Posts Tagged ‘Ubuntu’

Ubuntu 10.04 Countdown

ຈື່ໄດ້ວ່າ ຫາກໍ countdown ໃຫ້ Ubuntu 9.10 ບໍ່ທັນເທົ່າໃດ ບາດນີ້ກໍ countdown ໃຫ້ Ubuntu 10.04 (codename ແມ່ນ Lucid Lynx) ກັນແລ້ວ ຍັງອີກພຽງ 21 ມື້ເທົ່ານັ້ນ (ນັບຈາກມື້ທີ່ໂພສນີ້) ກໍນັບໄດ້ວ່າເປັນບາດກ້າວໃໝ່ຂອງ Ubuntu ທີ່ເຂົ້າສູ່ເລກ 10 ແລ້ວ ອີກບໍ່ດົນເທົ່ານັ້ນ!! ແນ່ນອນວ່າ ທ່ານສາມາດດາວໂຫລດ Beta ຂອງ Ubuntu 10.04 ໄປທົດລອງໃຊ້ກ່ອນໂຕຈິງຈະອອກໄດ້ ໂດຍດາວໂຫລດໄດ້ຈາກ http://www.ubuntu.com/testing/lucid/beta1 ຫຼືຈະດາວໂຫລດ Ubuntu 9.10 ມາລອງໃຊ້ໄດ້ເຊັ່ນດຽວກັນທີ່ໜ້າດາວໂຫລດຂອງ Ubuntu.com

More »

Ubuntu 10.04 ມີ Theme ແລະ Logo ໃໝ່

ສຳລັບ Ubuntu 10.04 (ລະຫັດ Lucid Lynx) ທີ່ຈະມີກຳນົດການອອກມາໃນເດືອນໜ້ານັ້ນ ນອກຈາກຈະມີການປັບປຸງດ້ານຕ່າງໆ ບໍ່ວ່າຈະເປັນລະບົບຄວາມປອດໄພ ຫຼື ຄວາມສະຖຽນຂອງລະບົບແລ້ວ ກໍຍັງໄດ້ຮັບການອອກແບບ Logo, theme ແລະ boot splashໃໝ່ອີກນຳ. Logo ໃໝ່ GTK theme ໃໝ່ ສ່ວນ boot splash ແລະລາຍລະອຽດອື່ນໆ ນັ້ນ ສາມາດເບິ່ງໄດ້ຈາກເວັບໄຊ Wiki ຂອງ Ubuntu

More »

Ubuntu 9.10 “Karmic Koala”

ຮູ້ສຶກວ່າຈະອອກມາໄດ້ສອງມື້ແລ້ວ ຫາກໍມີເວລາມາຂຽນ .. Ubuntu 9.10 ຫຼືທີ່ຮູ້ກັນໃນລະຫັດ “Karmic Koala” ນັ້ນ ຕອນນີ້ກໍອອກມາໃຫ້ດາວໂຫຼດກັນເປັນທີ່ຮຽບຮ້ອຍແລ້ວ ສາມາດດາວໂຫຼດໄດ້ຜ່ານໜ້າດາວໂຫຼດຂອງ Ubuntu.com ເຊິ່ງກໍມີຄົບຊຸດທັງ Ubuntu, Kubuntu, etc.. ສຳລັບລາຍລະອຽດຂອງເວີຊັນໃໝ່ນີ້ ເບິ່ງໄດ້ໃນ http://www.ubuntu.com/products/whatisubuntu/910features ອີກຂ່າວນຶ່ງຄື ທາງ Canonical ເຊິ່ງເປັນຜູ່ພັດທະນາ Ubuntu ນັ້ນ ຕອນນີ້ປະກາດວ່າ ຕໍ່ໄປຈະບໍ່ມີ ShipIt ສຳລັບການຈັດສົ່ງແຜ່ນຊີດີ Ubuntu ຟຣີອີກຕໍ່ໄປແລ້ວ ເນື່ອງຈາກເສຍຄ່າໃຊ້ຈ່າຍເປັນຈຳນວນຫຼາຍໃນແຕ່ລະປີ. ຢ່າງໃດກໍຕາມ ທາງ Canonical ກໍຍັງຈະແຍກຊີດີຟຣີໃຫ້ກັບຜູ່ໃຊ້ໃໝ່ (ທີ່ມີ account ໃໝ່) ແລະທີມງານ LoCo ຢູ່. ທີ່ມາ – Ubuntu.com, Blognone

