Posts Tagged ‘SP1’

ສັ່ງງົດ Vista SP1 ຈົນກວ່າມັນຈະພ້ອມກວ່າເກົ່າ

ແຈ້ງການຈາກຄະນະ Information Systems & Computing ຂອງມະຫາວິທະຍາໄລເພັນຊີວາເນຍ (Pennsylvania) ແນະອາຈານແລະນັກສຶກສາ ລະງັບການອັບເກຣດໄປໃຊ້ Service Pack 1 ສຳຫລັບ Windows Vista ໄວ້ຊົ່ວຄາວ ຈົນກວ່າມັນຈະໄດ້ຮັບການແກ້ໄຂ ໃຫ້ພ້ອມໃຊ້ງານຫລາຍຂຶ້ນກວ່າທີ່ເປັນ ເຫດສືບເນື່ອງມາຈາກວ່າມີຜູ້ດາວໂຫລດແລະຕິດຕັ້ງ Service Pack 1 ຂອງ Windows Vista​ ແລ້ວພົບບັນຫາຈໍຟ້າແຫ່ງຄວາມຫາຍະນະ ລວມເຖິງການໃຊ້ຊັບພະຍາກອນທີ່ຫລາຍຂຶ້ນໃນ Service Pack​ ດັ່ງກ່າວ ທີ່ຜູ້ໃຊ້ຕ້ອງມີຄອມພິວເຕີທີ່ມີຫນ່ວຍປະມວນຜົນ ຄວາມໄວຫລາຍກວ່າ 1GHz ແລະມີຫນ່ວມຄວາມຈຳຢ່າງຫນ້ອຍ 1GB​ ຂຶ້ນໄປ ທີ່ມາ – Pantip News

More »

Windows Vista Service Pack 1

ອອກມາເປັນທາງການແລ້ວສຳຫລັບ Service Pack 1 ຂອງ Windows Vista​ ທີ່ຫລາຍ ໆ ຄົນຖ້າມາດົນນານ ໂຟກັສຂອງ SP1​ ເນັ້ນໄປທີ່ການແກ້ໄຂຄວາມໄວ ແລະ stability ໃນການໃຊ້ງານ ລວມເຖິງຮອງຮັບອຸປະກອນຕ່າງ ໆ ໄດ້ເພີ່ມເຕີມອີກຫລາຍຂຶ້ນ ໃນເວີຊັນ Wave0 ນີ້ຈະມີ 5 ພາສາ ຄື ພາສາອັງກິດ, ຝຣັ່ງ, ເຢຍລະມັນ, ຢີ່ປຸ່ນ ແລະສະເປນ ເຊິ່ງໃນເວີຊັນ Wave1​ ຈະມີເຖິງ 36 ພາສາ ແຕ່ມີກຳຫນົດການອອກແມ່ນເດືອນເມສາຫນ້ານີ້ ສ່ວນຕົວໄດ້ລອງໃຊ້ Vista SP1​ ຮຽບຮ້ອຍແລ້ວ ຮູ້ສຶກວ່າ ຫນ້າຈະໄວຂຶ້ນ (!?) ແຕ່ວ່າມີບັນຫາກັບ WLAN ພໍສົມຄວນ ບໍ່ແນ່ໃຈວ່າເປັນນຳ Driver​ ຫຼືບໍ່ ດາວໂຫລດ x86 | x64

More »