Posts Tagged ‘Talks’

ບັນຫາການສະແດງຜົນຂອງ IE ໃນ au8ust.org

ຕອນທຳອິດກໍ່ສັງເກດເຫັນຢູ່ວ່າມັນແປກໆ ເປີດໃນ IE6 ແຕ່ວ່າຕອນນັ້ນຄິດວ່າເປັນຍ້ອນມັນໂຫລດຍັງບໍ່ແລ້ວເທື່ອ ຫລັງຈາກນັ້ນກໍ່ບໍ່ໄດ້ລອງອີກ ເພາະວ່າປົກກະຕິແລ້ວຈະໃຂ້ Firefox ເກືອບຈະຕະຫລອດເວລາເລີຍ ແຕ່ວ່າ ມື້ວານໄປຮ້ານອິນເຕີເນັດ ລອງໃຊ້ IE6 ເປີດເບີ່ງ ກໍ່ເລີຍພົບວ່າ ເມນູທາງຊ້າຍມັນຍ້າຍໄປຢູ່ລຸ່ມໆ ພູ້ນ… ເວນກຳ… ເສັດ! ບາດນີ້ ເປີດໃນ Firefox ບໍ່ມີປັນຫາຫຍັງເລີຍ ແຕ່ເປີດໃນ IE6 ພັດເປັນແນວໃຫມ່ໄປ ສົງໄສດຽວຕ້ອງຫາທາງປ້ອງກັນກ່ອນ ທ່ານອື່ນມີປັນຫາບໍ່ນໍ້?

More »

EZ-Lao | ພາສາລາວໃນ Symbian!

ກ່ອນຫນ້ານີ້ປະມານເດືອນ ຫລືອາດຈະສອງເດືອນ ຕອນນັ້ນໄດ້ຂ່າວກ່ຽວກັບພາສາລາວໃນມືຖື ທຳອິດອ່ານແລ້ວ ກໍ່ຍັງຮູ້ສຶກງົງໆ ຢູ່ ວ່າມັນຊິອອກມາໃນຮູບແບບໃດ ໄດ້ຍິນວ່າ ETL ເປັນຜູ້ລິເລີ່ມກ່ຽວກັບເລື່ອງນີ້ ກໍ່ຖ້າໆ ຢູ່ດົນເຕີບ ວ່າຕອນໃດມັນຈະອອກມາໃຫ້ລອງໃຊ້. ຫລັງຈາກນັ້ນກໍ່ເຫັນຟ້ອນທ໌ລາວໃຫ້ໂຫລດໃນ wap.etllao.com (ຕ້ອງເຂົ້າຜ່ານມືຖື) ກໍ່ຮີບໂຫລດທັນທີ ແຕ່ວ່າ… 404 file not found \(OoO)/ ສອງສາມມື້ກ່ອນຫນ້ານີ້ ປະເດັນກ່ຽວກັບພາສາລາວໃນມືຖືກໍ່ເລີ່ມເປັນຫົວຂໍ້ສົນທະນາໃນຫລາຍໆ ເວັບ ແຕ່ກໍ່ບໍ່ມີໃຜເອົາລິ້ງຄ໌ມາໃຫ້ໂຫລດ ຈົນໃນທີ່ສຸດນັ້ນເອງ ພະເອກຂອງເລື່ອງກໍ່ປະກົດຕົວອອກມາ!!! “os55” ຫລື “ຕາໂອ້ດ” ເອົາລິ້ງຄ໌ມາໃຫ້ໂຫລດສົມໃຈຢາກ ແລະກໍ່ຮີບໄປລອງທັນທີ ກໍ່ເລີຍຈະມາຂຽນຣີວິວໃຫ້ອ່ານຈັກເລັກນ້ອຍ ຂະຫນາດຂອງໂປຣແກຣມ EZ-Lao ມີພຽງ 150KB ເທົ່ານັ້ນ ແລະມືຖືທີ່ລອງຕິດຕັ້ງໃຊ້ງານ EZ-Lao ແມ່ນ Nokia 6680 ເຊີ່ງເປັນ Symbian S60 2nd Edition ເມື່ອຕິດຕັ້ງໂປຣແກຣມແລ້ວກໍ່ຈະເຫັນໄອຄ່ອນຂອງໂປຣແກຣມຂຶ້ນມາ ເປັນໂລໂກ້ຂອງ ETL. ເປີດໂປຣແກຣມຂຶ້ນມາ ກໍ່ເປີດໃຊ້ງານແລ້ວໂປຣແກຣມກໍ່ຈະໃຫ້ [...]

