ລັດຖະບານແລະອົງການພັດທະນາຕ່າງ ໆ ໃນ Africa ໄດ້ກະກຽມທີ່ຈະໃຊ້ພະລັງງານຈາກແສງອາທິດເພື່ອໃຊ້ໃນເຂດທຸລະກັນດານ ເຊິ່ງໂຄງການ e-school ໃນ Africa ນັ້ນໄດ້ເຮີ່ມໃຊ້ພະລັງງານແສງອາທິດໄປກ່ອນຫນ້ານີ້ແລ້ວ ໂດຍ Paul Zambezi ເລຂານຸການລັດຖະມົນຕີກະຊວງວິທະຍາສາດແລະເທັກໂນໂລຢີຂອງ Africa ກ່າວວ່າການໃຊ້ພະລັງງານຈາກແສງອາທິດນີ້ ຈະຊ່ວຍໃຫ້ປະຊາຊົນໃນຖິ່ນກັນດານທີ່ໄຟຟ້າເຂົາບໍ່ເຖິງນັ້ນ ສາມາດໃຊ້ງານຄອມພິວເຕີ ລວມເຖິງອິນເຕີເນັດໄດ້
Tag: SolarPower
ໂທລະສັບມືຖືພະລັງງານແສງອາທິດຈາກຈີນແດງ!!?
HTW Electronics ບໍລິສັດຈາກຈີນໄດ້ກຽມເປີດຕົວ ຜະລິດຕະພັນໃຫມ່ຂອງບໍລິສັດ ເຊິ່ງທາງບໍລິສັດລະບຸວ່າ ເປັນໂທລະສັບມືຖືທີ່ສາມາດເຕີມພະລັງງານໄດ້ໂດຍໃຊ້ແສງອາທິດ! ໂດຍໄດ້ລະບຸວ່າ ຈະໃຊ້ເວລາປະມານ 25-40 ນາທີໃນການເກັບພະລັງງານໃຫ້ເຕັມ ແລະບໍ່ພຽງເທົ່ານັ້ນ ສຳຫຼັບໃນເວລາກາງຄືນທີ່ບໍ່ມີແສງຕາເວັ້ນ ກໍ່ຍັງສາມາດໃຊ້ທຽນປະມານ 5 ເຫຼັ້ມເພື່ອເປັນແຫລ່ງໃຫ້ພະລັງງານໄດ້ອີກ!
ເຖິງຢ່າງໃດກໍ່ຕາມ ຜູ້ໃຊ້ຕ້ອງໝັ່ນເອົາໂທລະສັບອອກມາຮັບແສງແດດຢູ່ສະເໝີ ໆ ຄົງຈະບໍ່ເໝາະສຳຫລັບຄົນທີ່ເກັບມືຖືໄວ້ໃນຖົງເສື້ອຖົງສົ້ງຕະຫລອດເວລາຢ່າງແນ່ນອນ ແລະສຳຫລັບລາຍລະອຽດຂອງລາຄາ ແມ່ນຍັງບໍ່ມີແຈ້ງອອກມາຢ່າງເປັນທາງການ ແຕ່ແຫລ່ງຂ່າວອ້າງວ່າ ຈະມີການເປີດຕົວໃນຊ່ວງເດືອນໜ້ານີ້
ທີ່ມາ – Crave
ອືມ… ຊົງຄືຊິແພງພິລຶກ – -“