Posts Tagged ‘Software’

Nokia PC Suite 7.1.40.1

Nokia PC Suite ເປັນໂປຣແກຣມສຳລັບ ຈັດການໂທລະສັບມືຖືຂອງ Nokia ເຊິ່ງທ່ານສາມາດໃຊ້ເພື່ອ ຈັດການໄຟລ໌ຂໍ້ມູນ ຮູບພາບ ເພງ ແລະວິດີໂອໄດ້ງ່າຍໆ. ນອກຈາກນັ້ນກໍສາມາດ ໃຊ້ແກ້ໄຂລາຍຊື່ contact, ຕິດຕັ້ງໂປຣແກຣມ, ສົ່ງ SMS ຫຼືເຊື່ອມຕໍ່ອິນເຕີເນັດຜ່ານໂຕໂປຣແກຣມ (ໂດຍໃຊ້ມືຖື Nokia) ໄດ້ອີກນຳ. ສຳລັບ ເວີຊັນໃໝ່ນີ້ ເປັນເວີຊັນ 7.1.40.1 ເພີ່ມຮອງຮັບ Windows 7 ຢ່າງເປັນທາງການ ແລະອັບເດດຄວາມສະຖຽນຂອງໂປຣແກຣມ. ດາວໂຫລດ Nokia PC Suite ໄດ້ຈາກໜ້າເວັບຂອງ Nokia ທີ່ http://europe.nokia.com/get-support-and-…/nokia-pc-suite ຫຼື direct link ຂອງເວີຊັນນີ້.

More »

ຊອກຫາເວີຊັນເກົ່າຂອງໂປຣແກຣມທີ່ຕ້ອງການຜ່ານ OldVersion.com

ອາດມີບາງຄັ້ງທີ່ຕ້ອງໃຊ້ເວີຊັນເກົ່າຂອງໂປຣແກຣມບາງໂຕ ຫາກມີເກັບໄວ້ກໍດີໄປ ຖ້າບໍ່ມີກໍຕ້ອງມາຊອກກັນວຸ້ນວາຍເລີຍ ແຕ່ນັ້ນຈະບໍ່ເປັນບັນຫາອີກຕໍ່ໄປແລ້ວ ເມື່ອໄດ້ພົບກັບ OldVersion.com ເວັບໄຊທີ່ຮວບຮວມບັນດາເວີຊັນຕ່າງໆຂອງໂປຣແກຣມທີ່ມີຄົນນິຍົມໄວ້ ເຊັ່ນວ່າ MSN Messenger, Winamp, Win MX, RealPlayer ແລະ Skype ເປັນຕົ້ນ. ສຳລັບໝວດໝູ່ຂອງໂປຣແກຣມກໍຄອບຄຸມເປັນຢ່າງດີ ມີຕັ້ງແຕ່ ໂປຣແກຣມໃນໝວດ Communication, Graphic, Multimedia, Internet ແລະ Utilities. ການດາວໂຫຼດກໍສາມາດໂຫຼດໄດ້ຟຣີ ບໍ່ມີຄ່າໃຊ້ຈ່າຍແຕ່ຢ່າງໃດ ຮູ້ແບບນີ້ແລ້ວ ຢ່າລືມ bookmark ໄວ້

More »

໓ ໂປຣແກຣມໃໝ່ ວັນທີ່ ໒໗ ພະຈິກ ໒໕໕໑

ເນື່ອງຈາກເປັນຂ່າວສັ້ນ ລາຍງານໂປຣແກຣມມາໃໝ່ ກໍ່ເລີຍຮວບຮວມໄວ້ໃນຂ່າວດຽວເລີຍ Google Chrome ອອກເວີຊັນໃໝ່ຫຼ້າສຸດ ຕອນນີ້ແມ່ນ 0.4.154.25 Beta ດາວໂຫຼດ Safari for Windows ຕອນນີ້ອັບເດດເປັນ Safari 3.2.1 ແລ້ວ ກ່ອນໜ້ານີ້ແມ່ນ 3.2.0 –ໂປຣແກຣມທ່ອງເວັບຈາກ Mac OS X ດາວໂຫຼດ ICQ ຍັງບໍ່ຕາຍ ເວີຊັນໃໝ່ ICQ 6.5 Build 102 ຫວນລະນຶກເຖິງວັນວານອັນຫວານຊື່ໄດ້ອີກຄັ້ງ ດາວໂຫຼດ

More »

