Posts Tagged ‘Software’

FlashFXP 3.4.2 Public Beta 2 (3.4.1 build 1170)

FlashFXP ເປັນໂປຣແກຣມປະເພດ FTP client ໃຊ້ໄວ້ອັບໂຫລດຂໍ້ມູນຂຶ້ນໄປໄວ້ເທິງ FTP sites ຕ່າງ ໆ ໂປຣແກຣມນີ້ມີຄວາມສາມາດພິເສດຢູ່ທີ່ FXP ທີ່ຫຍໍ້ມາຈາກ File eXchange Protocol ກໍ່ຄື ການອັບໂຫລດໄຟລ໌ຈາກ FTP server ໄປຫາ FTP server ເຊິ່ງເຮັດໃຫ້ຄວາມໄວໃນການສົ່ງຂໍ້ມູນນັ້ນ ໄວພໍ ໆ ກັບຂອງ servers ທັງສອງເອງເລີຍ ແຕ່ວ່າ FTP server ທີ່ໃຊ້ງານນັ້ນຈະຕ້ອງຮອງຮັບຄວາມສາມາດນີ້ນຳ ໃນເບຕ້າໃຫມ່ນີ້ ເພີ່ມຄວາມສາມາດໃນການຮອງຮັບ UTF-8 ກັບ MLSD ແລະອັບເດດອື່ນ ໆ ອີກຈຳນວນໜຶ່ງ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ ປ.ລ. ລືມບອກໄປວ່າເປັນ Shareware

More »

Command & Conquer 3 Tiberium Wars World Builder

World Builder ສຳຫລັບເກມວາງແຜນ C&C3 ອອກມາແລ້ວ ໃຊ້ໄວ້ສ້າງແຜນທີ່ທັງແບບຜູ້ຫຼິ້ນດຽວ ແລະແບບຜູ້ຫຼິ້ນຫລາຍຄົນ ທ່ານໃດທີ່ສົນໃຈຈະສ້າງແຜນທີ່ C&C3 ກໍ່ລອງດາວໂຫລດໄປໃຊ້ງານໄດ້ເລີຍ ດາວໂຫລດ ທີ່ມາ – [via Neowin.net]

More »

Windows Media Player on Firefox

Microsoft ໄດ້ອອກ Plugin ສຳຫລັບ Firefox ເພື່ອໃຫ້ Firefox ສາມາດທີ່ຈະຫຼິ້ນໄຟລ໌ຕ່າງ ໆ​ ທີ່ເປັນຂອງ Windows Media ໄດ້ ນັ້ນກໍ່ຫມາຍຄວາມວ່າ ຜູ້ໃຊ້ງານ Firefox ຈະບໍ່ພົບບັນຫາເມື່ອໄປເຈີະກັບຫນ້າທີ່ embedded WMP ActiveX ອີກຕໍ່ໄປ ສຳຫລັບປລັກອິນທີ່ວ່ານີ້ ມີຂະໜາດ 302K ໃຊ້ໄດ້ກັບ Windows XP SP2 & Windows Vista ທັງແບບ x86 ແລະ x64 ດາວໂຫລດ ທີ່ມາ – WindowsVistaBlog [via]

More »

Recuva 1.01.057 Beta

ອອກເບຕ້າໃຫມ່ເຊັ່ນກັນ ສຳຫລັບໂປຣແກຣມກູ້ຂໍ້ມູນ Recuva (ເຄີຍນຳສະເຫນີໄປຄັ້ງໜຶ່ງ) ໃນເວີຊັນນີ້ ມີສິ່ງທີ່ປ່ຽນແປງຈາກເວີຊັນກ່ອນຫນ້ານີ້ຄື ເພີ່ມລິງກ໌ສຳຫລັບອັບເດທໂປຣແກຣມ, ຮອງຮັບພາສາອື່ນ ໆ​, ປັບປຸງກ່ຽວກັບຫນ່ວຍຄວາມຈຳ ແລະແກ້ບັ໊ກອີກເລັກ ໆ​ ນ້ອຍ ໆ Recuva ເປັນໂປຣແກຣມປະເພດຟຣີແວຣ໌ສາມາດໃຊ້ງານໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍໃດ ໆ ດາວໂຫລດ ເວັບໄຊທ໌ຜູ້ພັດທະນາໂປຣແກຣມ

More »

WinZip v11.1 Build 7466

ໂປຣແກຣມບີບອັດໄຟລ໌ເກົ່າແກ່ອີກໂປຣແກຣມຫນຶ່ງ ທີ່ມີມາແລ້ວກວ່າ 11 ເວີຊັນ ຮອງຮັບໄຟລ໌ໄດ້ຫລາກຫລາຍປະເພດ ເປັນຕົ້ນວ່າ CAB, AR, gzip, UUencode, BinHex. ຮອງຮັບ MIME. ARJ, LZH, ARC ແລະສາມາດເຂົ້າລະຫັດ 128- and 256-Bit AES Encryption ໄດ້ ຯລຯ ເຊິ່ງໃນເວີຊັນ 11.1 ນີ້ ຄວາມປ່ຽນແປງຫລັກ ໆ​ ກໍ່ຈະເປັນ Certified for Vista ໄອຄອນຂອງໂປຣແກຣມ ແລະ toolbar ຈະເປັນແບບ Vista Explorer user interface ໜ້າຕາແບບ Vista ຮອງຮັບທັງ Windows XP/Vista ແບບ 64Bit ແລະ 32Bit ຕົວຕິດຕັ້ງເປັນ MSI ຊ່ວຍໃຫ້ຕິດຕັ້ງໄດ້ງ່າຍຂຶ້ນ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Kaspersky Anti-Virus 7.0.0.43 Beta