More »

ຂໍຊີ້ແຈງຈັກຫນ່ອຍ…

ຫາກໃຜໄດ້ຫລົງເຂົ້າມາອ່ານ au8ust.org ຊ່ວງນີ້ ກໍ່ຄົງຈະເຫັນແຕ່ຂ່າວຄ້າຍໆ ທຳນອງວ່າເປັນ Spam ແດ່ຈັກຫນ່ອຍ ເພາະວ່າຂ້າພະເຈົ້າເອງກໍ່ຫາເລີ່ມ ຮຽນຂຽນ/ລາຍງານ ຂ່າວ ດັງນັ້ນແລ້ວ ຄວາມຜິດພາດ, ຄວາມຂາດຕົກບົກພ່ອງ ກໍ່ຄົງຈະເປັນເລື່ອງທີ່ຂາດບໍ່ໄດ້ເສຍ ກໍ່ ຂໍໃຫ້ທົນໆ ອ່ານແລະສະແດງຄວາມຄິດເຫັນເຂົ້າມາໄດ້ຕະຫລອດເວລາ ເພື່ອທີ່ຈະນຳໄປປັບປຸງແກ້ໄຂ ໃຫ້ພວກເຮົາໄດ້ອ່ານຂ່າວທີ່ໆ ຕໍ່ໄປ : )

More »

ທ່ານຮູ້ຫລືບໍ່ວ່າ…

ວ່າທ່ານສາມາດເຂົ້າອ່ານຂ່າວ au8ust.org ຜ່ານລະບົບ WAP ໃນມືຖືໄດ້! ພຽງແຕ່ມີມືຖືທີ່ສາມາດໃຊ້ງານ GPRS ໄດ້ ກໍ່ເຂົ້າຜ່ານທາງ wap.au8ust.org ກໍ່ສາມາດຮັບຂໍ້ມູນຂ່າວສານຜ່ານມືຖືໄດ້ແລ້ວ! ໂອ…! ມັນຈັງແມ່ນທັນສະໄຫມ (555)

More »

ຄິດໃຫມ່ ທຳໃຫມ່!

ຂໍຢືມ Slogan ນີ້ມາໃຊ້ຈັກບາດຫນຶ່ງ ເພາະຄືຊິເຫມາະທີ່ສຸດສຳຫລັບເວລານີ້ ກໍ່ເນື່ອງມາຈາກວ່າ ເກີດຄວາມຄິດທີ່ວ່າ ຈະສານຕໍ່ຄວາມຄິດເລື່ອງການ Spread Knowledges ຕໍ່ຈາກເວັບໄຊທ໌ເກົ່າທີ່ເຮັດຄ້າງໄວ້ ກໍ່ເລີຍເປີດເວັບໄຊທ໌ນີ້ຂຶ້ນມາ. ບາດນີ້ ຄົນມາໃຫມ່ອ່ານແລ້ວຊິງົງ, ມັນສານຫຍັງຂອງມັນ ແຕ່ຢ່າກ່ອນ ຢ່າກ່ອນ ຂໍຍົກໄວ້ກ່ອນ ໄວ້ມື້ຫນ້າຄ່ອຍເລົ່າຄວາມຫລັງ. ເອົາເປັນວ່າ au8ust.org ຈະເປັນເວັບໄຊທ໌ທີ່ຈະເຮັດໃຫ້ດີທີ່ສຸດ ໃນການກະຈາຍຄວາມຮູ້ກ່ຽວກັບຄອມພິວເຕີ !

More »