OpenOffice 3.0 ອອກແລ້ວ

ກ່ອນໜ້ານີ້ສອງສາມມື້ມີໄຟລ໌ຂອງ OpenOffice 3.0 ອອກມາຕາມ FTP Mirror ຕ່າງ ໆ ແລ້ວ ແຕ່ຍັງບໍ່ມີການປະກາດຢ່າງເປັນທາງການຈົນຮອດມື້ນີ້ເອງ ກໍ່ມີປະກາດເປີດຕົວ OpenOffice 3.0 Final ຢ່າງເປັນທາງການ ໂດຍໃຊ້ເວລາບໍ່ທັນຮອດ 24 ຊົ່ວໂມງຫຼັງການເປີດຕົວກໍ່ປະກົດວ່າ ເວັບໄຊຢ່າງເປັນທາງການກໍ່ຄື OpenOffice.org ນັ້ນ ເກີດລົ້ມໄປ ທາງທີມງານໃຫ້ເຫດຜົນວ່າ ເກີດມີການດາວໂຫລດເວີຊັນໃໝ່ກັນຢ່າງໜັກ ຈົນເຮັດໃຫ້ເກີດບັນຫາເວັບລົ້ມດັ່ງກ່າວ ແຕ່ຢ່າງໃດກໍ່ຕາມທີມງານ OO.o ກຳລັງແກ້ໄຂຢູ່. ໃນເວີຊັນໃໝ່ຫຼ້າສຸດນີ້ ໄດ້ມີການປັບປຸງຄັ້ງໃຫຍ່ດັ່ງນີ້: Mac OS X ທີ່ບໍ່ຈຳເປັນຕ້ອງໃຊ້ຜ່ານ X11 ອີກຕໍ່ໄປແລ້ວ ຮອງຮັບມາດຕະຖານ ODF 1.2 ເພີ່ມ Microsoft Office 2007 import filters ປັບປຸງລະບົບ chart ປັບປຸງລະບົບ XML ແລະອື່ນ ໆ ສຳລັບລາຍລະອຽດເຕັມ ໆ ສາມາດອ່ານໄດ້ຈາກ Release [...]

More »

Windows Live Messenger 2009 Build 14.0.5027.908 Beta

ອອກເວີຊັນເບຕ້າໃໝ່ມາແລ້ວສຳລັບ Windows Live Messenger ໂປຣແກຣມ Instant Messenger ອັນເປັນທີ່ນິຍົມກັນໃນກຸ່ມຄົນໃຊ້ເນັດ ໃນເວີຊັນນີ້ສິ່ງທີ່ປ່ຽນແປງໄປຢ່າງເຫັນໄດ້ຊັດກໍ່ຄືໜ້າຕາ UI ຂອງໂປຣແກຣມ ຈະປ່ຽນແປງໄປຫຼາຍ ແລະຮອງຮັບ Animated avatar ນຳ. ໂຫລດແບບເຕັມ ໆ ຕິດຕັ້ງໄດ້ Offline ແມ່ນໃຊ້ link http://g.live.com/1rebeta3/en/wlsetup-all.exe ເຊິ່ງມີຂະໜາດໄຟລ໌ກວ່າ 134.7 MB ເຊິ່ງຈະມີໂປຣແກຣມອື່ນ ໆ ໃນຊຸດ Live ແຖມມານຳ. ຖ້າຈະໂຫລດສະເພາະ WLM ແມ່ນໃຊ້ link http://g.live.com/1rebeta3/en/wlsetup-web.exe ຈະເປັນ Web installer ເລືອກໂຫລດໄດ້ວ່າຊິໂຫລດຫຍັງມາຕິດຕັ້ງແດ່. ອີກຂໍ້ສັງເກດຄື ມັນສາມາດສະແດງຜົນພາສາລາວໄດ້ໂດຍບໍ່ຕ້ອງກຳນົດຟອນແລ້ວ ໂດຍສະເພາະຢ່າງຍິ່ງໃນ status

More »

Winamp 5.5 Build 1568 Beta Preview 2

Nullsoft ອອກເບຕ້າເວີຊັນຕົວໃຫມ່ ຂອງໂປຣແກຣມເບິ່ງຫນັງຟັງເພງຍອດນິຍົມ Winamp ມາໃຫ້ໄດ້ທົດລອງກັນອີກຄັ້ງ ໃນເວີຊັນນີ້ໄດ້ເພີ່ມ skin ໃຫມ່ທີ່ມີຊື່ວ່າ Winamp Bento ເຂົ້າມາພ້ອມ (ເບິ່ງຈາກຮູບຂວາມື) ລວມເຖິງ Unified File Editor ແລະ Album Art tab ແລະຍັງມີຊ່ອງສຳຫລັບຄົ້ນຫາໄດ້ຈາກຫນ້າຕ່າງຫລັກຂອງໂປຣແກຣມທັນທີ ນອກຈາກນັ້ນຍັງມີການປັບປຸງແລະອັບເດດຄວາມສາມາດຕ່າງ ໆ ເກືອບຮ້ອຍຢ່າງ ອ່ານຈາກໄດ້ລິງກ໌ທີ່ມາ ດາວໂຫລດ: Pro | Full | Lite ທີ່ມາ – Winamp.com

More »