ເບຕ້າເວີຊັນຂອງໂປຣແກຣມ Antivirus ອັນດັບຕົ້ນ ໆ ຂອງໂລກ Kaspersky ອອກມາແລ້ວ ຮູ້ສຶກວ່າ ຈະມີຫນ້າຕາ Interface ທີ່ງົດງາມກວ່າເກົ່າ (ບໍ່ກ່ຽວກັບ performace ເລີຍ -_-”) ທ່ານໃດສົນໃຈກໍ່ທົດລອງໂຫລດມາໃຊ້ງານເບິ່ງ ໂດຍດາວໂຫລດໄດ້ຈາກລິງກ໌ດ້ານລຸ່ມ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

VideoLAN 0.8.6b test 1

ເວີຊັນໃຫມ່ຂອງໂປຣແກຣມຫລິ້ນໄຟລ໌ multimedia ທີ່ມີຄວາມສາມາດສາລະພັດຮູບແບບ ມີລະບົບ plugins ສະເພາະຕົວ ຕັດບັນຫາເລື່ອງຂາດ CODEC ສຳຫລັບເປີດໄຟລ໌ຕ່າງ ໆ ອອກໄປ ແລະຍັງມີຄວາມພິເສດທີ່ວ່າ ສາມາດເປີດເບິ່ງໄຟລ໌ວີດິໂອທີ່ຍັງໂຫລດບໍ່ແລ້ວໄດ້! ນອກຈາກນັ້ນ VideoLAN ຍັງສາມາດໃຊ້ເປັນ streaming server ຜ່ານເຄືອຂ່າຍ IPv4 ຫຼື IPv6 ໄດ້ອີກຖ້າຫາກສົນໃຈ ໃນເວີຊັນໃຫມ່ນີ້ມີການແກ້ໄຂບັ໊ກຕ່າງ ໆ​ ຈາກເວີຊັນເກົ່າ ແລະປັບປຸງໃຫ້ໃຊ້ງາໄດ້ດີຂຶ້ນກັບ Windows Vista ດາວໂຫລດ (ເລືອກດາວໂຫລດສຳຫລັບ OS ອື່ນ) ເວບໄຊຕ໌ຜູ້ພັດທະນາ ທີ່ມາ – [via Neowin.net]

More »

VistaGlazz 1.0

VistaGlazz 1.0 ເປັນໂປຣແກຣມນ້ອຍ ໆ ທີ່ໃຊ້ໄວ້ patch ໄຟລ໌ລະບົບຂອງ Windows Vista ເພື່ອໃຫ້ສາມາດໃຊ້ custom styles ແລະ themes ໄດ້ (ກໍ່ຄື themes ທີ່ໂຫລດມາຕ່າງຫາກ) ແລະທີ່ສຳຄັນ ຍັງມີຕົວເລືອກເພື່ອໃຫ້ສະແດງຜົນ Title bar ເປັນແບບໂປ່ງໃສອີກນຳ (ທຳມະດາຈະເປັນສີດຳ ໆ) ໂປຣແກຣມນີ້ສາມາດໃຊ້ໄດ້ທັງເວີຊັນ 32Bit ແລະ 64Bit ຂອງ Windows Vista ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ [via Neowin.net]

More »

RevDNS’s Ubuntu Desktop

[google 5771298210255313600] ໃຜສົນໃຈກໍ່ລອງດາວໂຫລດ Ubuntu ມາລອງໃຊ້ເບິ່ງເດີ້ ຢ່າລືມລົງ Beryl ນຳ ຖ້າຈະໃຊ້ Desktop Effect  ປ.ລ. ຕ້ອງ config ປານໃດຈຶ່ງໄດ້ແບບໃນວີດິໂອເນາະ – -a

More »

Minimo 0.2 ອອກແລ້ວ

ເວີຊັນໃຫມ່ຫຼ້າສຸດຂອງໂປຣແກຣມທ່ອງເວບທີ່ມີຊື່ວ່າ Minimo ມາແລ້ວ ໂດຍໃນເວີຊັນໃຫມ່ນີ້ ໄດ້ຮັບການປັບປຸງໃຫ້ສາມາດໃຊ້ງານໄດ້ດີກັບ Windows Mobiles 5.0 ທັງໃນ Pocket PC ແລະ Smartphone editions ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ Minimo ເປັນ Web Browser ສຳຫຼັບ Mobile Platform ເຊັ່ນ Windows Mobiles ເຊິ່ງມີຄວາມສາມາດສູງຫລາຍຢ່າງເຊັ່ນ ຮອງຮັບ Web Standard ໄດ້ດີ, ມີລະບົບ Tab browsing, ຮອງຮັບ RSS, ຮອງຮັບຫລາຍພາສາ, ຮອງຮັບ Widget ແລະ​ Extention ໆລໆ ທີ່ມາ – TAUME

More »