Posts Tagged ‘Sony’

Sony ອອກ PS3 Slim

Sony ອອກລຸ້ນໃໝ່ຂອງ PS3 ໃສ່ຊື່ວ່າ PS3 Slim ໂດຍຕັ້ງລາຄາທີ່ $299 ແລະຈະວາງຈຳໜ່າຍໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້. ການຖະແຫຼງການດັ່ງກ່າວເກີດຂຶ້ນທີ່ງານ Gamescom ຈັດຂຶ້ນໃນ Cologne ປະເທດເຢຍລະມັນ ເຊິ່ງທາງ Sony ນອກຈາກຈະລະບຸລາຄາແລ້ວ ກໍຍັງໄດ້ເປີດເຜີຍຂໍ້ມູນຂອງເຄື່ອງເກມ PS3 ລຸ້ນໃໝ່ອີກນຳ. PS3 Slim ຈະມາພ້ອມກັບ HDD ສຳລັບບັນຈຸຂໍ້ມູນຂະໜາດ 120GB ແລະກິນໄຟໜ້ອຍລົງ 34%. ໃນສ່ວນທີ່ຖືກຕັດອອກໄປແມ່ນຕົວເລືອກສຳລັບຕິດຕັ້ງລະບົບປະຕິບັດການອື່ນ ໆ (ຖ້າໃຜຍັງຈື່ກັນໄດ້ PS3 ລຸ້ນທຳອິດສາມາດຕິດຕັ້ງ Linux ຫຼືແມ່ນແຕ່ Windows ໄດ້). ທີ່ມາ – Ghacks

More »

Sony Ericsson ອອກຊຸດ SDK ສຳລັບ Xperia X1

ກ່ອນອື່ນຕ້ອງຂໍກ່າວໂດຍສັງເຂບກ່ອນວ່າ Xperia X1 ນັ້ນເປັນໂທລະສັບມືຖືໃນສາຍ Xperia ລຸ້ນທຳອິດຂອງ Sony Ericsson ແລະຍັງເປັນມືຖືລຸ້ນທຳອິດຂອງ Sony Ericsson ທີ່ໃຊ້ລະບົບປະຕິບັດການ Windows Mobile 6.1 ນຳ ໂດຍທີ່ Xperia X1 ນັ້ນ ມີກຳນົດການວາງຈຳຂາຍໃນກາງປີ 2008 ແຕ່ເລື່ອນມາເປັນຊ່ວງກາງເດືອນກັນຍາຂອງປີ 2008 ແທນ. ຈຸດເດັ່ນຂອງ SE Xperia 1 ກໍ່ຄືຈໍສຳຜັດຂະໜາດ 3″ ສະແດງສີໄດ້ສູງເຖິງ 16Bit, ມີກ້ອງ ໒ ກ້ອງ ຄວາມລະອຽດ 3.2 megapixel ໃນກ້ອງຫລັກ ແລະຖ່າຍວີດິໂອໄດ້ 30fps ແຖມມີ Autofocus ສຳລັບພາບທົ່ວໄປພ້ອມ. ເຄືອຂ່າຍທີ່ຮອງຮັບມີຕັ້ງແຕ່ GSM ທຳມະດາໄປຮອດ 3G, ລະບົບເຊື່ອມຕໍ່ອື່ນ ໆ ກໍ່ມີຄົບ BT, USB, aGPS [...]

More »

ຍອດຂາຍ PS2 ແຊງໜ້າ PS3 ອີກຄັ້ງ!

ລາຍງານຈາກ Media Create ເຖິງຍອດຂາຍເຄື່ອງເກມຕ່າງ ໆ​ ໃນປະເທດຢີ່ປຸ່ນ ລະບຸວາເຄື່ອງເກມ PlayStation2 ນັ້ນ ມີຍອດຂາຍສູງກວ່າ PlayStation3 ເຊິ່ງເປັນເຄື່ອງເກມຮຸ່ນໃຫມ່ຈາກ Sony PlayStation2 ຂາຍໄປໄດ້ 17,787 ເຄື່ອງ ປຽບທຽບກັບ PlayStation3 ທີ່ທຳຍອດຂາຍໄດ້ພຽງ 16,889 ໃນຂະນະທີ່ເຄື່ອງເກມຍອດຂາຍອັນດັບໜຶ່ງຍັງຄົງເປັນຂອງ DS Lite ຫລື Nintendo DS Lite ຈາກເຈົ້າພໍ່ເກມ Nintendo DS Lite: 79,897 Wii: 51,365 PSP: 39,077 PS2: 17,787 PS3: 16,889 Xbox 360: 3,889 GBA SP: 609 Game Boy Micro: 588 Gamecube: 205 DS Phat: [...]