Breadcrumbs Navigation ສຳຫລັບ Windows XP

ມື້ນີ້ພໍດີຜ່ານໄປເຫັນໂປຣແກຣມນ້ອຍ ໆ ຕົວຫນຶ່ງທີ່ສາມາດເຮັດໃຫ້ Address bar ໃນ Windows XP ນັ້ນ ເປັນແບບໃນ Windows Vista ໄດ້ ໂດຍໂປຣແກຣມດັ່ງກ່າວມີຊື່ວ່າ QT Address Bar ເຊິ່ງເມື່ອຕິດຕັ້ງໂປຣແກຣມແລ້ວ ກໍ່ຈະສາມາດໃຊ້ງານ Address bar ແບບໃນ Windows Vista ທີ່ເອີ້ນວ່າ Breadcrumbs ດັ່ງພາບ QT Address Bar ເປັນຟຣີແວຣ໌ທີ່ພັດທະນາໂດຍໂປຣແກຣມເມີຊາວຍີ່ປຸ່ນ ສາມາດໃຊ້ໄດ້ກັບ Windows XP ແລະຕ້ອງມີ Microsoft .NET Framework 2.0 ຕິດຕັ້ງໃນເຄື່ອງເສຍກ່ອນ ເມື່ອຕິດຕັ້ງແລ້ວ ໆ ກໍ່ Restart ແລະເຂົ້າ Explorer ຈາກນັ້ນ ຄລິກຂວາທີ່ Toolbar ເລືອກ QT Breadcrumbs Address bar ກໍ່ຈະປະກົດ [...]

More »

FlashGet v2.2.0.1055 Preview

ຫລັງຈາກທີ່ຢູ່ໃນສາຍ v1.x ມາເປັນເວລາຫລາຍປີ ໃນທີ່ສຸດ FlashGet ກໍ່ອອກເວີຊັນ v2 ອອກມາໃຫ້ທົດລອງໄດ້ໃຊ້ກັນແລ້ວ ເຊິ່ງໃນເວີຊັນໃຫມ່ນີ້ ໄດ້ຖືກອອກແບບ UI ໃຫມ່ທັງຫມົດ ເຮັດໃຫ້ FlashGet v2 ຮອງຮັບລະບົບ Theme ແບບໃຫມ່ ແລະປັບປຸງລະບົບການດາວໂຫລດຕ່າງ ໆ ແຕ່ໃນ Preview version ນີ້ໄດ້ຕັດການທຳງານຂອງ eMule ອອກໄປຊົ່ວຄາວ ສຳຫລັບທ່ານທີ່ສົນໃຈທົດສອບ ສາມາດດາວໂຫລດມາທົດລອງໄດ້ຈາກລິງກ໌. ຕົວຕິດຕັ້ງຈະເປັນພາສາຈີນ ເມື່ອຕິດຕັ້ງແລ້ວ ໂປຣແກຣມຈະມີເມມູເປັນພາສາອັງກິດຕາມປົກກະຕິ ດາວໂຫລດ ເວບໄຊຕ໌ຜູ້ພັດທະນາ

More »

Microsoft Office Compatibility Pack for Word, Excel, and PowerPoint 2007 File Formats

ເນື່ອງຈາກວ່າ Microsoft Office 2007 ນັ້ນໄດ້ມີຮູບແບບນາມສະກຸນໄຟລ໌ເປັນແບບໃຫມ່ ທີ່ເປັນເຫດໃຫ້ໂປຣແກຣມ Office ເວີຊັນເກົ່າບໍ່ສາມາດທີ່ຈະເປີດໄດ້ ເຊິ່ງສ້າງບັນຫາໃຫ້ກັບຜູ້ໃຊ້ເປັນອັນຍິ່ງ ຈົນສຸດທ້າຍທາງ Microsoft ກໍ່ໄດ້ອອກ Compatibility Pack ອອກມາໃຫ້ຜູ້ໃຊ້ Microsoft Office ທີ່ຕ່ຳກວ່າເວີຊັນ 2007 ນັ້ນ ສາມາດເປີດໄຟລ໌ທີ່ບັນທຶກມາຈາກ Microsoft Office 2007 ໄດ້ ໂດຍ Compatibility Pack ນີ້ຈະຮອງຮັບການເປີດ, ແກ້ໄຂ, ບັນທຶກ ໄຟລ໌ໃນໂປຣແກຣມ Word, Excel, ແລະ PowerPoint 2007 ດາວໂຫລດ ທີ່ມາ – GHacks.net

More »

Safari on Windows!!

Steve Jobs ເປີດເຜີຍໃນງານ WWDC keynote ວ່າ Safari –ໂປຣແກຣມທ່ອງເວບຂອງ Mac OS X ນັ້ນ ຈະມີເປັນ Windows version ນຳ ແລະ Jobs ຍັງອ້າງວ່າ Safari ຈະໄວກວ່າ Internet Explorer ກັບ Firefox ອີກ ເຊິ່ງຕອນນີ້ກໍ່ສາມາດດາວໂຫລດ Public Beta ໄດ້ແລ້ວ ຕ້ອງລອງທົດສອບກັນເບິ່ງ ດາວໂຫລດ ເດໂມສາທິດການໃຊ້ງານ ເວບໄຊຕ໌ຜູ້ພັດທະນາ ທີ່ມາ – ZDNet Blog

More »