ອິນເຕີເນັດທົ່ວໂລກມີອັດຕາການ Censor ສູງຂຶ້ນ
ມີຜົນສຳຫລວດອອກມາຈາກຫນ່ວຍງານຮ່ວມລະຫວ່າງ 4 ມະຫາວິທະຍາໄລຊັ້ນນຳຄື Cambridge, Oxford, Harvard ແລະ Toronto ໂດຍມີຊື່ກຸ່ມວ່າ ONI ຫຼື OpenNet Initiative ເຊິ່ງໃນຜົນສຳຫລວດທັງ 41 ປະເທດ ປະກົດວ່າ ມີເຖິງ 25 ປະເທດທີ່ມີການຈຳກັດການເຂົ້າເຖິງເນື້ອຫາໃນອິນເຕີເນັດ ເຊິ່ງຈາກໃນພາບປະກອບນັ້ນ ສີແດງຈະຫມາຍເຖິງ ປະເທດທີ່ມີການຈຳກັດການເຂົ້າເຖິງຫລາຍທີ່ສຸດ ສ່ວນສີເຫລືອງແມ່ນຫມາຍເຖິງ ມີການເຝົ້າລະວັງຢູ່ ໂດຍເນື້ອຫາທີ່ມີການຈຳກັດຫລາຍທີ່ສຸດນັ້ນ ກໍ່ຄືເລື່ອງການເມືອງ ທີ່ມາ – TechnologyReview.com [via NadiaMode]
More »

