່ມຜູ້ໃຊ້ຈຳນວນໜຶ່ງເພື່ອທົດສອບການໃຊ້ງານກ່ອນ.

Windows Vista SP2 Beta ນີ້ຈະຖືກສົ່ງທົດສອບປະມານວັນທີ່ 29 ເດືອນຕຸລານີ້ເອງ ສ່ວນສຳລັບ Final release ນັ້ນຍັງບໍ່ມີກຳນົດການເທື່ອ ຈົນກວ່າ SP2 ຂອງ Vista ຈະຖືກຮອງຮັບສະຖານະພ້ອມເສຍກ່ອນ. ລາຍລະອຽດສຳຄັນຂອງ SP2 ແມ່ນຈະເນັ້ນໃສ່ການເພີ່ມປະສິດທິພາບ ແລະຄວາມເຂົ້າກັນໄດ້ຂອງລະບົບໃຫ້ຫຼາຍຂຶ້ນ.

ນອກຈາກນັ້ນ Mike Nash ຜູ້ບໍລິຫານລະດັບສູງຂອງ Microsoft ຍັງໄດ້ໃຫ້ຂໍ້ມູນອີກວ່າ Windows Vista SP2 ນັ້ນຈະມີສິ່ງທີ່ເພີ່ມເຂົ້າມາເຊັ່ນ:

  • Windows Search 4.0
  • Bluetooth 2.1 Feature Pack
  • Natively Blu-ray support
  • Windows Connect Now (WNC)
  • exFAT file system

ທີ່ມາ - Windows Vista Team Blog [via BN]

Windows , , , , ,

WordPress 2.6.2

September 9th, 2008

ທີມງານພັດທະນາ WordPress ໄດ້ຮັບແຈ້ງ bugs ທີ່ເຮັດໃຫ້ເກີດຂໍ້ຜິດພາດ ແລະເປັນອັນຕະລາຍຕໍ່ລະບົບຮັກສາຄວາມປອດໄພໃນ WordPress ແລະຈັດການແກ້ໄຂໄປຮຽບຮ້ອຍແລ້ວ ເຊິ່ງທາງທີມງານໄດ້ແນະນຳໃຫ້ທຸກຄົນອັບເກຣດໄປໃຊ້ WordPress 2.6.2 ດ່ວນ ໂດຍສະເພາະຄົນທີ່ເປີດລະບົບສະມາຊິກໄວ້ ເນື່ອງຈາກມີຄວາມສ່ຽງທີ່ຈະຖືກສະມັກສະມາຊິກໂດຍໃຊ້ username ທີ່ເຮັດໃຫ້ user ອື່ນ ໆ ທີ່ມີຢູ່ແລ້ວນັ້ນ ຖືກ reset ລະຫັດຜ່ານໄດ້ ເຖິງແມ່ນວ່າລະຫັດທີ່ຖືກ reset ຈະບໍ່ຖືກເປີດເຜີຍໃຫ້ໃຜຮູ້ ແລະເປັນລະຫັດທີ່ random ໂດຍລະບົບກໍ່ຕາມ ແຕ່ກໍ່ສາມາດສ້າງຄວາມລຳຄານໄດ້ເປັນຢ່າງຫຼາຍເຊັ່ນກັນ

ນອກຈາກເລື່ອງແກ້ໄຂດ້ານຄວາມປອດໄພແລ້ວ WordPress 2.6.2 ຍັງມີການແກ້ໄຂ bugs ອີກ 11 ຈຸດນຳ

ດາວໂຫລດໄດ້ຈາກເວັບໄຊຂອງ WordPress.org

Wordpress , , ,

Firefox 3.0.1

July 18th, 2008

ອອກ Firefox 3 ມາບໍ່ດົນ ກໍ່ມີ update ຕາມມາແລ້ວ ເນື່ອງດ້ວຍບັນຫາຈາກຄວາມປອດໄພໃຫຍ່ ໓ ຢ່າງ ທີ່ຈະເຮັດໃຫ້ Firefox ມີບັນຫາຫນັກ ຮວມເທິງໄດ້ແກ້ໄຂບັນຫາເລັກນ້ອຍຕ່າງ ໆ ທີ່ເວີຊັນເກົ່າອີກ ໙ ຢ່າງ ອ່ານລາຍລະອຽດໄດ້ໃນ Release notes

ຜູ້ໃຊ້ Firefox 3 ຈະສາມາອັບເດດເປັນ 3.0.1 ໄດ້ຜ່ານເມນູ Help > Check for Updates ສ່ວນຜູ້ໃຊ້ທີ່ຍັງບໍ່ມີ Firefox ໃນລະບົບເທື່ອກໍ່ສາມາດດາວໂຫລດມາຕິດຕັ້ງໄດ້ຈາກ Link ດາວໂຫລດດ້ານລຸ່ມ