More »

Sony ຕັດລາຄາ PSP ໃນ US

Sony ຕັດສິນໃຈຕັດລາຄາຂອງເຄື່ອງເກມມືຖື PlayStation Portable ຫຼື PSP ທີ່ວາງຈຳໜ່າຍໃນ US ລົງ ເຮັດໃຫ້ລາຄາຕໍ່ເຄື່ອງໃນຕອນນີ້ຢູ່ທີ່ $169.99 ສ່ວນໃນຢູໂຣບນັ້ນ ທາງໂຊນີ່ຍັງບໍ່ມີແຜນການໃດ ໆ ທີ່ຈະຫລຸດລາຄາເທື່ອ ທີ່ມາ – Gamesindustry.biz

More »

PSP redesign ມາແນ່ນອນ!

Ray Maguire ຜູ້ອຳນວຍການບໍລິຫານຂອງ SCE UK ຢືນຢັນວ່າຈະມີ PSP ຮຸ່ນ redesign ຫລືຮຸ່ນທີ່ໄດ້ຮັບການອອກແບບໃຫມ່ແນ່ນອນ ໂດຍ Maguire ໄດ້ໃຫ້ລາຍລະອຽດວ່າ ໃນ PSP ຕົວໃຫມ່ນັ້ນ ຈະມີການອອກແບບໃຫ້ມີຂະຫນາດນ້ອຍລົງ ແລະເບົາຂຶ້ນ ແຕ່ບໍ່ໄດ້ເພີ່ມຄວາມສາມາດອື່ນ ໆ ເຂົ້າໄປ ລວມເຖິງຫນ້າຈໍ ກໍ່ຈະຍັງຄົງມີຂະຫນາດເທົ່າເກົ່າ ເຖິງຢ່າງໃດກໍ່ຕາມ ລາຄາຂອງ PSP ຮຸ່ນອອກແບບໃຫມ່ນີ້ ຈະມີລາຄາທີ່ຕ່ຳກວ່າເກົ່າຢ່າງແນ່ນອນ ສຳຫລັບໃຜທີ່ຊື້ PSP ໄປກ່ອນແລ້ວກໍ່ຖືວ່າໄດ້ລອງຂອງໃຫມ່ລະກັນ ;P ທີ່ມາ – GameIndustry.biz [via] ບ້ານເຮົາບໍ່ຄ່ອຍເຫັນໃຜຫລິ້ນພວກເກມມືຖືປານໃດ ແຮງ PSP ກໍ່ແຮງແລ້ວໃຫຍ່ ຍັງບໍ່ເຄີຍເຫັນໃຜມີຊ້ຳ = =”

More »

ໂຄສະນາ PS3 ອັນແປກປະຫລາດຈາກ Sony…

ເຫນືອຈິນຕະນາການ…!!! ຄລິກເພື່ອເບິ່ງໂຄສະນາດັ່ງກ່າວ!! ທີ່ມາ – This Is Living [via Kotaku, Gizmodo]

More »

PS3 ໄດ້ລົງໂຄສະນາຟຣີໃນເກມຂອງ XBOX360

ເກມຂອງ XBOX360 ມີປ້າຍໂຄສະນາຂອງ Sony PlayStation3 ໄປແປະໄວ້ ຖ້າບໍ່ສັງເກດກໍ່ແລ້ວໄປ ແຕ່ຖ້າສັງເກດ ຈະງົງວ່າ PS3 ມາອອກຫຍັງໃນເກມຂອງ XBOX360??? ເລື່ອງມັນມີຢູ່ວ່າ EA ກຳລັງພັດທະນາເກມເຕະບານ ຈາກທີ່ອ້າງອີກຕົວເກມຈາກ UEFA Champions League ແລະໃນ League ທີ່ວ່ານັ້ນ ທາງ Sony ເປັນຫນຶ່ງໃນ Sponser ລາຍໃຫຍ່!!! (ມີ Heineken, Sony, MasterCard, Vodafone, Ford ທີ່ເປັນ Sponser ໃຫຍ່) ກໍ່ເລີຍກາຍເປັນວ່າ ເວລາ​ EA ເຮັດເກມອອກມາ ກໍ່ຈຳເປັນຕ້ອງເອົາລາຍຊື່ Sponser ໄປແປະໆ ໄວ້ຂ້າງສະຫນາມອີກ ທາງ Sony ກໍ່ເລີຍໄດ້ພື້ນທີ່ໂຄສະນາຟຣີໃນເກມຂອງຄູ່ແຂ່ງ –Microsoft XBOX360 LOL Source – 360-Gamer [via MaxConsole]

More »