More »

Jaunty Jackalope

Ubuntu 9.04 ລະຫັດ “Jaunty Jackalope” ອອກຕາມກຳນົດ ບໍ່ມີເລື່ອນຄືເວີຊັນກ່ອນໜ້ານີ້ ສຳລັບຄົນໃຈຮ້ອນຕ້ອງການລອງແບບດ່ວນ ໆ ສາມາດດາວໂຫຼດໄດ້ຈາກ ເວັບໄຊ Ubuntu ຫຼືຂໍແຜ່ນຟຣີກໍໄດ້ເຊັ່ນກັນ. ສິ່ງອັບເດດໃໝ່ ໆ ໃນ Ubuntu 9.04 ນັ້ນຫຍໍ້ ໆ ຈະມີ: GNOME 2.26 X.Org server 1.6 Linux kernel 2.6.28 ລະບົບແຈ້ງເຕືອນແບບໃໝ່ ປະສິດທິພາບໃນການ boot ດີຂຶ້ນ ຮອງຮັບລະບົບໄຟລ໌ Ext4 ລາຍລະອຽດເພີ່ມເຕີມ ອ່ານໄດ້ຈາກ Release notes

More »

Ubuntu 8.04.2 LTS

ເວັ້ນໄລຍະຫ່າງພໍສົມຄວນຈາກ 8.04 ຈົນມາຮອດ 8.04.2 ເຊິ່ງເປັນລຸ້ນ maintenance update ລຸ້ນທີ່ສອງຂອງ Ubuntu. ໃນເວີຊັນນີ້ຈະຮິບໂຮຍອັບເດດທັງໝົດທີ່ຜ່ານມາກວ່າ 200 ຈຸດ ໃນນັ້ນມີອັບເດດລະບົບຄວາມປອດໄພ ແລະ bugs ຮ້າຍແຮງນຳ ເພື່ອເພີ່ມປະສິດທິພາບໃຫ້ກັບ Ubuntu. ດາວໂຫຼດໃໝ່ໄດ້ຈາກເວບໄຊຂອງ Ubuntu ເອງ ຫຼືອັບເດດຜ່ານລະບົບທີ່ໃຊ້ຢູ່ ລາຍລະອຽດເພີ່ມເຕີມກ່ຽວກັບເວີຊັນນີ້ ຕິດຕາມໄດ້ໃນ mailing list

More »

Countdown for Intrepid Ibex

ໝາຍໄວ້ ກັນລືມ ອີກບໍ່ດົນແລ້ວ

More »

Ubuntu 8.10 Alpha 1 ອີກ ໑ ມື້

ຫລັງຈາກທີ່ອອກ Hardy Heron ມາໄດ້ບໍ່ດົນ ທາງຜູ້ພັດທະນາ Ubuntu ກໍ່ໄດ້ກຽມອອກ Ubuntu 8.10 Alpha 1 ເຊິ່ງມີລະຫັດວ່າ Intrepid Ibex ໂດຍລາຍລະອຽດກ່ຽວກັບຕາຕະລາງການອອກເວີຊັນຕ່າງ ໆ ສາມາດອ່ານໄດ້ຈາກ https://wiki.ubuntu.com/IntrepidReleaseSchedule Ubuntu 8.10 Alpha 2 ຈະຖືກປ່ອຍອອກມາໃຫ້ທົດສອບເພີ່ມເຕີມໃນຊ່ວງຕົ້ນເດືອນຫນ້ານີ້ ແລະ Final ຈະຕາມມາໃນປາຍເດືອນຕຸລາປີນີ້ ທີ່ມາ – Phoronix

More »

