Posts Tagged ‘Software’

JkDefrag 3.14

ເຄີຍນຳສະເຫນີໄປແລ້ວຄັ້ງຫນຶ່ງ (ອ່ານຂ່າວເກົ່າ) ກັບໂປຣແກຣມຈັດຮຽງຂໍ້ມູນໃນ Harddisk ທີ່ມີຊື່ວ່າ JkDefrag ເຊິ່ງຕອນນີ້ກໍ່ໄດ້ອອກເວີຊັນໃຫມ່ມາໃຫ້ເຮົາໃຊ້ກັນແລ້ວ ໃນເວີຊັນ 3.14 ນີ້ຍັງຄົງເປັນການແກ້ໄຂບັ໊ກຕ່າງ ໆ ຈາກ 3.8 ບໍ່ໄດ້ມີຄວາມສາມາດເພີ່ມເຕີມໃດ ໆ ເຂົ້າມາໃຫມ່ເທື່ອ ສຳຫລັບຄວາມປ່ຽນແປງທັງຫມົດ ອ່ານໄດ້ຈາກ forum ຂອງຜູ້ພັດທະນາ ໂປຣແກຣມນີ້ເປັນ OpenSource software ມີລິກຂະສິດແບບ GNU ສາມາດນຳໃຊ້ໄດ້ຟຣີໂດຍບໍ່ເສຍຄ່າໃຊ້ຈ່າຍ ແລະຫາກທ່ານເປັນ Developer ທີ່ຕ້ອງການສຶກສາກ່ຽວກັບໂປຣແກຣມ Defragment ກໍ່ສາມາດດາວໂຫລດ Source code ມາສຶກສາໄດ້ຕາມລິງກ໌ລຸ່ມນີ້ ດາວໂຫລດ (64Bit ver.) ດາວໂຫລດ Source code ເວບໄຊຕ໌ຜູ້ພັດທະນາ

More »

Messenger Plus! Live 4.22.274

ອອກເວີຊັນໃຫມ່ອອກມາເພື່ອຮອງຮັບ Windows Live! Messenger v8.5.0517 public beta ໂດຍສະເພາະ ແລະກໍ່ມີການແກ້ໄຂບັ໊ກອີກສາມຈຸດ ເຊິ່ງທາງຜູ້ພັດທະນາວາງແຜນວ່າຈະຄ່ອຍ ໆ ປັບແກ້ໃຫ້ມີຫນ້າຕາແບບດຽວກັບ Windows Live! Messenger v8.5 ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

AMD Catalyst 7.5 & Nvidia ForceWare 158.45 Beta (Vista)

Driver ໃຫມ່ສຳຫລັບຄົນທີ່ໃຊ້ AMD’s ATI Radeon graphics cards ແລະ NVIDIA’s GeForce 8 ເຊິ່ງໃນເວີຊັນໃຫມ່ນີ້ ຍັງຄົງເປັນການປັບປຸງໃຫ້ສາມາດໃຊ້ງານກັບ Windows Vista ເຊັ່ນເຄີຍ ລວມເຖິງການຮອງຮັບ DirectX10 ນຳ ດາວໂຫລດ: Catalyst: Windows Vista x86 | Windows Vista x64 | Windows XP x86 | Windows XP Pro x64 GeForce 8:  Windows Vista x86 | Windows Vista x64 ທີ່ມາ – The Tech Report, Neowin.net

More »

Firefox 2.0.0.4

Mozilla ອອກເວີຊັນໃຫມ່ຂອງ Firefox ທີ່ໄດ້ຮັບການແກ້ໄຂເລື່ອງ ລະບົບຄວາມປອດໄພຈາກເວີຊັນກ່ອນຫນ້ານີ້ ແລະຮອງຮັບການໃຊ້ງານທີ່ດີຂຶ້ນກັບ Windows Vista ລວມເຖິງໄດ້ເພີ່ມພາສາເຂົ້າມາອີກສອງພາສາ ໂດຍຜູ້ໃຊ້ສາມາດດາວໂຫລດມາຕິດຕັ້ງໄດ້ ຫຼືອາດຈະໃຊ້ Software Update ໃນ Firefox ໂດຍໄປທີ່ Help > Check for Update… ກໍ່ໄດ້ເຊັ່ນກັນ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Windows Live Messenger 8.5 BETA

