ມີຄົນຕິດຕໍ່ມາກ່ຽວກັບເລື່ອງຕົວອັກສອນທີ່ປະກົດໃນບລັອກແຫ່ງນີ້ ຂ້າພະເຈົ້າເອງ ກໍ່ຮູ້ສຶກແປກໃຈ ແລະສົງໄສວ່າ ຈະເຮັດແນວໃດເພື່ອແກ້ໄຂດີຫນໍ? ມາເບິ່ງສະຖານະການກັນກ່ອນດີກວ່າ
ຖ້າທ່ານໃຊ້ Mozilla Firefox ໃນການເຂົ້າຊົມບລັອກແຫ່ງນີ້ ຈະປະກົດວ່າ…

ຈະເຫັນວ່າ ຂະໜາດຂອງຕົວອັກສອນນັ້ນ ສາມາດອ່ານໄດ້ງ່າຍ ແລະມີຄວາມສວຍງາມດີ (ໃຊ້ຟອນຕ໌ Saysettha OT)
ບາດນີ້ ມາເບິ່ງໃນ Internet Explorer 7 ປະກົດວ່າ…

ຕົວອັກສອນໃນໜ້າເວບຈະນ້ອຍລົງໄປຢ່າງເຫັນໄດ້ຊັດ ເຊິ່ງໃນກໍລະນີນີ້ ຂ້າພະເຈົ້າກໍ່ບໍ່ຈັກຊິບອກວ່າແນວໃດດີ ຟອນຕ໌ທີ່ໃຊ້ຄື Saysettha OT ເຊັ່ນກັນ
ຕໍ່ມາ ມາລອງໃຊ້ Opera ເປີດເບີ່ງ…

ໃນ Opera ນັ້ນ ຂະໜາດຕົວອັກສອນ ຈະມີຂະໜາດເທົ່າ ໆ ກັບເປີດໃນ Firefox ເລີຍ ກໍ່ເປັນທີ່ໜ້າແປກໃຈ…
ສຳຫລັບເລື່ອງຂະໜາດຕົວອັກສອນນີ້ ຂ້າພະເຈົ້າກໍ່ບໍ່ຮູ້ຊິເຮັດແນວໃດດີ ອາດຈະສ້າງ css ie-hack ເລັກນ້ອຍເບິ່ງ ເຜື່ອວ່າຈະໄດ້ຜົນ ຫລືອາດຈະ ແນະນຳໃຫ້ທ່ານໃຊ້ Mozilla Firefox ເພື່ອການສະແດງຜົນທີ່ດີ 😛
ຢ່າງໃດກໍ່ຕາມ ສຳຫລັບປັນຫານີ້ ຂ້າພະເຈົ້າ ຄິດວ່າ ຄົງຈະສາມາດຫາຂໍ້ຢຸດຕິໄດ້ໃນໄວ ໆ ນີ້
ປ.ລ. ຊ່ວງນີ້ຢູ່ບ້ານຕໍ່ເນັດບໍ່ໄດ້ ເປັນຄືເກົ່າອີກລ່ະ -_-”
Update! ສຳຫລັບຜູ້ໃຊ້ Internet Explorer ກໍ່ຂໍແນະນຳໃຫ້ໃຊ້ວິທີຕາມໃນຮູບແທນໄປກ່ອນເດີ້ 😛
