Posts Tagged ‘Social’

ສົ່ງເງິນມາ! ບໍ່ຊັ້ນຕາຍ!!

ເອ… ສົງໄສຫົວຂໍ້ມັນຈະເກີນເຫດໄປເບາະ? ເລື່ອງມັນມີຢູ່ວ່າ ມີການ ຂູ່ເຂັນ ຮີດໄຖ ແບບໃຫມ່ຂຶ້ນໃນອິນເຕີເນັດອີກແລ້ວ ແບບໃຫມ່ທີ່ວ່າຄວາມຈິງມັນອາດຈະມີມາດົນແລ້ວ ແຕ່ບໍ່ເປັນທີ່ແຜ່ຫລາຍ ຊ່ວງນີ້ແຜ່ຫລາຍເຂົາເລີຍເອົາມາເວົ້າ ກໍ່ຄືໃຊ້ໆ ອິນເຕີເນັດໄປ ວັນດີຄືນດີເຂົ້າໄປເບິ່ງເມລ ປະກົດວ່າມີອີເມລລຶກລັບສົ່ງມາຫາ ບອກວ່າຕົວເອງເປັນມືປືນ ຖືກຮັບຈ້າງມາ ໃຫ້ມາຂ້າເຮົາ (ສົມມຸດວ່າເຮົາເປັນເຈົ້າຂອງອີເມລກໍ່ແລ້ວກັນ) ແຕ່ວ່າ ຖ້າເຮົາບໍ່ຢາກຕາຍກ່ອນໄວອັນຄວນ ໃຫ້ສົ່ງຈ່າຍເງິນໃຫ້ມັນ $80,000 ແລ້ວມັນຈະຍອມຜິດສັນຍາກັບນາຍຈ້າງເກົ່າ (ທີ່ມັນບອກວ່າຈ້າງມາຂ້າເຮົາ) ແຖມມັນຍັງຖິ້ມທ້າຍອີກວ່າ ຫ້າມບໍ່ເຈົ້າຫນ້າທີ່ຕຳຫລວດ ຫລື FBI ແລະທີ່ຕະຫລົກສຸດໆ ຄື ມັນບອກວ່າ… ນີ້ເປັນຄັ້ງທຳອິດທີ່ມັນບ້ຽວງານ -_-” ອອກຈະເປັນແນວບໍ່ຄ່ອຍຈະມີສາລະ ແຕ່ຖ້າຄົນທີ່ Innocent ແບບສຸດໆ ກໍ່ອາດຈະເຊື່ອຂຶ້ນມາກໍ່ເປັນໄດ້ ຖືວ່າມາເລົ່າສູ່ກັນຟັງ ຂັ້ນເວລາ ທີ່ມາ – TechWeb

More »

Web Trend Map 2007

ທີ່ມາ: Ai Web Trends via Neowin Forums

More »

blog-tag

ຕອນນີ້ເຂົາກຳລັງນິຍົມຫລິ້ນ blog tag ຢູ່ ເລີຍຫລິ້ນນຳເບີ່ງ ^_^ ເລື່ອງບາງເລື່ອງກ່ຽວກັບ au8ust 1. ບໍ່ວ່າຊິໄປຮຽນຢູ່ໃສກໍ່ຕາມ ເກືອບຈະທຸກໆ ທີ່ຈະເປັນຄົນທີ່ມີອາຍຸນ້ອຍທີ່ສຸດໃນຫ້ອງ (ຖ້າບໍ່ນັບຜູ້ຍິງ) 2. ຊື່ au8ust ມາຈາກຄຳວ່າ august, ທີ່ເປັນຄຳນີ້ກໍ່ເພາະວ່າເກີດເດືອນສິງຫາ —ໃນຊື່ນີ້ ບໍ່ມີຫຍັງຫລາຍໄປກວ່ານັ້ນ ຕອນທຳອິດຄິດຄຳນີ້ໄດ້ ກໍ່ວ່າມັນເທ່ດີເວີ້ຍ ແຕ່ໄປຄົ້ນຫາໃນ google ອ່າວ… ມີຄົນໃຊ້ແຕ່ປີບາງຫໍ້ແລ້ວ ອຸ້ວ່ະ 555 ໂອຍ ຕະຫລົກ 3. ຄັ້ງທຳອິດທີ່ໄດ້ເຫັນອິນເຕີເນັດ ບອກພໍ່ແມ່ເລີຍວ່າ ບໍ່ຫນ້າສົນໃຈຈັກດີ້ ໃຊ້ຄອມຢ່າງດຽວກໍ່ເກີນພໍ (ແຕ່ດຽວນີ້ກາຍເປັນວ່າ ໃຊ້ຄອມຢ່າງດຽວບໍ່ພໍເວີ້ຍ 555) 4. ຕອນຍັງນ້ອຍໆ ເວລາຊິກິນຫຍັງມັກຊິດົມກ່ອນ ແລ້ວຄ່ອຍກິນ ຈົນພໍ່ຮ້າຍ ບໍ່ໃຫ້ເຮັດ ແລ້ວກໍ່ບໍ່ຄ່ອຍເຮັດອີກຕັ້ງແຕ່ນັ້ນມາ 5. ເຄີຍອອກແບບ/ສ້າງ/ພັດທະນາ ເວັບໄຊທ໌ (ຫ່ວຍໆ) ມາເປັນສິບໆ ເວັບ ແຕ່ວ່າອັນທີ່ມີຄົນຮູ້ຈັກພັດມີບໍ່ຮອດ 2 ອັນ [...]

More »