ສຳຫລັບຄົນຢາກລອງຂອງໃຫມ່ກ່ອນໃຜອືນ ກໍ່ສາມາດດາວໂຫລດມາລອງໃຊ້ງານໄດ້ເລີຍ ເມື່ອທຳການຕິດຕັ້ງແລ້ວ ກໍ່ໃຫ້ເອົາໄຟລ໌ DLL ສອງໄຟລ໌ໄປໄວ້ໃນ C:\Program Files\Windows Live\Messenger ກໍ່ເປັນອັນຈົບພິທີ ແຕ່ວ່າເທົ່າທີ່ລອງໃຊ້ເບິ່ງ ຮູ້ສຶກວ່າມັນຈະ Error ເລື້ອຍ ໆ ແລະກໍ່ບໍ່ເຫັນວ່າຈະມີຫຍັງໃຫມ່ເລີຍ ນອກຈາກຫນ້າຕາທີ່ໃກ້ຄຽງກັບ Windows Vista ແລະມີການຍ້າຍປຸ່ມຕ່າງ ໆ ເລັກນ້ອຍ ທ່ານໃດທີ່ສົນໃຈສາມາດດາວໂຫລດໄດ້ຈາກທີ່ນີ້ Edit: ຕອນນີ້ Microsoft ໄດ້ປ່ອຍ Windows Live Messenger 8.5 BETA ອອກມາໃຫ້ດາວໂຫລດຢ່າງເປັນທາງການແລ້ວ ສາມາດດາວໂຫລດໄດ້ຈາກເວບໄຊຕ໌ຂອງ Live.com

More »

WinRAR v3.70 Final

ຫລັງຈາກທີ່ອອກເບຕ້າມາຫລາຍເວີຊັນ ໃນທີ່ສຸດ RarLab ກໍ່ໄດ້ປ່ອຍ WinRAR 3.70 Final ອອກມາແລ້ວ ແລະຄວາມປ່ຽນແປງຫລັກ ໆ ໃນເວີຊັນນີ້ກໍ່ຈະເປັນການຮອງຮັບການໃຊ້ງານໃນ Windows Vista, ຮອງຮັບ ISO 13346 (UDF) file format, ຮອງຮັບ Unicode ໃນໄຟລ໌ ISO 9660 ລວມໄປເຖິງຫນ້າຕ່າງ archiving ແລະ extraction ທີ່ໄດ້ຮັບການອອກແບບໃຫມ່ ແລະເພີ່ມ command line switches ອີກຈຳນວນໜຶ່ງ ນອກຈາກນັ້ນກໍ່ຍັງມີການປັບປຸງຄວາມປອດໄພອີກເລັກນ້ອຍ ເຊິ່ງລາຍລະອຽດທັງຫມົດຂອງ change log ສາມາດອ່ານໄດ້ຈາກເວບໄຊຕ໌ຂອງຜູ້ພັດທະນາ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Pidgin 2.0.1 ອອກແລ້ວ

Pidgin (ຊື່ເກົ່າຄື Gaim) ໂປຣແກຣມ multi-protocol Instant Messaging client ສາມາດໃຊ້ໄດ້ກັບ AIM, ICQ, IRC, MSN, Yahoo!, Google Talk, QQ, etc… ໄດ້ອອກເວີຊັນໃຫມ່ມາເປັນທີ່ຮຽບຮ້ອຍ ໂດຍໄດ້ແກ້ໄຂບັ໊ກກວ່າ 100 ຈຸດຈາກເວີຊັນ 2.0 ທີ່ອອກມາກ່ອນຫນ້ານີ້ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