OpenSource , , , , ,

ເຊື່ອມຕໍ່ເຄືອຂ່າຍໄຣ້ສາຍ WPA ໃນ Windows XP SP1

July 8th, 2008

ດ້ວຍຄວາມບັງເອີນອັນເຈດຕະນາໄວ້ແລ້ວ ມີແຂກມາພັກຢູ່ຫ້ອງ ແລະເຂົາມີ Notebook ທີ່ໃຊ້ Windows XP SP1 ເຊິ່ງໂດຍທົ່ວໄປແລ້ວ ຈະບໍ່ຮອງຮັບການເຂົ້າລະຫັດແບບ WPA ຈະໃຊ້ໄດ້ສະເພາະ WEP ເທົ່ານັ້ນ ແຕ່ວ່າຢູ່ທີ່ຮ້ານພັດໃຊ້ລະບົບຮັກສາຄວາມປອດໄພເປັນ WPA-PSK (Wi-Fi Protected Access Pre-Shared Key) ຫາກໃຊ້ Windows XP SP1 ເຊື່ອມຕໍ່ຫາ Access Point ທີ່ເປີດລະບົບ WPA-PSK ແລ້ວ ກໍ່ຈະບໍ່ສາມາດເຊື່ອມຕໍ່ໄດ້ ລະບົບຈະສະແດງຂໍ້ຄວາມວ່າ ລະຫັດຜ່ານບໍ່ຖືກຕ້ອງ ເນື່ອງຈາກມັນເຂົ້າໃຈວ່າກຳລັງເຊື່ອມຕໍ່ໄປທີ່ Access Point ທີ່ໃຊ້ WEP

ການແກ້ໄຂບັນຫານີ້ໃນເບື້ອງຕົ້ນກໍ່ຄິດວ່າ ຄົງຈະຕ້ອງໄດ້ອັບເກຣດໄປໃຊ້ Service Pack 2 ແຕ່ວ່າ ກໍ່ເປັນໄປໄດ້ຍາກ ເນື່ອງຈາກເປັນຄອມຂອງລູກຄ້າຫ້ອງພັກ ມັນກໍ່ເບິ່ງຄືຈະເປັນການຂີ່ຊ້າງຈັບຕັກກະແຕນເກີນໄປ ກໍ່ເລີຍຕ້ອງ Googling ຊອກຫາ Workaround ດ່ວນ ແລະໄດ້ຄວາມວ່າ ຕ້ອງລົງ Hotfix KB826942 ເຊິ່ງສາມາດດາວໂຫລດໄດ້ຈາກເວັບໄຊຂອງ Microsoft ເອງ ໂຫລດມາແລ້ວໃຊ້ເວລາອີກດົນເຕີບ ກວ່າຈະສາມາດຕິດຕັ້ງຜ່ານໄປໄດ້ ເພາະວ່າຄອມເປັນຄອມລຸ້ນເກົ່າ ເຮັດວຽກຊ້າຫລາຍ ຈົນຄິດວ່າຊິບໍ່ໄດ້ແລ້ວ ແຕ່ຖ້າໄປເກືອບ ໒໐ ນາທີກໍ່ຕິດຕັ້ງຜ່ານ

ການແກ້ໄຂບັນຫາພວກນີ້ ຖ້າບໍ່ມີອິນເຕີເນັດແລ້ວລະຊວຍແທ້ ໆ ຖືກວ່າໂຊກດີຫລາຍທີ່ມີເນັດໃຊ້ :D

Uncategorized , , , , , , , ,

WordPress 2.5.1

April 26th, 2008

ຕອນນີ້ 2.5.1 ອອກມາຮຽບຮ້ອຍແລ້ວ ເວີຊັນນີ້ເນັ້ນທີ່ແກ້ໄຂບັ໊ກຕ່າງ ໆ ກວ່າ ໗໐ ຈຸດ ແລະຍັງມີການປັບປຸງຄວາມໄວໃນການໃຊ້ງານນຳອີກ ທີ່ສຳຄັນທີ່ສຸດຄື ເວີຊັນນີ້ແກ້ໄຂລະບົບຄວາມປອດໄພສຳຄັນພ້ອມ ຄວນອັບເດດດ່ວນ ໆ

  • ໃນຫນ້າ Dashboard, Write post ແລະ Edit comments ຕອນນີ້ໄວຂຶ້ນກວ່າເກົ່າ
  • ສຳຫລັບຄົນທີ່ມີຫມວດຫມູ່ຫລາຍ ໆ ຕອນນີ້ສັງເກດເບິ່ງຈະເຫັນຄວາມໄວທີ່ເພີ່ມຂຶ້ນ
  • ລະບົບອັບໂຫລດດີຂຶ້ນ
  • ແກ້ໄຂສ່ວນຂອງ Widget
  • ແລະອື່ນ ໆ ອີກຫລາຍຢ່າງ ອ່ານໄດ້ໃນ trac