PS3 new firmware ແກ້ບັນຫາ Backward Compatibility

ທາງ Sony ໄດ້ອອກ Firmware ໃຫມ່ສຳຫລັບ ເຄື່ອງເກມ PlayStation 3 ອອກມາ ໂດຍຈຸດຫລັກໃນ firmware ຕົວໃຫມ່ຈະເປັນການແກ້ບັນຫາໃນສ່ວນຂອງ ການຫລິ້ນເກມ PlayStation 1 ແລະ 2 ພ້ອມທັງມີການປັບປຸງໃຫ້ ສາມາດຫລິ້ນໄດ້ໃນໂຫມດ Progressive Scan ນຳ ນອກຈາກນັ້ນກໍ່ຈະສາມາດໃຊ້ Avatar ສ່ວນຕົວໄດ້ອີກ ສ່ວນ changelog ຍັງບໍ່ມີອອກມາ ຢ່າງເປັນທາງການສຳຫລັບ PS3 Firmware v1.50 ນີ້ ສະຫລຸບແລ້ວ ເປັນເລື່ອງຂອງຄົນມີ PS3 ລ້ວນໆ ຈົບຂ່າວ. Source – Kotaku.com [via Gizmodo]

More »

muslix64 ອ້າງ Blu-ray ຖືກເຈາະຮຽບຮ້ອຍ

ເປັນຄວາມພະຍາຍາມຂອງກຸ່ມ hacker ກຸ່ມຫນຶ່ງທີ່ມີຫົວຫອກຂອງທີມໃຊ້ນາມແຝງວ່າ muslix64 (ມີຜົນງານ crack ແຜ່ນ HD DVD ສຳເລັດມາແລ້ວ –ພວກນີ້ບໍ່ນິຍົມ DRM–) ມາພ້ອມຄູ່ຫູຄົນໃຫມ່ Janvitos ພ້ອມກັບອ້າງວ່າ ສາມາດເຈາະ ລະບົບການເຂົ້າລະຫັດຂອງແຜ່ນ Blu-ray ໄດ້ເປັນທີ່ຮຽບຮ້ອຍແລ້ວ ໂດຍທີ່ບໍ່ຕ້ອງໃຊ້ແຜ່ນ ຫລື drive ມັນເລີຍ ໃຊ້ພຽງໄຟລ໌ທີ່ມີການເຂົ້າລະຫັດໄວ້ເທົ່ານັ້ນ ແຕ່ຄວາມສຳເລັດຂອງກຸ່ມ hacker (ຫນ້າຈະເປັນ cracker ຫລາຍກວ່າ) ດັ່ງກ່າວ ກໍ່ຍັງເປັນພຽງເບື້ອງຕົ້ນເທົ່ານັ້ນ ເພາະສ່ວນຫລັກຂອງ Blu-ray ຄື BD+ ຍັງບໍ່ສາມາດເຈາະຜ່ານໄດ້ (ມີບາງກະແສວ່າຕອນນີ້ ຍັງບໍ່ມີຫນັງ BD ເລື່ອງໃດໃຊ້ BD+ ເທື່ອຊ້ຳ o_O?) ສະຫລຸບວ່າ ເຈາະ CPS unit key ໃນ Blu-ray ໄດ້ແລ້ວ ຈົບຂ່າວ ທີ່ມາ – forum.doom9.org [...]

More »

Only 720p for Motostorm?

ກ່ອນຫນ້ານີ້ທາງ Sony ເຄີຍອອກມາບອກວ່າ Motostorm ຈະເປັນຫນຶ່ງ ໃນເກມຂອງ PlayStation 3 ທີ່ຮອງຮັບ ຄວາມລະອຽດທີ່ສູງເຖິງ 1080p ແລະ Framerate ທີ່ 60fps. ແຕ່ຈະດ້ວຍເຫດໃດກໍ່ຕາມ ມັນກາຍເປັນວ່າ Sony ກັບຄຳເສຍແລ້ວ ໂດຍ Peter Dille –ຫົວຫນ້າຝ່າຍການຕະຫລາດຂອງບໍລິສັດ– ອອກມາບອກວ່າ ຕົວເກມນັ້ນທີ່ຈິງ ຮອງຮັບພຽງ 720p ແລະມີ Framerate ແຕ່ 30fps ເທົ່ານັ້ນ… ຄວາມຈິງ ມັນກໍ່ບໍ່ສຳຄັນຫຍັງ ຖ້າຫາກວ່າ Motostorm ບໍ່ໄດ້ລົງເຄື່ອງ PS3 ແລະຫາກ Sony ບໍ່ໄດ້ໂມ້ເກີນເຫດໄວ້ໃນງານ CES 2007 ທີ່ຜ່ານມາ (ຍັງບໍ່ນັບເລື່ອງແຫກຕາຄັ້ງທຳອິດທີ່ເອົາ Motostorm ອອກມາສະແດງ…) ບໍ່ຮູ້ວ່າໃນປີນີ້ຈະມີເລື່ອງຫນ້າຜິດຫວັງຂອງ Sony ແລະ PS3 ອອກມາອີກປານໃດ ແຕ່ເລື່ອງນີ້ກໍ່ໃຫ້ແງ່ຄິດດີໆ ຢູ່ບ່ອນວ່າ “ຢ່າລຳກ່ອນເພງ” [...]

More »