TrueCrypt 4.3a

TrueCrypt ເປັນໂປຣແກຣມເຂົ້າລະຫັດຂໍ້ມູນສຳຫຼັບລະບົບປະຕິບັດການ Windows 2000/XP/Vista ມີຄວາມສາມາດໃນການເຂົ້າລະຫັດໄຟລ໌ ແລະໂຟລເດີຕ່າງ ໆ​ ໃນລະບົບ ບໍ່ວ່າຈະເປັນການເຂົ້າລະຫັດທັງ Harddisk ໄວ້ ຫຼືສະເພາະໄຟລ໌/ໂຟລເດີ ລວມເຖິງ USB Flash drive ກໍ່ສາມາດເຮັດໄດ້ເຊັ່ນກັນ ໂປຣແກຣມນີ້ຮອງຮັບການເຂົ້າລະຫັດຂໍ້ມູນແບບ real-time ແລະມີລະບົບຮັກສາຄວາມປອດໄພແບບ AES-256, Serpent, ແລະ Twofish ແຖມຍັງເປັນ OpenSource ສາມາດໃຊ້ງານໄດ້ຟຣີບໍ່ມີຄ່າໃຊ້ຈ່າຍໃດ ໆ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Winamp 5.34 Build 1271

ໂປຣແກຣມເບິ່ງຫນັງຟັງເພງຍອດນິຍົມ Winamp (ອ່ານວ່າ “ວິນແອມ” ບໍ່ແມ່ນ “ວິນແຫນມ” ) ຄວາມສາມາດຫລາກຫລາຍ ຮອງຮັບໄຟລ໌ສຽງ ແລະໄຟລ໌ວີດິໂອໄດ້ຄົບຖ້ວນ ສາມາດປ່ຽນຫນ້າຕາໄດ້ພ້ອມ ແຖມຍັງ Rip ແຜ່ນຊີດີໄດ້ອີກ ອອກເວີຊັນໃຫມ່ມາ ຄຸນສົມບັດຫລັກ ໆ​ ຂອງເວີຊັນໃຫມ່ກໍ່ຄືຮອງຮັບ IPv6 ລວມໄປເຖິງປັບປຸງ ແລະແກ້ໄຂຂໍ້ບົກພ່ອງຕ່າງ ໆ ຈາກກ່ອນໜ້ານີ້ ເຊັ່ນເລື່ອງ Unicode ແລະ Windows Vista ໂດຍທ່ານສາມາດອ່ານ changelog ໄດ້ຈາກລິງກ໌ນີ້ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

JkDefrag 3.8

ທຳມະດາຢ່າງໜຶ່ງຂອງ Windows ກໍ່ຄືຕ້ອງທຳການຈັດຮຽງຂໍ້ມູນໃນ disk ໃຫມ່ເລືອຍ ໆ ຫຼືທີ່ເອີ້ນວ່າ Disk defragment ນັ້ນເອງ ແລະມື້ນີ້ກໍ່ມີໂປຣແກຣມຈັດຮຽງຂໍ້ມູນມາແນະນຳ ຄື JkDefrag JkDefrag ເປັນ Opensource software ທີ່ມີລິກຂະສິດແບບ GNU ສາມາດໃຊ້ງານໄດ້ຟຣີບໍ່ເສຍຄ່າໃຊ້ຈ່າຍ ຄວາມສາມາດຂອງມັນຄື ທຳການຈັດຮຽງຂໍ້ມູນຕ່າງ ໆ ທີ່ມີການກະຈັດກະຈາຍໃນ harddisk ເຮົາໃຫ້ເປັນລະບຽບຮ້ອຍຮ້ອຍ ແລະໄວຕໍ່ການເຂົ້າເຖິງ ໃຊ້ໄດ້ທັງ Harddisk drive ແລະ USB Flash drive ທົ່ວ ໆ ໄປ ມີຈຸດເດັ່ນຄືຄວາມໄວໃນການທຳງານ, ຂະໜາດຂອງໂປຣແກຣມທີ່ນ້ອຍ ແລະຄວາມງ່າຍດາຍຂອງການນຳໃຊ້ ພຽງເປີດໂປຣແກຣມເທົ່ານັ້ນ ມັນກໍ່ຈະທຳໜ້າທີ່ຂອງມັນເອງ ດາວໂຫລດ (ເວີຊັນສຳຫລັບ x64) ເວບໄຊຕ໌ຜູ້ພັດທະນາ

More »