Ubuntu 8.04

ຂຽນຂ່າວຊ້າຫລາຍ (ແລະເກືອບຈະບໍ່ຂຽນ ໕໕໕) ຕອນນີ້ Ubuntu 8.04 ລະຫັດ Hardy Heron ກໍ່ອອກມາຢ່າງເປັນທາງການຮຽບຮ້ອຍແລ້ວ ດາວໂຫລດໄດ້ຈາກໃນເວັບຂອງອູບຸນຕູເລີຍ ຂອງຫຼິ້ນໃຫມ່ໃນ Hardy Heron ຫລັກ ໆ ເລີຍກໍ່ຈະເປັນ GNOME 2.22.1 ຕົວໃຫມ່ຫລ້າສຸດ ຕາມມາຕິດ ໆ ກັບ Linux kernel 2.6.24 ແຖມຍັງມີ PolicyKit ຊ່ວຍໃນການຈັດການ Policy ໃນລະບົບ ນອກນັ້ນກໍ່ມີ PulseAudio ເປັນຕົວຄຸມສຽງຕົວໃຫມ່ ມີ Xorg 7.3 ທີ່ໃຊ້ງານໄດ້ງ່າຍຂຶ້ນ ສ່ວນໂປຣແກຣມກໍ່ມີ Firefox 3 Beta 5 ແລະ Brasero ໄວ້ຂຽນແຜ່ນຊີດີ ເປັນຕົ້ນ ອ່ານເຕັມ ໆ ໄດ້ໃນ release note Ubuntu ເວີຊັນຫນ້າ 8.10 [...]

More »

Ubuntu 8.04 LTS (Hardy Heron) Alpha 1

ຜ່ານໄປດ໋ຽວດຽວກໍ່ອອກ Alpha ທີ່ຫນຶ່ງຂອງ Hardy Heron ອອກມາແລ້ວ ເຊິ່ງນັບເປັນເວີຊັນ 8.04 ແລະມີກຳຫນົດການປ່ອຍຢ່າງເປັນທາງການໃນເດືອນເມສາປີ 2008 ສຳຫລັບທ່ານທີ່ສົນໃຈລອງຂອງໃຫມ່ອ່ຽມ (ທີ່ຍັງບໍ່ທັນແລ້ວເທື່ອ ) ກໍ່ດາວໂຫລດມາລອງໄດ້ເລີຍ ດາວໂຫລດ

More »

Long time boot in Ubuntu Gutsy

ມີເລື່ອງມາເລົ່າສູ່ກັນຟັງກ່ຽວກັບ Ubuntu 7.10 ລະຫັດ Gutsy ຮູ້ສຶກວ່າ release ນີ້ຈະມີບັນຫາຫລາຍພໍສົມຄວນ ທັງເລື່ອງພາສາໄທໃນ OpenOffice ເລື່ອງເຮັດໃຫ້ Harddisk ອາຍຸສັ້ນ ແລະກໍ່ຍັງມີເລື່ອງເວລາໃນການເຂົ້າສູ່ລະບົບທີ່ໃຊ້ເວລາດົນກວ່າປົກກະຕິອີກ ຕອນເຊົ້ານີ້ໄດ້ມີໂອກາດລົງ Ubuntu Gutsy ໃນ Acer Aspire 5052 ເຊິ່ງກໍ່ຄາດຫວັງໄວ້ວ່າ Gutsy ຈະສາມາດສ້າງຄວາມປະທັບໃຈໄດ້ດີກວ່າ Feisty Fawn ແຕ່ກໍ່ບໍ່ເປັນເຊັ່ນນັ້ນເລີຍ ນອກຈາກຈະຍັງພົບບັນຫາກ່ຽວກັບ Drivers ບໍ່ວ່າຈະເປັນຂອງ Wireless LAN, Bluetooth, Card reader, VGA ແລ້ວ ກໍ່ຍັງພົບວ່າ Gutsy ມີບັນຫາໃນການ boot ເຂົ້າລະບົບທີ່ກິນເວລາດົນກວ່າປົກກະຕິອີກ ເຊິ່ງທຳອິດກໍ່ຄິດວ່າອາດຈະເປັນທີ່ RAM ເພາະຫາກໍ່ປ່ຽນ RAM ເມື່ອສອງສາມມື້ທີ່ຜ່ານມາ ແຕ່ກໍ່ບໍ່ແມ່ນອີກ ພໍດີໄດ້ໄປຜ່ານບລັອກຂອງທ່ານ bact’ ກໍ່ພົບວ່າບັນຫານີ້ເປັນບັ໊ກໃນ Ubuntu 7.10 ອີກໂຕຫນຶ່ງເລີຍ ໃນບລັອກດັງກ່າວຂຽນໄວ້ວ່າສາມາດຫລຸດເວລາໂຫລດຈາກ [...]

More »