ດາວໂຫລດ

Wordpress , , , ,

Windows Vista Service Pack 1

March 20th, 2008

Vista logoອອກມາເປັນທາງການແລ້ວສຳຫລັບ Service Pack 1 ຂອງ Windows Vista​ ທີ່ຫລາຍ ໆ ຄົນຖ້າມາດົນນານ ໂຟກັສຂອງ SP1​ ເນັ້ນໄປທີ່ການແກ້ໄຂຄວາມໄວ ແລະ stability ໃນການໃຊ້ງານ ລວມເຖິງຮອງຮັບອຸປະກອນຕ່າງ ໆ ໄດ້ເພີ່ມເຕີມອີກຫລາຍຂຶ້ນ ໃນເວີຊັນ Wave0 ນີ້ຈະມີ 5 ພາສາ ຄື ພາສາອັງກິດ, ຝຣັ່ງ, ເຢຍລະມັນ, ຢີ່ປຸ່ນ ແລະສະເປນ ເຊິ່ງໃນເວີຊັນ Wave1​ ຈະມີເຖິງ 36 ພາສາ ແຕ່ມີກຳຫນົດການອອກແມ່ນເດືອນເມສາຫນ້ານີ້

ສ່ວນຕົວໄດ້ລອງໃຊ້ Vista SP1​ ຮຽບຮ້ອຍແລ້ວ ຮູ້ສຶກວ່າ ຫນ້າຈະໄວຂຶ້ນ (!?) ແຕ່ວ່າມີບັນຫາກັບ WLAN ພໍສົມຄວນ ບໍ່ແນ່ໃຈວ່າເປັນນຳ Driver​ ຫຼືບໍ່

  • ດາວໂຫລດ x86 | x64

Microsoft , , , , ,

Windows Vista SP1 RC

December 12th, 2007

Windows Vista Service Pack 1 ເປັນສິ່ງທີ່ຜູ້ໃຊ້ Vista ຫລາຍ ໆ ຄົນລໍຄອຍມານານ ດ້ວຍເຫດອັນບໍ່ສົມປະກອບໃນ Windows Vista ທີ່ມີທັງບັນຫາຄວາມຊ້າໃນການສຳເນົາໄຟລ໌ເອກກະສານຕ່າງ ໆ ບໍ່ວ່າຈະເປັນແບບ Local ຫຼື Network ທີ່ຊ້າຈົນຮັບບໍ່ໄດ້ ແລະທັງລະບົບ UAC ທີ່ດີເກີນໄປຈົນສ້າງຄວາມລຳຄານໃຫ້ຜູ້ໃຊ້ສ່ວນໃຫຍ່ (ເຖິງຂະຫນາດຍອມສ່ຽງເພື່ອປິດມັນໄປ) ນອກຈາກນັ້ນກໍ່ຍັງມີບັນຫາຈຸກຈິກນານັບປະການ ຈົນເຮັດໃຫ້ Windows Vista SP1 ອອກມາຈົນໄດ້ ເຊິ່ງທາງ Microsoft ໄດ້ປ່ອຍໃຫ້ມີການດາວໂຫລດ RC1 ໄປທົດສອບການໃຊ້ງານເບິ່ງກ່ອນ ໂດຍໃນ Service Pack 1 ຂອງ Vista ນີ້ ໄດ້ມີການປັບປຸງຄວາມໄວໃນການສຳເນົາໄຟລ໌ຕ່າງ ໆ ໃຫ້ດີຂຶ້ນ ລວມເຖິງຫລຸດການສອບຖາມຂອງລະບົບ UAC ໃຫ້ເຫລືອນ້ອຍລົງ ນອກນັ້ນກໍ່ຍັງຮອງຮັບ IEEE 802.11n ສະບັບ Draft ອີກນຳ ສ່ວນ DirectX ກໍ່ອັບເດດເປັນ 10.1 ເປັນທີ່ຮຽບຮ້ອຍ

ລາຍລະອຽດເຕັມ ໆ ຂອງຄວາມປ່ຽນແປງໃນ Service Pack 1 ສາມາດຕິດຕາມໄດ້ໃນ changelog

ດາວໂຫລດ : Windows Vista SP1 RC x86 | Windows Vista SP1 RC x64

Microsoft , , , ,

Windows XP SP3 RC1

December 12th, 2007

Microsoft ໄດ້ອອກ Service Pack 3 Release Candidate 1 ສຳຫລັບ Windows XP ມາແລ້ວ ເຊິ່ງຄາດວ່າ Final release ຄົງຈະຕາມມາໃນໄວ ໆ ນີ້ ລາຍລະອຽດສະບັບເຕັມກ່ຽວກັບ SP3 RC1 ນີ້ອ່ານໄດ້ຈາກ White Paper ໃນເວັບຂອງໄມໂຄຣຊອຟຕ໌

Microsoft , , , ,